ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ສ້າງເມື່ອ ກ.ພ.. 16, 2012 15 ຄົນໂຫວດ, 0 ຄຳເຫັນ, ອ່ານ 687 ເທື່ອ
1. ຕ້ານການສໍ້ລາດບັງຫຼວງ ຂອງເຈົ້າໜ້າທີ່ພະນັກງານທຸກ ລະດັບ( ແມ່ນພວກລ່ຳລວຍຜິດປົກກະຕິ ເພາະວ່າ ການເປັນພະນັກງານ ແມ່ນທຸກໆຄົນ ກໍ່ມີເງິນເດື່ອນເກືອບສ່ຳໆກັນດອກເດີ່) 2. ຕ້ານທຸກປະກົດການຫຍໍ້ທໍ້ສິ່ງທີ່ບໍ່ດີຢູ່ໃນສັງຄົມ( ມີການກວດກາວິເຄາະດ້ານເສດຖະກິດຄັກແນ່ວ່າລາຍຮັບມາກຈາກໃສ ຕົວ ຢ່າງບາງ ຄົນມີ ຮອດລົດປຣາໂດ,ເຮືອນຫຼັງໃຫ່ຍທັງງາມ ແຕ່ ສົງໄສ(...) 3. ພັດທະນາພື້ນຖານໂຄ່ງລ່າງທຸກຂົງເຂດວຽກງານຢ່າງ ທົ່ວເຖິ່ງ. 4. ນຳໃຊ້ມະຕິ,ຄຳສັ່ງ, ລະບຽບ,ກົດໝາຍແລະ ຮີດຄອງປະເພນີໃຫ້ເຂັ້ມງວດ. ຮູບແບບການພັດທະນາສຸດແລ້ວແຕ່ນັກນັກພັດທະນາ, ເມື່ອເຮັດໄດ້ຄືແນວນີ້ແນ່ນອນຕ້ອງດີ ຫຼື ພວກເພື່ອນໆພັນລາວທັງຫຼາຍຄຶດຄືເຮົາບໍ່ ຖ້າມີອັນແຫຼກປ່ຽນກໍ່ຂໍເຊີນ: ຕື່ມບັນຫາໃດ?

 
ສ້າງເມື່ອ ກ.ພ.. 8, 2012 18 ຄົນໂຫວດ, 0 ຄຳເຫັນ, ອ່ານ 900 ເທື່ອ
ສະບາຍດີເພື່ອນໆທຸກໆຄົນທີ່ມີໜ້າທີປະຕິບັດການພັດທະນາໃນປັດຈຸບັນ , ຂ້າພະເຈົ້າຂໍຮຽນ, ຂໍແລກປ່ຽນຄວາມຄິດເຫັນຈາກເພື່ອນທັງຫຼາຍ ໂກຍຂ້າພະເຈົ້າ ຈະຖາມເພື່ອນວ່າ: ສິ່ງທີ່ຄວນແກ້ໄຂປະກົດການຕ່າງໆໃນປັດຈຸບັນມີຫຍັງແດ່ ລວມທັງ ໃຫ້ລັດແກ້ໄຂຊ່ວຍ ຫຼື ເອກະຊົນແກ້ໄຂຊ່ວຍ ແມ່ນ ບັນຫາໃດ? ເລື່ອງໃດ? ຕົວຢ່າງ : ການພັດທະນາເຂດຊົນນະບົດຄວນເຮັດແນວໃດ? ໃຫ້ຕອບຕາມໃຈທີ່ຕົນເອງຫວັງຢາກເປັນນັກພັດທະນາຊົນນະບົດທີ່ດີ ຫຼື ທ່ານຈະເອົາປະສົບການຕົວຈິງມາເວົ້າກໍ່ໄດ້ ໂດຍ ໝາຍ 1 ແກ້ໄຂການພັດທະນາຊົນນະບົດ, 2 ພັດທະນາຕົວເມືອງ ແລະ ອື່ນໆ. ຂໍຄອບໃຈທີ່ໃຫ້ຄວາມຮ່ວມມື