ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 22, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

<!--[if gte mso 9]><![endif]--><!-- /* Font Definitions */ @font-face {font-family:"Cordia New"; panose-1:2 11 3 4 2 2 2 2 2 4; mso-font-charset:0; mso-generic-font-family:swiss; mso-font-pitch:variable; mso-font-signature:16777219 0 0 0 65537 0;}@font-face {font-family:"Cambria Math"; panose-1:2 4 5 3 5 4 6 3 2 4; mso-font-charset:1; mso-generic-font-family:roman; mso-font-format:other; mso-font-pitch:variable; mso-font-signature:0 0 0 0 0 0;}@font-face {font-family:Calibri; panose-1:2 15 5 2 2 2 4 3 2 4; mso-font-charset:0; mso-generic-font-family:swiss; mso-font-pitch:variable; mso-font-signature:-1610611985 1073750139 0 0 159 0;}@font-face {font-family:"Saysettha Unicode"; panose-1:2 11 5 4 2 2 7 2 2 4; mso-font-charset:0; mso-generic-font-family:swiss; mso-font-pitch:variable; mso-font-signature:-2097151997 268435458 0 0 65537 0;} /* Style Definitions */ p.MsoNormal, li.MsoNormal, div.MsoNormal {mso-style-unhide:no; mso-style-qformat:yes; mso-style-parent:""; margin-top:0cm; margin-right:0cm; margin-bottom:10.0pt; margin-left:0cm; line-height:115%; mso-pagination:widow-orphan; font-size:11.0pt; mso-bidi-font-size:14.0pt; font-family:"Calibri","sans-serif"; mso-ascii-font-family:Calibri; mso-ascii-theme-font:minor-latin; mso-fareast-font-family:Calibri; mso-fareast-theme-font:minor-latin; mso-hansi-font-family:Calibri; mso-hansi-theme-font:minor-latin; mso-bidi-font-family:"Cordia New"; mso-bidi-theme-font:minor-bidi;}.MsoChpDefault {mso-style-type:export-only; mso-default-props:yes; mso-ascii-font-family:Calibri; mso-ascii-theme-font:minor-latin; mso-fareast-font-family:Calibri; mso-fareast-theme-font:minor-latin; mso-hansi-font-family:Calibri; mso-hansi-theme-font:minor-latin; mso-bidi-font-family:"Cordia New"; mso-bidi-theme-font:minor-bidi;}.MsoPapDefault {mso-style-type:export-only; margin-bottom:10.0pt; line-height:115%;}@page Section1 {size:612.0pt 792.0pt; margin:72.0pt 72.0pt 72.0pt 72.0pt; mso-header-margin:36.0pt; mso-footer-margin:36.0pt; mso-paper-source:0;}div.Section1 {page:Section1;}--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;}<![endif]-->

ຈື່ໃດ້ບໍ່ວ່າສະແດງຄວາມຮັກຕໍ່ແມ່ຕອນໃດ!!!

          ຄົງບໍ່ຈຳເປັນຕ້ອງຖາມດອກວ່າຮັກແມ່ຫຼືບໍ່, ເພາະວ່າທຸກໆຄົນກໍ່ຕ້ອງຮັກແມ່ແນ່ນອນ ແຕ່ຄັ້ງສຸດທ້າຍເດຈື່ໃດ້ບໍ່ວ່າ ເຮົາໃດ້ສະແດງຄວາມຮັກບໍ່ວ່າຈະເປັນການບອກຮັກແມ່, ການ ກອດ, ການຫອມຫຼືເຮັດຫຍັງກໍ່ໃດ້ ທີ່ເຮົາຄິດວ່າເປັນການສະແດງຄວາມຮັກຂອງເຮົາທີ່ ມີຕໍ່ແມ່ນັ້ນຕັ້ງແຕ່ຕອນໃດຫຼືເຄີຍໃດ້ສະແດງຄວາມຮັກທີ່ເຮົາມີໃຫ້ແມ່ເຫັນຫຼືບໍ່?  ຫຼືເອົາ ໃວ້ໃນໃຈຄົນດຽວບໍ່ກ້າສະແດງອອກ. ວັນແມ່ບໍ່ໃດ້ມີວັນດຽວ, ທຸກໆວັນເປັນວັນແມ່ ຖ້າຢາກເຮັດ ຫຍັງດີໆເພື່ອແມ່ກໍ່ບໍ່ຕ້ອງຖ້າດອກວັນໃດໆກໍ່ເຮັດໃດ້!

            ວັນແມ່ບໍ່ຈຳເປັນຕ້ອງເຮັດຫຍັງພິເສດກວ່າວັນອື່ນດອກ, ບໍ່ໃດ້ພົບແມ່ດ, ບໍ່ໃດ້ໄປ ໃສກັບ ແມ່ເພາະເຮັດວຽກຢູ່ ແຕ່ບໍ່ແມ່ນເຮົາບໍ່ໃດ້ສົນໃຈຫຼືບໍ່ຮັກແມ່ ແຕ່ເປັັນເພາະວ່າເຮົາເຮັດ ທຸກໆວັນຂອງເຮົາເປັນວັນແມ່(ວັນພໍ່ນຳອີກ). ປົກກະຕິໃຫ້ເອົາໃຈໃສ່ຫ່ວງໄຍ, ຫ່ວງຫາ, ຢື້ຢາມ, ຊື້ຂອງຕິດໄມ້ຕິດມືເບິ່ງແຍງທຸກສຸກ,ຍາມເຈັບໄຂ້ໃດ້ປ່ວຍກໍ່ຫາໝໍຫຼືຊື້ຢາມາປິ່ນປົວໃຫ້ເປນ ປະຈຳ. ຈົ່ງເຮັດຫຍັງພິເສດໃນວັນທີ່ເຮົາຢາກຈະເຮັດຫຼືວັນທີ່ເຮົາມີເວລາຫວ່າງ ບໍ່ຈຳເປັນ ຕ້ອງລໍຖ້າເຮັດໃນວັນນັ້ນວັນດຽວ.

            ວັນເກີດເຮົາເປັນວັນທີ່ເຈັບປວດທີ່ສຸດສຳລັບແມ່ ແລະຍັງເປັນວັນທີ່ພໍ່ແມ່ດີໃຈຫຼາຍທີ່ສຸດ ແຕ່ວ່າໃນວັນນັ້ນເຮົາພັດໄປສະຫຼອງຢ່າງເມົາມັນກັບຄົນອື່ນຈົນລືມແມ່. ເຄີຍຄິດບໍ່ວ່າພໍ່ແມ່ຕາກ ແດດຕາກຝົນ, ກົ້ມໆ, ເງີຍໆ ເພື່ອຫາເງິນໃຫ້ເຈົ້າໃດ້ໃຊ້ ແຕ່ລູກບາງຄົນໃຊ້ເງິນນັ້ນໄປຊື້ເຫຼົ້າເບຍ ລ້ຽງແຟນ ແລະໝູ່.

            ຍາມໃດ້ກິນແຊບ, ຍາມໃດ້ມ່ວນຊື່ນ, ຍາມໄປທ່ຽວຫຼີ້ນຄິດຮອດແຟນ ຄິດຮອດໝູ່ ແຕ່ ຍາມບໍ່ມີເງິນຄິດຫາແມ່. ໃດ້ເງິນຈາກພໍ່ແມ່ທີ່ສົ່ງໃຫ້ແລ້ວໄປຊື້ເຫຼົ້າເບຍສູ່ໝູ່ ແລະແຟນກີນຢ່າງ ພຸມເພືອຍ ບາດວ່າພໍ່ແມ່ຜູ້ຫາເງີນແທ້ໆຕ້ອງອົດຢາກກິນເຂົ້າຈ້ຳເກືອ.

            ພໍ່ແມ່ຫາເງີນໃດ້ມື້ໜື່ງບໍ່ຮອດຊາວພັນ ແຕ່ລູກເອົາໄປລ້ຽງແຟນ, ລ້ຽງໝູ່ມື້ໜື່ງຫຼາຍແສນ. ແມ່ລ້າງກົນໃຫ້ລູກເປັນເວລາຫຼາຍປີ, ຕາກແດດຕາກຝົນເພື່ອຫາເງີນຊື້ອາຫານລ້ຽງລູກ, ຊື້ເຄື່ອງ ນຸ່ງໃຫ້ລູກຈົນໃຫຍ່ທຸກຄົນ ແຕ່ລູກຫຼາຍຄົນພັດປ່ອຍປະພໍ່ແມ່ເວລາເພີ່ນເຖົ້າແກ່. ແມ່ລ້ຽງລູກໃຫ້ ໃຫຍ່ມາແລ້ວແທນທີ່ຈະເຮັດແຕ່ສີ່ງດີໆໃຫ້ແມ່ໃດ້ພູມໃຈ ແຕ່ລູກຊ້ຳພັດເປັນນັກເລງ, ນັກທ່ຽວ ສ້າງຄວາມລຳບາກໃຈໃຫ້ພໍ່ແມ່ຢູ່ຕະຫຼອດ.

            ດ້ອ່ານບົດນີ້ແລ້ວລອງຫຼັບຕາລົງແລ້ວຫວນຄືນຫຼັງເບີ່ງດູ່ວ່າຕົນເອງເຄີຍເຮັດໃຫ້ພໍ່ແມ່ຕ້ອງເສຍໃຈ ແລະເສຍນ້ຳຕາເພາະເຮົາຈັກຄັ້ງແລ້ວ, ເຮັດໃຫ້ເພີ່ນດີໃຈເດ່ມີຈັກເທື່ອບໍ່! ແລະສຸດທ້າຍທີ່ເຈົ້າສະແດງຄວາມຮັກຕໍ່ພໍ່ແມ່ນັ້ນຕອນໃດ!!!

 

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່