ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 10, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

 

ເສດ​ຖີ​ຄົນ​ໜຶ່ງ ມີ​ລູກ​ຊາຍ​ຫົວ​ແກ້ວ​ຫົວ​ແຫວນ​ພຽງ​ຄົນ​ດຽວ
ຂັ້ນ​ເຖິງ​ໄວ​ສົມຄວນ​ແຕ່ງ​ງານ ລາວ​ເປັນ​ຫ່ວງ​ຢ້ານ​ວ່າ​ຈະ​ໄດ້​ເມຍ​ບໍ່​ດີ​ມາ​ສົມຖານ​ະສົມບັດ​ຂອງ​ຕະກູນ
ຈຶ່ງ​ປະ​ກາດ​ຫາ​ຄູ່​ໃຫ້​ລູກ​ຊາຍ​ຜ່ານ​ທາງ​ຄໍ​ລຳນ໌ ມາ​ໄລ​ໄທ​ລັດ
ປາກົດ​ວ່າ​ມີ​ຍິງ​ສາວ​ຈາກ​ທົ່ວ​ທຸກ​ສານ​ທິດ​ສົນ​ໃຈ​ມາ​ສະໝັກ ຫລວງ-ຫລາຍ
ແຕ່​ລະ​ຄົນ​ແຈ່ມ ແຈ່ມ ທັງ​ນັ້ນ ເຮັດ​ເອົາ​ລູກ​ຊາຍ​ຕັດ​ສິນ​ໃຈ​ບໍ່​ຖືກວ່າ​ຈະ​ເລືອກ​ໃຜ
ທ່ານ​ເສດ​ຖີ​ນຳ​ເອົາ​ສະ​ສ້ອຍ​ແຫວນ ເພັດ​ນິນ​ຈິນ​ດາ​ລາ​ຄາ​ແພງ ແລະ ຫົວ​ມັນ ໜຶ່ງ​ຫົວ
ມາ​ກ້ອງ​ໄວ້​ຕໍ່​ໜ້າ​ບັນດາ​ສາວ ສາວ ທັງ​ຫລາຍ ແລ້ວ​ສັ່ງ​ໃຫ້​ເລືອກ​ຫຍິບ​ຄົນ​ລະ​ໜຶ່ງ​ຊິ້ນສ່ວນ
ປາກົດ​ວ່າ​ທຸກ​ຄົນ​ລ້ວນ​ຄວ້າ​ເອົາ​ແຕ່​ເຂົ້າ​ຂອງ​ມີ​ຄ່າ ມີ​ພຽງ​ສາວ​ນ້ອຍ​ຄົນ​ໜຶ່ງ​ທີ່​ຫຍິບ​ເອົາ​ຫົວ​ມັນ
ເສດ​ຖີ​ເຫັນ​ດັ່ງ​ນັ້ນ​ກໍ​ເວົ້າ​ກັບ​ລູກ​ຊາຍ​ວ່າ”ລູກ​ເອີ໋ຍ ຈົ່ງ​ເລືອກ​ຍິງ​ຄົນ​ນັ້ນ​ມາ​ເປັນ​ເມຍ​ຂອງ​ເຈົ້າ”
ລູກ​ຊາຍ​ຮູ້ສຶກ​ແປກ​ໃຈ ຖາມ​ພໍ່​ເພາະ​ເຫດ​ໃດ, ເສດ​ຖີ​ຈຶ່ງ​ສອນ​ລູກ​ຊາຍ ວ່າ
” ຜູ້ຍິງ​ທີ່​ເລືອກ​ເອົາ​ແກ້ວ​ແຫວນ ສະແດງ​ວ່າ​ຫລົງ​ໄຫລ​ໃນ​ຊັບ​ສິນ ບໍ່​ຮູ້​ຈັກ​ທໍາ​ມາ​ຫາ​ກິນ”
” ສ່ວນ​ຜູ້ຍິງ​ທີ່​ເລືອກ​ເອົາ​ຫົວ​ມັນ​ນັ້ນ ຄື​ຄົນທີ່​ຂະຫຍັນ ເຮັດວຽກ​ບໍ່​ຖຽງ”
ລູກ​ຊາຍ​ໄດ້​ຟັງ ກໍ​ບໍ່​ຖຽງ ພໍ່​ກໍ​ວ່າ​ຕາມ​ນັ້ນ
ສະ​ນັ້ນ​ຂ້ອຍ​ຟັງ​ນິ​ທານ​ເລື່ອງ​ນີ້​ແລ້ວ ຮູ້ສຶກ​ຊາບ​ຊື້​ງ​ໃນ​ຄຳ​ສອນ​ຂອງ​ທ່ານ​ເສດ​ຖີ
ທຸກ​ມື້​ນີ້​ຂ້ອຍຈຶ່ງ​ຈຳ​ໃສ່​ໃຈ​ໄວ້​ຕະຫລອດ​ວ່າ ຖ້າ​ຈະ​ມີ​ເມຍ ຕ້ອງ​ເລືອກ​ຜູ້ຍິງ​ທີ່
>>> ເອົາ​ມັນ ໄວ້​ກ່ອນ... !!!!!!

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 15, 2010 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຂ້າພະເຈົ້າ ເຄີຍມີຄວາມຮັກກັບຜູ້ຍິງຄົນນຶ່ງເຊືງຂ້າພະເຈົ້າເອງກໍບໍແມ່ນຄົນທີ່ດີເລີດປານໃດແຕ່ກໍພໍມີໃຈຮັກຍິງຄົນນັ້ນໄດ້ພຽງຄົນດຽວ
ຖືງວ່າເວລາຈະຜ່ານໄປເກືອບປີກັບສີ່ເດືອນແລ້ວ ...ມີຜູ້ຍິງຫລາຍຄົນຫລາຍຄົນທີ່ເຂົ້າມາທຸກຄົນລ້ວນແລ້ວແຕ່ເປັນຄົນດີທັງນັ້ນແຕ່ພໍສິ
ເອົາແທ້ໆໆ ພັດຍັງບໍ່ລືມຄົນເກົ່າຖືງວ່າສິບໍ່ດີເລີດແຕ່ຮູ້ວ່າເປັນແນວນີ້ ຂ້ອຍສິບໍ່ເປັນຄົນເດີນຈາກລາວເອງ ແຕ່ພໍຮູ້ຕົວຈະກັບໄປມັນ
ກໍຊ້າເກີນໄປແລ້ວ ......

ຂຽນເມື່ອ ຂຽນເມື່ອ: ມ.ນ.. 15, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຜູ້ທີ່ຈະເປັນເນື້ອຄູ່ກັນນັ້ນບໍ່ຈຳເປັນຈະແມ່ນຄົນທີ່ຮັກກັນສະເຫມີໄປ.
ເມື່ອເວລາເຮົາພົບເຫັນໃຜຄົນຫນຶ່ງແລ້ວຮູ້ສຶກຕື່ນເຕັ້ນ, ສັ່ນໆອາຍໆເວົ້າຫຍັງກະບໍ່ອອກ
ນັ້ນສະແດງວ່າບໍ່ແມ່ນເນື້ອຄູ່ຂອງເຮົາ, ຖ້າພົບເຫັນແລ້ວເຮົາຮູ້ສຶກດີໃຈ ສະບາຍໆມີຫລາຍ
ເລື່ອງຢາກເວົ້າຢາກລົມນຳຜູ້ນັ້ນລະ ອິອິອິອິອິ ຖ້າໃຜບໍ່ທັນມີກະລອງສັງເກດເບິ່ງເດີ.....
( ຜູ້ຂຽນເອງກະຍັງບໍ່ມີດອກຫວາ ) ສັງເກດຢູ່ແຕ່ບໍ່ເຫັນວ່າມີແບບນີ້ເລີຍ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 23, 2010 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມ​ຮັກ​ນັ້ນ​ມີ​ຫລາຍ​ແບບ​ຖ້າ​ຮັກ​ໃນ​ທາງ​ທີ່​ຜິດ​ກໍ່​ອາດ​ສົ່ງຜົນ
ຕໍ່​ຄົນທີ່​ເຈົ້າ​ຮັກ​ໄດ້ ມື້​ນີ້​ມີ​ຮູບ​ແບບ​ຂອງ​ຄວາມ​ທີ່​ບໍ່​ຄ​ວນ
ເອົາ​ເປັນ​ແບບ​ຢ່າງ​ມາ​ບອກ​ກັນ...



 



-ຮັກ​ບໍ່​ລືມ​ຫູ​ລືມ​ຕາ
ຮັກ​ແບບ​ຫລັບ​ຫູ​ຫລັບ​ຕາ ຫລື ຮັກ​ແບບ​ເອົາ​ຫູ​ໄປ​ນາ​ເອົາ​ຕາ​ໄປ​ໄຮ
ຄວາມ​ຮັກປະ​ເພດ​ແບບ​ນີ້ເປັນ​ການ​ຮັກ​ຫລາຍ​ຈົນ​ເກີນ​ພໍ​ດີ ຈົນ​ຕ້ອງ​ປອບ​ໃຈ​ຕົວ​ເອງ​ວ່າເຂົາ​ຮັກ​ເຈົ້າ​ ແຕ່​ທີ່​ພວກເຂົາ​ໄປ​ກຸ໊​ກະ​ກິ໊​ກ​ກັບ​ຄົນ​ອື່ນ ກໍ​ເພາະ​ພວກເຂົາ​ຢາກ​ຫາ​ສິ່ງ​ແປກ​ໃໝ່​ເຂົ້າ​ມາ​ໃນ​ຊີວິດ!


- ຮັກ​ເອົາ​ແຕ່​ໃຈ
ຮັກ​ປະ​ເພດ​ນີ້​ເປັນ​ຮັກ​ທີ່​ໜ້າ​ລຳ​ຄານ​ເປັນ​ທີ່ສຸດ
ເຈົ້າ​ອາດ​ເປັນ​ຕົວ​ໜ້າ​ລຳ​ຄານ​ຫລື​ບໍ່​ກໍ​ເຂົາ ແຕ່​ສ່ວນ​ໃຫຍ່​ເຊື່ອ​ວ່າ​ເປັນຜູ້ຍິງ ບໍ່​ວ່າ​ຈະ​ໄປ​ໃສມາ​ໃສ​ເຈົ້າ​ຕ້ອງ​ໃຫ້​ພວກ
ເຂົາ​ໂທ​ລາຍ​ງານ​ຕະຫລອດຖ້າ​ພວກເຂົາ​ບໍ່​ໂທມາ​ກໍ​ເຮັດ​ໜ້າ​ບຶ້ງ​ໃສ່​ພວກເຂົາແລະ​ຈົບ​ລົງ​ດ້ວຍ​ການ​ງອນ

- ດ໋ຽວ​ຮັກ​ດ໋ຽວ​ເລີກ
ຮັກ​ປະ​ເພດ​ນີ້ ອາດຈະ​ເຮັດໃຫ້​ຄູ່​ຮັກ​ເລີ່ມ​ເບື່ອ​ ໆ ກັນ​ໄດ້ ເພາະ​ບໍ່​ຮູ້​ວ່າ​ຈະ​ເອົາ​ຈັງ​ໄດ​ກັນ​ແທ້ ວ່າ​ດ໋ຽວ​ຈະ​ຮັກ ດ໋ຽວ​ຈະ​ເລີກ ເທື່ອ​ທຳອິດ ອາດຈະ​ຍອມ​ກັນ ແຕ່​ຖ້າ​ຕະຫລອດ ກໍ​ລະ​ວັງ​ເຂົາ​ຈະ​ລຳ​ຄານ​ໄດ້​ຈົນ​ເຮັດໃຫ້​ຕ້ອງ​ເລີກ​ຮັກ​ກັນ​ແທ້ໆ

- ຮັກ​ຕົວ​ເອງ​ບໍ່​ເປັນ
ຄົນທີ່​ບໍ່​ຮັກ​ຕົວ​ເອງ​ມີ​ຫລວງຫລາຍ​ຈົນ​ນັບ​ບໍ່​ຖ້ວນ ຊຶ່ງ​ສາ​ເຫດ ກໍ​ມາ​ຈາກ​ການ​ຮັກ​ຄົນ​ອື່ນ​ເສຍ​ຈົນ​ລືມ​ສ່ອງ​ກະ​ຈົກ​ເບິ່ງ​ຕົວ​ເອງ ລືມ​ຖາມ​ຄວາມ​ຕ້ອງ​ການ​ທີ່​ແທ້​ຈິງ​ຂອງ​ຕົວ​ເອງ ແລະ​ເຜີໆ ກໍ​ອາດ​ສູນ​ເສຍ​ຄວາມ​ເປັນ​ຕົວ​ເອງ ເພາະ​ປ່ອຍ​ໃຫ້​ຄິດ ວິທີ​​ແບບ​ຜິດໆ


ອ່ານ​ແລ້ວ ຄູ່​ຮັກ​ກໍ່​ຢ່າ​ລືມ​ຮັກ​ກັນ​ໃຫ້​ຖືກ​ແບບ ຈະ​ໄດ້​ຮັກ​ກັນ​ໄປ​ດົນ​ໆ.
 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 16, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

ຂ້ອຍເຮັດວຽກຢູ່ ໂຮງງານ cargill food ມັນຄືໂຮງງານຂ້າງົວທີ່ໃຫຍ່ ແລະ ສະອາດທີ່ສຸດອັນດັບໜື່ງຂອງໂລກ, ທຸກມື້ ຈະໄດ້ຂ້າງົວ 1500 ເຖີງ 2000 ໂຕຕໍ່ມື້ ຂ້ອຍນະເບື່ອຂະໜາດມີຄົນງານ10000ພັນຄົນເກືອບທົ່ວໂລກມາຢູ່ຫັນໝົດມີທັງຄົນ ຝັ່ຣງແຂກຈີນຫວຽດໄທລາວອາຟິກາອີນເດຍອີນໂດເນເຊຍຟີລິປີນ...........ທັງດຳທັງຂາວທັງແຫຼ້ທັງເຫຼືອງສູງເຕັ້ຍຕຳມີໝົດເວລາກີນເຂົ້າກໍເປັນໝູ່ຄືກັບມົດເປັນຝູງເວລາເຮັດວຽກກໍຄືກັບໝໍ່ນາຣົກຮ້ອງໃສ່ກັນແຊ່ວໆແລະກໍ່ນັນເຄື່ອງຈັດແດ່ປານນັ້ນແຕ່ຂ້າພະເຈົ້າທົນເຮັດວຽກຢູ່ຫັນເກືບໄດ້5ປີແລ້ວກໍຍັງເຮັດຢູ່ຫັນເພາະລາຍໄດ້ມັນສູງດີກວ່າບໍອື່ນວຽກກໍໜັກເກັບມາເຮືອນກໍລອດຕາຍແຕ່ລະມື້

www.youtube.com/watch

www.youtube.com/watch

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 11, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

ສະບາຍດີເອື້ອຍອ້າຍພັນລາວໝົດທຸກຄົນທີ່ຮັກແພງຂ້ານ້ອຍຊື່ ແຊ່ມ ຄົນຄຳຮູ້ ສະມາຊິກໃໝ່ຂໍມີສ່ວນຮ່ວມຂຽນໄດອາຣີ່ນຳແນ່ເດີ

ອັນໃດຜິດພາດກໍຂໍໃຫ້ເອື້ອຍອ້າຍຕິຕຽນຂ້ານ້ອຍແດ່ ແລະ ຂໍຝາກເນື້ອຝາກຕົວແດ່ເດີ ຊ່ວມທັກທາຍຖາມຂ່າວຂ້ານ້ອຍ

ຮຽນມາດ້ວຍຄວາມເຄົາລົບ

ນີ້ຮູບຕົວຈີງຂ້ານ້ອຍເດີ