ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 28, 2009 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຂພຈ ບໍ່ເຄີຍຂຽນໄດອະຣີຈັກເທື່ອ ບໍ່ຈັກສິເອົາຫຍັງມາຂຽນ ເລີຍເອົາເລື່ອງອັກສອນລາວໜິສະ ມາຂຽນ ເຊິ່ງມັນແມ່ນມຸມມອງໜຶ່ງຂອງ ຂພຈ ເອງ.

ເລື່ອງກໍ່ມີຢູ່ວ່າ ອັກສອນລາວຖືກແບ່ງອອກເປັນ3ໝວດ(ສູງ-ກາງ-ຕ່ຳ)ແມ່ນບໍ່? ແຕ່ໃນຄວາມຄິດຂອງ ຂພຈ ມັນມີພຽງສອງໝວດຄື ສູງ ແລະ ຕ່ຳ ເທົ່ານັ້ນ ''ແລ້ວກາງເດຫາຍໄປໃສ?'' ບໍ່ຕ້ອງຕົກໃຈໄປດອກ ຈັກໜ້ອຍຫາກສິຮູ້ເອງ.

ໝວດຂອງອັກສອນຕາມປົກກະຕິມີດັ່ງນີ້:

ອັກສອນສູງ(ຫຼືຕ່ຳວະ ບໍ່ຈື່ ທັນປິ້ນກັນກະບອກແນ່ເດີ້): ຂ ສ ຖ ຜ ຝ ຫ ຫງ ຫຍ ໜ ໝ ຫຼ ຫວ (ເຂົ້າສາມຖົງໃຜ(ຜີ)ຝາກໃຫ້ + ເຫງັນໃຫຍ່ໜ້າໝີຫຼາຍເຫວີຍ!)

ອັກສອນກາງ: ກ ຈ ດ ປ ບ ປ ຢ ອ (ມີ2ver. 1:ໄກ່ໃຈດີຕີບໍ່ເປັນຢ່າເອົາ 2:ໄກ່ໃຈດຳຕາຍບໍ່ເປັນຢາໄອ?)

ອັກສອນຕ່ຳ: ຄ ງ ຊ ຍ ທ ນ ພ ຟ ມ ລ ວ ຮ (ມີ2ver. ຄືກັນ 1:ຄົນງາມຊ່າງ(ຊາຍ)ຍິງທະນູພູໄຟມ້າແລ່ນໄວແຮງ(ມາໄລໄວ້ເຮືອນ) 2:ຄົນໂງ່ຊ້າຍ່າງທຳນາພ້າຟັນມືລາວວ່າຮຶ໊!)

ຖືກບໍ່ໜິ? (ສ່ວນໂຕ ''ຣ'' ເປັນໂຕພິເສດ)

ແຕ່ສຳລັບຂ້າພະເຈົ້າ ໝວດອັກສອນຈະເປັນດັ່ງນີ້:

ອັກສອນສູງ: ກ ຂ ຫງ ຈ ສ ຫຍ ດ ຕ ຖ ໜ ບ ປ ຜ ຝ ໝ ຢ ຫຼ ຫວ ຫ ອ

ອັກສອນຕ່ຳ: x  ຄ  ງ   x  ຊ   ຍ  x  x ທ ນ  x  x  ພ ຟ  ມ  x ລ   ວ  ຮ  x    (ໂຕ ''x'' ແມ່ນໃນພາສາລາວບໍ່ມີ. ຖ້າຢາກຮູ້ວ່າອອກສຽງແນວໃດ ໃຫ້ລອງອ່ານຄູ່ຂອງມັນແບບສຽງອັກສອນຕ່ຳເຊັ່ນ: ອ່ານ ''ກ'' ດ້ວຍໂທນສຽງ''ຄ'' ລອງເບິ່ງ)

ອາດຈະເບິ່ງງົງໜ້ອຍໜຶ່ງ. ໝາຍວ່າອັກສອນແຕ່ລະໂຕຈະສາມາດອ່ານໄດ້ສອງໂທນສຽງເປັນຄູ່ໆກັນໄປ ເຊັ່ນ ''ຂ'' ກັບ ''ຄ'' , ''ສ'' ກັບ ''ຊ'' ທີ່ຈິງເປັນໂຕດຽວກັນແຕ່ອ່ານຄົນລະສຽງ ຄືສຽງສູງ ແລະ ສຽງຕ່ຳນັ້ນເອງ. ຖ້າແຍກໝວດຕາມແບບທີ່ຂ້າພະເຈົ້າກ່າວມາ ພາສາລາວຈະມີອັກສອນເຖິງ 40ໂຕ(20ຄູ່) ແຕ່ອາດຍ້ອນວ່າສຽງເລົ່ານັ້ນບໍ່ຈຳເປັນ ຫຼື ບໍ່ມີໃນພາສາລາວດັ່ງນັ້ນຈຶ່ງຖືກຕັດອອກໄປ ,ສຳລັບໂຕທີ່ບໍ່ມີຄູ່ແມ່ນບັນດາອັກສອນກາງນັ້ນເອງ. ນອກຈາກກ່າວມາແລ້ວ ອັກສອນກາງມັນມີຄວາມພິເສດຫຍັງອີກລະ? ອັນນີ້ກະຕອງໄດ້ມາເບິ່ງເລື່ອງສຽງເອກສຽງໂທນຳກັນຕື່ມ...

ຖ້າລວມສຽງເອກສຽງໂທເຂົ້າໄປ ພາສາລາວຈະມີໂທນສຽງທັງໝົດ 6ໂທນສຽງຄື: ອັກສອນສູງ: ສຽງກາງ, ສຽງເອກ, ສຽງໂທ ແລະ ອັກສອນຕ່ຳ: ສຽງກາງ ສຽງເອກ ແລະ ສຽງໂທ, ແຕ່ຍ້ອນວ່າສຽງເອກ ຂອງທັງອັກສອນສູງ ແລະ ຕ່ຳ ອອກສຽງໃກ້ຄຽງກັນຫຼາຍ ຈົນຈຳແນກບໍ່ອອກ ຈຶ່ງທຽບເທົ່າໃຫ້ສຽງທັງສອງເປັນສຽງດຽວກັນ ເຮັດໃຫ້ໂທນສຽງໃນພາສາລາວທັງໝົດເຫຼືອພຽງແຕ່5ໂທນສຽງຄື: ສູງສຽງກາງ, ຕ່ຳກສຽກາງ, ສຽງເອກ, ສູງສຽງໂທ ແລະ ຕ່ຳສຽງໂທ ເທົ່ານັ້ນ ເຊັ່ນ: ຂາ,ຂ້າ,ຂ່າ ກັບ ຄ່າ, ຄາ ແລະ ຄ້າ (ຂ່າ ກັບ ຄ່າ ອອກສຽງຄ້າຍຄືກັນທີ່ສຸດ)

ບາດນີ້ມາເວົ້າເລື່ອງອັກສອນກາງກັນຕໍ່; ອັກສອນກາງແມ່ນຢູ່ວ່າມີສຽງກາງດຽວກັນກັບອັກສອນສູງ ແຕ່ ພັດມີສຽງໂທແບບອັກສອນຕ່ຳ ກໍ່ເລີຍເອີ້ນວ່າ ''ອັກສອນກາງ'' ຫຼື ເວົ້າງ່າຍໆວ່າ: ອັກສອນກາງ ແມ່ນ ບັນດາອັກສູງ ທີ່ອອກສຽງໂທ ຕາມແບບອັກສອນຕ່ຳ ນັ້ນເອງ.

ຕົວຢ່າງເພື່ອຄວາມເຂົ້າໃຈ:

ອັກສອນສູງ:   ຂາ, ຂ່າ,ຂ້າ;

ອັກສອນກາງ: ກາ, ກ່າ, ກ້າ 

ອັກສອນຕ່ຳ:  ຄາ, ຄ່າ, ຄ້າ

ກາ ກັບ ຂາ ມີໂທນສຽງດຽວກັນ

ຂ່າ, ກ່າ ກັບ ຄ່າ ມີໂທນສຽງດຽວກັນ

ກ້າ ກັບ ຄ້າ ມີໂທນສຽງດຽວກັນ

ເຂົ້າໃຈບໍ່ນໍ້? ຖ້າບໍ່ກະງົງຕໍ່ໄປ

ບາດນີ້ມາເວົ້າເລື່ອງໄມ້ຕີ ໊ ກັບ ໄມ້ຈັດຕະວາ ໋, ສອງໄມ້ນີ້ແມ່ນບໍ່ຄ່ອຍນິຍົມຖືກໃຊ້ ແລະ ມີຫຼາຍຄົນທີ່ບໍ່ຮູ້ວ່າໃຊ້ເພື່ອຫຍັງ ແລະ ອ່ານອອກສຽງຈັ່ງໃດ(ອັນນີ້ຕ້ອງໂທດຄູປະຖົມເດີ້)

ໄມ້ຕີ ແລະ ໄມ້ຈັດຕະວາ ມີບົດບາດສຳຄັນຫຼາຍໃນເວລາທີ່ເຮົາຂຽນພາສາເວົ້າ; ໄມ້ຕີ ໃຊ້ເນັ້ນສຽງ ແລະ ຫຍໍ້ຄວາມຍາວຂອງສຽງໃຫ້ສັ້ນເຂົ້າໜ້ອນໜຶ່ງ, ສ່ວນໃຫຍ່ມັກໃຊ້ສຳລັບຂຽນພາສາເວົ້າທີ່ມີການເນັ້ນສຽງ ແລະ ຂຽງສຽງຕ່າງໆທີ່ເຮົາໄດ້ຍິນ ໃຫ້ເປັນໂຕໜັງສື ເຊັ່ນສຽງສັດຮ້ອງ ຫຼື ສຽງວັດຖຸກະທົບກັນ ຕົວຢ່າງ: ''ຢ່າງລືມໄດ໊'', ''ຢູ່ຫັ໊ນເດະ'', ''ແມ່ນສຳເບ໊າະ'', ''ຈິ໊ບ ໆ'', ''ໂຮ໊ງ ໆ'', ''ປັ໊ອກໆ! ແປັ໊ກໆ!'', ''ປ໊ຽງ!'', ອຶ໊ບ!'' ໆລໆ.

ສ່ວນໄມ້ຈັດຕະວາກະຄ້າຍໆຄືກັບໄມ້ຕີ ພຽງແຕ່ມັນເຮັດໃຫ້ສຽງຍາວກວ່າທຳມະດາເລັກນ້ອຍ ແລະ ຂຶ້ນສຽງເລັກນ້ອຍໃນບາດທ້າຍ ອອກສຽງແບບໂຕ ''~'' ເຊັ່ນ: ກະປ໋ອງ, ''ແມ່ນຫວ໋າ'', ''ຫັ໊ນເດ໋(ແບບຄ່ອຍເວົ້າຄ່ອຍວ່າ)'', ''ຢູ່ຫັ໊ນໜ໋າ'', ''ແມ່ນບໍ໋?'', ''ໂອ ຄົນໜໍ໋ຄົນ'' ໆລໆ

 

ຈັ່ງໃດ ທັງໝົດທີ່ ຂພຈ ກ່າວມາ ພໍມີສາລະຢູ່ເບາະ? ອັນທີ່ຈິງແລ້ວສຳລັບຄົນລາວສິບໍ່ມີປັນຫາປານໃດ ເພາະຮຽນອ່ານມາແຕ່ນ້ອຍຈົນເກີດເປັນຄວາມລື້ງເຄີຍ, ແຕ່ສຳລັບຄົນຕ່າງຊາດແລ້ວ ການອ່ານອອກສຽງພາສາລາວ ແລະ ຂຽນຄຳເວົ້າ ໃຫ້ຖືກຕ້ອງນັ້ນເປັນເລື່ອງທີ່ຢາກພໍສົມຄວນ. ດ້ວຍເຫດນັ້ນ ຂ້າພະເຈົ້າຈິ່ງຫວັງວ່າ ຢ່າງໜ້ອຍ ສິ່ງທີ່ຂຽນມາ ອາດຈະມີປະໂຫຍດແກ່ຜູ້ທີ່ສອນພາສາລາວໃຫ້ແກ່ຊາວຕ່າງຊາດ ແລະ ຜູ້ສົນໃຈທາງດ້ານພາສາສາດ ບໍ່ຫຼາຍກໍ່ໜ້ອຍ ຫຼືບໍ່ກະເອົາໄວ້ອ່ານງົງໆ ຫຼິ້ນແກ້ເຊັງ ໃນເວລາເຫງົາໆ

ສຳລັບໄດອະຣີ ທຳອິດຂອງ ຂພຈ ກໍ່ຂໍຈົບລົງແຕ່ພຽງເທົ່ານີ້. ຂໍຂອບໃຈທຸກຄົນທີ່ອົດທົນຝືນສັງຂານອ່ານມາແຕ່ຕົ້ນຈົນຈົບ. ຫວັງຢ່າງຍິ່ງວ່າ ຂພຈ ຈະມີໂອກາດໄດ້ສັນຫາເລື່ອງໄຮ້ສາລະອື່ນໆມາໃຫ້ທ່ານໄດ້ອ່ານອີກໃນໂອກາດໜ້າ.

Delicious Digg Fark Twitter
4ne
ອ່ານຄືນຫຼັງ
ໝວດໝູ່