ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 28, 2014 | ມີ 9 ຄຳເຫັນ ແລະ 0 trackback(s)

 

 

Selfie trip episode 1 - ການເດີນທາງກັບຕົວເອງໃນຕ່າງແດນ

Selfie trip ຄືການອອກເດີນທາງທ່ອງທ່ຽວພຽງຄົນດຽວຄັ້ງທຳອິດໃນຊີວິດ ຫຼາຍຄົນອາດຈະຄິດວ່າເປັນເລື່ອງແປກ ໝູ່ຂອງຂ້ອຍ, ເພື່ອນຮ່ວມງານ ແລະຄອບຄົວຂອງຂ້ອຍ ບາງຄົນກໍ່ສະແດງອອກໃນທັດສະນະທີ່ບໍ່ເຫັນດີ, ເຈົ້າບ້າບໍ ເອົາເງິນໄປໃຊ້ຈ່າຍແນວອື່ນຍັງຈະດີກ່ອນ, ເຊິ່ງມັນກໍ່ປາສະຈາກບໍ່ໄດ້ດອກ, ໃຜກໍ່ມີເຫດຜົນຂອງໃຜລາວ ແຕ່ສຳລັບຂ້ອຍເອງແລ້ວ ການໄດ້ເຮັດຕາມຄວາມຝັນຂອງຕົວເອງ, ການໄດ້ເອົາຊະນະໃຈຕົວເອງ ການພະຈົນໄພ ແລະຄວາມທ້າທາຍເປັນສິ່ງສຳຄັນທີ່ສຸດ ການມອບຄວາມສຸກໃຫ້ຕົວເອງ ຈາກເງິນທີ່ຕົນເອງຫາມາໄດ້ດ້ວຍແຮງກາຍ ແລະເພື່ອ ລືມຄວາມວຸ້ນວາຍໃນຊີວິດ, ໃນຄອບຄົວ ຫຼື ແມ່ນແຕ່ໃນສັງຄົມ ປະໃວ້ເບື້ອງຫຼັງຈັກໄລຍະໜື່ງ ເພື່ອອອກໄປເພີດເພີນ, ຮຽນຮູ້ສີ່ງໃໝ່ໆ, ຫາປະສົບການໃໝ່ໆ, ໄປໃນສະຖານທີ່ໆຍັງບໍ່ເຄີຍໄປ ພົບພໍ້ກັບຄົນໃໝ່ໆມິດຕະພາບໃໝ່ ນັ້ນລະເປັນບົດຮຽນແກ່ຊີວິດ ທີ່ຈະໄດ້ເອົາໃວ້ເລົ່າສູ່ລູກຫຼານຟັງ.

ນັ້ນກໍ່ຄື ຄວາມໝາຍຂອງ Selfie trip ຄືການອອກເດີນທາງທ່ອງທ່ຽວກັບຕົວເອງ ໃນແບບຂອງຂ້ອຍ, ເຊິ່ງວ່າ ໃນຖ້ຽວນີ້ ແມ່ນການໄປຢ້ຽມຢາມ ນະຄອນວັດ ປະເທດກຳປູເຈຍ ຕາມທີ່ຂ້າພະເຈົ້າໄດ້ເຄີຍມາຈົ່ມພືມພຳກ່ອນແລ້ວ ໃນ ການຂຽນບັນທຶກຄັ້ງກ່ອນ ຊື່ຕອນ ຢາກໄປເບິ່ງ ນະຄອນວັດ

ຈາກນີ້ໄປຂ້າພະເຈົ້າຈະມາເລົ່າເຖິງການເດີນທາງໃນຄັ້ງນິ້້ວ່າເປັນແນວໃດຄ່າໃຊ້ຈ່າຍຕ່າງໆ, ເພື່ອໃຫ້ເພື່ອຜູ້ອ່ານທີ່ສົນໃຈ ຢາກພາຄອບຄົວໄປທ່ຽວ ສາມາດເອົາໃວ້ເປັນຂໍ້ມູນ ວາງແຜນການເດີນທາງໄດ້

ມາເລີ່ມ ອອກເດີນທາງໄປນຳກັນເລີຍ.....

ວັນທີ 16/08/2014 ອອກຈາກບ້ານຂອງຂ້າພະເຈົ້າທີ່ແຂວງສະຫວັນນະເຂດ ເດີນທາງໄປ ຂື້ນຍົນທີ່ນະຄອນພະນົມ

- ເລີ່ມຈາກ ນັ່ງສາມລໍ້ ຈາກເຮືອນໄປຍັງຄິວລົດໂດຍສານ 15.000 ກີບ

- ຊື້ປີ້ລົດໂດຍສານເພື່ອຂ້າມຂົວມິດຕະພາບ ໄປມຸກດາຫານ 14.000 ກີບ, ເຊິ່ງເມື່ອລົດອອກຈາກຄິວແລ້ວຈະແລ່ນໄປຂົວມິດຕະພາບ

- ເອົາໜັງສືເດີນທາງໄປແຈ້ງອອກ ເສຍຄ່າທຳນຽມ 10.000 ກີບ

-ຄ່າເຮັດວຽກລ່ວງເວລາ(ບໍ່ແນ່ໃຈເພາະເປັນວັນເສົາ) ອີກ 10.000 ກີບ

ຫຼັງຈາກແຈ້ງເອກະສານແລ້ວໝດທຸກຄົນ ກໍ່ຂື້ນລົດຄັນເກົ່ານັ້ນແລ້ວ ຂ້າມຂົວມິດຕະພາບໄປຝັ່ງໄທ

- ຮອດດ່ານໄທ ກໍ່ຈະໄດ້ເສຍຄ່າທຳນຽມ 200 ບາດ

ແຈ້ງເຂົ້າປະເທດໄທຮຽບຮ້ອຍແລ້ວ ຂື້ນລົດໄປລົງທີ່ ບໍລິສັດຂົນສົ່ງໃນເມືອງ(ຄິວລົດ) ເພື່ອໄປຕໍ່ລົດໄປ ຈັງຫວັດນະຄອນພະນົມ ເຊິ່ງຢູ່ກົງກັນຂ້າມກັບຕົວເມືອງທ່າແຂກແຂວງຄຳມ່ວນ

-ນັ່ງລົດຕູ້ຈາກມຸກດາຫານໄປນະຄອນພະນົມ ຄ່າປີ້ລົດ 70-80 ບາດ

(ຕາຕະລາງ ການເດີນລົດຂອງ ບ.ສ ສະຫະມິດ)

(ລົດຕູ້ສະຫະມິດທີ່ແລ່ນຈາກທ່າລົດ ມຸກດາຫານ ໄປ ນະຄອນພະນົມ)

- ຮອດຄິວລົດນະຄອນພະນົມພໍດີທ່ຽງ ລົງຈາກລົດ ຍາມຂ້າມຟາກທາງ ໄປຮ້ານອາຫານຕາມສັ່ງ ກິນເຂົ້າ 40 ບາດ ນ້ຳດື່ມ 10 ບາດ

ພໍດີມື້ນີ້ຍົນຂື້ນຕອນສີ່ໂມງກໍ່ເລີຍຕ້ອງໄດ້ຖ້າ ຈາກໃນເມືອງເພື່ອອອກໄປເດີ່ນບິນກໍ່ເປັນໄລຍະທາງໄກ ຖ້າໄປສາມລໍ້ເພິ່ນຈະເອົາ 300 ບາດ

ແຕ່ໂຊກດີເອື້ອຍເຈົ້າຂອງຮ້ານອາຫານເພິ່ນໃຈດີເລີຍແນະນຳໃຫ້ຮູ້ເບີໂທຂອງລົດຕູ້ຮັບສົ່ງເດີນບິນ ເຊິ່ງເສຍພຽງແຕ່ 100 ບາດເທົ່ານັ້ນ

ຕ້ອງການໃຫ້ມາຮັບຢູ່ໃສ ໂທໄປນັດກັບເພິ່ນ

(ເບີໂທລະສັບ ບ.ສ ນະຄອນໂຄລາດ ຈຳກັດ - ບໍລິການລົດຮັບ - ສົ່ງ ເດີ່ນບິນ)

ນັດກັນກັບເພິ່ນໃວ້ 3 ໂມງເຄິ່ງ ເພິ່ນມາຮັບກົງເວລາປັບ

ເກືອບ 4ໂມງແລງໄປຮອດເດີ່ນບິນນະຄອນພະນົມ ແຈ້ງປີ້ ແລ້ວໄປນັ່ງຖ້າຂື້ນເຄື່ອງເພື່ອເດີນທາງໄປບາງກອກ

 


5 ໂມງກວ່າໆກໍ່ມາຮອດສະໜາມບິນດອນເມືອງ ບາງກອກ

Credit: Airliners.net

http://www.globaltravelmate.com/asia/thailand/bangkok/bangkok-arrival/2069-bangkok-don-muang-airport.html

ຫຼັງຈາກລົງຈາກຍົນ ກໍ່່ພໍດີໃກ້ຄ່ຳ ອອກຈາກສະໜາມບິນດອນເມືອງ ເອີ້ນແທັກຊີ ເພື່ອໄປໂຮງແຮມທີ່ຈອງໃວ້ຜ່ານເວັບໄຊ ອາໂກດາ ເພື່ອນນອນຖ້າຂື້ນຍົນຖ້ຽວເຊົ້າມື້ອື່ນໄປສຽມຣຽບ

 Wimonsung Thamdee
http://www.fm91bkk.com/home91/index.php/2011-12-29-10-37-03/2011-12-29-10-35-29/2507-2012-10-01-07-07-10

ໃນນີ້ຂ້າພະເຈົ້າຈອງໃວ້ທີ່ 48 ວິວ ເຊິ່ງບໍ່ໄກຈາກເດີນບິນ ບອກໂຊເຟີ ວ່າໄປໂຮງແຮມ 48 ວິວ ພະຫົນໂຍທິນ 48.

ໝົດໄປແຕ່ 73 ບາດ ຕາມມິດເຕີ

http://www.agoda.com/48-ville/hotel/bangkok-th.html

ສະພາບຫ້ອງສະອາດ ຂື້ນລົງດ້ວຍລິບ ຢູ່ຊັ້ນລຸ່ມມີຮ້ານອາຫານ ຂ້ອຍລົງມາກິນເຂົ້າແລງຢູ່ນັ້ນ ໝົດໄປ 75 ບາດ

ຫຼັງຈາກນັ້ນກໍ່ຂື້ນໄປນອນພັກຜ່ອນ ເພື່ອກຽມເດີນທາງໄປສຽມຣຽບເຊົ້າມື້ຕໍ່ໄປ

 

ວັນທີ17/08/2014

ຕື່ນເຊົ້າວັນໃໝ່ໃນບາງກອກ ຫຼັງຈາກອາບນ້ຳແຕ່ງຕົວກໍ່ລົງໄປກິນເຂົ້າແກງລາດໜ້າ ໜ້າປາກຊອຍ ໝົດໄປ 35 ບາດ

8:00 ກັບມາແຕ່ກິນເຂົ້າ ຂື້ນຫ້ອງກຽມກະເປົ໋າ ລົງມາເຊັກເອົ້າ ສົ່ງຫ້ອງ ແລ້ວລັດແທັກຊີ ໄປສົ່ງສະໜາມບິນດອນເມືອງ

ຄ່າແທັກຊີ 97 ບາດ

http://kinkhaaw.blog.so-net.ne.jp/archive/200812-10

http://pantip.com/topic/30245179

http://barnja.blogspot.com/2013/07/4-3.html

 

8:30 ມາຮອດແລ້ວກໍ່ເຂົ້າໄປແຈ້ງເຊັກອິນກັບສາຍການບິນແອເອເຊຍ

ແຈ້ງອອກຈາກໄທ ແລ້ວ ກໍ່ໄປນັ່ງຖ້າຂື້ນຍົນໄດ້ທີ່ຫ້ອງນັ່ງຖ້າ ຕາມປະຕູທີ່ສະແດງໃວ້ໃນປີ້ຍົນຂອງເຮົາ ສິ່ງສຳຄັນຕ້ອງໄປໃຫ້ຖືກປະຕູແລະໃຫ້ທັນເວລາ

ຢູ່ທີ່ນີ້ຜູ້ໂດຍສານສ່ວນຫຼາຍຈະມາກັນເປັນຄູ່ໆ ຫຼືເປັນ ກຸ່ມ ເປັນຄອບຄົວ ໜ້າອິດສາ ເຮົາມາຄົນດຽວ ແອບເຫງົາໜ້ອຍໜື່ງ

ລາກ່ອນບາງກອກ ກຳລັງຈະຂື້ນຍົນໄປນະຄອນສຽມຣຽບ

ການເດີນທາງຈາກສະໜາມບິນດອນເມືອງ ບາງກອກ ຫາ ສະໜາມບິນອັງກໍ  ສຽມຣຽບ ໃຊ້ເວລາປະມານ 1 ຊົ່ວໂມງ

ມາຮອດແລ້ວ....ຍ່າງເຂົ້າອາຄານຜູ້ໂດຍສານ

ຄັ້ງທຳອິດທີ່ໄດ້ຢືນເທິງແຜນດິນຂອງປະເທດກຳປູເຈຍ ຮູ້ສຶກຕື່ນເຕັ້ນແລະດີໃຈ ບໍ່ນຶກບໍ່ຝັນວ່າເຮົາຈະກ້າມາໄດ້ໄກເຖິງປານນີ້

ເຂົ້າໄປໃນອາຄານ ຍ້ອນບໍ່ເຄີຍມາເຮົາກໍ່ຄອຍສັງເກດເບິ່ງຜູ້ໂດຍສານຄົນອື່ນໆວ່າໄປແນວໃດເຮັດແນວໃດ ບໍ່ເຂົ້າໃຈຫຍັງກໍ່ຖາມເພິ່ນໄດ້ ເຫັນຄົນຕ່າງປະເທດລົງຍົນມາກໍ່ໄປຕໍ່ແຖວກັນຍາວແລະປະກອບເອກະສານບາງຢ່າງຢູ່

ເຊິ່ງຕອນນັ່ງຢູ່ເທິງຍົນ ພະນັກງານຕ້ອນຮັບເພິ່ນຈະເອົາມາຢາຍໃຫ້ເຮົາຂຽນ

http://pantip.com/topic/31268300

ກໍ່ຈະມີແບບຟອມ arrival card, departure card ເພື່ອໃຊ້ໃນການແຈ້ງເຂົ້າແລະອອກຈາກປະເທດກຳປູເຈຍ ແລະໃບຂໍວີຊາ

ໃນສະໜາມບິນສຳລັບຄົນຕ່າງປະເທດທີ່ຕ້ອງໃຊ້ວີຊາ ແຕ່ສຳລັບຄົນລາວເຮົາ ແມ່ນໄດ້ຮັບການຍົກເວັ້ນ

ດັ່ງນັ້ນ, ເຮົາກໍ່ບໍ່ຕ້ອງຂຽນຟອມນີ້ ແລະບໍ່ຕ້ອງໄປຕໍ່ແຖວນຳເພີ່ນ ໃຫ້ໄປຕໍ່ແຖວຢູ່ບ່ອນແຈ້ງເຂົ້າເລີຍ.

ຜ່ານດ່ານກວດຄົົນເຂົ້າເມືອງແລ້ວກໍ່ຍ່າງໄປຕາມທາງທີ່ລູກສອນຊີ້ບອກ ຫຼືໄປຕາມຫຼັງຝຣັ່ງກໍ່ໄດ້ ອິອິ

ຈະມີເຄົາເຕິ້ຂອງທະນາຄານໃຫ້ບໍລິການໃນສະໜາມບິນ ກໍ່ເລີຍໄປແຕກເງິນ ຣຽວກຳປູເຈຍ ໃວ້ໃຊ້

ອັດຕາແລກປ່ຽນຂອງມື້ນັ້ນແມ່ນ 100 ໂດລາ ແລກໄດ້ 380.000 ຣຽວ

ເຊິ່ງຕາມຄວາມເປັນຈິງແລ້ວ ເມືອງສຽມຣຽບເປັນເມືອງແຫ່ງການທ່ອງທ່ອງ ເງິນໂດລາສາມາດໃຊ້ໄດ້ທົ່ວໄປ

ຊ້ຳບໍ່ໜຳ ການຊື້ສິນຄ້າແລະບໍລິການ ເພິ່ນຢາກໄດ້ເປັນໂດລາຫຼາຍກວ່າ ເງິນຣຽວເພິ່ນບໍ່ຢາກຮັບປານໃດ

ຢູ່ຕາມຮ້ານເວລາຊື້ເຄື່ອງ, ກິນເຂົ້າຕາມຮ້ານອາຫານ ເພິ່ນຈະໄລ່ 1 ໂດລາ ເທົ່າກັບ 4.000 ຣຽວ ຖ້ວນໆ

ແນະນຳບໍ່ຕ້ອງແລກເປັນຣຽວຫຼາຍ ເພາະໃຊ້ຍາກ ແລກເປັນເງິນໃບນ້ອຍໃວ້ທອນກໍ່່ພໍ

ຫຼືຖ້າໃຜມີບັດສາກົນ ຫຼື ບັດເອທີເອັມຢູນຽນເຟຂອງ ທຄຕລ ກໍ່ສາມາດກົດຕາມຕູ້ເອທີເອັມໄດ້ເລີຍ

ຍ້ອນວ່າໄປທ່ຽວ ກຳປູເຈຍຄົນດຽວ ກໍ່ເລີຍຊອກລົມເອົາໝູ່ຄົນກຳປູເຈຍ ໃວ້ເພື່ອຊ່ວຍເຮົາໃນເວລາມີບັນຫາ

ຫຼືສາມາດສອບຖາມຂໍ້ມູນຕ່າງໆທີ່ເຮົາບໍ່ເຂົ້າໃຈນຳເຂົາໄດ້

ພໍດີມີນ້ອງຊາຍຄົນໜື່ງທີ່ຫ້ອງການດຽວກັນແນະນຳເວັບຊາຍ ສຳລັບນັກທ່ອງທ່ຽວແບັກແພັກ ທີ່ມັກການພະຈົນໄພ ເ

ຂົ້າໄປຊອກຫາເຈົ້າບ້ານເພື່ອຊ່ວຍຮັບເຮົາໄປທ່ຽວ

ນັ້ນກໍ່ຄື Couchsurfing!

ພໍດີລົມໄດ້ເພື່ອນກຳປູເຈຍຜູ້ໜື່ງ ລາວເປັນພະນັກງານຕ້ອນຮັບທີ່ໂຮງແຮມແຫ່ງໜື່ງ

ເຊິ່ງຕອນນັ້ນເຮົາໄດ້ຈອງໂຮງແຮມອື່ນກ່ອນແລ້ວ ພໍຮູ້ຈັກວ່າລາວເຮັດວຽກທີ່ໂຮງແຮມຈື່ງກວດເບີ່ງຄືນ

ເຫັນວ່າໂຮງແຮມຂອງລາວງາມກວ່າ ຕັ້ງຢູ່ໃນເມືອງ ໃກ້ກັບຕະຫຼາດເກົ່າເຊິ່ງເປັນບ່ອນທ່ອງທ່ຽວແລະຊື້ເຄື່ອງຂອງຕ່າງໆ,

ໃກ້ກັບຕະຫຼາດກາງຄືນ ໃວ້ຍ່າງເລາະຫຼີ້ນຊື້ເຄື່ອງທີ່ລະນຶກ, ມີຮ້ານອາຫານ ແລະສະປາໃກ້ໆຫຼາຍແຫ່ງ

ເຫັນວ່າ ໜ້າຈະສະດວກກວ່າໂຮງແຮມທີ່ຈອງກ່ອນໜ້ານັ້ນ ເຮົາເລີຍ ຍ້າຍມາຈອງຫ້ອງທີ່ໂຮງແຮມນີ້

ເຊິ່ງມີຊື່ວ່າ: Tan Kang Angkor Hotel

ຕອນທຳອິດ ຄິດຈະໄປແບບປະຢັດ ຈື່ງຈອງຫ້ອງທີ່ລາຄາບໍ່ແພງປານໃດ ແຕ່ຖ້າຍ້າຍມາບ່ອນນີ້ແມ່ນວ່າທົບ 3 ເທື່ອ ຈາກບ່ອນເກົ່າ

ແຕ່ກໍ່ກຸ້ມຄ່າ ເພາະຢູ່ນີ້ເຮົາມີໝູ່ເຮັດວຽກປະຈຳຢູ່ ມີຫຍັງກໍ່ສາມາດຖາມລາວໄດ້.

ຕອນຍ້າຍມາຈອງທີ່ນີ້ກໍ່ບໍ່ໄດ້ບອກລາວ ແຕ່ເມື່ອ ກ່ອນເດີນທາງໄດ້ໂທໄປແຈ້ງໂຮງແຮມໃຫ້ຫາລົດມາຮັບທີ່ ເດີ່ນບິນ

ດັ່ງນັ້ນ, ຕອນທີ່ຍ່າງອອກຈາກອາຄານຜູ້ໂດຍສານ ຈື່ງມີໂຊເຟີລົດ ແລະ ໝູ່ກຳປູເຈຍທີ່ເລົ່າມາຂ້າງເທິງ

ມາຖືປ້າຍ ຊື່ເຮົາພິມໃສ່ເຈ້ຍເອ4 ລໍຖ້າເຮົາຢູ່ ອັນນີ້ເປັນເລື່ອງປະທັບໃຈຫຼາຍໆ

 

http://www.proangkortravel.com/transport-detail.php?page=cambodian-tuk-tuk-siem-reap-tours-packages

ພາຫະນະຍອດນິຍົມ ໃນສຽມຣຽບແມ່ນລົດຕຸກໆແບບຂ້າງເທິງນັ້ນລະ ກໍ່ຄືເປັນລົດຈັກ ຕໍ່ຟ່ວງໃສ່ຕິດກັບລໍ້ນັ່ງດ້ານຫຼັງ

ຕົກແຕ່ງສວຍງາມ ບາງຄົນກໍ່ແຕ່ງແບບລົດໃນໜັງ ແບດແມນ ແປກຕາດີ

http://www.tourismcambodia.com/tripplanner/map/siemreap-map.htm

ໃຊ້ເວລາ 15 ນາທີ ກໍ່ໄປຮອດໂຮງແຮມທີ່ຈອງໃວ້ແລ້ວ

http://www.tankangangkorhotel.com/html/

 

ລາຄາຫ້ອງທີ່ນີ້ ເຣດ ຕົກປະມານ 18-89 ໂດລາຕໍ່ຄືນ

ໂຮງແຮມບັນຍາກາດດີ, ພະນັກງານບໍລິການດີ ເປັນມິດໃຫ້ຄວາມຊ່ວຍເຫຼືອທຸກຢ່າງ ໄປຮັບໄປສົ່ງເດີ່ນບິນ ໃຫ້ຄຳແນະນຳການທ່ອງທ່ຽວ ແລະຮ້ານອາຫານ

(ໂສມໜ້າເຈົ້າຂອງຕອນສຳຫຼວດຫ້ອງ 555)

ເຮົາຈອງຫ້ອງ ດີລັກດັບເບີ້ນ ບາລໂຄນີ້ ເຊິ່ງເປັນຫ້ອງຕຽງໃຫຍ່ ມີລະບຽງ ຢູ່ຊັ້ນສາມ ແນມເຫັນວິວທິວທັດຂອງສຽມຣຽບ ດ້ານໜ້າມີສະລອຍນຳ້ ແລະບາ ໃວ້ບໍລິການ

ເພາະວ່າມາຮອດຕອນທ່ຽງ ຫຼັງຈາກໄດ້ຫ້ອງນອນ ແລະກິນເຂົ້າທ່ຽງແລ້ວກໍ່ຕົກບ່າຍ 2 ຈຶ່ງພັກຜ່ອນ ແລະຖືໂອກາດຍ່າງສຳຫຼວດໂຮງແຮມ

ມັກຢູ່ບ່ອນວ່າ ຫ້ອງມີລະບຽງແລະຕັ່ງໃຫ້ນັ່ງ/ນອນຫຼີ້ນ, ມີສະລອຍນ້ຳແລະບາ ໃວ້ຜ່ອນຄາຍ ມີຄອມແລະອິນເຕິເນັດ ໃວ້ໃຫ້ໃຊ້ຟຣີ ທີ່ລັອບບີ້

ມີໄວໄຟໃຫ້ເຊືື່ອມຕໍ່ຟຣີ ຕອນເຊັກອິນ ພະນັກງານຈະເອົາ ລະຫັດໃຫ້

ສຽມຣຽບມີຮ້ານອາຫານຫຼາຍແບບ ອາຫານໄທ, ເອີຣົບ, ຈີນ, ອິນເດຍ... ແລ້ວແຕ່ເຮົາຈະເລືອກກິນ

ເມນູອາຫານແບບຂ້າງເທິງຈະຕົກຢູ່ຢ່າງລະ 5-8 ໂດລາ, ແຕ່ສຳລັບຜູ້ທີ່ມັກແບບປະຢັດ ຮ້ານເຂົ້າຈີ່ ຫຼື ເຝີ ກໍ່ມີໃຫ້ບໍລິການ

ລາຄາກໍ່່ປະມານ 2-5 ໂດລາ, ນ້ຳດື່ມ 0.75 ໂດລາ ປະມານ 3.000 ຣຽວ.

ແຜນການຂອງມື້ນີ້ ຍ້ອຍເມື່ອຍຈາກການເດີນທາງ ຫຼັງຈາກໄດ້ຫ້ອງແລ້ວກໍ່ຈະນອນເວັນຕາກແອພັກຜ່ອນ ແລ້ວລົງໄປລອຍນຳ້ 55 ມີຄວາມສຸກ

ແອບໂປ້ອີກ 5555

ຕອນບ່າຍ3ໂມງ ໝູ່ຄົນກຳປູເຈຍ ເລີກການແລະ ອາສາພາໄປຊື້ປີ້ເຂົ້າຊົມນະຄອນວັດແລະກຸ່ມຜາສາດນະຄອນທົມ

ເຊິ່ງພວກເຮົາເດີນທາງໄປດ້ວຍລົດຈັກ ໃຊ້ເວລາປະມານ 20 ນາທີ ຈາກໂຮງແຮມ

ບ່ອນຂາຍປິ້ເຂົ້ານະຄອນວັດ, ທຸກວັນຈະມີນັກທ່ອງທ່ຽວມາຢ້ຽມຊົມນະຄອນວັດເປັນຈຳນວນ ຫຼວງຫຼາຍ

ແຕ່ກ່ອນຈະໄດ້ເຂົ້າຊົມກໍ່່ຕ້ອງໄດ້ຮັບອະນຸຍາດກ່ອນ ນັ້ນກໍ່່ຄືການເຮັດບັດເຂົ້າຊົມນະຄອນວັດນັ້ນເອງ.

ຍ້ອນຈຳນວນນັກທ່ອງທ່ຽວທີ່ມີຫຼາຍ ດັ່ງນັ້ນເມື່ອມາຮອດນີ້ ເຮົາຕ້ອງເຂົ້າຕໍ່ແຖວໃຫ້ເປັນລະບຽບ ລາຄາບັດເຂົ້າຊົມນະຄອນວັດ ສຳລັບນັກທ່ອງທ່ຽວຕ່າງປະເທດ ແມ່ນ 20 ໂດລາ/ຄົນ/ວັນ ແຕ່ຖ້າທ່ານເລືອກ 3 ວັນ ຈະໄດ້ຈ່າຍພຽງແຕ່ 40 ໂດລາ.

ເຮົາຕ້ອງສະແດງໜັງສືເດີນທາງໃຫ້ພະນັກງານເພີ່ນ ແລະ ຖ່າຍຮູບ ປະມານ 5 ນາທີ ເພີ່ນກໍ່ຈະຍື່ນບັດເຂົ້າຊົມນະຄອນວັດໃຫ້ ເຊີ່ງລະບຸວັນເວລາໃວ້ໃນນັ້ນ

ຫຼັງຈາກໄດ້ບັດມາແລ້ວ ເວລາກໍ່ໜ້າຈະຕົກປະມານ 3:30-4ໂມງແລງ,

http://www.tourismcambodia.com/attractions/angkor.htm

ມື້ນີ້ຕັ້ງໃຈຈະໄປເບີ່ງ ຕາເວັນຕົກທີ່ຜາສາດ ພະນົມບາເຄັງ ເຊິ່ງເປັນຜາສາດໜື່ງທີ່ຕັ້ງຢູ່ທາງດ້ານທິດຕາວັນຕົກຂອງ ອັງກໍວັດ

( ບັດຂອງເຮົາເລີ່ມນັບຕັ້ງແຕ່ມື້ອື່ນ 18/08/2014 ແຕ່ສຳລັບມື້ນີ້ເຮົາໄດ້ເຂົ້າຟຣີ)

Phnom Bakheng ພະນົມບາເຄັງ ເປັນຜາສາດຫີນ ທີ່ສ້າງຂື້ນເທິງພູນ້ອຍ ຕັ້ງຢູ່ລະຫວ່າງກາງ ອັງກໍວັດ ແລະອັງກໍທົມ.

ນີ້ແມ່ນສູນກາງຂອງອານາຈັກຂະແມບ່ອນທຳອິດ ໃນອັງກໍ ເອີ້ນວ່າ ຍະໂສທະລາປຸຣະ ເປັນວັດແບບຮິນດູ

ໃນຮູບແບບວັດພູ ຄວາມສູງ 65 ແມັດ

ສ້າງຂື້ນເພື່ອບູຊາ ຕໍ່ພະສິວະ, ຮອດສັດຕະວັດທີ 9 ໃນສະໄໝຂອງ ເຈົ້າ ຍະໂສວໍລະມັນ (889-915).

(http://www.watkadarin.com/index.php/2011-08-02-02-05-47/2012-10-25-10-06-40/2012-10-27-02-50-11)

ທາງຂື້ນໄປຊົມອາທິດອັດສະດົງເທິງຍອດພູທີ່ຜາສາດພະນົມບາເຄັງ

ແອບເອົາຮູບເພິ່ນມາລົງ ເພາະຕອນນີ້ ບໍ໋ໄດ້ຖ່າຍຮູບໃວ້ຫຼາຍ ແຕ່ຢາກໃຫ້ເຫັນພາບ ແລະບັນຍາກາດ

(http://www.watkadarin.com/index.php/2011-08-02-02-05-47/2012-10-25-10-06-40/2012-10-27-02-50-11)

ຕ້ອງໃຊ້ຄວາມພະຍາຍາມແລະຕ້ອງມີສຸຂະພາບແຂງແຮງ ເພາະ ອາກາດຮ້ອນ ໄລຍະທາງຂ້ອນຂ້າງໄກ ແລະສູງ ດີແຕ່ມີຮົ່ມໄມ້

ທາງເປັນທາງດິນແລະຫີນ ຕ້ອງຄອຍລະວັງ

(http://www.watkadarin.com/index.php/2011-08-02-02-05-47/2012-10-25-10-06-40/2012-10-27-02-50-11)

ຂື້ນມາຮອດເທິງແລ້ວ ຕ້ອງເຂົ້າແຖວເພື່ອຂື້ນໄປເທິງຜາສາດອີກ ເພາະຈຳນວນນັກທ່ອງທ່ຽວມີຫຼາຍ

ເຈົ້າໜ້າທີ່ຮັບຜິດຊອບເພີ່ນຈະຈັດໃຫ້ຂື້ນໄດ້ເປັນຊຸດໆ

ນັກທ່ອງທ່ຽວທັງຄົນກຳປູເຈຍແລະຕ່າງປະເທດຂື້ນມາຖ້າຊົມຕາເວັນຕົກເທິງຜາສາດພະນົມບາເຄັງເປັນຈຳນວນຫຼວງຫຼາຍ

ຢູ່ເທິງແດດຈະຮ້ອນ ແລະ ຄົນຫຼາຍຈົນແອອັດ ບາງຄົນເປັນວິນເປັນລົມ ຫຼາຍໆຄົນກໍ່ໃຊ້ຄວາມອົດທົນລໍຖ້າ

ເພື່ອຢາກໄດ້ພາບຕາເວັນຕົກອັນສວຍງາມ

ສ່ວນຜູ້ທີ່ທົນບໍ່ໄດ້ ກໍ່ຈະກັບລົງຈາກຜາສາດອີກທາງຟາກໜື່ງ

ເຊິ່ງມື້ນີ້ເປັນມື້ທຳອິດທີ່ຂ້າພະເຈົ້າໄດ້ມີໂອກາດມາຢ້ຽມຢາມສຽມຣຽບ ບວກກັບການເດີນທາງທີ່ຍາວໄກ

ຈຶ່ງບໍ່ໄດ້ຖ້າຈົນຕອນຕາເວັນຕົກ

ອີກປະການໜື່ງຢູ່ເທິງນັ້ນຄົນຂ້ອນຂ້າງຫຼາຍເກີນໄປ ແອອັດໄປໝົດ ຫາບ່ອນຈະຢືນຖ່າຍຮູບກໍ່ທັງຍາກ ຈື່ງ ກັບລົງມາ

ແຕ່ລະຫວ່າງທາງລົງພູ ກໍ່ແວ່ຖ່າຍຮູບນີ້ໄດ້ ອາດຈະບໍ່ແມ່ນພາບອາທິດອັດສະດົງທີ່ງາມທີ່ສຸດ

ແຕ່ກໍ່ເປັນພາບແຫ່ງຄວາມປະທັບໃຈໜື່ງຂອງຂ້າພະເຈົ້າໃນສຽມຣຽບ

 

ການເດີນທາງຈະເປັນຢ່າງໃດ ຂໍເຊີນຕິດຕາມໄດ້ໃນມື້ໜ້າ  ຕອນເຂົ້າຊົມ ອັງກໍວັດ ໃນຕອນເຊົ້າ ຂອງວັນທີສອງ ໃນສຽມຣຽບ

ຖ້າຫາກຍັງມີຄົນສົນໃຈແລະຕິດຕາມ ກະລຸນາປະກອບຄຳຄິດເຫັນ ເພາະຢ້ານບໍ່ມີຄົນອ່ານ

ຝາກຕິດຕາມໄດ້ ໃນຕອນທີ 2 ຕາມ ລີ້ງດ້ານລຸ່ມນີ້

http://punlao.com/Amataxay/diary/25240/