ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: Sep. 16, 2008 | ມີ 11 ຄຳເຫັນ ແລະ 0 trackback(s)

=ຫ້າໆໆໆ ສະບາຍດີທຸກຄົນທີ່ແວະມາອ່ານເດີ້

ອັນນີ້ກໍບໍ່ມີຫຍັງດອກ ພຽງແຕ່ເອົາເລື່ອງທີ່ວ່າໄດ້ພົບປະຊາວພັນລາວ 2-3 ຄົນມາເລົ່າສູ່ຟັງຊື່ໆ

ຖ້າແມ່ນໃຜກໍ່ເຂົ້າມາ ຄອມເມັນໄດ້ເດີ້

alt ມື້ນັ້ນ, ປະມານທີ່ 11-12/9/08 ນີ້ເອງພະແນກກໍກ່ວນຮອບເດືກມາບອກວ່າ

"ອ້າຍຊໍ່ ເຈົ້າຮູ້ບໍ່ວ່າມື້ວັນສຸກນີ້ ເປີນ ຈະມາຫຼີ້ນນຳໃດຫັນ" ອັນເຮົາຮູ້ຈັງຊັ້ນກໍກຽມໂຕທີ່ຈະໜີ ໂດຍການໜືໄປຫວຽດນາມແບບກະທັນຫັນ ເພາະບໍ່ຢາກຈະພົບກັນຄົນແປກໜ້າ ແລະ ກໍ່ບອກໄປກັບພະແນກກໍ່ກວນຮອບເດີກວ່າ "ອ້າຍຈະກັບຫວຽດໃນມື້ອື່ນ ມື້ຮືນີ້ໃດ"

ພະແນກກໍ່ກວນກໍ່ບໍ່ໄດ້ເວົ້າຫຍັງຫຼາຍມີແຕ່ວ່າ "ຄືກັບໄວແທ້ ບໍ່ຢູ່ພົບລາວກ່ອນບໍ ເພາະວັນສຸກນີ້ລາວກໍ່ມາຮອດແລ້ວ" ເຮົາກໍ່ເກີດຄວາມລັງແລຢູ່ໜ້ອຍໜື່ງ ແລະ ກໍ່ບອກໄປວ່າ "ໄວ້ເບີ່ງກ່ອນ"

ເອົາໄປເອົາມາ ໜີບໍ່ທັນພາຍໃນ 1-2 ມື້ໃກ້ໆນັ້ນ ແລະ ກໍເລື່ອນໄປໃນວັນສຸກ.

ພໍມື້ນັ້ນມາຮອດ ພະແນກກໍກວນກໍ່ນັດແລະແວະມາຮັບຢູ່ບ້ານແລ້ວອອກໄປຫາຕາມນັດ

ຫຼັງຈາກທີ່ວ່າຕ່າງຄົນຕ່າງຖ້າໄປໄດ້ໄລຍະໝື່ງ ສຸດທ້າຍກໍ່ຊອກກັນເຫັນ(ອັນແບບວ່າໂລກມັນແຄບ ແຕ່ກຳແພງນະຄອນຫັນມັນກ້ວາງ)

ແລ້ວກໍພາຫັນໄປຊອກຫາອີ່ຫຍັງກີນເພາະ ແມ່ທ້ອງໂຕນ້ອຍ ໂຕກົມ ໂຕແປ ໂຕສັນກໍ່ພາຫັນຫີວເຊັ່ນກັນ ແລະ ກໍໄດ້ໄປຮ້ານອາຫານແຫ່ງໜື່ງເພື່ອຈະສະເວີຍອາຫານ

ໃນງານນັ້ນບອກໄດ້ວ່າເປັນມື້ທຳອິດທີວ່າໄດ້ພົບກັບຄົນແປກໜ້າ ແຕ່ຮູ້ຈັກກັນກ່ອນ, ກໍບໍ່ຄິດວ່າຈະຄາລົມດີ ສົມແລ້ວທີ່ວ່າ ປາກຫັນກວນ... (ກວນສາວໃຫ້ມາຫຼົງຫັນນ່າ ຫ້າໆໆໆ) ບັງເອີນບໍ່ແມ່ນຜູ້ຍີງກໍ່ເລີຍໄດ້ແຕ່ນັ່ງຢູ່ໃກ້ໆ ແລະ ເປັນໂຕປະສານທີ່ດີ ເພື່ອຈະລຸມພະແນກກໍກວນ

ທຸກຄົນທີມາເຈີກັນໃນມື້ນັ້ນກໍ່ມີຫຼາຍຄົນແຕ່ບໍ່ຂໍບົງຊື່ເນາະ

ວ່າໄປວ່າມາ ມັນກໍ່ເປັນໂອກາດດີໆຄືກັນທີ່ວ່າໄດ້ມາພົບ ເຖີງວ່າເວລາຈະສັນ ແຕ່ກໍ່ຢາກບອກວ່າມື້ນັ້ນກໍ່ເປັນມື້ທີ່ໜ້າຈື່ ເພາະການທີ່ນັ່ງຢູ່ຫັນດົນເຕືບເຮັດໃຫ້ເກືອບໄປບໍ່ທັນລົດເມ ແຕ່ກໍ່ຂອບໃຈໂຊເຝີຕີນໄຟ ທີ່ວ່າລົດຫັນຕຳ ທາງມັນຂຸມ ແຕ່ກໍ່ຢຽບຄັນແບບບໍ່ຜ່ອນ

ຈົນເຮັດໃຫ້ທັນລົດ ກຣີກໆໆ

ແລ້ວຫຼັງຈາກນັ້ນກໍບໍ່ຮູ້ວ່າງານນັ້ນດຳເນີນໄປເປັນແນວໃດ ເພາະຕ້ອງອອກຈາກເຫດການກ່ອນງານຈະເລີກ.

ໄວ້ມີໂອກາດ ແລະ ເວລາຈະໄປທັກທາຍນຳເດິ້

ແລະ ຄືຊີ່ໄດ້ຈຳເມັດໜົດຢູ່ນິ້ກ່ອນໄວ້ມີຫຼືຄິດໄດ້ ແລ້ວຈະມາຂຽນໃໝ່

Delicious Digg Fark
ອ່ານຄືນຫຼັງ
ໝວດໝູ່


LaoUpload.com au8ust.org LaoBlogger.com | ບໍລິການຟຣີເວບບລັອກ ເນື້ອທີ່ 1GB ທີ່ ລາວບລັອກເກີ.ຄອມ LaoZaa.com LaoBB.com