ຂຽນເມື່ອ: Jul. 18, 2008
-
9 ຄຳເຫັນ
[
Comment ]
-
0 trackback(s)
[
Trackback ]
ມັນກໍເປັນວັນທຳມະດາອີກວັນໜຶ່ງ, ທີ່ຂ້ອຍຕ້ອງອອກໄປໂຮງຮຽນຕາມປົກກະຕິ. ຫລັງຈາກຕຶ່ນນອນ ກໍແຕ່ງຕົວຕາມປົກກະຕິ
ອອກບ້ານໄປດ້ວຍຄວາມໝັ້ນໃຈ ພໍແຕ່ມາເຖິງໂຮງຮຽນ...
ຮູ້ສຶກວ່າບັນຍາກາດມັນແປກໆ
ພໍແຕ່ລົງລົດ ສາຍຕາຫລາຍຄູ່ກໍຈ້ອງມອງມາທີ່ເຮົາ ດ້ວຍຄວາມແປກໆ...ແຕ່ກໍບໍ່ໄດ້ສົນໃຈ
ຕັ້ງໜ້າຕັ້ງຕາຍ່າງເພື່ອຈະໄປຂຶ້ນຫ້ອງ....
ພໍແຕ່ຢ່າງກາຍຮ້ານອາຫານຂອງໂຮງຮຽນ ທີ່ມີສາວໆນັ່ງຢູ່ກັນຫລາຍຄົນ
ສາຍຕາສາວໆເຫຼົ່ານັ້ນກໍຈ້ອງມາທີ່ເຮົາ ພ້ອມທັງສົ່ງຍິ້ມໃຫ້ອີກ
ໄອ້ເຮົາ ກໍຄິດດີໃຈຢູ່ໃນໃຈແລ້ວ ອິອິ ສາວໆຍິ້ມໃຫ້ ເກັບອາການບໍໍ່ຢູ່ຈົນໜ້າແດງ
ເຮົາກະສະເໜ່ແຮງປານນີ້ນໍ້ ອິອິ
ພໍແຕ່ໄປເຖິງອາຄານຮຽນ ບ່ອນທີ່ມີກະດານຂ່າວຕິດຢູ່.....ເທົ່ານັ້ນລະ ໃຈເຮົາກະເຕັ້ນລົວບໍ່ເປັນຈັ່ງຫວະ
ກະສາວນ້ອຍ ທີ່ເຮົາແອບມັກ ມາຢືນຢູ່ບ່ອນນັ້ນ, ເຮົາເຖິງກັບຢຸດຢ່າງ ຄິດຄຳເວົ້າທີ່ຈະທັກທາຍ
ເທົ່ານັ້ນແຫລະ ສາວນ້ອຍກໍຫຼຽວມາທາງເຮົາພ້ອມກັບສົ່ງໃຫ້ຍິ້ມ, ບອກເລີຍວ່າຫົວໃຈເຮົານິ ເຕັ້ນແຮງເຂົ້າໄປອີກ
ຍັງບໍ່ທັນຄິດຄຳທັກທາຍອອກຊ້ຳ
ສາວນ້ອຍກໍຢ່າງມາ ຢຸດຢູ່ຂ້າງໆເຮົາ..ແລະ ກະຊິບກັບເຮົາວ່າ.........
ລືມໃສ່ຊິບໂສ້ງ........
ເວົ້າຫຼິ້ນເວົ້າຫົວເດີ