ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: Jul. 17, 2008 | ມີ 5 ຄຳເຫັນ ແລະ 0 trackback(s)
ບໍ່ຮູ້ວ່າເປັນຫຍັງ ຢູ່ດີກະນອນບໍ່ຫຼັບຂຶ້ນມາ, ໃນໃຈກະຄິດອີຫຍັງໄປເລື້ອຍເປື່ອຍ....

ບໍ່ຮູ້ວ່າຕອນນີ້ ເຂົາຄົນນັ້ນ ກຳລັງເຮັດຫຍັງຢູ່, ເຂົາຈະຮູ້ຫຼືບໍ່ ວ່າຂ້ອຍຄົນນີ້ ຄິດເຖິງເຂົາພຽງໃດ
ວັນເວລາຕ່າງໆ ທີ່ຜ່ານມາ ທີ່ເຮົາມີຄວາມສຸກຢູ່ດ້ວຍກັນ
ມາເຖິງວັນນີ້ ມັນຍັງຄົງຝັງຢູ່ໃນຫົວໃຈຂອງຂ້ອຍ
ຂ້ອຍຕ້ອງຂໍໂທດ ໃນເລື່ອງຕ່າງໆທີ່ຜ່ານມາ
ທີ່ເຮົາຢູ່ດ້ວຍກັນ ແຕ່ຂ້ອຍເຮັດຄືບໍ່ສົນໃຈ
ຂ້ອຍຕ້ອງອາລົມເສຍໃສ່ເປັນປະຈຳ ທີ່ເຈົ້າມາເອົາໃຈ ແລະ ຢູ່ຂ້າງໆ
ຂ້ອຍຕ້ອງຮ້າຍທຸກໆຄັ້ງ ທີ່ເຈົ້າໄປໃສມາໃສຄົນດຽວ
ແຕ່ທີ່ຮັກຮູ້ບໍ່ ວ່າທີ່ຂ້ອຍຕ້ອງເຮັດແບບນັ້ນ ເພາະຂ້ອຍເອງຮັກເຈົ້າພຽງໃດ
ຂ້ອຍບໍ່ຢາກໃຫ້ເຈົ້າຕ້ອງເຮັດດີກັບຂ້ອຍ ໂດຍທີ່ເຈົ້າ ຕອ້ງປ່ຽນແປງຕົນເອງ
ເພາະຂ້ອຍຮັກເຈົ້າ ໃນແບບທີ່ເຈົ້າເປັນ
ຂ້ອຍບໍ່ໄດ້ຕ້ອງການໃຫ້ເຈົ້າມາເອົາໃຈຂ້ອຍ ດ້ວຍການປ່ຽນແປງຕົນເອງ
ເຮົາບໍ່ຈຳເປັນທີ່ຈະຕ້ອງເຂົ້າກັນໄດ້ທຸກຢ່າງ, ເຮົາເກີດມາຕ່າງກັນ
ແຕ່ນັ້ນຖືວ່າເປັນສີສັນເຮົາ ຈະມາເຕີມເຕັມໃຫ້ກັນແລະກັນ

ທີ່ຂ້ອຍຕ້ອງຮ້າຍ ເວລາເຈົ້າໄປໃສມາໃສຄົນດຽວ ນັ້ນກໍເພາະວ່າ
ຂ້ອຍເປັນຫ່ວງ ແລະ ຢ່້ານວ່າຈະບໍ່ໄດ້ເຫັນໜ້າເຈົ້າອີກ
ເວລາທີ່ເຮົາຢູ່ດ້ວຍກັນມັນຊ່າງໜ້ອຍເຫຼືອເກີນ
ໃນວັນທີ່ເຮົາຕ້ອງໄກກັນ ທີ່ຮັກຮູ້ບໍ່ ຂອ້ຍຢາກຈະຕາມເຈົ້າໄປພຽງໃດ
ແຕ່ໃນເມື່ອມາຄິດເບິ່ງແລ້ວ ເຮົາທັງສອງກໍມີໜ້າທີ່ ຂອງຕົນເອງ
ຂໍໃຫ້ທີ່ຮັກຈົ່ງເຊື່ອໃນຕົວຂອງຂ້ອຍຄົນນີ້, ຂ້ອຍບໍ່ມີວັນ ທີ່ຈະລົບລືມ ຄວາມຮັກຂອງເຮົາສອງຄົນ
ທຸກໆວັນ ຂ້ອຍຍັງຄົງຄິດເຖິງ ແລະ ເປັນຫ່ວງ, ຍັງຄົງເຝົ້າຄິດເຖິງວັນທີ່ເຮົາຈະພົບກັນອີກ
ຖ້າອີກບໍ່ດົນເດີທີ່ຮັກ ຜູ້ຊາຍທຳມະດາ ຄົນນີ້ ຈະຕາມໄປຫາ
ແລະກໍຫວັງວ່າ ເຈົ້າຄົງຈະລໍຖ້າຂອ້ຍຢູ່ບ່ອນນັ້ນ
ບ່ອນທີ່ເຮົາຈະມີຄວາມສຸກດ້ວຍກັນ ແລະ ບໍ່ມີວັນ ທີ່ຕ້ອງຈາກກັນໄປໃສອີກ......


ຟັງແລ້ວອາດຈະບໍ່ຊຶ້ງ.......
ແຕ່ທຸກຄຳເວົ້າ ມັນອອກມາຈາກຫົວໃຈ
ດ້ວຍຄວາມຄິດເຖິງ........
Delicious Digg Fark


LaoUpload.com au8ust.org LaoBlogger.com | ບໍລິການຟຣີເວບບລັອກ ເນື້ອທີ່ 1GB ທີ່ ລາວບລັອກເກີ.ຄອມ LaoZaa.com LaoBB.com