 ຂຽນເມື່ອ: Jul. 17, 2008
| ມີ
4 ຄຳເຫັນ
ແລະ
0 trackback(s)
ນີ້ຈະເປັນຫຼັກການທາງຈິດຕະວິທະຍາເລັກໆນ້ອຍໆ ທີ່ຈະເຮັດໃຫ້ຄົນອຶ່ນ ຫັນມາມັກ ແລະ ຢາກຮູ້ຈັກກັບທ່ານໃນທຸກໆໂອກາດ ນຳໄປຄິດ ແລະ ປັບໃຊ້ເລັກໆນ້ອຍໆ ທ່ານກໍຈະຮູ້ສຶກວ່າ ທ່ານມີສະເໜ່ຂຶ້ນມາທັນທີ
1. ກົດແຫ່ງການເຊື່ອມໂຍງ
ເມື່ອໃດກໍ່ຕາມ ທີ່ເຮົາຈັບຄູ່ຕົນເອງ ເຂົ້າກັບສິ່ງທີ່ເຮັດໃຫ້ເຮົາມີຄວາມສຸກ ແລ້ວ ບຸກຄົນອຶ່ນໆ ຈະມີຄວາມຮູ້ສຶກທີ່ດີຕໍ່ທ່ານ ເຊັ່ນດຽວກັບຄວາມຮູ້ສຶກທີ່ທ່ານມີຕໍ່ສິ່ເຫຼົ່ານັ້ນ, ເຊັ່ນຕົວຢ່າງ ເມື່ອທ່ານວາງແຜນທີ່ຈະໄປທ່ຽວ ທ່ານຈະຮູ້ສຶກດີ ກັບທຸກໆຄົນທີ່ຢູ່ຮອບຕົວທ່ານໃນເວລານັ້ນ ແລະ ເຮັດໃຫ້ທ່ານ ມັກຄົນເຫຼົ່ານັ້ນຫຼາຍຂຶ້ນ, ກົງກັນຂ້າມ ເມື່ອທ່ານຮູ້ສຶກວ່າເຈັບທ້ອງ ຄົນທີ່ຢູ່ຮອບຕົວຂອງທ່ານກໍຈະກາຍເປັນເຫຍື່ອຂອງທ່ານໃນທັນທີ, ທ່ານພ້ອມທີ່ຈະລະເບີດອາລົມໃສ່ຄົນເຫຼົ່ານັ້ນໄດ້ທຸກເວລາ ແລະ ເຮັດໃຫ້ທ່ານຮູ້ສຶກດີກັບຄົນເຫຼົ່ານັ້ນໜ້ອຍລົງ
ຈາກກົດຂໍ້ນີ້ ຊີ້ໃຫ້ເຫັນວ່າ ຖ້າທ່ານ ຕ້ອງການທີ່ຈະໃຫ້ໃຜສົນໃຈທ່ານ ກໍລອງເຂົ້າໄປທັກທາຍ ໃນຕອນທີ່ເຂົາຄົນນັ້ນອາລົມດີ ຫຼື ຕຶ່ນເຕັ້ນກັບບາງເລື່ອງຢູ່, ຈະເຮັດໃຫ້ທ່ານມີຄະແນນເພີ່ມຂຶ້ນ ແລະ ເຮັດໃຫ້ເຂົາຄົນນັ້ນ ຮູ້ສຶກດີກັບທ່ານ.
2. ການພົບໜ້າກັນຊ້ຳໆ
ຫຼາຍຄົນອາດຄິດວ່າ ການພົບໜ້າກັນຊ້ຳໆ ອາດເຮັດໃຫ້ເກີດຄວາມເບື່ອໜ່າຍ, ແຕ່ທ່ານຮູ້ບໍ່ວ່າ ການພົບໜ້າກັນຊ້ຳໆນີ້ລະ ທີ່ຈະເຮັດໃຫ້ຄົນໆນັ້ນຮູ້ສຶກດີກັນທ່ານ (ຖ້າທ່ານບໍ່ໄດ້ເຮັດໃຫ້ເຂົາຄົນນັ້ນ ມີອະຄະຕິດ້ານລົບກັບທ່ານມາກ່ອນ), ສັງເກດບໍ່ວ່າ ເວລາມີການໂຄສະນາສິນຄ້າ ຕາມໂທລະພາບ ບາງຄັ້ງເຂົາບໍ່ຈຳເປັນທີ່ຈະໃຫ້ລາຍລະອຽດກ່ຽວກັບສິນຄ້າຫຍັງເລີຍ ພຽງແຕ່ໃຫ້ທ່ານພົບກັບໂຄສະນານັ້ນເລື້ືອຍໆ ທຸກມື້ ເວລາທ່ານໄປຊື້ເຄື່ອງ ທ່ານເຄີຍສັງເກດບໍ່ວ່າທ່ານເລືອກຊື້ສິນຄ້າ ທີ່ທ່ານເຫັນໃນໂຄສະນາ ຫຼາຍກວ່າສິນຄ້າທີ່ບໍ່ມີການໂຄສະນາ.
ຄົນເຮົາກໍຄືກັນ ການພົບໜ້າ ແລະ ໂອ້ລົມກັນເປັນປະຈຳ ຈະເຮັດໃຫ້ເຮົາສະໜິດກັນຫຼາຍຂຶ້ນ
3. ການສະແດງຄວາມຮັກຕໍ່ກັນ
ຈາກການການສຶກສາພົບວ່າ ເຮົາຈະຮູ້ສຶກດີ ກັບຄົນທີ່ ມີຄວາມຮູ້ສຶກດີກັບເຮົາ, ເມື່ອເຮົາຮູ້ວ່າໃຜບາງຄົນ ມີຄວາມຮູ້ສຶກດີກັບເຮົາ ເຮົາຈະຮູ້ສຶກວ່າເຂົາຄົນນັ້ນ ເປັນຄົນທີ່ໜ້າສົນໃຈ (ຕ້ອງໄດ້ຄອຍສັງເກດຕະຫຼອດ ວ່າຈະເຮັດຫຍັງຕໍ່ໄປ), ແລະ ເຮົາຈະຮູ້ສຶກວ່າ ເຮົາສົນໃຈຄົນນັ້ນໆຫຼາຍຂຶ້ນໂດຍບໍ່ຮູ້ຕົວ
ດັ່ງນ້ັນ ຖ້າທ່ານຕ້ອງການໃຫ້ຄົນທີ່ທ່ານແອບສົນໃຈ ທ່ານຕ້ອງໄດ້ບອກຄວາມໃນໃຈໃຫ້ຄົນໆນັ້ນຮູ້ແລ້ວລະ ວ່າທ່ານສົນໃຈ (ກ້າໆແດ່ ຮັບຮອງວ່າຜົນທີ່ໄດ້ເກີນຄຸ້ມ ແຕ່ບໍ່ແມ່ນວ່າ ຢູ່ດີໆແລ້ວຢ່າງເຂົ້າໄປບອກວ່າ "ຂ້ອຍຮັກເຈົ້າ" ອັນນີ້ແທນທີ່ເຂົາຈະສົນໃຈ ເປັນອັນໄດ້ປົບໜີບໍ່ມີທ່າ)
4. ການມີສິ່ງທີ່ຄ້າຍໆກັນ
ຫຼັກການຂໍ້ນີ້ ແມ່ນຄ້າຍກັບຫຼັກການ "ເພື່ອນຮ່ວມທຸກ" ຄົນເຮົາມັກຈະສົນໃຈ ແລະ ເຂົ້າກັບຄົນທີ່ມີອິຫຍັງຄ້າຍຄືເຮົາໄດ້ງ່າຍກວ່າ ເຊັ່ນວ່າ ຄົນທີ່ເຄີຍອົກຫັກ ມັກຈະເຂົ້າໃຈກັນໄດ້ດີກວ່າ, ເຄີຍເຫັນບໍ່ ເວລາຜູ້ຍິງ (ຫຼືຊາຍ) ທີ່ບໍ່ຮູ້ຈັກກັນ ເຂົ້າມາປອບໃຈກັນ ແລະ ເລົ່າເຖິງປະສົບການທີ່ຄ້າຍໆກັນ ສູ່ກັນຟັງ ຈະກາຍເປັນຄົນທີ່ສະໜິດສະໜົມກັນຂຶ້ນມາທັນທີ. ເພາະການທີ່ເຄີຍຮ່ວມປະສົບການ ຫຼື ມີປະສົບການຄ້າຍຄືກັນ ຈະເຮັດໃຫ້ເຮົາມີຄວາມອົບອຸ່ນ ທີ່ໄດ້ຢູ່ໃກ້ໆກັນ. ດັ່ງນັ້ນ ເວລາທີ່ສົນໃຈໃຜຈັກຄົນ ລອງຫາປະຫວັດເລັກໆນ້ອຍໆ ຈາກຄົນຮອບຂ້າງຂອງຜູ້ນັ້ນ ແລະ ຫາເລື່ອງທີ່ຄ້າຍກັບທ່ານ ມາເປັນຈຸດຫຼັກໃນການໂອ້ລົມກັບຄົນໆນັ້ນ, ຈະເຮັດໃຫ້ທ່ານໄດຄະແນນໄປເຕັມໆ
5. ການເຮັດໃຫ້ຄົນໆນັ້ນ ຮູ້ສຶກດີ
ການທີ່ຈະເຮັດໃຫ້ຜູ້ອຶ່ນຮູ້ສຶກດີ ອາດຈະມີຫຼາຍວິທີ ແຕ່ທ່ານເຄີຍສັງເກດບໍ່ ວ່າທ່ານຈະຮູ້ສຶກດີທີ່ໄດ້ຢູ່ກັບໃຜກໍຕາມ ທີ່ມີນ້ຳໃຈ ມັກກ່າວຄຳຊົມເຊີຍຜູ້ອຶ່ນ ແລະ ມີຄວາມອົບອຸ່ນ. ແລະ ທ່ານຮູ້ສຶກບໍ່ວ່າ ທ່ານເສຍເວລາແມ້ພຽງແຕ່ 5 ນາທີທີ່ໄດ້ຢູ່ກັບຄົນທີ່ມັກຈັບຜິດຢູ່ຕະຫລອດເວລາ ຂີ້ຈົ່ມໄປສະທຸກເລື່ອງ. ດັ່ງນັ້ນ ການທີ່ຈະເຮັດໃຫ້ຄົນໆນັ້ນຮູ້ສຶກດີ ທ່ານຕອ້ງເປີດໃຈໃຫ້ກວ້າງ ກ່າວຊົມຜູ້ຄົນຮອບຂ້າງເວລາເຂົາເຈົ້າເຮັດດີ ທຳຕົວສະບາຍໆ ເທົ່ານີ້ ຄົນໆນັ້ນກໍຈະຮູ້ສຶກດີກັບທ່ານແລ້ວ
6. ຄວາມເຂົ້າໃຈກັນ
ເມື່ອຄົນສອງຄົນເວົ້າເລື່ອງດຽວກັນ ການສົນທະນາກໍຈະເປັນໄປໃນທາບວກ ແລະ ເຮົາກໍຍັງຮູ້ສຶກສົນໃຈໃນຄົນທີ່ສົນໃຈສິ່ງດຽວກັບເຮົາ ແລະ ອາດຈະຮູ້ສຶກມັກຄົນໆນັ້ນໂດຍບໍ່ຮູ້ຕົວ, ນັ້ນໝາຍຄວາມວ່າ ເຮົາຈະຮູ້ສຶກມັກຄົນໆນັ້ນຂຶ້ນຕື່ມອີກ ເວລາທີ່ເຂົາ ສະແດງທ່າທາງທີ່ຄ້າຍກັບເຮົາ ຫຼື ໃຊ້ປະໂຫຍກທີ່ເຮົາເວົ້າ... ່ກ່າວມາກໍຄື ໃຫ້ພະຍາຍາມຮຽນແບບທ່າທາງ ຫຼື ຄຳເວົ້າຂອງຄົນໆ ໂດຍທີ່ບໍ່ໃຫ້ເຂົາຮູ້ໂຕ ເຊັ່ນຖ້າຄົນໆນັ້ນໃຊ້ມືສະແດງທ່າທາງ ອິຫຍັງກໍຕາມ ຫຼັງຈາກນັ້ນ ເວລາລາວເຜີ ກໍໃຫ້ທ່ານເຮັດທ່າທາງແບບນັ້ນ, ຫຼື ອາດຈະຮຽນແບບຄຳເວົ້າ... (ກິ້ວໆ)
7. ການໃຫ້ຄວາມຊ່ວຍເຫຼືອ
ຈາກການສຶກສາ ພົບວ່າ ເຮົາຈະຮູ້ສຶກບໍ່ດີ ກັບໃຜບາງຄົນ ທີ່ເຮົາໄດ້ສ້າງຄວາມເສຍຫາຍໃຫ້ກັບຄົນໆນັ້ນ (ອາດເປັນຍ້ອນຢ້ານຄວາມຜິດບໍ່ຈັກ), ກົງກັນຂ້າມ ເຮົາຈະຮູ້ສຶກດີກັນຄົນຜູ້ນັ້ນ ຖ້າເຮົາໄດ້ເຮັດສິ່ງໃດສິ່ງໜຶ່ງ ໃຫ້ກັບລາວ. (ທິດສະດີ ການບໍ່ສອດຄ່ອງ ທາງຄວາມຄິດ Cognitive Dissonance ) ດັ່ງນັ້ນ ຖ້າທ່າຢາກໃຫ້ຄົນໆນັ້ນ ຮູ້ສຶກດີກັບທ່ານຫຼາຍຂຶ້ນ ກໍພະຍາຍາມໃຫ້ລາວໄດ້ຊ່ວຍເຮັດສິງເລັກໆນ້ອຍໆໃຫ້ທ່ານ (ແຕ່ຕ້ອງໃຫ້ເຂົາເຕັມໃຈເຮັດໄດ໋ລະ ຢ່າບັງຄັບ), ເຊັ່ນວ່າ ຝາກປຶ້ມໄປສົ່ງຫໍສະໝຸດ...
8. ເຂົາກໍເປັນຄົນທຳມະດາຄືກັບທ່ານ
ການທີ່ເຫັນຄົນທີ່ທ່ານມັກ ເຮັດສິ່ງພ້ຽນໆ ຫຼື ເຮັດຜິດພາດ ຈະເຮັດໃຫ້ທ່ານ ມັກຄົນໆນັ້ນຫຼາຍຂຶ້ນ, ການເປັນຄົນທີ່ສົມບູນແບບ ແລະ ໝັ້ນໃຈອາດບໍ່ໄດ້ຊ່ວຍຫຍັງຂຶ້ນມາ, ຖ້າທ່ານຢາກໃຫ້ຄົນອຶ່ນ ມີຄວາມສົນໃຈໃນຕົວທ່ານ ໃຫ້ລອງເຮັດສິ່ງທີ່ພ້ຽນໆ ທີ່ໜ້າອາຍ, ແລ້ວ ເຮັດເປັນເຂີນອາຍ, ຢ່າເຮັດເປັນຄືວ່າທ່ານບໍ່ສົນໃຈກັບສິ່ງນັ້ນ ເພາະຈະເຮັດໃຫ້ທ່ານ ໝົດໂອກາດທີ່ຈະເຂົ້າຫາຄົນເຫຼົ່ານັ້ນ ການທີ່ທ່ານ ຍິ້ມໃຫ້ກັບຕົຍເອງ, ຫົວຂວັນຕົນເອງ ຈະເຮັດໃຫ້ຄົນອຶ່ນເຫັນທ່ານເປັນຄົນທີ່ໜ້າຄົບ ສະບາຍສະບາຍ, ບໍ່ມີໃຜມັກຄົນຂີ້ອວດ ທີ່ເຮັດຜິດແລ້ວ ເຮັດເປັນບໍ່ສົນໃຈ ຕົວຢ່າງນີ້ ຈະເຫັນໄດ້ໃນການປາຖະກະຖາ ຫຼື ຫ້ອງເລັກເຈີ ທີ່ບາງທີຈະມີຜູ້ດຳເນີນລາຍການ ເວລາຂຶ້ນເວທີ ຈະເຮັດເປັນເຕະສະດຸດ ແລະ ຄົນທັງຫ້ອງສົ່ງສຽງຫົວ, ນັ້ນຈະເປັນການເຮັດໃຫ້ບັນຢາກາດໃນຫ້ອງ ມີຄວາມຜ່ອນຄາຍ ແລະ ຮູ້ສຶກດີ ກັບຜູ້ດຳເນີນລາຍການເອງ, ຈະເຮັດໃຫ້ຜູ້ດຳເນີນລາຍການ ເປັນຄົນທີ່ໜ້າສົນໃຈຂຶ້ນຕື່ມ
9. ທັດສະນະຄະຕິໃນທາງບວກ
ແນ່ນອນລະວ່າ ເຮົາບໍ່ຢາກຢູ່ໃກ້ຄົນທີ່ມີຄວາມຄິດໃນແງ່ລົບ ມັກຈັບຜິດຄົນອຶ່ນ, ມອງເຫັນສິ່ງຕ່າງໆຜິດໄປໝົດ ດັ່ງນັ້ນ ການທີ່ຈະເຮັດໃຫ້ທ່ານໜ້າສົນໃຈ ກໍຂຶ້ນກັບທັດສະນະຄະຕິຂອງທ່ານເອງ, ຖ້າທ່ານເບິ່ງໂລກໃນແງ່ດີ ຍິ້ມຫົວໃຫ້ກັບສິ່ງແວດລ້ອມອ້ອມຂ້າງ, ອາລົມດີຢູ່ຕະຫລອດເວລາ ແລ້ວ ທ່ານນັ້ນລະທີ່ເປັນຄົນມີສະເນ່ (ບໍ່ເຊື່ອລອງເບິ່ງ)
ນີ້ອາດຈະຍາວໄປຈັກໜ້ອຍ ແຕ່ກໍພະຍາຍາມເຮັດໃຫ້ສັ້ນ ແລະ ເຂົ້າໃຈງ່າຍທີ່ສຸດ, ລອງເອົາໄປປະຍຸກໃຊ້ລອງເບິ່ງ ວ່າໄດ້ຜົນຫຼືບໍ່ ເປັນແນວໃດກະໃຫ້ຄຳຄິດເຫັນແດ່ເດີ
|
|
|