ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

1+1 = ? (ເອົາແທ້ເດີ້ ຕອບດີໆ ຢາກຮູ້ວ່າມີຄົນບໍ່ຮູ້ແທ້ບໍ່)
ສ້າງເມື່ອ ຕ.ລ.. 30, 2009 25 ຄົນໂຫວດ, 46 ຄຳເຫັນ, ອ່ານ 527 ເທື່ອ
1+1=? ເປັນພຽງເລກປະຖົມງ່າຍໆ ແຕ່ເຊື່ອບໍ່ວ່າມີຄົນທີ່ຕອບບໍ່ຖືກ ທັງໆທີ່ມີສະຕິປັນຍາຄົບຖ້ວນສົມບູນໝົດທຸກປະການ ແລະ ໄດ້ຮັບການສຶກສາຊັ້ນສາມັນມາແລ້ວ. ສາເຫດດັ່ງກ່າວແມ່ນສາມາດຕອບໂຈດໄດ້ສ່ວນໜຶ່ງວ່າ ເປັນຫຍັງນັກຮຽນສ່ວນໃຫຍ່ຈຶ່ງເສັງບໍ່ໄດ້ ຫຼື ໄດ້ຄະແນນບໍ່ດີເທົ່າທີ່ຄວນ. ໃນບໍ່ດົນຜ່ານມານີ້, ອີງຕາມການສຶກສາຄົນຄວ້າວິໄຈໂດຍສະຖາບັນການສຶກສາທີ່ມີຊື່ສຽງແຫ່ງໜຶ່ງໄດ້ສ້າງແບບສຳຫຼວດຂຶ້ນມາບົນພື້ນຖານທີ່ວ່າ ຈະມີໃຜທີ່ຈະອ່ານຈົນຈົບບໍ່ ເຊິ່ງໄດ້ຕັ້ງໂຈດລັກສະນະຄືດັ່ງກ່າວຂຶ້ນມາ ແລ້ວເອົາໄປຖາມກຸ່ມຄົນແບບສຸ່ມ ໂດຍທີ່ບໍ່ໄດ້ກຳນົດເພດ, ອາຊີບ, ອາຍຸແຕ່ປະການໃດ ແລະ ບໍ່ຈຳກັດເວລາທີ່ຈະຕອບ. ຜົນທີ່ໄດ້ອອກມາແມ່ນ ຜູ້ທີ່ບໍ່ອ່ານຄຳຖາມໂດຍລະອຽດນັ້ນຈະຕອບຄຳຖາມນີ້ບໍ່ຖືກ ແລະ ສ່ວນໃຫຍ່ທີ່ອ່ານຄຳຖາມໃຫ້ເຂົ້າໃຈຢ່າງເລິກເຊິງຈະສາມາດຕອບຄຳຖາມນີ້ໄດ້ຢ່າງຖືກຕ້ອງ ແລະ ງ່າຍດາຍ. ໝາຍຄວາມວ່າແນວໃດ? ໝາຍຄວາມວ່າ ແບບສຳຫຼວດທີ່ໄດ້ກ່າວມາກໍ່ຄືແບບສຳຫຼວດນີ້ໜິເອງ, ຫຼື ເອີ້ນວ່າແບບທົດສອບຈະດີກວ່າ.ຈຸດປະສົງທີ່ແທ້ຈິງແມ່ນຢາກຮູ້ວ່າກ່ອນທີ່ຈະໂຫວດ ຫຼື ສະແດງຄຳຄິດເຫັນນັ້ນ ແຕ່ລະຄົນໄດ້ອ່ານເນື້ອໃນຂອງມັນດີແລ້ວ ຫຼື ຍັງ ເພາະຄົນສ່ວນໃຫຍ່ເຫັນມັນຍາວລະບໍ່ມັກອ່ານ ຖ້າອ່ານກະມັກອ່ານແຕ່ຫົວບົດ ກັບທ້າຍບົດແລ້ວກະໄປເດົາເນື້ອໃນເອົາເອງ. ຜູ້ທີ່ບໍ່ໄດ້ອ່ານກໍ່ຈະພາກັນໂຫວດ ແລະ ອອກຄຳຄິດເຫັນສົມປຸສົມປຸ້ຍໄປ ແຕ່ສຳລັບຜູ້ທີ່ອ່ານມາຮອດນີ້ແລ້ວ ຂໍໃຫ້ກະລຸນາຢ່າໂຫວດຕົວເລືອກໃດໆ ພ້ອມທັງຂຽນໃສ່ຄຳຄິດເຫັນວ່າ "ເຂົ້າໃຈແລ້ວ" ແລະ ກະຢ່າໄປຄອມເມັ້ນບອກຜູ້ອື່ນເດີ້ ດຽວມັນຈະບໍ່ມ່ວນ ແລະ ໃຫ້ຢຸດອ່ານແຕ່ພຽງເທົ່ານີ້. ສ່ວນຜົນທີ່ໄດ້ຈາກການສຳຫຼວດນີ້ ແມ່ນຈະໄດ້ເອົາໄປນຳໃຊ້ໃນການຄົ້ນຄົ້ວໃຫ້ເກີດປະໂຫຍດແກ່ການສຶກສາຕໍ່ໄປ ແລະ ເພື່ອຫາທາງແກ້ໄຂບັນຫາດັ່ງກ່າວ ບໍ່ໃຫ້ສົ່ງຜົນກະທົບທີ່ຮຸນແຮງໄປກວ່ານັ້ນ. ເອົາລະບາດນິ ໝູ່ເພື່ອນ ຮູ້ ຫຼື ຍັງວ່າຄຳຕອບທີ່ຖືກຕ້ອງແມ່ນຫຍັງ ຖ້າຮູ້ແລ້ວເຊີນໝູ່ເພື່ອນຕອບໄດ້ເລີຍ!