ທ່ານເຄີຍຄິດບໍ່ ວ່າແທ້ທີ່ຈິງແລ້ວ ທ່ານຕ້ອງການຫຍັງກັບຄວາມຮັກ, ອະອະ ທ່ານບໍ່ຕ້ອງຟ້າວຕອບ "ວ່າທ່ານບໍ່ຕ້ອງາການຫຍັງຈາກມັນ ພຽງແຕ່ໃຫ້ມັນເປັນໄປຢ່າງທີ່ມັນເປັນ…" ຄຳຕອບນີ້ມັນງ່າຍໄປ
ໃຫ້ທ່ານລອງຫຼັບຕາ ແລ້ວຖາມຕົວທ່ານເອງ ວ່າເຮົາຕ້ອງການຫຍັງຈາກຄວາມຮັກ, ເປັນຫຍັງທ່ານຈຶ່ງຢາກມີແຟນ… ຄຳຕອບທີ່ໄດ້ ອາດມີຫຼາຍສິ່ງ ທີ່ທ່ານອາດຍັງບໍ່ຄົ້ນພົບວ່າຕົວທ່ານເຄີຍຕ້ອງການມັນແທ້ໆ
ຖ້າຖາມຄົນທີ່ກຳລັງຈະມີແຟນ ຫຼືກຳລັງຊອກຫາຫົວໃຈ ກໍອາດຈະໄດ້ຄຳຕອບວ່າ "ເພາະຄວາມເຫງົາ ແລະ ຄວາມໂດດດ່ຽວ", ນີ້ລະເປັນເຫດຜົນຂັ້ນຕົ້ນ ທີ່ເຮັດໃຫ້ ຕອ້ງສະແຫວງຫາຄູ່ໃຈ
ຄຳຕອບທີ່ໄດ້ ຈາກຄົນທີ່ມີແຟນແລ້ວ ອາດຈະເປັນລັກສະນະ "ທີ່ເປັນຢູ່ກໍດີຢູ່ແລ້ວ ເຮົາຢູ່ດ້ວຍກັນດ້ວຍຄວາມສຸກ ບໍ່ຢາກໃຫ້ມັນເປັນອິຫຍັງນອກຈາກນີ້". ໂອ້ໆ ທ່ານຈະມອງຂ້າມ ສັດຈະທຳຂອງໂລກໄປໄດ້ແນວໃດ ໃນຂໍ້ທີ່ວ່າ “ຄວາມແນ່ນອນ ຄືຄວາມບໍ່ແນ່ນອນ” ທ່ານບໍ່ອາດຮູ້ດອກ ວ່າທ່ານອາດຕ້ອງເລີກກັບແຟນຂອງທ່ານ ໃນມື້ໃດ, ຖ້າທ່ານຢາກໃຫ້ເປັນຢ່າງທີ່ເປັນຢູ່ ໃຫ້ດົນທີ່ສຸດ ກໍບໍ່ມີຫຍັງຫຼາຍໄປກວ່າ “ຄວາມຈິງໃຈ”, ແນ່ນອນລະວ່າຖ້າມີຄວາມຈິງໃຈຕໍ່ກັນແລ້ວ ເຖິງແມ້ຕອ້ງເລີກລາກັນໄປ ແຕ່ຄວາມຊົງຈຳທີ່ມີຕໍ່ກັນ ກໍຍັງຄົງເປັນສິ່ງທີ່ດີໆ ທີ່ຊ່ວຍໃຫ້ຄົນສອງຄົນ ຍັງຄົງມີຄວາມຮູ້ສຶກທີ່ດີຕໍ່ກັນ, ຜິດກັບອີກນັບລ້ານຄູ່ ທີ່ເລີກລາກັນໄປແລ້ວ ກັບມາເບິ່ງໜ້າກັນບໍ່ໄດ້ອີກ
ບັນທຶກຄວາມໃນໃຈສະບັບນີ້ ອັນທີ່ຈິງໃຈຄວາມຫຼັກຂອງມັນກໍຄື “ຄວາມຈິງໃຈ”… ເຖິງພວກທີ່ເອີ້ນຕົວເອງວ່າເປັນ ດວນຮວນ (ອໍລະຫັນ ….) ຄັ້ງໜຶ່ງຂ້າພະເຈົ້າກໍເຄີຍຮູ້ສຶກແບບດຽວກັບທ່ານນັ້ນລະ ບໍ່ມີຫຍັງຕ້ອງທຸກໃຈສຳລັບຄວາມຮັກ, ຮັກເພື່ອເລືອກ, ມີຄວາມສຸກໄດ້ທຸກວັນ. ແຕ່ນັ້ນຫວາ ຄືສິ່ງທີ່ຕ້ອງການມັນແທ້ໆ ໃນເມື່ອຕົວທ່ານເອງ ຍັງຫຼອກຕົວເອງ ທ່ານບໍ່ຈິງໃຈກັບຕົວເອງເພາະທ່ານບໍ່ກ້າທີ່ຈະພົບກັບຄວາມຜິດຫວັງ ຖ້າຄົບກັບໃຜພຽງຄົນດຽວ, ກໍເລີຍເຕີມເຕັມດ້ວຍການ ມີຄວາມຮັກກັບໃຜອີກຫຼາຍຄົນ ທີ່ເປັນທີ່ຕ້ອງການຂອງໃຜອີກຫຼາຍໆຄົນ, ທ່ານເຫັນມັນເປັນເກມໄປສະແລ້ວ ທີ່ທ່ານສາມາດຫາສູດໂກງເກມໄດ້, ແລະ ຫຼອກຕົວເອງວ່າທ່ານເຮັດໄດ້
ແມ້ແຕ່ຕົວເຮົາເອງ ຍັງບໍ່ຈິງໃຈກັບຕົວເອງ ແລ້ວໃຜຈະມາຈິງໃຈກັບເຮົາ, ຄຳຕອບຂອງຄຳຖາມນີ້ ຫຼາຍຄົນຄົງຕອບບໍ່ໄດ້. ການທີ່ຈະຫາໃຜມາເປັນແຟນກັບເຮົາຈັກຄົນ ມັນເປັນສິ່ງທີ່ບໍ່ຍາກຈົນເກີນໄປ, ແຕ່ການທີ່ຈະຫາຄົນມາຈິງໃຈກັບເຮົາ ເອົາໃຈໃສ່ເຮົາຢ່າງມທີ່ເຮົາເປັນ ບໍ່ແມ່ນສິ່ງທີ່ເຮົາມີ ເປັນສິ່ງທີ່ຍາກກວ່າ.
ແຕ່ທຸກໆຢ່າງ ກໍເລີ່ມທີ່ຕົວເຮົາເອງນີ້ລະ ທີ່ຈະຄົ້ນຫາວ່າເຮົາຕ້ອງການຫຍັງແທ້ໆຈາກຄວາມຮັກ, ຄຳຕອບມັນເປັນໄດ້ຫຼາຍກວ່າຄຳຕອບ, ແລະ ເລື່ອງຄວາມຮັກ ກໍບໍ່ສາມາດເອົາມາດຖານອັນໃດມາວັດ ວ່າໃຜຖຶງຂັ້ນໃດ, ແມ້ແຕ່ຄົນທີ່ບໍ່ເຄີຍມີແຟນ ຍັງມີຄວາມຮັກທີ່ຍິ່ງໃຫຍ່ຈົນເປັນຕຳນານໄດ້
ມັນຂຶ້ນກັບການເບິ່ງໂລກຂອງຄົນເຮົາ ເຊັ່ນວ່າ ການໃຫ້ຄົນສອງຄົນ ເບິ່ງຈອກທີ່ມີນ້ຳຢູ່ເຄິ່ງໜຶ່ງ, ຄົນທີ່ໜຶ່ງອາດເວົ້າວ່າ ນ້ຳໝົດໄປແລ້ວຕັ້ງເຄິ່ງຈອກ, ສ່ວນຄົນທີ່ສອງອາດຕອບວ່າ ຍັງມີນ້ຳໃນຈອກອີກຕັ້ງເຄິ່ງໜຶ່ງ. ພຽງແຕ່ສອງຄຳຕອບນີ້ ກໍເຫັນທັດສະນະຄະຕິແຕກຕ່າງກັນຂອງຄົນສອງຄົນໄດ້ແລ້ວ, ບາງຄັ້ງທ່ານບໍ່ຈຳເປັນຕ້ອງປ່ຽນແປງສິ່ງຕ່າງໆຮອບ ເພື່ອໃຫ້ເປັນໄປຕາມທີ່ຕ້ອງການ, ພຽງແຕ່ທ່ານປ່ຽນແປງຕົນເອງ ອາດໄດ້ຜົນກວ່າ. ຕົວຢ່າງງ່າຍໆ ຖ້າທ່ານຖືກແນະນຳວ່າ ໃຫ້ທ່ານເຮັດໃຫ້ສິ່ງຕ່າງທີ່ທ່ານເບິ່ງເຫັນຢູ່ທຸກໆແຫ່ງຮອບຕົວທ່ານ ເປັນສີຂຽວ, ແລ້ວທ່ານຈະຫາຍຈາກໂລກຮ້າຍທີ່ທ່ານເປັນຢູ່ (ສົມມຸດໃຫ້ເຫັນພາບ…), ທ່ານຈະເຮັດວິທີໃດ? ຈະເສຍເວລາ ແລະ ທຸກໆສິ່ງທີ່ເຮັດໄດ້ ເພື່ອປ່ຽນແປງສິ່ງຮອບຂ້າງໃຫ້ເປັນສີຂຽວ, ຫຼືພຽງແຕ່..ໃສ່ແວ່ນຕາສີຂຽວ?
ພຸດທະອົງເຄີຍສອນໄວ້ ບໍ່ໃຫ້ເຊື່ອໃຜນອກຈາກຕົວທ່ານເອງ, ບໍ່ໃຫ້ເຊື່ອແມ້ກະທັ້ງຄຳສອນທີ່ທ່ານກ່າວສອນ, ແຕ່ຈົ່ງຄົ້ນພົບສິ່ງທີ່ທ່ານສອນດ້ວຍຕົວທ່າເອງ……