 ຂຽນເມື່ອ: Aug. 14, 2008
| ມີ
11 ຄຳເຫັນ
ແລະ
0 trackback(s)
ອັນນີ້ ເປັນບັນຫາສະຫມອງເລັກໆນ້ອຍໆ
ເລື່ອງມີຢູ່ວ່າ ຖ້າທ່ານຖືກຈັບເປັນນັກໂທດຄະດີຮ້າຍແຮງ ແຕ່ຈະຖືກອະໄພຍະໂທດ ຖ້າທ່ານສາມາດປະຕິບັດຕາມເງື່ອນໄຂໄດ້
ເງື່ອນໄຂມີຢູ່ວ່າກ່ອນທີ່ທ່ານຈະຖືກປ່ອຍໂຕ ທ່ານໄດ້ຖືກ ແກ້ເຄື່ອງອອກຫມົດ (ປະໂປ້) ແລະ ຖືກນຳໄປໄວ້ໃນຫ້ອງຂັງ ທີ່ເປັນຮູບແປດລ່ຽມ, ກຳແພງສູງສີ່ແມັດ ໃນໃຈກາງຂອງຫ້ອງຂັງ ມີຮູ ທີ່ມີເສັ້ນຜ່າສູນກາງ ພໍທີ່ລູກປິງປອງ ສາມາດເຂົ້າໄດ້, ຮູ້ນັ້ນເລິກ 30 ຊັງຕີແມັດ ແລະ ຢູ່ພື້ນຂອງຮູນັ້ນ ມີຫມາກບານທີ່ເຮັດດ້ວຍໄມ້ ຂະຫນາດເທົ່າລູກປິງປອງຕົກຢູ່, ຢູ່ຂ້າງຮູ ມີເຫຼັກລວດຫນີບກະດາດ (ຄລິບ) ວາງຢູ່ສອງອັນ ທ່ານຕ້ອງນຳຫມາກບານນັ້ນ ຂຶ້ນຈາກຮູໃຫ້ໄດ້ ຈຶ່ງຈະຖືກປ່ອຍໂຕ. ຖ້າທ່ານບໍ່ສາມາດນຳຂຶ້ນມາໄດ້ ກໍຈະຖືກປະຫານ
ທ່ານຈະເຮັດແນວໃດ?
|