ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 1, 2010 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ວັນຂີ້ຕົວະ ຫຼື april fool day  (ຂຽນຖືກບໍ່ວະ) ມີຕົ້ນກຳເນີດມາຈາກປະເທດຝຣັ່ງ ກ່ຽວກັບເລື່ອງການປ່ຽນວັນຊາດ. ວັນນີ້ຂອງທຸກໆປີກໍ່ມັກຈະມີເລື່ອງຕົວະຕ່າງໆນາໆຈາກທົ່ວໂລກ. ແຕ່ປີນີ້ຕ່າງອອກໄປ ເພາະ ມັນແມ່ນຈຸດຈົບຂອງວັນຂີຕົວະນີ້ ເນື່ອງຈາກວ່າມັນໄດ້ສ້າງຄວາມເສຍຫາຍໃຫ້ແກ່ ຜູ້ທີ່ເຊື່ອວ່າມັນແມ່ນຄວາມຈິງແລະເກີດຄວາມສັບສົນວູ້ນວາຍວ່າ ເລື່ອງໃດແທ້ ເລື່ອງໃດຕົວະ. ເຊັ່ນກໍ່ລະນີຂອງນາງ HillBerda Amany ທີ່ລັດ Iova ທີ່ໄດ້ໂທແຈ້ງຕຳຫຼວດເລື່ອງທີ່ມີຂີ້ລັກເຂົ້າບ້ານໃນວັນດັ່ງກ່າວ ແຕ່ຖືກເມີນເສີຍຈາກຕຳຫຼວດເພາະຄິດວ່າເປັນເລື່ອງຂີ້ຕົວະ. ອີກກໍ່ລະນີໜຶ່ງທີ່ປະເທດໄທ ນາງ ສາ (ນາມສົມມູດ) ໄດ້ຮັບຂ່າວຮ້າຍວ່າມານດາຕົນໄດເສຍຊີວິດແລ້ວ ຈາກ ທ້າວແດງ (ນາມສົມມຸດ) ຜູ້ເປັນນ້ອງຊາຍ ເຮັດໃຫ້ນາງ ສາ ເຖິງກັບຊ໊ອກ ລົ້ມລົງສິສະກະທົບຢ່າງຮຸນແຮງ ຈົນຕ້ອງຖືກນຳສົ່ງໂຮງພະຍາບານ ແລະ ເສຍຊີວິດໃນເວລາຕໍ່ມາ. ດ້ວຍເຫດຜົນຄືດັ່ງກ່າວ ຫຼາຍປະເທດທົ່ວໂລກມີຄວາມເຫັນພ້ອມໃຫ້ປະກາດ ຍຸບເລິກວັນຂີ້ຕົວະ ຫຼື april fool day ລົງໃນປີ 2010ນີ້. ສຳລັບຜູ້ໃດທີ່ຍັງສຶບຕໍ່ເລື່ອງຕົວະໃນວັນດັ່ງກ່າວ ແມ່ນມີສິດຖືກພ້ອງດຳເນີນຄະດີ ແລະຮຽກຮ້ອງຄ່າເສຍຫາຍໂດຍຜູ້ທີ່ຖືກຕົວະໄດ້. ດັ່ງນັ້ນຈຶ່ງໄດ້ແຈ້ງມາໃຫ້ທຸກຄົນໄດ້ຮັບຮູ້ທົ່ວເຖິງກັນ.

London times News. 01.04.2010

4ne
ອ່ານຄືນຫຼັງ
ໝວດໝູ່