ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: Jul. 30, 2008 | ມີ 8 ຄຳເຫັນ ແລະ 0 trackback(s)

ສາເຫດຂອງບັນຫາໂລກຮ້ອນ

ຫນຶ່ງໃນບັນຫາສຳຄັນທີ່ທ້າທາຍ ແກ່ມວນມະນຸດໂລກໃນປັດຈຸບັນ ຄົງຈະບໍ່ພົ້ນຈາກບັນຫາໂລກຮ້ອນ

ທີ່ກຳລັງຄຸກຄາມສິ່ງທີ່ມີຊີວິດທີ່ອາໄສຢູ່ເທິງໂລກຫນ່ວຍນີ້.
             
ການປ່ຽນແປງຂອງດິນຟ້າອາກາດບັນຫາສຳຄັນ ແລະ ເຄັ່ງຮ້ອນຂອງໂລກໃນປັດຈຸບັນ

ເຊິ່ງບັນດາປະເທດຕ່າງໆທົ່ວໂລກ ຈະຕ້ອງດຳເນີນການແກ້ໄຂຮ່ວມກັນຢ່າງຈິງຈັງ ຍ້ອນວ່າບັນຫາດັ່ງກ່າວ

ໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງຢູ່

ບັນດາປະເທດຕ່າງໆໃນໂລກ ບັນດານັກວິທະຍາສາດໂລກໄດ້ຢັ້ງຢືນວ່າ: ການເພີ່ມຄວາມເຂັ້ມຂຸ້ນຂອງທາດອາຍ

ແກັດເຮືອນແກ້ວ ໂດຍສະເພາະທາດອາຍກາກບອນ ໄດອອ໋ກໄຊ (Co2) ຢູ່ຊັ້ນບັນຍາກາດ ທີ່ມາຈາກການເຄື່ອນໄຫວ

ຕ່າງໆຂອງມະນຸດໃນໂລກ ນັ້ນແມ່ນເປັນສາຍເຫດຕົ້ນຕໍເຮັດໃຫ້ໂລກຮ້ອນຂຶ້ນ ແລະ ສົ່ງຜົນສະທ້ອນຕໍ່ອາກາດ

ໃຫ້ມີການປ່ຽນແປງ ຕາມບົດລາຍງານການປະເມີນຜົນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ
ຂອງຄະນະຊ່ຽວຊານນາໆຊາດ ກ່ຽວກັບການປ່ຽນແປງດິນຟ້າອາກາດ (IPCC) ສະບັບຫຼ້າສຸດທ້າຍປີ 2007 

ໄດ້ຊີ້ໃຫ້ເຫັນວ່າ: ຜົນກະທົບຈາກການປ່ຽນແປງດິນຟ້າອາກາດໄດ້ປະກົດຂຶ້ນແລ້ວ ທັງມີລັກສະນະແຜ່ລາມ

ໄປທົ່ວທຸກມຸມໂລກ ຄາດວ່າຈະເພີ່ມຄວາມຮຸນແຮງຂຶ້ນໃນຕໍ່ຫນ້າ ເຊິ່ງສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ຂົງເຂດຕ່າງໆ

ເປັນຕົ້ນຕໍ່ຊັບພະຍາກອນແຫຼ່ງນ້ຳ ລະບົບນິເວດທຳມະຊາດ ຊີວະ ກະສິກຳ ບັນຫາອຸທົກກະໄພ ແລະ ບັນຫາອື່ນໆອີກ ນັບທັງ

ໃນລະດັບປະເທດພາກພື້ນ ແລະ ລະດັບໂລກ ໂດຍສະເພາະຢູ່ບັນດາປະເທດດ້ອຍພັດທະນາ ຕໍ່ບັນຫາດັ່ງກ່າວ 

ປະຊາຄົມໂລກໄດ້ຮ່ວມໃຈກັນເອົາໃຈໃສ່ດຳເນີນການຢ່າງຈິງຈັງ ໂດຍການຮັບຮອງເອົາສົນທິສັນຍາສາກົນ 

ວ່າດ້ວຍການປ່ຽນແປງດິນຟ້າອາກາດໃນປີ 1992 ເຊິ່ງມີເປົ້າຫມາຍເພື່ອແນໃສ່ຄວບຄຸມການປ່ອຍທາດອາຍແກັດເຮືອນແກ້ວ 

ອອກສູ່ຊັ້ນບັນຍາກາດ ເຊິ່ງມີຜົນບັງຄັບໃຊ້ແຕ່ວັນທີ 21 ມີນາ 1994 ສຳລັບ ສປປ ລາວ ໄດ້ເປັນລັດພາຄີສົນທິສັນຍາດັ່ງກ່າວ 

ໃນວັນທີ 4 ເມສາ 1995 ແລະ ມາຮອດປັດຈຸບັນມີ 192 ປະເທດ ເປັນພາຄີສົນທິສັນຍານີ້ ເພື່ອຮັບປະກັນການຫລຸດຜ່ອນທາດ

ອາຍແກັດເຮືອນແກ້ວ ແລະ ວາງມາດຕະການແກ້ໄຂບັນຫາຕ່າງໆ ເຊິ່ງກອງປະຊຸມລັດພາຄີ ຄັ້ງທີ 3 ໃນປີ 1997

ທີ່ປະເທດຍີ່ປຸ່ນ ໄດ້ຮັບຮອງເອົາອະນຸສັນຍາກຽວໂຕ ວ່າດ້ວຍການຄວບຄຸມການປ່ອຍທາດອາຍແກັດເຮືອນແກ້ວ

ແລະ ສປປ ລາວ ໄດ້ເປັນພາຄີ ໃນວັນທີ 6 ກຸມພາ 2003 ມາຮອດປັດຈຸບັນມີ 177 ປະເທດທີ່ເປັນພາຄີແລ້ວ.
              
ການທີ່ ສປປ ລາວ ໄດ້ຕັດສິນໃຈດຳເນີນໂຄງການສ້າງແຜນດຳເນີນງານແຫ່ງຊາດ ໃນການປັບຕົວ

ເຂົ້າກັບສະພາບການປ່ຽນແປງດິນຟ້າອາກາດສະບັບນີ້ (NAPA) ແມ່ນບາດກ້າວບາດລິເລີ່ມທີ່ມີຄວາມຫມາຍສຳຄັນ

ແລະ ທັງເປັນ
ການຕອບສະຫນອງ ຄວາມຈຳເປັນອັນຮີບດ່ວນຂອງ ສປປ ລາວ ໃນການປັບຕົວເຂົ້າກັບສະພາບທີ່ກຳລັງເກີດຂຶ້ນ 

ໂດຍສະເພາະໄພນ້ຳຖ້ວມ ໄພແຫ້ງແລ້ງ ເຊິ່ງທາງທິມງານວິຊາການໄດ້ມີການກະກຽມແຕ່ເດືອນຕຸລາ ປີ 2004 

ເປັນຕົ້ນມາ ໂດຍໄດ້ດຳເນີນການສຶກສາຄົ້ນຄວ້າທີ່ສຸມໃສ່ 4 ຂົງເຂດທີ່ເປັນບູລິມະສິດສຳລັບ ສປປ ລາວ 

ຄື ຂົງເຂດກະສິກຳ ປ່າໄມ້ ນ້ຳ ແລະ ຊັບພະຍາກອນ ແຫຼ່ງນ້ຳ ແລະ ຂົງເຂດສາທາລະນະສຸກ ເຊິ່ງໂຄງການ

ໄດ້ລິເລີ່ມການເກັບຂໍ້ມູນດຳເນີນການປະເມີນຜົນກະທົບ ສຶກສາແບບວິທີການປັບຕົວເຂົ້າກັບສະພາບການ

ປ່ຽນແປງດິນຟ້າອາກາດທີ່ກ່າວມາຂ້າງເທິງນີ້.

Delicious Digg Fark
ອ່ານຄືນຫຼັງ
ໝວດໝູ່


LaoUpload.com au8ust.org LaoBlogger.com | ບໍລິການຟຣີເວບບລັອກ ເນື້ອທີ່ 1GB ທີ່ ລາວບລັອກເກີ.ຄອມ LaoZaa.com LaoBB.com