ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 10, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

 

ເສດ​ຖີ​ຄົນ​ໜຶ່ງ ມີ​ລູກ​ຊາຍ​ຫົວ​ແກ້ວ​ຫົວ​ແຫວນ​ພຽງ​ຄົນ​ດຽວ
ຂັ້ນ​ເຖິງ​ໄວ​ສົມຄວນ​ແຕ່ງ​ງານ ລາວ​ເປັນ​ຫ່ວງ​ຢ້ານ​ວ່າ​ຈະ​ໄດ້​ເມຍ​ບໍ່​ດີ​ມາ​ສົມຖານ​ະສົມບັດ​ຂອງ​ຕະກູນ
ຈຶ່ງ​ປະ​ກາດ​ຫາ​ຄູ່​ໃຫ້​ລູກ​ຊາຍ​ຜ່ານ​ທາງ​ຄໍ​ລຳນ໌ ມາ​ໄລ​ໄທ​ລັດ
ປາກົດ​ວ່າ​ມີ​ຍິງ​ສາວ​ຈາກ​ທົ່ວ​ທຸກ​ສານ​ທິດ​ສົນ​ໃຈ​ມາ​ສະໝັກ ຫລວງ-ຫລາຍ
ແຕ່​ລະ​ຄົນ​ແຈ່ມ ແຈ່ມ ທັງ​ນັ້ນ ເຮັດ​ເອົາ​ລູກ​ຊາຍ​ຕັດ​ສິນ​ໃຈ​ບໍ່​ຖືກວ່າ​ຈະ​ເລືອກ​ໃຜ
ທ່ານ​ເສດ​ຖີ​ນຳ​ເອົາ​ສະ​ສ້ອຍ​ແຫວນ ເພັດ​ນິນ​ຈິນ​ດາ​ລາ​ຄາ​ແພງ ແລະ ຫົວ​ມັນ ໜຶ່ງ​ຫົວ
ມາ​ກ້ອງ​ໄວ້​ຕໍ່​ໜ້າ​ບັນດາ​ສາວ ສາວ ທັງ​ຫລາຍ ແລ້ວ​ສັ່ງ​ໃຫ້​ເລືອກ​ຫຍິບ​ຄົນ​ລະ​ໜຶ່ງ​ຊິ້ນສ່ວນ
ປາກົດ​ວ່າ​ທຸກ​ຄົນ​ລ້ວນ​ຄວ້າ​ເອົາ​ແຕ່​ເຂົ້າ​ຂອງ​ມີ​ຄ່າ ມີ​ພຽງ​ສາວ​ນ້ອຍ​ຄົນ​ໜຶ່ງ​ທີ່​ຫຍິບ​ເອົາ​ຫົວ​ມັນ
ເສດ​ຖີ​ເຫັນ​ດັ່ງ​ນັ້ນ​ກໍ​ເວົ້າ​ກັບ​ລູກ​ຊາຍ​ວ່າ”ລູກ​ເອີ໋ຍ ຈົ່ງ​ເລືອກ​ຍິງ​ຄົນ​ນັ້ນ​ມາ​ເປັນ​ເມຍ​ຂອງ​ເຈົ້າ”
ລູກ​ຊາຍ​ຮູ້ສຶກ​ແປກ​ໃຈ ຖາມ​ພໍ່​ເພາະ​ເຫດ​ໃດ, ເສດ​ຖີ​ຈຶ່ງ​ສອນ​ລູກ​ຊາຍ ວ່າ
” ຜູ້ຍິງ​ທີ່​ເລືອກ​ເອົາ​ແກ້ວ​ແຫວນ ສະແດງ​ວ່າ​ຫລົງ​ໄຫລ​ໃນ​ຊັບ​ສິນ ບໍ່​ຮູ້​ຈັກ​ທໍາ​ມາ​ຫາ​ກິນ”
” ສ່ວນ​ຜູ້ຍິງ​ທີ່​ເລືອກ​ເອົາ​ຫົວ​ມັນ​ນັ້ນ ຄື​ຄົນທີ່​ຂະຫຍັນ ເຮັດວຽກ​ບໍ່​ຖຽງ”
ລູກ​ຊາຍ​ໄດ້​ຟັງ ກໍ​ບໍ່​ຖຽງ ພໍ່​ກໍ​ວ່າ​ຕາມ​ນັ້ນ
ສະ​ນັ້ນ​ຂ້ອຍ​ຟັງ​ນິ​ທານ​ເລື່ອງ​ນີ້​ແລ້ວ ຮູ້ສຶກ​ຊາບ​ຊື້​ງ​ໃນ​ຄຳ​ສອນ​ຂອງ​ທ່ານ​ເສດ​ຖີ
ທຸກ​ມື້​ນີ້​ຂ້ອຍຈຶ່ງ​ຈຳ​ໃສ່​ໃຈ​ໄວ້​ຕະຫລອດ​ວ່າ ຖ້າ​ຈະ​ມີ​ເມຍ ຕ້ອງ​ເລືອກ​ຜູ້ຍິງ​ທີ່
>>> ເອົາ​ມັນ ໄວ້​ກ່ອນ... !!!!!!

 

Delicious Digg Fark Twitter