ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 26, 2008 | ມີ 21 ຄຳເຫັນ ແລະ 0 trackback(s)

ຢາກຈະຮູ້ນິຍາມຄວາມຮັກຂອງເເຕ່ລະຄົນເປັນຈັ່ງໃດ

ຊ່ວຍໆກັນ comment ມາເລີຍ

ວ່າ ຮັກແມ່ນຫຍັງ?

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 4, 2008 | ມີ 8 ຄຳເຫັນ ແລະ 0 trackback(s)
 

1.
ຢ່ານອນຕຽງທ່ີເປັນ ກ້ອງຕຽງໂລ່ງ ຖ້າຢ້ານຫຼາຍກະໄປນອນໃຕ້ຕຽງແທ່ນ ປ່ອຍໃຫ້ຜີນອນເທິງຕຽງແທ່ນ

2.ຖ້າຢ້ານໄຟປິດເປີດເອງ ກໍ່ໃຫ້ຖອດຫຼອດໄຟອອກທຸກດວງ ເຊັ່ນດຽວກັບກັອກນ້ຳເປີດເອງ ເຮົາກໍ່ເປີດປະໄວ້ເລີຍ

3.ຖ້າຢູ່ດີໆກະໄດ້ກ່ິນເໝັນ ກ່ິນ ແປກໆ  ໃຫ້ເຮົາເອົາຢາດົມ ມາດົມໄວ້

4.
ຖ້າຢູ່ດີໆ ກໍ່ໄດ້ຍິນເພງເເບບຂົນໜາວລຸກ  ກໍ່ໃຫ້້ເຮົາ ເອົາ ipod ມາເປີດ hiphop ຟັງ

5.
ຖ້າຢູ່ດີໆ ກໍ່ໄດ້ຍິນສຽງຜີ ເດັກນ້ອຍ ຫຼື ຜູ້ຍິງ ໄຫ້   ໃຫ້້ເຮົາລຸກມາປອບໃຈ ຜີ ,,ດຽວມັນກໍ່ເຊົາເອງເເຫຼະ

6.
ຖ້າໝູ່ຂອງເຮົາ ຖືກຜີເຂົ້າ  ໃຫ້ ເມີນມັນໄປໂລດ ແລ້ວໄປນອນ ພໍບໍ່ໃຜສົນໃຈ ຜີເຊັງ ດຽວກໍ່ອອກໄປເອງ

7.ຖ້າຢ້ານຈະມີໃຜໄປຢືນຢູ່ປາຍຕຽງ ກໍ່ໃຫ້ນອນເອົາຫົວ ມາຢູ່ປາຍຕຽງ (ເບ່ິງດຸມັນຊິໄປຢືນຢູ່ໃສ)

8.ຖ້າຜີ ມາຂໍສ່ວນບຸນ ສາມາດໂອນເຂົ້າບັນຊີ ທ່ີວັດໃດ ສາຂາໃດ ຮັບບັດcredit ບໍ່???

9.ຖ້າໄປເເຖວວັງວຽງ ໃຫ້ເອົາ dictionary ໄປນຳ ເພາະຢ້ານເຈິຜິີວັງວຽງ ດຽວເວົ້ານຳກັນບໍ່ເຂົ້າໃຈ


10.ຕອນອາບນ້ຳຖ້າຢູ່ດີໆ ນ້ຳຟັກບົວກາຍເປັນເລືອດ ໃຫ້ເອົາຖົງມາໂຕ່ງເອົາເລືອດ ເເລ້ວເອົາໄປບໍລິຈາກສະພາກາແດງ

11.ຖ້າບໍ່ຢາກໃຫ້ຜີຢູ່ໃນຕູ້ເຄື່ອງ ໃຫ້ເຮົາຂຽນປ້າຍແປະໄວ້ ວ່າ ບ່ອນໝານອນ

12.ຖ້າຢ້ານຜີິໃນ ລິຟ ໃຫ້ຍົກເຄ່ືອງໄປນຳຫຼາຍໆ ຜີຈະໄດ້ນຳມາບໍ່ທັນ  ເພາະ ນໍ້າໜັກເກີນ

13.ຖ້າຖ່າຍຮູບ ແລ້ວຕິດຜີ  ,ໃຫ້ເອົາຮູບໜ໊າຂອງຜີ ໄປຕັດຕໍ່ ໃສ່ຮູບໂປ  (ເຮັດໃຫ້ຜີອາຍ ບໍ່ກ້າມາອີກ)

14.ຖ້າຜີມາ ໂບກມື ລົດ ..ໃຫ້້້ເຮົາຮຽກຄ່າໂດຍສານນຳຜີຫຼາຍໆໂລດ ມັນຈະໄດ້ບໍ່ກ້າຂຶ້ນລົດ

15.ອື່ນໆ ,,,,,,,_

                                         ມັກຂໍ້ໃດກະບອກແດ່ເດີ້
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 2, 2008 | ມີ 11 ຄຳເຫັນ ແລະ 0 trackback(s)


ຊາຍຄົນ໑ອອກມາຈາກຮ້ານເບຍແຫ່ງ1ດ້ວຍຄວາມມື່ນເມົາ ມີຂໍທານໜ້າຕາມ໋ອມແມມ ແລະສົກກະປົກ ນັ່ງຢູ່ຂ້າງທາງ

“ອ້າຍ ຂ້ອຍຂໍເງິນແດ່ 10 000 kip ຂ້ອຍຍັງບໍ່ໄດ້ກິນຫຍັງມາໝົດມ້ືເລີຍ” ຂໍທານເວົ້າ

ຊາຍຄົນ໑ ຢຸດຈຶກ ແລ້ວເວົ້າວ່າ

“ໄປດື່ມເຫຼົ້າກັບອ້າຍ ອ້າຍລ້ຽງເອງ”

“ບໍ່ເປັນຫຍັງ ຂ້ອຍບໍ່ດື່ມ” ຂໍທານບອກ

ຊາຍໜຸ່ມເລີຍບອກວ່າ “ ຄັນຊັ້ນໄປຫຼ້ິນໄພ້ກັບອ້າຍ ອ້າຍອອກທຶນເອງ”

“ຄື ຂ້ອຍບໍ່ຫຼິ້ນການພະນັນ ” ຂໍທານຍັງປະຕິເສດ

ຊາຍຄົນນັ້ນເລີຍຖາມຕໍ່ໄປວ່າ “ ຊັ້ນໄປຮ້ານນ້ອຍນຳອ້າຍເນາະ ອ້າຍຈ່າຍເອງ”

ຂໍທານກໍ່ຕອບໄປອີກວ່າ “ອືມ....ຂ້ອຍບໍ່ທ່ຽວຜູ້ຍິງນະ ອ້າຍ”

ຊາຍໜຸ່ມຍິ້ມຂຶ້ນ ຄືຈະຖືກໃຈຍັງບາງຢ່າງ ແລ້ວຖາມຕໍ່ໄປອີກວ່າ

“ມື້ກ້ີ ເຈົ້າວ່າຊິ ຂໍເງິນເທົ່າໃດນະ”

ຂໍທານບອກ “ 10 000 ອ້າຍ”

ຊາຍໜຸ່ມເລີຍກົ້ມໜ້າໄປແລ້ວ ຊິມວ່າ “ເອົາແບບນີ້ແລ້ວກັນ ກູໃຫ້ 50 000 ໄປບ້ານ ກັບກູເລີຍ”

“??????” ຂໍທານງົງ


ຊາຍໜຸ່ມຈົກເງິນໃຫ້້ແລ້ວເວົ້າ“ໄປໃຫ້ເມຍກູເບ່ິງ ວ່າ ຄົນທ່ີບໍ່ກິນເຫຼົ້າ ບໍ່ຫຼ້ິນພະນັນ ບໍ່ ຫຼ້ິນສາວ ມັນມີສະພາບເປັນແນວໃດ” ກັກກັກກັກອ 555
ຂຽນເມື່ອ ຂຽນເມື່ອ: ກ.ລ.. 31, 2008 | ມີ 4 ຄຳເຫັນ ແລະ 0 trackback(s)



1.ທອງຢົກລ້ຳຄ່າພຽງໃດ ກໍ່ບໍ່ປະຕິເສດເທົ່າກັບຄວາມຮັກ ສາມັກຄີລະຫວ່າງພີ່ນ້ອງ

2.ຄົນພານມັນກໍ່ຄືກັບຖ່ານໄຟ ຕອນຕິດໄຟ
  
ຈັບໄປກໍ່ຮ້ອນມື ຕອນດັບຈັບໄປກໍ່ຮ້ອນມື

3.ຄວາມຮັກກະປຽບເໝືອນແມງກະເບື້ອ
   ຍາມເຮົາໄຂ່ວຄ້ວາ ກໍ່ມັກບິນໜີໄປ
   ຍາມເຮົາຢູ່ເສີຍ ກັບພັດມາບິນເກາະເຮົາ


4.ຜູ້ຈະເຮັດການໃຫຍ່
   ຍ່ອມບໍ່ຖືສາ ຄຳຕຳນິເລັກໆ ນ້ອຍໆ


5.ຄົນເຮົາຄົບກັນ ມີຄ່າ ຢູ່ທ່ີຮູ້ຈັກກັນ
   ຄົນເຮົາຮູ້ຈັກກັນ ມີຄ່າ ຢູ່ທ່ີຮູ້ໃຈກັນ


6.ຢ່າລັງເເກຄົນຍາກຈົນ
   ຢ່າຍ່ິງຍະໂສ ໃນຄວາມຮັ່ງມີ


7.ຜູ້ທີ່ຮູ້ຈັກຄົນອ່ືນເປັນຄົນສະຫຼາດ
  
ຜູ້ທີ່ຮູ້ຈັກຕົວເອງເປັນຄົນມີສະຕິ

8.ເສຍເງິນທອງ ຖືວ່າເສຍພຽງ໑
   ເສຍຊື່ສຽງ ຖືວ່າເສຍຫຼາຍກ່ວາ໑
   ແຕ່ຫາກສູນເສຍກຳລັງໃຈ
   ຖືວ່າເສຍທຸກຢ່າງ


ຂຽນເມື່ອ ຂຽນເມື່ອ: ກ.ລ.. 31, 2008 | ມີ 7 ຄຳເຫັນ ແລະ 0 trackback(s)
ເຮົາຈະລອງທາຍລັກສະນະນິໄສ ຂອງໝູ່ເພື່ອນ ເບິ່ງວ່າ ວ່າຈະເປັນຄົນແນວໃດ
ມາລອງເບິ່ງກັນເລີຍ ນະບັດnow
ພຯງຄຳຖາມ ໑ ຂໍ້ ນິແຫຼະເດີ້

ຕອບຄຳຖາມລຸ່ມນີ້

ຫາກມື້ອື່ນ ເປັນວັນທີ່ໂລກແຕກ ແລະບໍ່ມີໃຜສາມາດລອດຊີວິດໄປໄດ້ ຈາກໂລກນີ້
ແຕ່ເນື່ອງຈາກວ່າ ເຈົົ້າເປັນຄົນດີມາຕະຫຼອດ ເທວະດາເລີຍ ເມດຕາປະທານພອນໃຫ້ ເຈົ້າມີຊີວິດຢູ່ໄດ້
ໃນດິນເເດນໂລກໃບໃໝ່ ແລະໃຫ້ເຈົ້າສາມາດເລືອກສິ່ງມີຊີວິດໄປນຳເຈົ້າໄດ້ ໑ ໂຕເທົ່ານັ້ນ ຄື


1.ສິງ ທີ່ປະກາດໂຕ ຍອມເປັນລູກນ້ອງຜູ້ຊ່ືສັດ ຕະຫຼອດໄປ

2.ກະຕ່າຍປ່າຕົວນ້ອຍ ຊ່າງເວົ້າຊ່າງວ່າ ທີ່ອ້ອນວອນຂໍຮ້ອງໃຫ້ເຈົ້າຊ່ວຍຊີວິດໄວ້

3.ມັງກອນພົ່ນໄຟໄດ້ ທີ່ພ້ອມຈະຮັບໃຊ້ເຈົ້າຕະຫຼອດເວລາ

4.ນົກວິເສດ ທີ່ສາມາດຮ້ອງເພງໄດ້ທຸກເພງທີ່ມີມາຢູ່ໃນໂລກ

5.ລູກໄກ່ ໂຕນ້ອຍໆ ທີ່ຍອມເຮັດທຸກຢ່າງ ເພື່ອຂໍໃຫ້ເເມ່ຂອງລູກໄກ່ໄປເເທ່ນມັນ

6.ເເມວນ້ອຍເວົ້າໄດ້ ທີ່ຊື່ສັດແລະຂໍຢູ່ເປັນໝູ່ເຈົ້າໄປຕະຫຼອດ

7.ເສືຶອແຂງແຮງ ກຳຢຳ ທີ່ຍອມເປັນພາຫະນະແລະຜູ້ຈະຄ່ອຍຫາອາຫານໃຫ້


ເລືອກເອົາ1ຂໍ້ເດີ້ ເເລ້ວຄ່ອຍອ່ານຄຳຕອບລຸ່ມນີ້
,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,
,,,,,,,,,,,,,,,,,,,,,,,,,,,,,,,,,,,,,
,,,,,,,,,,,,,,,,,,,,,,,,,,,,,,,,

,,,,,,,,,,,,,,,,,,,,,,,,,,,,
,,,,,,,,,,,,,,,,,,,,,,,,
,,,,,,,,,,,,,,,,,,,
,,,,,,,,,,,,,,,
,,,,,,,,,,,,,
,,,,,,,,,
,,,,
,,
,

ເບິ່ງຄຳຕອບກັນເລີຍເດີ້


1.ເຈົ້າເປັນຄົນອາລົມໃຈຮ້ອນນະ

ເຈົ້າອອກຈະເປັນຄົນໃຈຮ້ອນ ຂີ້ໂມໂຫ ເເຕ່ມີບຸກຄະລິກທີ່ໂດດເດັ່ນ ບໍ່ວ່າໜຸ່ມຫຼືສາວ ຕ່າງກໍ່ມັກແຕ່ງໂຕເດັ່ນ ທັນສະໄໝ
ລົດສະນິຍົມເລີດເລີ
ມັກເຮຮາ party ໃນລະດັບທີ່ບໍ່ທຳມະດາ ໃຈກ້ວາງກ້າສ່ຽງເເລະກ້າທຸ້ມເທ ຄ່ອນຂ້າງຍ່ິງຍະໂສ ບໍ່ຄ່ອຍຍອມໃຜ
ຍຶດໝັ້ນໃນຊື່່ສຽງກຽດຕິຍົດ
ເປັນຄົນເດັດຂາດບໍ່ໂລເລ ເປັນຜູ້ນຳໄດ້ດີ ມີສະຕິປັນຍາ ຮັກງ່າຍຫຼາຍໃຈ
ຮັກໝູ່ ເເລະກໍ່ມັກອິດສະຫຼະ


2.ເຈົ້າເປັນຄົນນ່າຣັກ ນຸ່ມນວນ

ເຈົ້າມັກຈະມີທ່າທາງມີສະເນ່ຫຼາຍ ມີຈິດໃຈອ່ອນໂຍນ ຊ່າງຄິດແບບ ສິນລະປິນທຸກຂະເເຫນງ
ໃຈເສາະ ບໍ່ສຽບຂາດໜັກແໜ້ນ ນິໄສຂີ້ດື້ຂີ້ງອນຄືເດັກນ້ອຍ ຫຶງຫວງ
ໃຈອ່ອນໂມໂຫງ່າຍແຕ່ຫາຍໄວ ເຈົ້າຊູ້ ຫຼາຍໃຈ ຂີ້ຢ້ານແລະເສຍຂັວນງ່າຍ
ເປັນຄົນຂີ້ບົນເເຕ່ກະດຸໝັ່ນຂະຫຍັນພຽນ ບາງເທື່ືອກໍ່ກ້າຫານຢ່າງນ່າທຶ້ງ ອາດຕ້ອງລະວັງເລື່ອງຖືກຫັກຫຼັງ
ເເລະບັ້ນປາຍຊີວິດຈະມີຄວາມສຸກຫຼາຍ


3.ເຈົ້າເປັນຄົນໃຈເເກ່ງ


ມັກ ຊົກຕີເເບບນັກເລງ ຕິດນິໄສທ່ຽວກິນດື່ມ ແຕ່ກະເລີກໄດ້ງ່າຍ ຖ້າເຮັດດີກັບໃຜກະບໍ່ຄ່ອຍມີຜົນດີກັບຄືນ
ເປັນຄົນເຈົ້າຊູ້ຟຸ່ມເຟືອຍໃຊ້ເງິນເກັ່ງ ເປັນຄົນມັກຍ້ອງ ມີໝູ່ຫຼາຍ ອາລົມຮ້າຍ ດື້ດຶງໃຈເດັດຂີ້ໃຈນ້ອຍ
ແຕ່ກໍ່ໃຈຮ້ອນຫຼາຍ ເປັນຄົນບໍ່ອ່ອນແອ ແລະເປັນຄົນມຸ່ງໝັ້ນ ເຮັດຫຍັງ ຈະເຮັດຈົນສຸດຕົວ ບໍ່ແລ້ວກໍ່ຈະບໍ່ພັກເດັດຂາດ
ມັກຈະເຮັດໃຫ້ມັນເເລ້ວໄວໆ ,ຖ້າໝົດດຸໝັ່ນແລ້ວ ກໍ່ຈະບໍ່ສົນເລີຍ

4.ເຈົ້າເປັນຄົນທີ່ຕື່ນເຕັ້ນງ່າຍ

ເຈົ້າມັກເຮຮາປາຕີ້ກິນດ່ືມ ຮ້ອງລຳທຳເພງ ເວົ້າຈາມີສະເນ່ ມີມະນຸດສຳພັນດີ ເອົາຊະນະໃຈຄົນໄດ້ດີ ມີຄວາມນຸ່ມນວນ
ເປັນຄົນຮູ້ຈັກກາລະເທສະ ຮູ້ຈັກວາງຕົວ ເປັນຄົນທີ່ຄິດດີໆ ແລ້ວຈຶງເຮັດ ດປັນຄົນທີ່ຊ່າງຈື່ ຊ່າງເກັບຂໍ້ມູນ
ຄາລົມດີ ບາງຄັ້ງກໍ່ສວຍໂອກາດຄົນອື່ນໄດ້ ເພາະເປັນຄົນມັກຫຼາຍ
ແຕ່ບໍ່ກ້າວຣ້າຍ ບໍ່ແຂງກະດ້າງ


5.ເຈົ້າເປັນຄົນໜ້າຕາດີ

ຄົນມີບຸກຄະລິກ ງາມສະຫງ່າ ສົນໃຈຮຽນຮູ້ເລື່ອງລີ້ລັບ ແລະວີຊາການທຸກຂະແໜງ
ມັກເປັນຄົນທີ່ມີຈິດໃຈດີ ບໍ່ເຮັດຜີດຄິດຮ້າຍກັບຄົນອື່ນ ແຕ່ກະບໍ່ມັກໄປວຸ້ນວາຍກັບຄົນອື່ນ
ມີຄວາມລະອຽດອ່ອນ ບໍ່ມັກເລື່ອງ ທີ່ ບໍ່ມີສາລະ ມັກຈະທຸ້ມເທໃຫ້ເລື່ອງມີປະໂຫຍດ ຕະຫຼອດເວລາ

6.ເຈົ້າເປັນຄົນມີຈິດໃຈດີ ບໍລິສຸດ

ເປັນຄົນບໍ່ມັກຄິດຮ້າຍກັບໃຜ ມີຈິດໃຈດີງາມ ແຕ່ຕົວເອງບໍ່ມັກແຕ່ງຕົວ ຫຼືອອກຫຼິ້ນ ມັກຢູ່ຄົນດຽວ ບໍ່ມັກ ຄວາມອຶກກະທຶກນຶກນ່ອງ
ມີຈິດໃຈຄິດຝັນເລື່ອງຄວາມຮັກ ມີຄວາມເດັ່ນດ້ານການເວົ້າຈາ ເຂົ້າສັງຄົມ ແລະມີຈິດຕະວິທະຍາສູງ ໃຈກ້ວາງ
ບໍ່ຂີ້ໜຽວ ມັກຫຼິ້ນດົນຕີຣ  ມຸ່ງໝັ້ນຝັນໄກ  ມີຈິດໃຈມັກເຮັດບຸນ ແລະກໍ່ເປັນຄົນທີ່ເດົາໃຈຍາກ

7.ເຈົ້າເປັນຄົນທີ່ມີຈິດໃຈ ອາຄາດແຄ້ນ

ເຈົ້າເປັນຄົນທີ່ເດັດຂາດຫຼາຍ ບໍ່ມັກອ້ອມຄ້ອມ ບໍ່ລືມຫຍັງງ່າຍໆ ບາງຄັ້ງກໍ່ມີເລ່ລ່ຽມ ມີສະຕິປັນຍາດີ
ມຸມານະ ບໍ່ທໍ້ແທ້ ບໍ່ຄ່ອຍເຊື່ອ ຫຼື ໄວ້ໃຈໃຜ ງ່າຍໆ ເປັນຄົນທີ່ບໍ່ຫາປະໂຫຍດຈາກຄົນອື່ນ ເເຕ່ກໍ່ຍອມເສຍປຽບໃຜ
ດື້ແບບບໍ່ຮັບຜິດ ມັກໂຕ້ແຍ້ງ ຖົກຖຽງ ຕິດມີນິໄສນັກເລງ ກ້າຊົນກ້າຊ່ຽງ ຂີ້ຫຶງໂມໂຫ ບໍ່ຄ່ອຍມັກເວົ້າ
ຖືກຽດສັກສີເປັນໃຫຍ່ ຈ໊ອງຫ໋ອງ ມີແຟນຫຼາຍຄົນ(ເຖິງໜ້າຕາຈະບໍ່ຄ່ອຍດີ)


ຈົບແລ້ວ ຖືກບໍ່ຖືກ ກະບອກແດ່ເດີ້                      KirA


ຂຽນເມື່ອ ຂຽນເມື່ອ: ກ.ລ.. 30, 2008 | ມີ 14 ຄຳເຫັນ ແລະ 0 trackback(s)
ໃຜຄິດຫວະສູດນິ!!???alt ລອງເຮັດຕາມນີ້ເບິ່ງເດີ້ ເເລ້ວໄລ່ເບິ່ງ
  1. ໃນ໑ ອາທິດ ເຈົ້າຕ້ອງການພົບກັບແຟນຈັກມື້?
  2. ເອົາຕົວເລກນັ້ນໄປຄູນ2
  3. ຈ່າກນັ້ນບວກດ້ວຍ5
  4. ແລ້ວຄູນດ້ວຍ50
  5. ຖ້າປິນິ້ຍັງບໍ່ທັນວັນເກີດຂອງເຈົ້າໃຫ້ບວກດ້ວຍ 1757
              ແຕ່ຖ້າກາຍແລ້ວໃຫ້ບວກ 1758
    6. ແລ້ວເອົາຕົວເລກທີ່ໄດ້ມາໃຫ້ລົບດ້ວຍປີເກີດເຮົາ ເຊັ່ນ 1989 ກະລົບໃຫ້ ເລກນັ້ນ
       

        ເອົາລະມາລອງເບິ່ງເດີ້້ພີ່ນ້ອງ(ໃຫ້ແນ່ໃຈເດີ້ ວ່າເຮັດຖືກຕາມຂັ້ນຕອນທຸກຢ່າງ)
     
       ຖ້າແນໃຈລະລອງມາເບິ່ງກັນເລີຍ
     
       ຄຳຕອບ

       ຕອນນີ້ ເລກທີ່ເຈົ້າໄລ່ມາແມ່ນມີ 3 ຫຼັກ
      
       ຕົວເລກຫຼັກທຳອິດ ເເມ່ນ ຈຳນວນມື້ທີ່ເຈົ້າຕອບວ່າ   " ໃນ໑ ອາທິດ ເຈົ້າຕ້ອງການພົບກັບແຟນຈັກມື້ "

       ສ່ວນຕົວເລກ 2 ໂຕທ່ີເຫຼືອ ຈະເເມ່ນອາຍຸຂອງເຈົ້າຕອນນີ້.........ກັກກັກກັກ ຕົງບໍ່ ຕົງບໍ່
                     
ຂຽນເມື່ອ ຂຽນເມື່ອ: ກ.ລ.. 27, 2008 | ມີ 12 ຄຳເຫັນ ແລະ 0 trackback(s)
ຊາຍຊະລາ ໄວ 80 ປິ ,ມາຫາໝໍເພື່ອເຊັກສຸຂະພາບ ປະຈຳປີ

”ເປັນແນວໃດລຸງ ສະບາຍດີຢູ່ຫວາ” ຫມໍຖາມ

”ຟິດໆ ໃຫ້ຂຶ້ນພູ ລົງພູ ຍັງ ສະບາຍໆ” ຊາຍແກ່ ຄຸຍ

”ຕອນນີ້ ລຸງແຕ່ງງານ ກັບສາວ ເອ໊າະໆ ອາຍຸ18 ແຖມຍັງທ້ອງລູກຂອງລຸງອີກຕອນນິນະ”

ເພິ່ນອວດຢ່າງພູມໃຈວ່າຊັ້ນ,,,,

ໝໍອຶ້ງໄປດົນເຕີບແລ້ວເວົ້າໄປວ່າ

”ໝໍມີເລື່ອງ໑ຢາກຈະເລົ່າສູ່ຟັງ: ມີຊາຍຄົນ໑ ມັກເຂົ້າປ່າເພື່ອ ລ່າສັດ

ມີມາມື້໑ ລາວຟ້າວຫຼາຍຈົນ ຫຼົງຢິບເອົາ ຄັນຫົ່ມແທ່ນ ປືນ

ພໍເຂົ້າໄປປ່າ ຢູ່ດິີໆກໍ່ມີເສືອອກມາຈາກຟູ່ມ

ລາວຕົກໃຈຫຼາຍ ເລີຍຈັບເອົາຄັນຫົ່ມຍິງເສືອ,  ລອງເດົາເບິ່ງ ວ່າເກີດຫຍັງຂື້່ນ”

”ບໍ່ຮູ້ເດ“ຊາຍແກ່

”ໝີກໍ່ຖືກ ລູກປືນລົ້ມລົງຕາຍ”ໝໍຕອບ

“ຊິເປັນໄປໄດ້ແນວໃດ” ຊາຍແກ່ບໍ່ເຫັນດີນຳ 

” ມີຄົນອື່ນຍິງຕິ”

”ໝໍກະຄິດຈັ່ງຊັ້ນເເຫຼະ” ໝໍຕອບ

ຈົບ,,,,,,
ຂຽນເມື່ອ ຂຽນເມື່ອ: ກ.ລ.. 19, 2008 | ມີ 11 ຄຳເຫັນ ແລະ 0 trackback(s)
alt



alt



alt



alt



 alt



ເມັ້ນມາເເດ່ເດີ້ ! ຂອບໃຈພັນລາວ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 16, 2008 | ມີ 4 ຄຳເຫັນ ແລະ 0 trackback(s)
                        ບາງຄົນອາດຈະຮູ້ແລ້ວ ກໍ່ຕ້ອງຂໍໂທດເດີ້ທີ່ເອົາມາຖາມອີກ alt

໑. ຖາມວ່າ : ຖ້າຕອນນີ້ເຈົ້າ ເຂົ້າການແຂ່ງຂັນແລ່ນໄວ .ແລ້ວຂະນະນັ້ນ ເຈົ້າເເລ່ນແຊ່ງຄົນທີ່2 ເຂົ້່າເສັ້ນໄຊໄປ ,ແລ້ວເຈົ້າຈະເຂົ້່າເສັ້ນໄຊໄປເປັນຄົນທີ່ເທົ່າໃດ??????                                                                                ແລ້ວ ຖ້າເເລ່ນແຊ່ງຄົນສຸດທ້່າຍເຂົ້່າເສັ້ນໄຊເດ , ຂິເປັນຄົນທີ່ເທົ່າໃດ?
(ເເນ່ໆ ! ຮູ໋ໃດຫັ້ນຊິຕອບວ່າ ທີ່1 ກັບ ທີ່ ຮອງທ້າຍເເມ່ນບໍ່    ) alt ຜິດເດີ້ພີ່ນ້ອງ

 ຕອບ: ແຊ່ງຄົນທີ່2 ກະໄດ້ທີ່2 ແຫຼະ (ຄິດໆໆໆ ເບິ່ງalt)
 ແລ້ວ ຖ້າເເລ່ນແຊ່ງຄົນສຸດທ້່າຍ ນະ ! ຄືຊິແລ່ນເເຊ່ງບໍ່ໄດ້ດອກ,(ເພາະ ຄົນສຸດທ້່າຍແລ້ວ ຊິແຊ່ງໄດ້ຈັ່ງໃດລະ ພີ່ນ້ອງ) 555



໒.ແມ່ຂອງນາງ ກ  ມີືລູກ5ຄົນ ຄື: A, B, C, D . ຊິຖາມວ່າ : ລູກສາວຫຼ້າ ຄົນທີ່5 ມີຊື່ວ່າ ແນວໃດ???

(ບໍ່ວ່າ ຊິບໍ່ຮູ້?????)
ຕອບ: ກະຊື່ ກ ຫັ້ນເດ (ແມ່ຂອງນາງ ກ)

໓. ຖ້າເຈົ້າຂັບລົດເມໂດຍສານ ໄປ ຊຯງຂວາງ . ມີຜູ້ໂດຍສານທີ່ອອກຄິວ ທຳອິດລວມມີ 50 ຄົນ .  ຟໍເດີນທາງຮອດ ສີໄຄ ,ກໍ່່ມີຄນຂຶຶ້ນ ລົດ ອີກ 2ຄົນ ,ຟໍຂັບລົດໄປຕໍ່ຮອດ ວັງວຯງ ກໍ່ ມີຄົນຂຶ້ນອີກ10ຄົນ ແລະ ມີຄົນລົງລົດ6ຄົນ ,ຈົນຂັບໄປຮອດ ສາລາພູຄູນ ,  ມີຄນຂຶຶ້ນ ລົດ ອີກ 3ຄົນ ແລະລົງອີກ 1 ຄົນ ,ແລະກໍ່ໄປຕໍ່ຈົນຮອດ ຊຯງຂວາງ
ຊິຖາມວ່າ : ຄົນຂັບລົດມີຊື່ວ່າຈັ່ງໃດ?



(ໃຜຊິໄປຮູ້ວະ) ຄິດແບບນິ້ຢູ່ແມ່ນບໍ່ ພີ່ນ້ອງ


ຕອບ: ກະຊື່ຶເຈົ້າຫັ້ນເດ ( ເຈົ້າເປັນຄົນຂັບນະ)



໔. ໃນປີ໑ ຈະມີຢູ່12ເດືອນ ,ບາງເດືອນ ກະມີ 30ວັນ  ແລະ ບາງເດືອນ ກະມີ 31ວັນ, ເເລ້ວເດືຶອນທີ່ມີ 28ວັນ ມີຢູູ່ຈັກເດືອນລະ???


ຊຶຕອບວ່າມີເດືອນດຯວ ຄືເດືອນ2 ໄດ໋ຫັ້ນເນາະ!!!!!alt

ຕອບ: ມີ ທຸກເດືອນ ເດິີ້ ພີືືຶ່ນ້ອງ (ລອງອ່ານດີໆແມະ)

                     

                                      ຈົບເເລ້ວເດີ້ ພີ່ນ້ອງ .ມ່ວນຫຼືບໍ່ມ່ວນ ດີ ຫຼື ບໍ່ດີ ກະເມັ້ນ ມາບອກເເດ່ເດີ້   ........................alt 







                                                                  
ອ່ານຄືນຫຼັງ
ໝວດໝູ່