ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 24, 2008 | ມີ 16 ຄຳເຫັນ ແລະ 0 trackback(s)

ບາງຄັ້ງເລື່ອງນ້ອຍໆ ທີ່ເຮົາບໍ່ຄາດຄິດກໍ່ອາດຈະນຳມາເຊີ່ງສີ່ງທີ່ບໍ່ດີຕໍ່ສຸຂະພາບເຊັ່ນ:

1. ບໍ່ກີນເຂົ້າເຊົ້າ: ຫຼາຍຄົນຄີດວ່າການທີ່ບໍ່ກີນເຂົ້າເຊົ້ານັ້ນຈະເຮັດໃຫ້ລະດັບນ້ຳຕານໃນເລືອດຕ່ຳ ແຕ່ນີ້ເປັນສາເຫດໃຫ້ສານອາຫານໄປລ້ຽງສະໝອງບໍ່ພຽງພໍ ສາມາດເຮັດໃຫ້ສະໝອງເສື່ອມໄດ້.

2. ກີນອາຫານຫຼາຍເກີນໄປ: ຈະເຮັດໃຫ້ຫຼອດເລືອດແດງໃນສະໝອງແຂງໂຕເປັນສາເຫດໃຫ້ເກີດພະຍາດຄວາມຈຳເສື່ອມ.

3. ການສູບຢາ: ເປັນສາເຫດຂອງພະຍາດສະໝອງຟໍ່ ແລະ ພະຍາດຄວາມຈຳເສື່ອມ.

4. ກີນຂອງຫວານຫຼາຍເກີນໄປ: ຈະໄປສະກັດກັ້ນການດູດຊືມໂປຣຕີນແລະສານອາຫານທີ່ເປັນປະໂຫຍດ ເປັນສາເຫດຂອງການຂາດສານອາຫານ ແລະ ສະກັດກັ້ນການພັດທະນາສະໝອງ.

5. ມົນລະພິດ: ສະໝອງເປັນພາກສ່ວນເຮັດວຽກໜັດທີ່ສຸດໃນຮ່າງກາຍ ການສູດດົມອາກາດທີ່ເປັນມົດລະພິດເຂົ້າໄປ ຈະເຮັດໃຫ້ອົກຊີໃນສະໝອງມີໜ້ອຍ ສົ່ງຜົນໃຫ້ປະສິດຕີພາບໃນການເຮັດວຽກຂອງສະໝອງຫຼຸດລົງ

6. ການອຶດນອນ: ເປັນເວລາດົນ ຈະເຮັດໃຫ້ຈຸລັງສະໝອງຕາຍໄດ້ ສ່ວນການນອນຫຼັບເຮັດໃຫ້ສະໝອງໄດ້ພັກຜ່ອນ.

7. ການນອນເອົາຜ້າຫົ່ມປົກຫົວ: ຈະເປັນການເພີ້ມຄາບອນໄດຣອ໋ອກໄຊໃຫ້ຫຼາຍຂື້ນແລະຫຼຸດອົກຊີ ໃຫ້ໜ້ອຍລົງ ສົ່ງຜົນໃຫ້ການເຮັດວຽກຂອງສະໝອງບໍ່ມີປະສິດຕິຜົນ.

8. ໃຊ້ສະໝອງເວລາທີ່ບໍ່ສະບາຍ: ການເຮັດວຽກ ຫຼື ຮຽນໃນເວລາທີ່ບໍ່ສະບາຍ ຈະເຮັດໃຫ້ປະສີດຕິພາບການເຮັດວຽກຂອງສະໝອງຫຼຸດລົງ ຄືກັນກັບການທຳລາຍສະໝອງໄປໃນໂຕ.

9. ຂາດການໃຊ້ຄວາມຄິດ: ການຄິດເປັນສີ່ງທີ່ດີທີ່ສຸດໃນການຝືກສະໝອງ ສ່ວນການຂາດການໃຊ້ຄວາມຄີດ ອາດເຮັດໃຫ້ສະໝອງຟໍ່ໄດ້.

10. ເປັນຄົນບໍ່ມັກເວົ້າ: ທັກສະໃນການເວົ້າຈະເປັນໂຕສະແດງເຖີງປະສິດຕິພາບຂອງສະໝອງ.

ນີ້ກໍ່ແມ່ນສາລະດີໆ ທີ່ຄັດມາຈາກວາລະສານ Target, page 66 Target Dec 2007

ບາງທີທຸກຄົນອາດຈະໄດ້ອ່ານແລ້ວ ແຕ່ຢາກຂຽນມາໃຫ້ຜູ້ທີ່ບໍ່ໄດ້ອ່ານມາອ່ານນຳກັນ

ໝັ່ນອ່ານແລ້ວຈະເພີ່ມຄວາມຮູ້!!!!!

Delicious Digg Fark Twitter