ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 15, 2009 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຢູ່ເມືອງ ນາກາໂດ ມີຍິງສາວ ທີ່ງາມແລະ ເປັນຕາຮັກຕາແພງ ເຊິ່ງໃຜໆ ກໍ່ຢາກໄດ້ຍິງສາວຄົນນັ້ນມາເປັນແຟນ ນາງ ມີຊື່ວ່າ (....) ລາວເປັນລູກສາວດຽວຂອງ ຊາຍຊະລາ ທີ່ຫາຟືນມາຂາຍ ເພື່ອລ້ຽງຄອບຄົວ

ຍິງສາວຄົນນັ້ນ ລາວໄດ້ຢູ່ກັບພໍ່ພຽງ ສອງຄົນ ແມ່ຂອງນາງຕາຍປະ ຕັ້ງແຕ່ຄາວຍັງນ້ອຍ ກ່ອນຕາຍ ແມ່ຂອງລາວ ບອກວ່າ

ແມ່ : ລູກເອີຍ ! ຖ້າແມ່ຕາຍໄປແລ້ວ ໃຫ້ລູກ ຢູ່ນຳພໍ່ເດີ ພໍ່ຈະເປັນຄົນລ້ຽງດູລູກ ຈົນ ລູກໄດ້ສ້າງຄອບຄົວ ພຸ້ນເດີ

ຍິງສາວ : ເຈົ້າແມ່ ລູກຈະປະຕິບັດ ຕາມຄຳແມ່ບອກທຸກຢ່າງ

ແມ່ : ດີແລ້ວ ລູກເອີຍ

ພໍແຕ່ແມ່ເວົ້າສຸດ ແມ່ກໍ່ຂາດໃຈຕາຍ

 ຫລັງຈາກ ແມ່ຕາຍ ຍິງສາວຄົນນັນ ກໍ່ຢູ່ນຳພໍ່ ຈົນໃຫຍ່ກ້າຫນ້າບານ ພໍທີ່ຈະສ້າງຄອບຄົວໄດ້ແລ້ວ ຍິງສາວໄດ້ເວົ້າກັບພໍ່ຂອງລາວວ່າ

ສິງສາວ : ພໍ່ເອີຍ ດຽວນີ້ ລູກກໍ່ໃຫຍ່ເປັນສາວແລ້ວ ແລະ ລູກກໍ່ບໍ່ຢາກໃຫ້ພໍ່ລຳບາກພຽງຄົນດຽວ ລູກຢາກໄດ້ ຄົນທີ່ຈະມາເປັນລູກເຂີຍຂອງພໍ່ ເພື່ອຊ່ວຍພໍ່ຫາຟືນ ມາລ້ຽງຄອບຄົວ

ພໍ່ : ພໍ່ບໍ່ຢາກໃຫ້ລູກ ເອົາໃຜມາເປັນ ລູກເຂີຍຂອງພໍ່ ດອກ ເພາະ ຜູ້ທີ່ຈະເປັນລູກເຂີຍຂອງພໍ່ ຕ້ອງເປັນຄົນທີ່ ຮັກລູກຫລາຍກ່ວາພໍ່ ພໍ່ ຈຶ່ງຈະໃຫ້ມາເປັນລູກເຂີຍຂອງພໍ່ໄດ້

ແລະ ອີກ ອັນຫນຶ່ງ ຕ້ອງເປັນຄົນທີ່ ດຸ່ຫມ່ັນຂະຍັນພຽນ ເຮັດວຽກທຸກຢ່າງ ຫນັກເອົາ ເບົາສູ້

ຢູ່ຕໍ່ມາ ຍິງສາວ ໄດ້ອອກໄປເກັບຟືນນຳພໍ່ເພື່ອຈະເອົາມາຂາຍ ບັງເອີນ  ທັງສອງພໍ່ລູກ ໄດ້ພົບກັບ ຫມີດຳໃຫຍ່ໂຕຫນຶ່ງ ທັງສອງບໍ່ຮູ້ຈະເຮັດແນວໃດ ພໍ່ຈອງຍິງສາວ ຈຶ່ງຮ້ອງອອກມາວ່າ

ພໍ່ :​ ຊ່ວຍແດ່ ໆ ຖ້າໃຜຊ່ວຍຂ້ອງໄດ້ ຈະຍົກລູກສາວໃຫ້ເປັນເມຍ

ຍິງສາວ : ທັງຮ້ອງທັງໄຫ້ ຄິດວ່າ ພໍ່ຈະຍົກຕົນເອງໃຫ້ຄົນອື່ນ ນາງ ບໍ່ຮູ້ຈະເຮັດແນວໃດ ຈຶ່ງ ຈັບ ພ້າທີ່ນາງຖືໄປນັ້ນ ແລ່ນ ເຂົ້າຟັນ ຫມີດຳໂຕນັ້ນຈົນຕາຍ

 

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່