ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 23, 2009 | ມີ 10 ຄຳເຫັນ ແລະ 0 trackback(s)

ຜົນການວິໄຈໃໝ່ຂອງຜູ້ຊ່ຽວຊານຈາກມະຫາວິທະຍາໄລອີຣາສະມຸດສ໌ ເມືອງຣອຕເຕີດຳ ປະເທດເນເທີແລນ ຄົ້ນພົບວ່າຄວາມສຸກສາມາດເຮັດໃຫ້ຄົນເຮົາມີຊີ ວິດຍືນຍາວຕໍ່ໄປໄດ້ອີກຫຼາຍປີ, ເພາະຄົນທີ່ມີຄວາມສຸກ ຈະບໍ່ມັກເຈັບໄຂ້ລົ້ມປ່ວຍ ຄົນທີ່ມີຄວາມສຸກມັກເປັນພວກທີ່ເອົາໃຈໃສ່ຕໍ່ສຸຂະພາບຂອງຕົນເອງ ໝັ່ນ ກວດເຊັກນ້ຳໜັກ ເພື່ອຈະຮູ້ແຕ່ທຳອິດ ຖ້າເກີດອາການເຈັບປ່ວຍຂື້ນ ຄົນທີ່ມີຄວາມສຸກຍັງເປັນພວກທີ່ສູບຢາ ແລະ ດື່ມແອກອລຮໍ ພໍປະມານ ມີຮ່າງກາຍ ແຂງແຮງ, ມີໂລກກະທັດທີ່ກວ້າງ, ມີຄວາມເຊື່ອໝັ້ນໃນຕົນເອງ ຈຶ່ງເຮັດໃຫ້ ສຸຂະພາບກາຍ ແລະ ຈິດໃຈດີໄປນຳກັນ ຄົນທີ່ມີຄວາມສຸກ ຈຶ່ງມັກມີອາຍຸຍືນ ຍາວກວ່າປົກກະຕິ ກົງກັນຂ້າມກັບຄົນທີ່ມີ ຄວາມທຸກໃຈ ຊຶ່ງຈະສົ່ງຜົນໃຫ້ຄວາມດັນເລືອດສູງຂື້ນ ແລະ ພູມຕ້ານໂລກຕ່ຳລົງ.

ຈາກການທົດລອງຜົນການສຶກສາ 30 ຢ່າງ ທີ່ເຮັດຂື້ນທົ່ວໂລກ ໃນໄລຍະເວລາຕັ້ງແຕ່ 1 ປີ ໄປຈົນຮອດ 60 ປີ, ເຫັນວ່າ ຄວາມສຸກຈະເຮັດໃຫ້ຄົນເຮົາ ມີອາຍຸຍືນຍາວຂື້ນປະມານ 7.5 ເຖິງ 10 ປີ ແຕ່ສິ່ງທີ່ເຮັດໃຫ້ນັກວິໄຈສົງໄສອີກ ກໍ່ຄື: ສິ່ງໃດທີ່ເຮັດໃຫ້ຄົນເຮົາມີຄວາມສຸກ ແລະ ຍ້ອນຫຍັງ? ຄົນທີ່ຢູ່ໃນ ປະເທດ ພັດທະນາແລ້ວ ຊຶ່ງມີຄວາມຈະເລີນທາງ ວັດຖຸ ຈຶ່ງບໍ່ຄ່ອຍພໍໃຈກັບຊີວິດຂອງຕົນເອງເທົ່າທີ່ຄວນ.

ນັກເສດຖະສາດໃນປັດຈຸບັນ ເລີ່ມຫັນມາໃຫ້ຄວາມສຳຄັນກັບຄວາມສຸກຂອງຊີວິດ ແທນທີ່ຈະເນັ້ນໃນເລື່ອງອຳນາດ ໃນການຊື້ ເຊັ່ນ: ແຕ່ກ່ອນຜົນວິໄຈພົບ ເຫັນວ່າ ທັນທີທີ່ຄົນເຮົາມີອຳນາດໃນການຊື້ເພິ່ມຂື້ນ ເຖິງ 10.000 ໂດລາ ຕໍ່ປີ ການຊື້ວັດຖຸສິ່ງຂອງມາຕອບສະໜອງຄວາມຕ້ອງການຂອງຕົນເອງ ກໍ່ຈະເລີ່ມ ກໍ່ໃຫ້ເກີດຄວາມສຸກພຽງຫນ້ອຍດຽວເທົ່ານັ້ນ.

ຄວາມສຸກຂອງຄົນເຮົາ ໂດຍແທ້ຈິງແລ້ວຢູ່ກັບເລື່ອງຂອງມິດຕະພາບ ແລະ ການຢູ່ຮ່ວມກັນໃນສັງຄົມທີ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເປັນສັງຄົມທີ່ມີເສລີພາບ ເປັນປະຊາທິປະໄຕ ລວມເຖິງການໄດ້ລັດຖະບານທີ່ດີມາບໍລິຫານປະເທດຊາດ ແລະ ຕ້ອງເປັນສັງຄົມທີ່ມີການບັງຄັບໃຊ້ກົດໝາຍຢ່າງຈິງຈັງ ທ່ຽງທຳ, ຜົນວິ ໄຈນີ້ຍັງໄດ້ຮຽກຮ້ອງໃຫ້ລັດຖະບານຈຳເປັນຕ້ອງ ສອນປະຊາຊົນ ໃຫ້ຮູ້ເຖິງແນວທາງໃນການດຳເນີນຊີວິດແບບມີຄວາມສຸກ ທີ່ເໜັ້ນການພັດທະນາ ຄຽງຄູ່ໄປ ກັບການຄົ້ນຫາຄວາມສຸກຂອງຊີວິດ.

 

Delicious Digg Fark Twitter