ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 31, 2008 | ມີ 5 ຄຳເຫັນ ແລະ 0 trackback(s)

ການກວດສອບຕົວ Anti-Virus ທີ່ໃຊ້ຢູ່ປັດຈຸບັນວ່າຍັງສາມາດໃຊ້ງານໄດ້ເຕັມປະສິດທິພາບຫຼື

ບໍ່ນັ້ນຫຼາຍໆຄົນຄົງມີວິທີທີ່ບໍ່ຄືກັນ ຕາມທີ່ໄດ້ອ່ານໜັງສືໃນເວບໄຊທທີ່ກ່ຽວກັບ Windows Xp

ເພິ່ນໄດ້ບອກວິທີທົດສອບຄຸນນະພາບຕົວ Anti-Virus ໄວ້ວ່າ:

1.ເປີດໂປຣແກຣມ Notepad ຂຶ້ນມາ (ເພຶ່ອຄວາມສະດວກຄວນເປີດໃນDesktop)

2.ກ໋ອບປີລະຫັດດ້ານລຸ່ມນີ້ໄປໄວ້ໃນ Notepad

X5O!P%@AP[4\PZX54(P^)7CC)7}$EICAR-STANDARD-ANTIVIRUS-TEST-FILE!$H+H*

3.Save ເປັນຊື່ Virus.com

ຖ້າຕົວ Anti-Virus ບໍ່ແຈ້ງວ່າເປັນ Virus ນັ້ນກໍ່ເຖິງເວລາປ່ຽນ Anti-Virus ໃໝ່ແລ້ວເພາະມັນບໍ່ຄ່ອຍມີປະສິດ ທິພາບໃນການກວດສອບ.

*       ວິທີນີ້ບໍ່ເປັນອັນຕະລາຍກັບເຄື່ອງຄອມພິວເຕີ ເພາະມັນເປັນວິທີທົດສອບ Anti-Virus ຂອງເຮົາເທົ່ານັ້ນ ບໍ່ແມ່ນ Virus ຈິງ.

ທົດລອງແລ້ວໄດ້ຜົນຈິງ(ປັດຈຸບັນຂ້ອຍໃຊ້ Symantec Anti-Virus 32bit)

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2008 | ມີ 4 ຄຳເຫັນ ແລະ 0 trackback(s)

ສຳລັບຜູ້ທີ່ຕ້ອງການແບັກອັບຂໍ້ມູນເກັບໄວ້ໃນແຜ່ນຊີດີ ແລະຕ້ອງການພິມໜ້າປົກເພື່ອບອກວ່າໃນແຜ່ນນັ້ນມີໄຟລຫຼືໂຟລເດິ່ອັນໃດແດ່ ຫຼືຕ້ອງການພິມລາຍຊື່ເພງ MP3 ໃນແຜ່ນຊີດີອອກມາເບິ່ງ ການນັ່ງພິມດ້ວຍຕົວເອງຄົງປັນວິທີທີ່ບໍ່ສະດວກປານໃດ ທ່ານສາມາດ ສັ່ງພິມລາຍຊື່ໄຟລບໍ່ວ່າຈະໜ້ອຍຫຼືຫຼາຍເທົ່າໃດກໍ່ໄດ້ ຢ່າງສະດວກແລະວ່ອງໄວໂດຍການໃຊ້ໂປຣແກຣມ ACDSee ເຊິ່ງມີວິທີການດັ່ງຕໍ່ ໄປນີ້:

1.ເປີດໂປຣແກຣມ ACDSee

2.ຄລິກເລືອກໂຟລເດິທີ່ເກັບໄຟລໄວ້ ທີ່ຕ້ອງການພິມລາຍຊື່ຈາກລາຍການດ້ານຊ້າຍ

3.ສັງເກດຈະເຫັນມີລາຍຊື່ໄຟລປາກົດຂຶ້ນຢູ່ດ້ານຂວາ

4.ກົດ Ctrl+G ຊື່ໄຟລທັງໝົດຈະຖືກນຳໄປໄວ້ໃນໂປຣແກຣມ Notepad

5.ມາຮອດຂັ້ນຕອນນີ້ທ່ານຄົງນຶກອອກແລ້ວວ່າຈະເຮັດແນວໃດຕໍ່ແມ່ນບໍ ພຽງແຕ່ກ໋ອບປີລາຍຊື່ເຫຼົ່ານັ້ນຈາກ Notepad ມາຕົກແຕ່ງໃນMicrosoft World ຫຼືອື່ນໆແລ້ວແຕ່ຄວາມເໝາະສົມ ແລະສັ່ງພິມຕາມຕ້ອງການ.

ນີ້ເປັນອີກວິທີການໜຶ່ງທີ່ເຮັດໃຫ້ເຮົາປະຍັດເວລາໃນການເຮັດວຽກຫຼາຍຂຶ້ນ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2008 | ມີ 5 ຄຳເຫັນ ແລະ 0 trackback(s)

ແຫວນນອກຈາກເປັນເຄື່ອງປະດັບທີ່ສະແດງອອກເຖິງຄວາມຮັກ ແລະຕົວຕົນຂອງແຕ່ລະຄົນໃນດ້ານແຟຊັ່ນແລ້ວ ແຕ່ການໃສ່ແຫວນໃນ ແຕ່ລະນິ້ວເຮັດໃຫ້ເຮົາໂຊກດີໃນດ້ານຕ່າງໆອີກດ້ວຍ ວ່າແຕ່ຈະເປັນໂຊກເລື່ອງໃດແລະນິ້ວໃດຈະສົ່ງຜົນແນວໃດລອງມາບິ່ງກັນເລີຍ.

1.ຖ້າຢາກໃຫ້ຄວາມຮັກໝັ້ນຄົງກໍ່ຕ້ອງແມ່ນນິ້ວທີ່ກົງກັບຫົວໃຈທີ່ສຸດ ຄືນິ້ວນາງຂ້າງຊ້າຍນັ້ນເລີຍ

2.ຖ້າຢາກໃຫ້ມີໂຊກເລື່ອງຄວາມຮັກ ກໍ່ຕ້ອງສວມແຫວນນິ້ວກ້ອຍຂ້າງຊ້າຍ

3.ຖ້າຢາກໃຫ້ໃຜຜູ້ນັ້ນສົນໃຈ ຕ້ອງສວມແຫວນທີ່ນິ້ວຊີ້ຂ້າງຊ້າຍ

4.ຖ້າຢາກໂຊກດີແລະມີຄວາມລາບລື່ນໃນເລື່ອງຕ່າງໆ ຕ້ອງສວມແຫວນທີ່ນິ້ວນາງຂ້າງຂວາ

5.ຖ້າຢາກມີສະເໜ່ມີຄົນຮັກຫຼາຍໆ ຕ້ອງສວມແຫວນທີ່ຫົວໂປ້ມືຈະເປັນຂ້າງຊ້າຍຫຼືຂວາກໍ່ໄດ້

6.ຖ້າຢາກປອດໄພຈາກສິ່ງຊົ່ວຮ້າຍ ຕ້ອງສວມແຫວນທີ່ນິ້ວກາງຈະເປັນຂ້າງໃດກໍ່ໄດ້

7.ຖ້າຢາກມີໂຊກທາງການເງິນ ຕ້ອງສວມແຫວນທີ່ນິ້ວກາງຂ້າງຂວາ

ເມື່ອຮູ້ແນວນີ້ແລ້ວກໍ່ລອງນຳໄປປະຕິບັດເບິ່ງ ບາງທີຄວາມເຊື່ອກໍ່ບໍ່ຄວນເປັນສິ່ງທີ່ຈະມອງຂ້າມມີບາງຕຳລາໄດ້ຂຽນບອກໄວ້ແນວນັ້ນ ແຕ່ບໍ່ເຊື່ອກະບໍ່ເປັນຫຍັງ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2008 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ
ໃນຊີວິດຈິງບໍ່ອາດສາມາດຫຼີກລຽງໄດ້ທີ່ຈະພົວພັນເຊິ່ງກັນແລະກັນ ການພົວພັນນັ້ນໄດ້ເຮັດໃຫ້ເຮົາຮູ້ຈັກກັນຫຼາຍຂຶ້ນ ໃນທີ່ສຸດຈົນກາຍມາ ເປັນເພື່ອນຫຼືໝູ່ກັນນັ້ນເອງ ຄຳວ່າເພື່ອນມັນມີຄວາມໝາຍໃນໂຕທີ່ສະແດງເຖິງມິດຕະພາບ, ຄວາມຜູກພັນແລະບໍ່ມີໃຜທີ່ບໍ່ຢາກມີເພື່ອນ ແຕ່ເຮົາຈະຮູ້ໄດ້ແນວໃດວ່າໃຜຄືເພື່ອນທີ່ແທ້ຈິງຂອງເຮົາແລະເຮົາເປັນເພື່ອນຂອງເຂົາແທ້ບໍ ...?ເພາະສະນັ້ນລອງມາອ່ານສາລະເລັກໆ ນ້ອຍໆທີ່ຈະນຳມາຝາກ ອ່ານແລ້ວກະລອງພິຈາລານາເບິ່ງເດິ່ລະຫວ່າງເ “ພື່ອແທ້ແລະເພື່ອນທົ່ວໄປ”

ພື່ອນທົ່ວໄປບໍ່ເຄີຍເຫັນເຈົ້າຮ້ອງໃຫ້

ເພື່ອນແທ້ມີຫົວໄຫຼ່ໄວ້ຄອຍຊັບນໍ້າຕາ

 

ເພື່ອນທົ່ວໄປຈະບໍ່ຮູ້ຊື່ພໍ່ແມ່ຂອງເຈົ້າ

ເພື່ອນແທ້ຈະມີເບີໂທຂອງທ່ານໄວ້ໃນປຶ້ມເບີໂທລະສັບຂອງລາວ

 

ເພື່ອນທົ່ວໄປຈະຖືແກ້ວໄວນມາໃນງານລ້ຽງຂອງເຈົ້າ

ເພື່ອນແທ້ຈະມາແຕ່ເວັນເພື່ອຊ່ວຍເຈົ້າແຕ່ງອາຫານແລະທຳຄວາມສະອາດ

 

ເພື່ອນທົ່ວໄປຢາກລົມກັບເຈົ້າເຖິງບັນຫາຂອງພວກເຂົາ

ເພື່ອນແທ້ຢາກຊ່ວຍກຳຈັດປັດເປົ່າບັນຫາຂອງເຈົ້າອອກໄປ

 

ເພື່ອນທົ່ວໄປເວລາມາຢາມເຈົ້າຈະເຮັດຕົວເໝືອນແຂກ

ເພື່ອນແທ້ຈະເດີນໄປຍັງຕູ້ເຢັນແລະບໍລິການຕົວເອງ

 

ເພື່ອນທົ່ວໄປຈະຄິດວ່າມິດຕະພາບຈະຈົບລົງເມື່ອມີການຖົກຖຽງກັນ

ເພີ່ອນແທ້ຮູ້ດີວ່ານັ້ນຈະບໍ່ແມ່ນມິດຕະພາບຈົນກວ່າຈະໄດ້ຖົກຖຽງກັນ

 

ເພື່ອນທົ່ວໄປຄາດຫວັງໃຫ້ເຈົ້າຢູ່ຄຽງຂ້າງລາວສະເໝີ

ເພື່ອນແທ້ຄາດຫວັງທີ່ຈະຢູ່ຄຽງຂ້າງເຈົ້າຕະຫຼອດໄປ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 5, 2008 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

“ຄືນໍ້າເຜີ້ງ ຄືນໍ້າຕາ ຄືຢາຜິດ ຄືຢາດນໍ້າອຳມະລິດທີ່ຊຸ່ມຊື່ນ ຄືດອກໄມ້ ຄືໄຟສຸມ ຄືຄວາມກຸ້ມ ຄືຄວາມຝັນ ນັ້ນແລະ ຮັກ ”ແລ້ວຄວາມຮັກຂອງທ່ານເດກຳລັງຄືຫຍັງ ຄືນໍ້າເຜີ້ງ ຄືນໍ້າຕາ….. ແຕ່ຖ້າກຳລັງຈະມີຄວາມຮັກຫຼືຢາກຈະມີຄວາມຮັກ ກະຂໍເຊີນທາງນີ້ເລີຍເພາະມີເລື່ອງດີໆ ກ່ຽວກັບຄວາມຮັກມາເລົ່າ“ສູ່ດຽວຟັງ” ເອິຍບໍ່ແມ່ນ! ເລົ່າສູ່ກັນຟັງຫຼົງອອກສັບພື້ນບ້ານ ບໍ່ເວົ້າຫຍັງຍາວມາເຂົ້າສູ່ປະເດັນເລີຍດີກວ່າ.

ຄວາມຮູ້ຮອບຕົວ ກ່ຽວກັບຄວາມຮັກ ທີ່ຄວນຮູ້ໄວ້ເພື່ອກຽມພ້ອມທີ່ຈະມີຄວາມຮັກ

1.ອາລົມຫຶງຈະເກີດຂຶ້ນໄດ້ທັງຍິງແລະຊາຍ ແຕ່ອາລົມຫຶງຂອງຜູ້ຍິງຈະຊັບຊ້ອນກວ່າຜູ້ຊາຍ

2.ຜູ້ຊາຍຮ້ອຍລະ90ມັກຜູ້ຍິງງາມ ໜ້າຮັກແຕ່ຜູ້ຊາຍຮ້ອຍລະ100ຢາກຢູ່ກັບຜູ້ຍິງສະຫຼາດສະ ຫຼຽວ

3.ຄົນທີ່ມີແຟນຂີ້ຫຶງຂັ້ນຮຸນແຮງມີພຽງ0.000001ເປີເຊັນເທົ່ານັ້ນທີ່ມັກ ນອກນັ້ນຮູ້ສຶດວ່າອຶດ ອັດ

4.ບໍ່ມີຄູ່ໃດທີ່ບໍ່ຕ້ອງໃຊ້ຄວາມອົດທົນໃນການຮັກ ພຽງແຕ່ເປັນການອົດທົນໃນຮູບແບບຕ່າງກັນ ເທົ່ານັ້ນເອງ

5.ຄົນທີ່ມີກິ໋ກນອກເໜືອຈາກແຟນຕົວຈິງຄືຄົນບໍ ສັດທາໃນຄວາມຮັກ

6.ບໍ່ຕ້ອງຢ້ານທີ່ຈະອົກຮັກ ເພາະບໍ່ເຄີຍມີໃຜເສຍຊີວິດເພາະໂລກອົກຮັກ ມີແຕ່ຄວາມອອ່ນແອ ເທົ່ານັ້ນທີ່ເຮັດໃຫ້ຂ້າຕົວຕາຍ

7.ຄວາມຮັກມັກຈະບໍ່ເກີດຕອນເຝັ້າລໍ ແຕ່ເມື່ອປ່ອຍຕົວຕາມສະບາຍ ຄວາມຮັກມັກຈະມາ ເຊີໄພຣສໃຫ້ຫົວໃຈ

8.ເຖິງຈະໄວ້ໃຈເພື່ອນເທົ່າໃດກໍ່ຕາມ ຢ່າໃຫ້ເພື່ອນກັບແຟນຂອງເຮົາສະນິດກັນເກີນໄປ ເພາະຫາຍານະອາດຕາມມາ

9.ຖ້າຮູ້ສຶກອາຍເວລາເດີນຄຽງຂ້າງແຟນທີ່ບໍ່ງາມປານໃດ ແຟນຂີ້ຮ້າຍວ່າຊັ້ນເທາະ ນັ້ນໝາຍຄວາມວ່າເຮົາບໍ່ໄດ້ຮັກເຂົາຈິງ

10.ຢ່າຈົ່ມໃຫ້ຄົນອື່ນຟັງວ່າແຟນບໍ່ເຄເຮັດຕົວດີຂຶ້ເລີຍ ເພາະອາດຖືກສວນກັບ“ແລ້ວຈະໂງ່ ທົນຢູ່ເຮັດຫຍັງ”

11.ຖິາຮູ້ຕົວວ່າເປັນຄົນຂີ້ຫຶງຢ່າງຮຸນແຮງ ຢ່າໄດ້ເລືກຄົບຜູ້ຊາຍທີ່ໜ້າຕາແລະມະນຸດສຳພັນທີ່ ດີເດັດຂາດ

12.ການທີ່ຜູ້ຊາຍເບິ່ງຜູ້ຍິງງາມ ເສັກຊີ່ ບໍ່ໄດ້ໝາຍວ່າເຂົາຕ້ອງການແຟນທີ່ເປັນແບບນັ້ນ

13.ຜູ້ຊາຍທີ່ໄວ້ໃຈໄດ້ ວ່າບໍ່ນອກໃຈແຟນຫຼືພັນລະຍາ ມີພຽງຜູ້ຊາຍທີ່ຢູ່ໃນໂລງເທົ່ານັ້ນ ຄວນ ຈຳໃຫ້ຂຶ້ນໃຈ

14.ພະຍາຍາມເຮັດຕົວໃຫ້ດີແລະມີຄຸນຄ່າຫຼາຍກວ່າຄົນທີ່ແຍ່ງແຟນເຮົາໄປ ແລ້ວວັນໜຶ່ງແຟນ ເຮົາຈະກັບມາເອງ

15.ຢ່າຄົບກັບຜູ້ຊາຍທີ່ເອົາເລື່ອງແຟນເກົ່າມາເວົ້າເສຍໆຫາຍໆ ເພາະເຮົາອາດເປັນລາຍຕໍ່ໄປ.

16.ຜູ້ຊາຍທີ່ຮັກສັດ ຮັກສຽງເພງ ຮັກຄອບຄົວ ໜ້າຄົບຫຼາຍກວ່າຜູ້ຊາຍທີ່ຮັກຕົວເອງ

17.ຢ່າຮັກຜູ້ຊາຍຂີ້ເມົາເພາະເຮົຈະຕ້ອງຮູ້ສຶກຕົກນາລົກໄປຕະຫຼອດຊີວິດຢ່າງແນ່ນອນ

18.ຄູ່ຮັກທີ່ເດີນກອດຈູບກັນຕໍ່ໜ້າຊຸມຊົນ ມີແຕ່ຝ່າຍຍິງເທົ່ານັ້ນທີ່ຈະຖືກປະນາມແລະດູໝິ່ນຢ່າງຮຸນແຮງ

19.ເສັກສບໍ່ສາມາດຜູກມັດໃຫ້ຄູ່ຮັກຢູ່ນຳກັນຕະຫຼອດໄປ ຄວາມຜູກພັນຕ່າງຫາກທີ່ຈະດຶງຈ່ອງກັນໄວ້ໄດ້

20.ອາຍຸບໍ່ແມ່ນອຸປະສັກຂອງຄວາຮັກ ຖ້າຄວາມຄິດຂອງຫົວໃຈຕົງກັນ ຄວາມໝັ້ນຄົງກໍ່ເກີດຂຶ້ນໄດ້.

21.ໃນຊີວິດຈິງຂອງຄວາມຮັກ ເຮົາາອາດບໍ່ແມ່ນນາງເອກທີ່ແສນດີສະເໝີໄປ ບາງທີເຮົາອາດໃຊ້ໄຫວພິບ ໃນການແຍ່ງຊີງແດ່

22.ຄົນງາມຫຼືຄົນຫຼໍ່ສາມາດອົກຮັກໄດ້ເໝືອນກັນ ຖ້າເຮັດຕົວບໍ່ດີຫຼືມີເວລາໃຫ້ກັບຄວາມຮັກໜ້ອຍໄປ

23.ເຖິງຈະໄດ້ຍິນຄຳວ່າມີຮັກຢູ່ບ່ອນໃດມີທຸກຢູ່ບ່ອນນັ້ນ ແຕ່ຄົນສ່ວນໃຫຍ່ຍັງເລືອກທີ່ຈະມີຄວາມຮັກຫຼາຍກວ່າຈະ ຢູ່ເປັນໂສດ

24.ເລື່ອງທີ່ແຟນບໍ່ຍອມເລົ່າໃຫ້ຟັງຕັ້ງແຕ່ຄັ້ງທຳອິດທີ່ພົບກັນ ເປັນເລື່ອງທີ່ເຮົາຮູ້ຍາມໃດຄວັນອອກຫູຍາມນັ້ນ

25.ຖ້າຊື່ນຊົມໃນຕົວແຟນ100ເປີເຊັນກະບອກເຂົາໄປ70ເປີເຊັນກະພໍແລ້ວ

26.ເຖິງຜູ້ຊາຍຈະບອກວ່າບໍ່ມັກຜູ້ຍິງແຕ່ງໜ້າ ແຕ່ຜູ້ຊາຍກໍ່ບໍ່ມັກຄົນທີ່ໜ້າມັນຫຼືຊີດຕະຫຼອດ

27.ຜູ້ຊາຍມັກຕິເລື່ອງຮູບຮ່າງຂອງແຟນຫຼືຄົນນັ້ນຄົນນີ້ ໂດຍລືມເບິ່ງຮູບຮ່າງຂອງຕົວເອງ

28.ຄົນຕ່າງຊາດຕ່າງພາສາສາມາດຮັກກັນໄດ້ ເພາະພາສາຫົວໃຈເປັນພາສາສາກົນທີ່ບໍ່ຕ້ອງການຄຳແປ

29.ຜູ້ຊາຍຕ້ອງໃຊ້ສະໝອງແລະທັກສະຫຼາຍຂື້ນໃນຊ່ວງທີາມີຄວາມຮັກ ເພາະຜູ້ຍິງມັກປາກບໍ່ກົງກັບໃຈ

30.ຜູ້ຊາຍມັກເປັນຝ່າຍໄລ່ລ່າ ຫຼາຍກວ່າເປັນຝ່າຍຖືກລ່າສະນັ້ນຈິ່ງບໍ່ເປັນເລື່ອງແປກທີ່ຈະພະຍາຍາມໜີເມຶ່ອຖືກຕື້

31.ຜູ້ຍິງອາດບໍ່ໄດ້ຮຽກຮ້ອງຫຍັງຫຼາຍຂຶ້ນ ແຕ່ເປັນເພາະຜູ້ຊາຍບໍ່ສາມາດເຮັດດີໄດ້ສະເໝີຕົ້ນສະເໝີປາຍ

32.ຮັກເກີດຈາກການພົບກັນຄັ້ງທຳອິດສາມາດເກີດຂຶ້ນໄດ້10ເປີເຊັນ ນອກນັ້ນເກີດຈາກການໃກ້ຊິດແລະ ການຮຽນຮູ້ກັນຢ່າງເລິກເຊິ່ງ

33.ຄົນທີ່ເຮົາຮັກກັບຄົນທີ່ຮັກເຮົາອາດບໍ່ແມ່ນຄົນດຽວກັນ ເລື່ອງນີ້ສອນໃຫ້ເຮົາຮຼ້ວ່າຄົນເຮົາບັງຄັບຫົວໃຈກັນບໍ່ໄດ້ ແທ້ໆ

34.ທຸກຄົນຈະເປັນຜູ້ໃຫຍ່ຫຼາຍຂຶ້ນເມື່ອໄດ້ມີຄວາມຮັກແລະເປັນຜູ້ໃຫຍ່ຫຼາຍຂຶ້ນອີກເມຶ່ອອົກຮັກ

35.ມືທີ່ສາມສາມາດເດີນເຂັ້າມາໃນຊີວິດເຮົາໄດ້ຕະຫຼອດເວລາ ໃນຄວາມໄວ້ໃຈຈິ່ງຄວນມີຄວາມລະວັງໄວ້ພ້ອມ

36.ຢ່າຟ້າວມີແຟນຫຼັງຈາກອົກຮັກ ເພາະເຮົາຈະແຍກບໍ່ອອກວ່ານັ້ນເປັນຄວາມຮັກຫຼືການຂ້າເວລາ

37.ຄົນທີ່ຮັກກັນບໍ່ຈຳເປັນຕ້ອງເດີນຈັບມືຫຼືລົມກັນຕະຫຼອດທາງພຽງຮູ້ສຶກວ່າມີກັນແລະກັນກໍ່ພໍແລ້ວ.

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 4, 2008 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເຫດຜົນທີ່ເຮົາຄວນຮັກແມ່ຫຼາຍກວ່າແຟນ

 

1.ຖ້າບໍມີແມ່ ແຟນເຮົາກໍ່ຈະບໍ່ມີຄົນຮັກດີໆແບບນີ້ ບາງທີອາດຕ້ອງຢູ່ເປັນໂສດ

2.ແມ່ບໍ່ເຄີຍຫຼອກໃຫ້ເຮົາຫຼົງຮັກ ເພາະເຮົາເຕັມໃຈຮັກແມ່ໂດຍບໍ່ຕ້ອງຫຼົງ

3.ແມ່ອາດເຄີຍຕີເຮົາໃຫ້ເຈັບຕົວ ແຕ່ແມ່ບໍ່ເຄີຍເຮັດໃຫ້ເຮົາເຈັບຫົວໃຈ

4.ແມ່ສົ່ງເສຍເຮົາ ແຕ່ເຮົາຕ້ອງສົ່ງເສຍແຟນ

5.ແມ່ບໍ່ເຄີຍບອກເລີກ

6.ແມ່ເປັນທະນາຄານສ່ວນຕົວທີ່ເວລາກູ້ຢືມແລ້ວບໍ່ຄິດດອກເບ້ຍແລະບໍ່ເຄີຍທວງຄືນ

7.ແມ່ເຫັນເຮົາແກ້ເຄື່ອງນຸ່ງຕັ້ງແຕ່ຄາວຍັງນ້ອຍໂດຍບໍ່ເຄີຍຕິເລື່ອງຮູບຮ່າງ

8.ແມ່ເປັນຄົນທີ່ເຫັນເຮົາດີກວ່າສາມີຂອງແມ່ສະເໝີ

9.ຂໍຫອມແມ່ບໍ່ຍາກເທົ່າຂໍຫອມແຟນ

10.ແມ່ຍອມຕັດສາຍບືຕົວເອງເພື່ອໃຫ້ເຮົາໄດ້ເກີດມາ

11.ແມ່ສອນໃຫ້ເຮົາເວົ້າໄດ້ເພື່ອຈະໄປບອກຮັກກັບແຟນຕອນເຮົາໃຫຍ່ມາ

12.ແມ່ຍອມຖືພາຕັ້ງ9ເດືອນເພື່ອໃຫ້ເຮົາອາໃສຢູ່ຂ້າງໃນ

13.ບໍ່ມີ“ວັນແຟນ“ຄືກັບ“ວັນແມ່“

 

ເປັນແນວໃດເຫັນດີນຳບໍເຫດຜົນນີ້ຫຼືມີອັນໃດເພີ່ມເຕີມອີກ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 4, 2008 | ມີ 6 ຄຳເຫັນ ແລະ 0 trackback(s)

ມາທົດສອບຄວາມຮູ້ຮອບຕົວກັນ

1.ຍຸງບິນດ້ວຍຄວາມໄວ5ໄມລຕໍ່ຊົ່ວໂມງ

2.ແມງກະເບື້ອບິນດ້ວຍຄວາມໄວ2ໄມລຕໍ່ຊົ່ວໂມງ

3.ເສັ້ນຜົມຄົນຮັບນໍ້າໜັກໄດ້3ກິໂລກລາມ

4.ຫຼຽນຄຳກິລາໂອແລມປິກຕ້ອງມີແຮ່ເງິນປະສົມຢູ່92.5ເປີເຊັນ

5.ຫໍເອນແຫ່ງເມືອງປີຊາເອນໄປທາງໃຕ້

6.ກະສັດຫຼຸຍທີ່14ອາບນໍ້າທັງໝົດ3ຄັ້ງໃຊີວິດ

7.ເຮົາບໍ່ສາມາດຂ້າຕົວຕາຍດ້ວຍການກັ້ນຫາຍໃຈ

8.ປະເທດສະອຸດິອາລະເບຍບໍ່ມີແມ່ນໍ້າ

9.ກົງຫັນທົ່ວໂລກໝູນໄປຕາມເຂັມໂມງຍົກເວັ້ນທີ່ປະເທດໄອແລນ

10.ປາທີ່ອາໄສຢູ່ໃນນໍ້າເລິກເກີນ800ແມັດຈະບໍ່ມີຕາ

11.ຜົມຄົນເຮົາຫຼົ່ນປະມານ200ເສັ້ນຕໍ່ວັນ

12.ອັກສອນຕົວໂອເປັນສະຫຼະເກົ່າແກ່ທີ່ສຸດຂອງປະເທດອັງກິດ

13.ຄົນເວົ້າປະມານ120ຄຳຕໍ່ນາທີ

14.ຝາມືແລະຝາຕີນຂອງຄົນເຮົາບໍ່ສາມາດໄໝ້ໄດ້

15.ເໝັ້ນມັກຊ່ວຍຕົວເອງ

16.ຖ້າປາໄຫຼໄຟຟ້າຢູ່ໃນນໍ້າເຄັມຈະຖືກຊ໋ອດຕາຍ

17.ປະເທດວາຕີກັນມີປະຊາກອນປະມານ1000ຄົນ

18.ເມື່ອທ່ານຈາມຫົວໃຈຈະຢຸດເຕັ້ນສ້ຽວວິນາທີ

19.ມັນເປັນໄປບໍ່ໄດ້ທີ່ທ່ານຈາມໂດຍບໍ່ຫຼັບຕາ

20. ກ້າມເນື້ອທີ່ແຂງແຮງທີ່ສຸດໃນຮ່າງກາຍຄືລີ້ນ

21.ຫົວໃຈມະນຸດສ້າງຄວາມດັນພຽງພໍທີ່ຈະປໍ້າເລືອດອອກຈາກຮ່າງກາຍໄປ3ຟຸດ

22.ການໃສ່ຫູຟັງພຽງຊົ່ວໂມງດຽວເຮັດໃຫ້ເຊື້ອແບັກທີເຣຍໃນຫູເພີ່ມຂື້ນ700ເທົ່າຕົວ

23.ລິບສະຕິກສ່ວນໃຫຍ່ມີສ່ວນປະສົມຂອງເກັດປາ

24.ຄືກັບລາຍນີ້ວມື….ລາຍລີ້ນຂອງທຸກຄົນຕ່າງກັນ

25.ບໍລິສັດຜູ້ຜະລິດຢາຖູແຂ້ວດາຣລີ່ເປັນເຈົ້າຂອງດຽວກັບທີ່ຜະລິດຢາຖູແຂ້ວຄອລເກດ

26.ໃນນໍ້າທະເລ100ໂຕນຈະມີຄຳຢູ່ປະມານ4ກລາມ

27.ຈຳນວນແຖວຂອງສາລີແຕ່ະຊະນິດຈະເປັນຄູ່

28.ຍຸງມັກເລືອດເດັກນ້ອຍກວ່າເລືອດຜູ້ໃຫຍ່

29.ແຂ້ວຂອງແມງສາບຢູ່ໃນທ້ອງ

30.ນອກຈາກມະນຸດແລ້ວໝີຂົ້ວໂລກແລະຈິງໂຈ້ກໍ່ຈູບເປັນ

31.ຄົນຖະນັດມືຂວາອາຍຸຍືນກວ່າຄົນຖະນັດມືຊ້າຍ9ປີ

32.ແກ້ວບໍ່ໄດ້ເປັນຂອງແຂງແຕ່ເປັນຂອງແຫຼວ

33.ສະໝອງຂອງຄົນໜັກປະມານ3%ຂອງນໍ້າໜັກຂອງຮ່າງກາຍແຕ່ໃຊ້ເລືອດໄປລ້ຽງເຖິງ15%ຂອງເລືອດທັງໝົດ

34.ອູລູສາມາດໝູນຫົວ180ອົງສາ

35.ແມງມູມທອດລົດຊາດຄືຖົ່ວ

36.ຈິງໂຈ້ເປັນສັດລ້ຽງລູກດ້ວຍນົມຊະນິດດຽວທີ່ຍ່າງຖອຍຫຼັງບໍ່ໄດ້

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 4, 2008 | ມີ 2 ຄຳເຫັນ ແລະ 0 trackback(s)

ຄັ້ງກ່ອນກະໄດ້ກ່າວເຖິງອາການຂອງComputer Vision Syndrome ໄປແລ້ວແລະມື້ນີ້ ຈະນຳເອົາວິທີແກ້ໄຂບັນຫາດັ່ງກ່າວມາເວົ້າສູ່ກັນຟັງ ອະບໍ່ເວົ້າຫຍັງຍາວເຂົ້າເລື່ອງກັນເລີຍດີກວ່າ

ການແກ້ໄຂບັນຫາ Computer Vision Syndrome ມີດັ່ງນີ້:

1.ການຈັດສິ່ງແວດລ້ອມ ໄດ້ແກ່ການຈັດວາງໂຕະຄອມພິວເຕີໃຫ້ຈໍຄອມພິວເຕີຢູ່ຫ່າງຈາກລູກ ຕາ20-24ນິ້ວຫຼືປະມານ50.8-60.96ຊັງຕີແມັດ ວາງໃນລະດັບທີ່ຕໍ່າກວ່າລະດັບຕາປະມານ 10-20ອົງສາ ເພື່ອຈະບໍ່ໄດ້ເຫຼືອບຕາຂຶ້ນສູງ ຄວາມສະຫວ່າງຂອງຫ້ອງຕ້ອງພຽງພໍຢ່າໃຊ້ ຄອມພິວເຕີໃນຫ້ອງທີ່ມືດ ຄວາມສະຫວ່າງຂອງຫ້ອງຫຼືໂດຍຮອບຄອມພິວເຕີຕ້ອງໃຫ້ໃກ້ຄຽງ ກັນ ບໍ່ຄວນໃຫ້ແສງໄຟສ່ອງມາຈາກດ້າຫຼັງຈໍຄອມພິວເຕີ ນອກຈາກນີ້ອາດໃຊ້ແຜ່ນກັນແສງ   

(Anti-reflection screen filter) ທີ່ມີຂາຍຕາມທ້ອງຕະຫຼາດເພີ່ອຂ່ວຍຫຼູດແສງສະທ້ອນທີ່ ແຕກກະຈາຍເປັນຕົ້ນ.

2.ການຄວບຄຸມລວມທັງການໃຊ້ງານຈໍຄອມພິວເຕີ ໄດ້ແກ່ ຄວາມສະຫວ່າງຂອງຈໍຄອມພິວເຕີ

ຄວນຈະປັບໃຫ້ເທົ່າກັບໆຄວາມສະຫວ່າງຂອງຫ້ອງ ສ່ວນການແຍກຄວາມແຕກຕ່າງ (Contrast) ຂອງໜ້າຈໍທີ່ເຮົາສາມາດປັບຢູ່ຈໍຄອມພິວເຕີໄດ້ນັ້ນ ຄວນປັບໃຫ້ສູງສຸດເທົ່າທີ່ຜູ້ໃຊ້ ຮູ້ສຶກສະບາຍຕາ ຕົວໜັງສືຄວນມີຂະໜາດ3ເທົ່າຂອງຕົວໜັງສືນ້ອຍທີ່ສຸດທີ່ທ່ານສາມາດ ອ່ານ ໄດ້ຈາກຈໍຄອມພິວເຕີ ໃນຂະນະດຽວກັນຕົວໜັງສືຄວນເປັນສີດຳໃນພື້ນສີຂາວຈະເໝາະສົມທີ່ ສຸດ ນອກຈາກນັ້ນການວາງເຈ້ຍຫຼືໜັງສືທີ່ຈະຕ້ອງເບິ່ງໃຫ້ຢູ່ແນວດຽວກັບຈໍຄອມພິວເຕີ ຊຶ່ງປັດ ຈຸບັນມີການໃຊ້ຕົວຢືດດ້ານຂ້າງຈໍຄອມພິວເຕີທີ່ສາມາດໜີບເຈ້ຍຫຼືໜັງສືທີ່ຕ້ອງເບິ່ງໄດ້ ໂດຍ ບໍ່ຈຳເປັນຕ້ອງກົ້ມໆເງີຍໆລະຫວ່າງຈໍຄອມພິວເຕີແລະໜັງສືຫຼືເຈ້ຍນັ້ນໆ ເພາະ

ສະນັ້ນກະຫາມາໃຊ້ສາເພື່ອສຸຂະພາບເຮົາເອງວ່າຊັ້ນເດ

3.ການແກ້ບັນຫາທາງຕາ ເມື່ອຮູ້ແລ້ວວ່າການໃຊ້ຄອມພິວເຕີແລ້ວເຮັດໃຫ້ການກະພິບຕາ ຫຼຸດໜ້ອຍລົງ ດັ່ງນັ້ນຄວນນຶກເຖິງຂໍ້ນີ້ສະເໝີ ເຊິ່ງມີຄວາມສຳຄັນຫຼາຍ ນອກຈາກນິ້ຜູ້ໃຊ້ ຄອມພິວເຕີເປັນປະຈຳ ຈະຕ້ອງປັບນິໄສຕົວເອງໃຫ້ມີການຄາຍກ້າມເນື້ອທີ່ໃຊ້ໃນການເບິ່ງໃກ້

ໂດຍບັງຄັບໃຫ້ເບິ່ງໄປທີ່ໄກໆດົນປະມານ1-2ນາທີ ເຊັ່ນການເບິ່ງອອກໄປນອກປ່ອງຢ້ຽມເປັນ ບາງຄັ້ງຄາວຫຼືຢ່າງນ້ອຍ1-2ຄັ້ງ/ຊມ ຫຼືໃຫ້ມີການຢຸດການເຮັດວຽກທຸກໆຊົ່ວໂມງປະມານ  10-15ນາທີເປັນຕົ້ນ

4.ຜູ້ທີ່ເລີ່ມມີສາຍຕາຍາວຕາມອາຍຸ ຊຶ່ງສ່ວນໃຫຍ່ຢູ່ໃນຊ່ວງອາຍຸຕັ້ງແຕ່40ປີຂຶ້ນໄປ ຄວນໃສ່ແວ່ນແກ້ໄຂສາຍຕາທີ່ເໝາະສົມ.

5.ການແກ້ບັນຫາປວດຄໍ ປວດໄຫຼ່ແລະປວດຫຼັງ ນອກຈາກຈັດຈໍຄອມພິວເຕີໃຫ້ເໝາະສັມແລ້ວ ທ່ານັ່ງໜ້າ ຈໍຄອມພິວເຕີກໍ່ມີຄວາມສຳຄັນ ຄວນຈະນັ່ງໃຫ້ລຳຕົວຊື່ ຫຼັງເອນໄປດ້ານຫຼັງເລັກ ນ້ອຍ ແຂນທັງສອງໃນຂະນະກົດແປ້ນພິມໃຫ້ຢູ່ແນວຂະໜານກັບພື້ນ ສ່ວຕີນຄວນວາງກັບພື້ນ.

 

   ເມື່ອຮູ້ແນວນີ້ແລ້ວກະລອງນຳໄປປະຕິບັດທົດລອງເບິ່ງ ບາງທີວິທີນີ້ອາດຊ່ວຍທ່ານໄດ້ ບໍ່ຫຼາຍກໍ່ໜ້ອຍເນາະ ແລ້ວຢ່າລືມມາເລົ່າໃຫ້ຟັງແນ່ເດີ່.

                                                              

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 21, 2008 | ມີ 5 ຄຳເຫັນ ແລະ 0 trackback(s)

ປັດຈຸບັນສັງຄົມມີການຂະຫຍາຍຕົວຢ່າງວ່ອງໄວ ມີການນຳໃຊ້ເທັກໂນໂລຢີຫຼາຍຢ່າງຢູ່ໃນຊີວິດປະຈຳວັນ ໃນນັ້ນຄອມພິວເຕີກໍ່ເປັນທີ່ນິຍົມຂອງຄົນທົ່ວໄປ ບໍ່ວ່າຢູ່ໃນບ່ອນເຮັດວຽກກໍ່ຄືຢູ່ໃນບ້ານ ຫຼາຍໆທ່ານອາດຈະຮູ້ເຖິງຜົນກະທົບຕໍ່ສຸຂະພາບເນື່ອງຈາກການໃຊ້ຄອມພິວເຕີ ແຕ່ສຳລັບທ່ານໃດທີ່ບໍ່ເຄີຍຄິດຫຼືຄິດແລ້ວແຕ່ບໍ່ຮູ້ວິທີປ້ອງກັນ ກະນຳຕາມຄໍລຳນີ້ເລີຍເດິອາດຈະເປັນວິທີໜື່ງທີ່ຊ່ວຍທ່ານໄດ້.

ໃນທີ່ນີ້ຈະສະເໜີແຕ່ຜົນກະທົບຕໍ່ສາຍຕາກ່ອນເດີ.ເລື່ອງມີຢູ່ວ່າ:ການທີ່ເຮົາເບິ່ງຈໍຄອມພິວເຕີນານໆຈະກໍ່ໃຫ້ເກີດອາການ "Computer Vision Syndrome"ເຊິ່ງອາການສະແດງອອກດັ່ງນີ້:

1.ບັນຫາປວດຕາຫຼືເມື່ອຍຕາ:(Eye Strain,Tired Eye)

ເກີດຈາກການໃຊ້ສາຍຕາຕິດຕໍ່ກັນຢ່າງຍາວນານ ເຮັດໃຫ້ມີອາການເມື່ອຍລ້າຈາກການໃຊ້ສາຍຕາ ໂດຍປົກກະຕິການອ່ານຈາກ Computer Monitor ເຮັາຕ້ອງຄຶງສາຍຕາຫຼາຍກວ່າປົກກະຕິ ເນື່ອງຈາກຕົວໜັງສືເກີດຂຶ້ນຫຼາຍຈຸດມາຕໍ່ກັນ ບໍ່ຕືການອ່ານໜັງສືທີ່ພິມໃນເຈ້ຍຊື່ງຈະຊັດເຈນຫຼາຍກວ່າ ຂໍ້ແນະນຳຄື ຕວນມີການຢຸດພັກສາຍຕາເປັນໄລຍະ ໂດຍທຸກໆ20-30ນາທີໃຫ້ພັກສາຍຕາຈາກຈໍຄອມພິວເຕີ ໂດຍເບີ່ງໄປບໍລິເວນພື້ນທີ່ກ້ວາງຫຼືນອກປ່ອງຢ້ຽມຫຼືຫຼັບຕາເພື່ອຫຼຸດການຄຶງສາຍຕາປະມານ30ວິນາທີ-1ນາທີ ຈື່ງເຮັດວຽກກັບຈໍຄອມພິວເຕີຕໍ່ໄປ

2.ບັນຫາເຄືອງຕາ,ແແສບຕາ.(Ocular Surface Problems)

ປົກະຕິຕາຄົນເຮົາຈະມີນໍ້າຕາເຄືອບຜິວຢູ່ຕະຫຼອດເວລາເປັນການຫຼໍ່ລ້ຽງຕາ ຊ່ວຍໃນການຫັກແສງທີ່ເຂົ້າຕາເຮັດໃຫ້ເບິ່ງເຫັນດີຂຶ້ນ ຖ້ານໍ້າເຄືອບດັ່ງກ່າວຫາກໜ້ອຍກວ່າປົກກະຕິ ກໍ່ຈະເກີດອາການແຫ້ງ,ແສບຕາ,ເຄືອງຕາ,ຕາແດງ ມີຕາມົວເປັນໄລຍະຊື່ງເກີດຈາກທີ່ເຮົາໃຊ້ຕາເບິ່ງຈໍຄອມພິວເຕີນານໆນັ້ນເອງ ເຮົາມັກຈະຈ້ອງຕາຢ່າງຕໍ່ເນື່ອງເປັນຜົນເຮັດໃຫ້ການກະພິບຕາຫຼຸດລົງ66%ເມື່ອທຽບກັບປົກກະຕິ ກໍ່ໃຫ້ເກີດນໍ້າຕາລະເຫີຍອອກໄປຫຼາຍ ເຮັດໃຫ້ຕາແຫ້ງຕາມມາ ເຮົາຄວນມີກາກະພິບຕາ10-15ຄັ້ງຕໍ່ນາທີເພື່ອປ້ອງກັນພາວະຕາແຫ້ງ.

3.ບັນຫາຕາມົວ(Blurred Vision)

ພົບໃນຜູ້ທີ່ໃຊ້ຄອມພິວເຕີຫຼາຍເກີນໄປ ໂດຍທົ່ວໄປຈະບໍ່ມີຜົນຕໍ່ສາຍຕາຢ່າງຖາວອນ ແຕ່ການໃຊ້ສາຍຕາໃນການຫຼິ້ນເກມຄອມພິວເຕີເປັນເວລານານ ກໍ່ໃຫ້ເກີດການປວດເມື່ອຍຕາ,ປວດຫົວແລະເກີດພາວະສາຍຕາສັ້ນ ແຕ່ຈະເປັນພຽງຊົ່ວຄາວ ດັ່ງນັ້ນການຫຼິ້ນເກມເປັນເວລານານໆຈະບໍ່ເຮັດໃຫ້ສາຍຕາສັ້ນຢ່າງຖາວອນກໍ່ຕາມ ແຕ່ກໍ່ຄວນໃຊ້ພໍເໝາະເພື່ອສຸຂະພາບເຮົານີ້ລະ.

4.ບັນຫາເບິ່ງເຫັນພາບຊ້ອນ(Double Vision)

ເມື່ອໃຊ້ຄອມພິວເຕີນານໆສະເລ່ຍຫຼາຍກວ່າ3.5ຊ.ມ ເຮັດໃຫ້ກ້າມເນື້ອຕາອ່ອນລ້າຈິ່ງເກີດອາການເບິ່ງເຫັນເປັນພາບຊ້ອນ ຊື່ງຈະດີຂຶ້ນຫຼັງໄດ້ພັກສາຍຕາ.

>>ຢ່າລືມຕິດຕາມຕໍ່ໄປຍັງມີວິທີແກ້ບັນຫາ Computer Vision Syndrome ມາຝາກເດີ່ພີ່ນ້ອງ...ອິໆ>>

ທີ່ມາ:www.sanook.com