ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ: Jul. 17, 2008 - 6 ຄຳເຫັນ [ Comment ] - 0 trackback(s) [ Trackback ]

ທ່ານ​ເຄີຍ​ຄິດ​ບໍ່ ວ່າ​​ແທ້​ທີ່​ຈິງ​ແລ້ວ​ ທ່ານ​ຕ້ອງການ​ຫຍັງ​ກັບ​ຄວາມ​ຮັກ, ອະ​ອະ ທ່ານ​ບໍ່​ຕ້ອງ​ຟ້າວ​ຕອບ "ວ່າ​ທ່ານ​ບໍ່​ຕ້ອງາ​ການ​ຫຍັງ​ຈາກ​ມັນ ພຽງ​ແຕ່​ໃຫ້​ມັນ​ເປັນ​ໄປ​ຢ່າງ​ທີ່​ມັນ​ເປັນ…" ຄຳ​ຕອບ​ນີ້​ມັນ​ງ່າຍ​ໄປ

​ໃຫ້​ທ່ານ​ລອງ​ຫຼັບ​ຕາ ​ແລ້ວ​ຖາມ​ຕົວ​ທ່ານ​​ເອງ ວ່າ​ເຮົາ​ຕ້ອງການ​ຫຍັງ​ຈາກ​ຄວາມ​ຮັກ, ​ເປັນ​ຫຍັງ​ທ່ານ​ຈຶ່ງ​ຢາກ​ມີ​​ແຟນ… ຄຳ​ຕອບ​ທີ່​ໄດ້ ອາດ​ມີ​ຫຼາຍສິ່ງ ທີ່​ທ່ານ​ອາດ​ຍັງ​ບໍ່​ຄົ້ນ​ພົບ​ວ່າ​ຕົວ​ທ່ານ​ເຄີຍ​ຕ້ອງການ​ມັນ​ແທ້ໆ

ຖ້າ​ຖາມ​ຄົນ​ທີ່​ກຳລັງ​ຈະ​ມີ​ແຟນ ຫຼື​ກຳລັງ​ຊອກ​ຫາ​ຫົວ​ໃຈ ກໍ​ອາດ​ຈະ​ໄດ້​ຄຳ​ຕອບ​ວ່າ "ເພາະ​ຄວາມ​ເຫ​ງົາ ​ແລະ ຄວາມ​ໂດດດ່ຽວ", ນີ້ລະ​ເປັນ​ເຫດຜົນ​ຂັ້ນ​ຕົ້ນ ທີ່​ເຮັດ​ໃຫ້ ຕອ້ງສະ​ແຫວ​ງຫາ​ຄູ່​ໃຈ

ຄຳ​ຕອບ​ທີ່​ໄດ້ ຈາກ​ຄົນ​ທີ່​ມີ​ແຟນ​ແລ້ວ ອາດ​ຈະ​ເປັນ​ລັກສະນະ "ທີ່​ເປັນ​ຢູ່​ກໍ​ດີ​ຢູ່​ແລ້ວ ​ເຮົາ​ຢູ່​ດ້ວຍ​ກັນ​ດ້ວຍ​ຄວາມສຸກ ບໍ່​ຢາກ​ໃຫ້​ມັນ​ເປັນ​ອິຫຍັງ​ນອກຈາກ​ນີ້". ​ໂອ້ໆ ທ່ານ​ຈະ​ມອງ​ຂ້າມ ສັດຈະທຳ​ຂອງ​ໂລກ​ໄປ​ໄດ້​ແນວ​ໃດ ​ໃນ​ຂໍ້​ທີ່​ວ່າ “ຄວາມ​ແນ່ນອນ ຄື​ຄວາມ​ບໍ່​ແນ່ນອນ” ທ່ານ​ບໍ່​ອາດ​ຮູ້​ດອກ ວ່າ​ທ່ານ​ອາດ​ຕ້ອງ​ເລີກ​ກັບ​ແຟນຂອງ​ທ່ານ ​ໃນ​ມື້​ໃດ, ຖ້າ​ທ່ານ​ຢາກ​​ໃຫ້​ເປັນ​ຢ່າງ​ທີ່​ເປັນຢູ່ ​ໃຫ້​ດົນ​ທີ່ສຸດ ກໍ​ບໍ່​ມີ​ຫຍັງ​ຫຼາຍ​ໄປ​ກວ່າ “ຄວາມ​ຈິງ​ໃຈ”, ​ແນ່ນອນ​ລະ​ວ່າ​ຖ້າ​ມີ​ຄວາມ​ຈິງ​ໃຈ​ຕໍ່​ກັນ​ແລ້ວ ​ເຖິງ​ແມ້ຕອ້ງ​ເລີກລາ​ກັນ​ໄປ ​ແຕ່​ຄວາມ​ຊົງ​ຈຳ​ທີ່​ມີ​ຕໍ່​ກັນ ກໍ​ຍັງ​ຄົງ​​ເປັນ​ສິ່ງ​ທີ່​ດີໆ ທີ່​ຊ່ວຍ​ໃຫ້​ຄົນ​ສອງ​ຄົນ ຍັງ​ຄົງ​ມີ​ຄວາມ​ຮູ້ສຶກ​ທີ່​ດີ​ຕໍ່​ກັນ, ຜິດ​ກັບ​ອີກ​ນັບ​ລ້ານ​ຄູ່ ທີ່​ເລີກລາ​ກັນ​ໄປ​ແລ້ວ ກັບ​ມາ​ເບິ່ງ​ໜ້າ​ກັນ​ບໍ່​ໄດ້​ອີກ

ບັນທຶກ​ຄວາມ​ໃນ​ໃຈ​ສະບັບ​ນີ້ ອັນ​ທີ່​ຈິງ​ໃຈຄວາມ​ຫຼັກ​ຂອງ​ມັນ​ກໍ​ຄື “ຄວາມ​ຈິງ​ໃຈ”… ​ເຖິງ​ພວກ​ທີ່​​ເອີ້ນ​ຕົວ​ເອງ​ວ່າ​ເປັນ ດວນ​ຮວນ (ອໍລະຫັນ ….) ຄັ້ງ​ໜຶ່ງ​ຂ້າພະ​ເຈົ້າ​ກໍ​ເຄີຍ​ຮູ້ສຶກ​ແບບ​ດຽວ​ກັບ​ທ່ານ​ນັ້ນ​ລະ ບໍ່​ມີ​ຫຍັງ​ຕ້ອງ​ທຸກ​ໃຈ​ສຳລັບ​ຄວາມ​ຮັກ, ຮັກ​ເພື່ອ​ເລືອກ, ມີ​ຄວາມສຸກ​ໄດ້​ທຸກ​ວັນ. ​​ແຕ່​ນັ້ນ​ຫວາ ຄື​ສິ່ງ​ທີ່​ຕ້ອງການ​ມັນ​ແທ້ໆ ​ໃນ​ເມື່ອ​ຕົວ​ທ່ານ​ເອງ ຍັງ​ຫຼອກ​ຕົວ​ເອງ ທ່ານ​ບໍ່​ຈິງ​ໃຈ​ກັບ​ຕົວ​ເອງ​ເພາະ​ທ່ານ​ບໍ່​ກ້າ​ທີ່​ຈະ​ພົບ​ກັບ​ຄວາມ​ຜິດ​ຫວັງ ຖ້າ​ຄົບ​ກັບ​ໃຜ​ພຽງ​ຄົນດຽວ, ກໍ​ເລີຍ​ເຕີມ​ເຕັມ​ດ້ວຍ​ການ ມີ​ຄວາມ​ຮັກ​ກັບ​ໃຜ​ອີກ​ຫຼາຍ​ຄົນ ທີ່​ເປັນ​ທີ່ຕ້ອງການ​ຂອງ​ໃຜອີກ​ຫຼາຍໆ​ຄົນ, ທ່ານ​ເຫັນ​ມັນ​ເປັນ​ເກ​ມ​ໄປສະ​ແລ້ວ ທີ່​ທ່ານ​ສາມາດ​ຫາ​ສູດ​ໂກງ​ເກ​ມ​ໄດ້, ​ແລະ ຫຼອກ​ຕົວ​ເອງ​ວ່າ​ທ່ານ​ເຮັດ​ໄດ້

​ແມ້​ແຕ່​ຕົວ​ເຮົາ​ເອງ ຍັງ​ບໍ່​ຈິງ​ໃຈ​ກັບ​ຕົວ​ເອງ ​ແລ້ວ​ໃຜ​ຈະ​ມາ​ຈິງ​ໃຈ​ກັບ​ເຮົາ, ຄຳ​ຕອບ​ຂອງ​ຄຳ​ຖາມ​ນີ້ ຫຼາ​ຍຄົນ​ຄົງ​ຕອບ​ບໍ່​ໄດ້. ການ​ທີ່​ຈະ​ຫາ​ໃຜ​ມາ​ເປັນ​ແຟນກັບ​ເຮົາ​ຈັກ​ຄົນ ມັນ​ເປັນ​ສິ່ງ​ທີ່​ບໍ່​ຍາກຈົນ​ເກີນ​ໄປ, ​ແຕ່​ການ​ທີ່​ຈະ​ຫາ​ຄົນ​ມາ​ຈິງ​ໃຈ​ກັບ​ເຮົາ ​​ເອົາ​ໃຈ​ໃສ່​ເຮົາ​ຢ່າງ​ມທີ່​ເຮົາ​ເປັນ ບໍ່​ແມ່ນ​ສິ່ງ​ທີ່​ເຮົາ​ມີ ​ເປັນ​ສິ່ງ​ທີ່​ຍາກ​ກວ່າ.

​ແຕ່​ທຸກ​ໆຢ່າງ ກໍ​ເລີ່​ມທີ່​ຕົວ​ເຮົາ​ເອງ​ນີ້ລະ ທີ່​ຈະ​ຄົ້ນ​ຫາ​ວ່າ​ເຮົາ​ຕ້ອງການ​ຫຍັງ​ແທ້ໆ​ຈາກ​ຄວາມ​ຮັກ, ຄຳ​ຕອບ​ມັນ​ເປັນ​ໄດ້​ຫຼາຍ​ກວ່າ​ຄຳ​ຕອບ, ​ແລະ ​ເລື່ອງ​ຄວາມ​ຮັກ ກໍ​ບໍ່​ສາມາດ​ເອົາ​ມາດຖານ​ອັນ​ໃດ​ມາ​ວັດ ວ່າ​ໃຜ​ຖຶງຂັ້ນ​ໃດ, ​ແມ້​ແຕ່​ຄົນ​ທີ່​ບໍ່​ເຄີຍ​ມີ​ແຟນ ຍັງ​ມີ​ຄວາມ​ຮັກ​ທີ່​ຍິ່ງ​ໃຫຍ່​ຈົນ​ເປັນ​ຕຳນານໄດ້

ມັນ​ຂຶ້ນ​ກັບ​ການ​ເບິ່ງ​ໂລກ​ຂອງ​ຄົນ​ເຮົາ ​ເຊັ່ນວ່າ ການ​ໃຫ້​ຄົນ​ສອງ​ຄົນ ​ເບິ່ງ​ຈອກ​ທີ່​ມີ​ນ້ຳ​ຢູ່​ເຄິ່ງໜຶ່ງ, ຄົນ​ທີ່​ໜຶ່ງ​ອາດ​ເວົ້າ​ວ່າ ນ້ຳ​ໝົດ​ໄປ​ແລ້ວ​ຕັ້ງ​ເຄິ່ງຈອກ, ສ່ວນ​ຄົນ​ທີ່​ສອງ​ອາດ​ຕອບ​ວ່າ ຍັງ​ມີ​ນ້ຳ​ໃນ​ຈອກ​ອີກ​ຕັ້ງ​ເຄິ່ງໜຶ່ງ. ພຽງ​ແຕ່​ສອງ​ຄຳ​ຕອບ​ນີ້ ກໍ​ເຫັນ​ທັດສະນະ​ຄະຕິແຕກ​ຕ່າງ​ກັນຂອງ​ຄົນ​ສອງ​ຄົນ​ໄດ້​ແລ້ວ, ບາງ​ຄັ້ງ​ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ປ່ຽນ​ແປງ​ສິ່ງ​ຕ່າງໆຮອບ ​ເພື່ອ​ໃຫ້​ເປັນ​ໄປ​ຕາມ​ທີ່​ຕ້ອງການ, ພຽງ​ແຕ່​ທ່ານ​ປ່ຽນ​ແປງ​ຕົນ​ເອງ ອາດ​ໄດ້ຜົນ​ກວ່າ. ຕົວຢ່າງ​ງ່າຍໆ ຖ້າ​ທ່ານ​ຖືກ​ແນະນຳ​ວ່າ ​ໃຫ້​ທ່ານ​ເຮັດ​ໃຫ້​ສິ່ງ​ຕ່າງ​ທີ່​ທ່ານ​ເບິ່ງ​ເຫັນຢູ່ທຸກໆແຫ່ງຮອບຕົວທ່ານ​ ເປັນ​ສີຂຽວ, ​ແລ້ວ​ທ່ານ​ຈະ​ຫາຍ​ຈາກ​ໂລກ​ຮ້າຍ​ທີ່​ທ່ານ​ເປັນ​ຢູ່ (ສົມມຸດ​ໃຫ້​ເຫັນ​ພາບ…), ທ່ານ​ຈະ​ເຮັດ​ວິທີ​ໃດ? ຈະ​ເສຍ​ເວລາ ​ແລະ ທຸກໆ​ສິ່ງ​ທີ່​ເຮັດ​ໄດ້ ​ເພື່ອ​ປ່ຽນ​ແປງ​ສິ່ງ​ຮອບ​ຂ້າງໃຫ້ເປັນສີຂຽວ, ຫຼື​ພຽງ​ແຕ່..​ໃສ່​ແວ່ນຕາ​ສີຂຽວ?

ພຸດທະອົງ​ເຄີຍ​ສອນ​ໄວ້ ບໍ່​ໃຫ້​ເຊື່ອ​ໃຜ​ນອກຈາກ​ຕົວ​ທ່ານ​ເອງ​, ບໍ່​ໃຫ້​ເຊື່ອ​ແມ້ກະທັ້ງຄຳ​ສອນ​ທີ່​ທ່ານ​ກ່າວ​ສອນ, ​ແຕ່​ຈົ່ງ​ຄົ້ນ​ພົບ​ສິ່ງ​ທີ່​ທ່ານ​ສອນດ້ວຍ​ຕົວ​ທ່າ​ເອງ……

Delicious Digg Fark


LaoUpload.com au8ust.org LaoBlogger.com | ບໍລິການຟຣີເວບບລັອກ ເນື້ອທີ່ 1GB ທີ່ ລາວບລັອກເກີ.ຄອມ LaoZaa.com LaoBB.com