ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 31, 2008 | ມີ 5 ຄຳເຫັນ ແລະ 0 trackback(s)

ການກວດສອບຕົວ Anti-Virus ທີ່ໃຊ້ຢູ່ປັດຈຸບັນວ່າຍັງສາມາດໃຊ້ງານໄດ້ເຕັມປະສິດທິພາບຫຼື

ບໍ່ນັ້ນຫຼາຍໆຄົນຄົງມີວິທີທີ່ບໍ່ຄືກັນ ຕາມທີ່ໄດ້ອ່ານໜັງສືໃນເວບໄຊທທີ່ກ່ຽວກັບ Windows Xp

ເພິ່ນໄດ້ບອກວິທີທົດສອບຄຸນນະພາບຕົວ Anti-Virus ໄວ້ວ່າ:

1.ເປີດໂປຣແກຣມ Notepad ຂຶ້ນມາ (ເພຶ່ອຄວາມສະດວກຄວນເປີດໃນDesktop)

2.ກ໋ອບປີລະຫັດດ້ານລຸ່ມນີ້ໄປໄວ້ໃນ Notepad

X5O!P%@AP[4\PZX54(P^)7CC)7}$EICAR-STANDARD-ANTIVIRUS-TEST-FILE!$H+H*

3.Save ເປັນຊື່ Virus.com

ຖ້າຕົວ Anti-Virus ບໍ່ແຈ້ງວ່າເປັນ Virus ນັ້ນກໍ່ເຖິງເວລາປ່ຽນ Anti-Virus ໃໝ່ແລ້ວເພາະມັນບໍ່ຄ່ອຍມີປະສິດ ທິພາບໃນການກວດສອບ.

*       ວິທີນີ້ບໍ່ເປັນອັນຕະລາຍກັບເຄື່ອງຄອມພິວເຕີ ເພາະມັນເປັນວິທີທົດສອບ Anti-Virus ຂອງເຮົາເທົ່ານັ້ນ ບໍ່ແມ່ນ Virus ຈິງ.

ທົດລອງແລ້ວໄດ້ຜົນຈິງ(ປັດຈຸບັນຂ້ອຍໃຊ້ Symantec Anti-Virus 32bit)

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2008 | ມີ 4 ຄຳເຫັນ ແລະ 0 trackback(s)

ສຳລັບຜູ້ທີ່ຕ້ອງການແບັກອັບຂໍ້ມູນເກັບໄວ້ໃນແຜ່ນຊີດີ ແລະຕ້ອງການພິມໜ້າປົກເພື່ອບອກວ່າໃນແຜ່ນນັ້ນມີໄຟລຫຼືໂຟລເດິ່ອັນໃດແດ່ ຫຼືຕ້ອງການພິມລາຍຊື່ເພງ MP3 ໃນແຜ່ນຊີດີອອກມາເບິ່ງ ການນັ່ງພິມດ້ວຍຕົວເອງຄົງປັນວິທີທີ່ບໍ່ສະດວກປານໃດ ທ່ານສາມາດ ສັ່ງພິມລາຍຊື່ໄຟລບໍ່ວ່າຈະໜ້ອຍຫຼືຫຼາຍເທົ່າໃດກໍ່ໄດ້ ຢ່າງສະດວກແລະວ່ອງໄວໂດຍການໃຊ້ໂປຣແກຣມ ACDSee ເຊິ່ງມີວິທີການດັ່ງຕໍ່ ໄປນີ້:

1.ເປີດໂປຣແກຣມ ACDSee

2.ຄລິກເລືອກໂຟລເດິທີ່ເກັບໄຟລໄວ້ ທີ່ຕ້ອງການພິມລາຍຊື່ຈາກລາຍການດ້ານຊ້າຍ

3.ສັງເກດຈະເຫັນມີລາຍຊື່ໄຟລປາກົດຂຶ້ນຢູ່ດ້ານຂວາ

4.ກົດ Ctrl+G ຊື່ໄຟລທັງໝົດຈະຖືກນຳໄປໄວ້ໃນໂປຣແກຣມ Notepad

5.ມາຮອດຂັ້ນຕອນນີ້ທ່ານຄົງນຶກອອກແລ້ວວ່າຈະເຮັດແນວໃດຕໍ່ແມ່ນບໍ ພຽງແຕ່ກ໋ອບປີລາຍຊື່ເຫຼົ່ານັ້ນຈາກ Notepad ມາຕົກແຕ່ງໃນMicrosoft World ຫຼືອື່ນໆແລ້ວແຕ່ຄວາມເໝາະສົມ ແລະສັ່ງພິມຕາມຕ້ອງການ.

ນີ້ເປັນອີກວິທີການໜຶ່ງທີ່ເຮັດໃຫ້ເຮົາປະຍັດເວລາໃນການເຮັດວຽກຫຼາຍຂຶ້ນ.