ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 6, 2010 | ມີ 20 ຄຳເຫັນ ແລະ 0 trackback(s)

   ລະຫວ່າງຕົ້ນປີທ່ີຜ່ານມາ, ຢູ່ທີ່ຫໍພັກນັກສຶກສາ ຂອງມະຫາວິທະຍາໄລແຫ່ງໜ່ຶງ ໄດ້ມີ
ເລ່ືອງບ່ໍໜ້າຄາດຄິດ ເກີດ ຂື້ນ…

          ມີນັກສຶກສາຍິງສາວຄົນໜ່ຶງບ່ໍຮູ້ວ່າມີເລ່ືອງຫຍັງເກີດຂຶ້ນ, ລາວໄດ້ຂ້າໂຕຕາຍ.
ສ່ວນເລ່ືອງຈະເລ່ົາເຖິງ ນີ້ ການຂ້າ ໂຕຕາຍຂອງລາວ ແມ່ນ ກະໂດດຕຶກ ສູງ 3 ຊັ້ນ , ເອົາຫົວ
ສັກລົງ ກະແທກກັບ ພື້ນເດີ່ນເບຕົງກ່ອນ. ນັບແຕ່ນັ້ນມາໃກ້ຈະຮອດທ່ຽງຄືນຢູ່ທີ່ລະບຽງ ທາງຂືືຶ້ນລົງ
ຫໍພັກຕ່ໍໜ້າຫ້ອງທ່ີຍິງຄົນນັ້ນເຄີຍອາໄສຢູ່ ໄດ້ປະກົດມີສຽງດັງເກິ໊ບ ….ເກິ໊ບ…. ຄາ້ຍຄືສຽງຫົວ
ທັບລົງພື້ນຟັງອີກຢາ່ງໜ່ຶງຄືກັນກັບສຽງເກີບຜູ້ຍິງກາໍລັງຍ່າງແຕ່ຫ້ອງສົ້ນສຸດຫໍພັກຄ່ອຍໆ…ຫຍັບ
ເຂົ້າມາໃກ້ເລື້ອຍໆ, ພໍດີມາຮອດເຄິ່ງປະຕູຫ້ອງທີ່ລາວເຄີຍອາໄສຢູ່ເມື່ອກ່ອນປະກົດວ່າສຽງນັ້ນໄດ້
ຢຸດລົງບ່ໍໄດ້ຍິນສຽງດັງກາຍໄປອີກ.

       ພ້ອມກັນນັ້ນ , ກໍ່ປະກົດວ່າມີສຽງເວົ້າຄ່ອຍໆເຢັນໆອອກມາວ່າ: “ ມີໃຜຢູ່ນີ້ບໍ່ ? ”
ບັນດາເພ່ືອນໆຢູ່ຮ່ວມຫ້ອງໃຜໆກໍ່ພາກັນດັກຟັງງຽບສະນິດ ແລະ ພ້ອມນຶກໃນໃຈວ່າ ຕ້ອງ
ແມ່ນວິນຍານນາງສາວນັ້ນກຳລັງ ມາຫ້ອງທ່ີລາວເຄີຍອາໃສຢູ່   ແຕບ່່ໍມີຜູ້ໃດ ກ້າໄຂປະຕູ
ອອກມາສ່ອງເບິ່ງ ….ເປັນເຊ່ັນນີ້ຕະຫຼອດທຸກໆຄືນ ຫຼາຍອາທິດຜ່ານໄປ ສຽງນັ້ນກໍ່ຄ່ອຍໆ
ຫາຍໄປ ຕາມການເວລາ…

           ພາຍຫຼັງເຫດການເກີດບ່ໍດົນກໍ່ພໍດີຮອດລະດູການ ປິດພາກຮຽນ, ນັກຮຽນໃນຫໍພັກ
ກໍ່ຄ່ອຍໆ ທະຍອຍ ກັນກັບບ້ານໃຜມັນ, ສ່ວນເລ່ືອງເປັນຕາຢ້ານ ຂົນຫົວລຸກກໍ່ຍັງບ່ໍທັນຢຸດ
ພຽງເທ່ົານີ້…

             ຕອນຄ່ຳມື້ໜຶ່ງ, ພະນັກງານຮັກສາອານາໄມ ຫໍພັກນັກສຶກສາດັ່ງກ່າວ. ໄດ້ໄປ
ອານາໄມ ແຕ່ລະຫ້ອງ (ຍ້ອນນັກຮຽນເສັງ ແລ້ວໃຜໆ ກໍ່ຟ້າວກັບບ້ານໃຜລາວ,ພະນັກງານ
ຮັກສາອານາໄມລວມຈາໍເປັນຕ້ອງໄດ້ຮັບພາລະທາໍຄວາມສະອາດອານາໄມແຕ່ລະຫ້ອງ
ມ້ຽນມັດເຄື່ອງຂອງພາຍໃນໃຫ້ເປັນລະບຽບ). ພໍດີ ອານາໄມໄປຮອດ ຫ້ອງທ່ີຍິງສາວ ກະໂດດ
ຕຶກຕາຍເຄີຍອາໃສຢູ່ນັ້ນ , ລາວກໍ່ເຮັດວຽກໄປເປັນປົກກະຕິ ຄືບໍ່ມີເລ່ືອງຫຍັງເກີດຂື້ນ, ແຕ່
ລາວເອງຮູ້ສຶກມີອັນຜິດປົກກະຕິເກີດຂຶ້ນໃນຫ້ອງນີ້, ໂຕຂອງລາວປະກົດວ່າຂົນຫົວຂົນຄີງລຸກ,
ເໝືອນກັບຫົວໂຕເອງໃຫຍ່ຂື້ນ. ລາວຢຸດຢູ່ໜ້ອຍໜ່ຶງຫຼຽວໄປມາຊ້າຍຂວາອ້ອມຕົວລາວ ໃນ
ຫ້ອງບ່ໍມີຫຍັງເກີດຂື້ນ. ລາວຄິດໃນໃຈວ່າ ຊ່າງມັນເທິ! ບ່ໍສົນໃຈເຖິງມັນດອກມີວຽກກ່ໍເຮັດໄປ
ບ່ໍເຫັນກັບຕາບ່ໍຕ້ອງເຊື່ອ. ແລ້ວລາວກໍ່ປັດກວດຫ້ອງນັ້ນຕ່ໍໄປ ແລະ ລາວກໍ່ໄດ້ຢ່າງໄປໄຂ
ປະຕູຫ້ອງດ້ານໜ້າດ້ານຫຼັງອອກໝົດ, ປະກົດວ່າມີລົມພັດຄ່ອຍໆ ເປັນສີເຢັນໆ……

           ພາຍຫຼັງໄດ້ເປີດປະຕູໄວ້ແລ້ວພະນັກງານອານາໄມຄົນນີ້ກໍ່ທຳການອານາໄມຫ້ອງນີ້ຕໍ່
ໄປ, ເວລານີ້ ລາວແມ່ນອຸ່ນໃຈທຸ່ນທ່ຽງແລ້ວເພາະວ່າລາວຫຼຽວເປ່ິງປະຕູແມ່ນໄດ້ເປີດປະໄວ້
ໝົດແລ້ວ, ອານາໄມໃນຫ້ອງນີ້ພໍດີແລ້ວລາວກໍ່ເດີນໄປປິດປະຕູດ້ານຫຼັງທ່ີໄດ້ເປີດຢູ່, ໃນ
ຄະນະນັ້ນກໍ່ປະກົດໄດ້ຍິນສຽງດັງເປິ໊ງ….ບາດໜ່ຶງ. ລາວຕື່ນສະດຸ້ງຕົວທັນທີຫຼຽວງວກມາ
ດ້ານໜ້າເຫັນປະຕຸໄດ້ອັດແຈບແລວ້

          ເວລານີ້ ລາວເອງຮູ້ສຶກສີເຢັນໆຂົນຫົວຂົນຄີງລຸກວາບ…, ຫົວໃຈເຕັ້ນຕຶກ..ຕຶກໆ…
ລາວຄິດວ່າຈະແລ່ນໜີໄປ… ແຕ່ຍັງບ່ໍທັນໄດ້ແລ່ນກໍ່ໄດ້ຍິນສຽງເກິ໊ບ….ເກິ໊ບ…. ເກິ໊ບ….
ເໝືອນກັບສຽງຜູ້ຍິງໃສ່ເກີບສົ້ນຢ່ອງກາໍລັງຢ່າງມາ ຕາມລະບຽງແຕ່ຫ້ອງສຸດທ້າຍຫຍັບເຂົ້າ
ມາໃກ້ເຂົ້າເລື້ອຍໆ… ເຖິງຕອນນີ້ແລ້ວເຮົາຈະຮູ້ວ່າເລ່ືອງຜີມີຈິງ ຫຼື ບ່ໍນັ້ນກໍ່ບໍ່ມີຄວາມ
ໝາຍຫຍັງອີກແລ້ວ “ ລາວຄິດໃນໃຈວ່າ ”…
ລາວມີຄວາມຢ້ານກົວຫຼາຍທ່ີສຸດຂົນຫົວລຸກວາບ… ໂຕສັ່ນຢັອກໆ.. , ຫົວໃຈ
ເຕັ້ນຕຶບໆ… ບ່ໍຮູ້ຈັກຈະເຮັດຫຍັງອີກ? ແນ່ນອນໄປກໍ່ບໍ່ໄດ້ຢືນຢູ່ກໍ່ບໍ່ເປັນ, ຈື່ງຕັດສິນໃຈ
ນັ່ງໝູບລົງກ້ອງໂຕະເກົ່າໃນຫ້ອງ, ໃກ້ກັບຕຽງເບີ 2 ທ່ີສາວຂ້າໂຕຕາຍເຄີຍໃຊ້ນອນຕອນ
ຍັງມີຊີວິດຢູ່. ສຽງດັງຄ້າຍກັບຄົນກາໍລັງຍ່າງເຂົ້າມາໃກ້ເລື້ອຍໆລາວຍິ່ງໝົ້ນເຂົ້າກ້ອງໂຕະ
ຕື່ມອີກ…. ຫວັງວ່າສຽງດັງຢູ່ລະບຽງນັ້ນຈະກາຍປະຕູຫ້ອງໄປແລ້ວຈິ່ງຈະລຸກແລ່ນ
ໜີທັນທີ…

            ພໍດີຖືກກັບເວລາສຽງເກີບສົ້ນຢ່ອງຍ່າງມາຮອດເຄິ່ງປະຕູພໍດີ, ຟ້າບ່ໍເປັນໃຈ, ສຽງນັ້ນ
ກໍ່ຢຸດຢູ່ທ່ີນັ້ນ. ພ້ອມກັນນັ້ນກໍ່ໄດ້ຍິນສຽງຄົນເວົ້າອອກມາຄ່ອຍໆແຕ່ເປັນສຽງເຢັນໆ ກ້ອງ
ຍາວໆ “ ບ່ໍ…ຕ້ອງ…ລີ້…ລົງ…ກ້ອງ…ໂຕະ..ອີກ…ແລວ້ …
ຂ້ອຍ….ໄດ້… ..ເຫັນ….ເຈົ້າ….ແລ້ວ….”
ພະນັກງານຮັກສາຄວາມສະອາດ ຄິດຢູ່ໃນໃຈວ່າ : ” ເປັນຫຍັງເຮົາລີ້ຢູ່ກ້ອງໂຕະດີແລ້ວ

ມັນຍັງເຫັນເຮົາຢູ່ ?…………ເຈົ້າລີ້ຊ່ອນກໍ່ບໍ່
ມີຄວາມໝາຍຫຍັງ….. ..^_^ …ຮ່າ…ຮ່າໆ…5 5 5 5