ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 23, 2009 | ມີ 7 ຄຳເຫັນ ແລະ 0 trackback(s)

 

ຜັກທຽມໃຊ້ໃນການປະສົມຫລືປຸງແຕ່ງອາຫານ ເຮັດໃຫ້ອອກລົດອອກຊາດ ສົ່ງກິ່ນຫອມເປັນໜ້າຢາກຮັບປະທານ ບໍ່ວ່າແຕ່ ປິ້ງ, ຂົວ, ຈືນ, ຕຳແຈ່ວ ເຮັດປະເພດ ສົ້ມປາ, ຊີ້ນ, ຕຳໝາກຮຸ່ງ, ໝາກຖົ່ວ, ໝາກແຕງ... ລ້ວນແຕ່ນຳໃຊ້ບໍລິການຫົວຜັກທຽມທັງນັ້ນ ທາງດ້ານການຮັກສາສຸຂະພາບກໍເຊັ່ນກັນ ບໍ່ວ່າຈະເປັນມະເຮັງ ການສ້າງພູມຄຸ້ມກັນ ຄວາມງາມ ຫຼື ແມ່ນແຕ່ເລື່ອງ ສະໝອງ ແລະ ເສັ້ນປະສາດທັງຫຼາຍ ກໍຍັງກ່າວເຖິງຄວາມດີຂອງ ຫົວຜັກທຽມ ຫົວຜັກທຽມເປັນອາຫານ ແລະ ຢາພື້ນ ເມືອງຢ່າງດີ ປຽບເໝືອນເປັນຍາອາຍຸວັດທະນະທີ່ມີລາຄາຖືກຊອກງ່າຍ ການພິສູດຂອງລາຄາຖືກ ແຕ່ຄຸນນະພາບດີ ໃນໂລກນີ້ ຄົງມີແຕ່ຫົວຜັກທຽມ ພືດພື້ນບ້ານຂອງເຮົານີ້ແຫຼະ.
ຄືດັ່ງເຮົາຮູ້ກັນດີແລ້ວວ່າ ຫົວຜັກທຽມ ບໍ່ວ່າຈະເປັນກີບນ້ອຍກີບໃຫຍ່ ຜັກທຽມໂທນ ກໍດີມີລິດເດດຄືກັນ ຄືມັນມີສານຕ້ານ ອະນຸພູມອິດສະຫຼະ ຢ່າງມີປະສິດທິພາບເຮັດໃຫ້ສະໜອງໄດ້ຮັບການປ້ອງກັນຈາກສານພິດຕ່າງໆ ຖ້າວ່າກິນເປັນປະຈຳ ແລະ ກິນຖືກຕ້ອງ.
ຫົວຜັກທຽມ ນອກຈາກມີສານຕ້ານອະນຸມູນອິດສະຫຼະແລ້ວ ຍັງມີສານໄປກະຕຸ້ນໃຫ້ສະໝອງສ້າງ ສານເຊໂຣໂທນີນ ຊຶ່ງ ຈະຊ່ວຍເຮັດໃຫ້ອາລົມຂອງຄົນເຮົາຢູ່ໃນພາວະປົກກະຕິ ບໍ່ເຄັ່ງຄຽດ ເຄັ່ງຕຶງ ຫຼື ອາລົມຊຶມເສົ້າ ແລະ ສິ່ງສຳຄັນຍັງຊ່ວຍ ປ້ອງກັນສະໝອງເສື່ອມໄດ້ອີກດ້ວຍ ໂດຍສານໃນຜັກທຽມຈະໄປຊ່ວຍເຮັດໃຫ້ຝາຜະໜັງຂອງແຊນປະສານເສື່ອມຕົວ ຊັກຊ້າ ລົງກວ່າເກົ່າ ຜູ້ສູງອາຍຸ ຫຼື ອາຍຸຫຼາຍໆ ຖ້າກິນຜັກທຽມປະຈຳຈະຈື່ຈຳເລື່ອງລາວຕ່າງໆໄດ້ດີ ທັງຄວາມຊົງຈຳ ໃນໄລຍະຍາວ.

ການທີ່ພວກເຮົາຈະກິນຜັກທຽມໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິພາບສູງນັ້ນ ແມ່ນຕ້ອງກິນດິບ ຄື ບໍ່ໃຫ້ຜັກທຽມສຸກ ດ້ວຍຄວາມຮ້ອນ ຊຶ່ງເຊື່ອກັນວ່າ ການກິນຜັກທຽມສົດ ສານອາຫານທີ່ມີຢູ່ໃນນັ້ນ ຍັງຢູ່ ແລະ ເຮັດວຽກຢ່າງມີ ປະສິດທິພາບຫຼາຍກວ່າຜັກທຽມຈຽວ ຫຼື ສຸກແລ້ວ ດັ່ງນັ້ນ ທາງທີ່ດີຄວນກິນຜັກທຽມສົດໆກັນດີກວ່າ ຈະກິນຍາມໃດນັ້ນ ແລ້ວແຕ່ກາລະເທສະຄວາມເໝາະສົມອື່ນໆ ເພາະຜັກທຽມດິບຈະສົ່ງກິ່ນບໍ່ໂສພາໄປສູ່ຜູ້ອື່ນ ອັນເຮັດໃຫ້ເສຍມາລະຍາດ ຖ້າບໍ່ລະວັງ ແລະ ຄວນມີວິທິການແກ້ກິ່ນນັ້ນຈະເປັນການດີ ແລະ ຖືກວ່າຮອບຄອບທີ່ສຸດ.

Delicious Digg Fark Twitter