ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 2, 2008 | ມີ 11 ຄຳເຫັນ ແລະ 0 trackback(s)


ຊາຍຄົນ໑ອອກມາຈາກຮ້ານເບຍແຫ່ງ1ດ້ວຍຄວາມມື່ນເມົາ ມີຂໍທານໜ້າຕາມ໋ອມແມມ ແລະສົກກະປົກ ນັ່ງຢູ່ຂ້າງທາງ

“ອ້າຍ ຂ້ອຍຂໍເງິນແດ່ 10 000 kip ຂ້ອຍຍັງບໍ່ໄດ້ກິນຫຍັງມາໝົດມ້ືເລີຍ” ຂໍທານເວົ້າ

ຊາຍຄົນ໑ ຢຸດຈຶກ ແລ້ວເວົ້າວ່າ

“ໄປດື່ມເຫຼົ້າກັບອ້າຍ ອ້າຍລ້ຽງເອງ”

“ບໍ່ເປັນຫຍັງ ຂ້ອຍບໍ່ດື່ມ” ຂໍທານບອກ

ຊາຍໜຸ່ມເລີຍບອກວ່າ “ ຄັນຊັ້ນໄປຫຼ້ິນໄພ້ກັບອ້າຍ ອ້າຍອອກທຶນເອງ”

“ຄື ຂ້ອຍບໍ່ຫຼິ້ນການພະນັນ ” ຂໍທານຍັງປະຕິເສດ

ຊາຍຄົນນັ້ນເລີຍຖາມຕໍ່ໄປວ່າ “ ຊັ້ນໄປຮ້ານນ້ອຍນຳອ້າຍເນາະ ອ້າຍຈ່າຍເອງ”

ຂໍທານກໍ່ຕອບໄປອີກວ່າ “ອືມ....ຂ້ອຍບໍ່ທ່ຽວຜູ້ຍິງນະ ອ້າຍ”

ຊາຍໜຸ່ມຍິ້ມຂຶ້ນ ຄືຈະຖືກໃຈຍັງບາງຢ່າງ ແລ້ວຖາມຕໍ່ໄປອີກວ່າ

“ມື້ກ້ີ ເຈົ້າວ່າຊິ ຂໍເງິນເທົ່າໃດນະ”

ຂໍທານບອກ “ 10 000 ອ້າຍ”

ຊາຍໜຸ່ມເລີຍກົ້ມໜ້າໄປແລ້ວ ຊິມວ່າ “ເອົາແບບນີ້ແລ້ວກັນ ກູໃຫ້ 50 000 ໄປບ້ານ ກັບກູເລີຍ”

“??????” ຂໍທານງົງ


ຊາຍໜຸ່ມຈົກເງິນໃຫ້້ແລ້ວເວົ້າ“ໄປໃຫ້ເມຍກູເບ່ິງ ວ່າ ຄົນທ່ີບໍ່ກິນເຫຼົ້າ ບໍ່ຫຼ້ິນພະນັນ ບໍ່ ຫຼ້ິນສາວ ມັນມີສະພາບເປັນແນວໃດ” ກັກກັກກັກອ 555
Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່