ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 3, 2014 | ມີ 2 ຄຳເຫັນ ແລະ 0 trackback(s)

ເປີດຮັບລົງທະບຽນຊຸດທີ່ 7 ສຳລັບຄົນທີ່ຕ້ອງການເປັນ ວິຊາການ ທາງດ້ານ ໄອທີ ຄອມພິວເຕີ ຫລື ຜູ້ທີ່ຕ້ອງການຢາກເປີດຮ້ານ ຄອມພິວເຕີ ທາງສູນ Master IT System ສາມາດໃຫ້ຄຳຕອບຂອງທ່ານໄດ້, ຂໍ້ມູນເພິ່ມເຕີມ 020 98888939 ອາຈານ ອຳນາດ ວິລິວົງ ( ດ່ວນຮັບຈຳນວນຈຳກັດ )

ລາຍລະອຽດ Facebook : ມາດເຕີ ໄອທີ — ที่ Master It System

ຂຽນເມື່ອ ຂຽນເມື່ອ: ພ.ພ.. 9, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

ທ່ານຄິດເຫັນແນວໃດກ່ຽວກັບຊົນເຜົ່າມາຍາທຳນາຍໂລກແຕກໃນທ້າຍປີ 2012

ຂຽນເມື່ອ ຂຽນເມື່ອ: ພ.ພ.. 9, 2012 | ມີ 12 ຄຳເຫັນ ແລະ 0 trackback(s)

ມະຫາໂຈນສະລັດ ລາຊາຢາເສບຕິດ ຊື່ຫນໍ່ຄຳ ທີ່ເຄື່ອນໃຫວຢູເຂດສາມແຫລມທອງຄຳຕາມລຳແມ່ນ້ຳຂອງຖືກເຈົ້າຫນ້າທີ່ຕຳຫລວດຈັບແລ້ວ

ເຊິ່ງຫລາຍປະເທດຕ່າງກໍ່ຕ້ອງການຕົວ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 9, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

ໃຜເປັນເຈົ້າຂອງກະທູ້ທີ່ວ່າໄປໂຮງໝໍ 103 ບໍ່ຈຸງລົດເຂົ້າແລ້ວຖືກໄໝ

ຂໍຂໍ້ມູນຄືນເນ່ເພາະວ່າທາງຄະນະອຳນວຍການເພື່ນຕ້ອງການ

ຫຼື ໃຜທີ່ຮູ້ຈັກວ່າຢູ່ໝ້າໃດ, ກະຂໍຄວາມຊ່ວຍເຫືຼອບອກແນ່ ( ເພາະເຄີຍອ່ານ ໄດ້ປະມານ 4-5 ເດືອນຜ່ານມາ)

                                                   ຂໍຂອບໃຈ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 14, 2012 | ມີ 19 ຄຳເຫັນ ແລະ 0 trackback(s)

ຟັງລາຍການລົມເລື່ອງຂ່າວ ວັນສຸກ ຊ່ອງວິທະຍຸ 103,7 ວ່າ ເພິ່ນສັ່ງປິດ 3 ຮ້ານບັນເທິງເຊັ່ນ: ດອນຈັນພາເລດ, ຕາເວັນແດງ ແລະ ວິນເວດ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 30, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ປະກາດຮັບສະໝັກອາຈານສອນຄອມພິວເຕີ້
ຄຸນນະວຸດ
1. ສາມາດສອນສ້ອມແປງ, ປະກອບ ແລະ ຕິດຕັ້ງລະບົບເຄືອຄ່າຍ network & wireless.
2. ມີປະສົບການໃນການສອນ.
3. ຄິດຄ່າສອນເປັນຮຸ້ນ40/60
ສະຖານທີ່ສອນແມ່ນບ້ານຫ້ວຍຫົງ , ເມືອງຈັນທະບູລີ, ແຂວງ ນະຄອນຫລວງ ໄກ້ກັບ ວິທະຍາໄລ ສຸກສະຫວັດ
ໂທສອບຖາມ 020 77873839, 020 96578739

ຂຽນເມື່ອ ຂຽນເມື່ອ: ທ.ວ.. 28, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

ການສຶກສາບ້ານເຮົາສ່ວນຫລາຍອາຈານສອນແມ່ນສອນໄປຊື່ໆບໍ່ຄ່ອຍສົນໃຈວ່ານັກຮຽນໄດ້ຫລືບໍ່ມີແຕ່ສອນໄປຕາມມື້ຕາມວັນແລ້ວເອົາເງິນຄ່າຈ້າງຊື່ໆ ອີກຢ່າງໝຶ່ງ ສວ່ນຫລາຍອາຈານສອນແມ່ນບໍ່ມີປະສົບການໃນການເຮັດວຽກຕົວຈິງ ຮຽນຈົບແລ້ວກະມາສອນເລີຍ , ຂ້າພະເຈົ້າຄິດວ່າ ຕ້ອງຊອກເອົາຜູ້ທີ່ມີປະສົບການໃນການເຮັດວຽກ

 

ຂ້າພະເຈົ້າຈະຍົກຕົວຢ່າງໃຫ້ອ່ານ: ຂ້ອຍເປັນນັກຮຽນທີ່ເຄີຍຜ່ານຫັລກສູດ 60 ຊົ່ວໂມງຂອງຄອດ ສ້ອມແປງຄອມພິວເຕີ້ ແລະ ຕິດຕັ້ງລະບົບເຄື່ອຄ່າຍ ຢູ່ບໍລິສັດແຫ່ງໝຶ່ງ ຫັລງຈາກຈົບຄອດກະໄດ້ຝຶກງານນຳບໍລິສັດ 3 ເດືອນ ແລ້ວກໍ່ໄດ້ຮັບເຂົ້າເປັນພະນັກງານ ແລະ ເຮັດວຽກຕົວຈິງນຳບໍລິສັດ ຕໍ່ມາຂ້າພະເຈົ້າຢາກຍົກລະດັບ ກໍ່ໄດ້ໄປຮຽນໄອທີ່ພາກຄ່ຳ ໃນນັ້ນເຫັນວ່າ ຫລັກສູດແມ່ນເກົ່າຫລາຍ ບໍ່ມີການພັດທະນາ ຖາມຕົວຈິງໃນປະຈຸບັນອາຈານກະບໍ່ໄດ້ ຂ້າພະເຈົ້າມາຄິດເບິງ ຖ້າຮຽນໄປກະໄດ້ແຕ່ໃບປະກາດຊື່ໆ ເຊິ່ງບໍ່ມີຄວາມໝາຍຫັຍງ ຂ້າພະເຈົ້າກະເລີຍຢຸດ ແຕ່ກະເຮັດວຽກຄືເກົ່າ ແລະ ໄດ້ເຫັນນ້ອງໆທີ່ຮຽນຈົບ ໄອທີ່ ຂັ້ນປະຮິນຍາຕີ ມາຝຶກງານນຳ ໃຫ້ເຮັດຫຍັງກະຍັງບໍ່ເປັນ ສຸດທ້າຍກະແມ່ນຂ້າພະເຈົ້າເປັນຜູ້ສອນແນະນຳເອົາ 

ຂ້າພະເຈົ້າຮຽນພຽງແຕ່ 60 ຊົວໂມງ ແລະ ປະສົບການເຮັດວຽກຕົວຈິງ, ບໍ່ມີວຸດທິໃນການຮຽນ ພັດໄດ້ມາສອນນັກຣຽນທີ່ຮຽນຈົບໄອທີຂັ້ນປະຮິນຍາຕີ ,ທ່ານຄິດວ່າແນວໃດ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 15, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ແມ່ນຫຍັງ ໄປບໍ່ກັບ ຫລັບບໍ່ຕື່ນ ຟື້ນບໍ່ມີ ໝີບໍ່ພົ້ນ

ລອງຕອບຄອມເມັ້ນເຂົ້າມາໄດ້

ແລ້ວ ຂ້າພະເຈົ້າຈະສະເຫລີຍໃນທິດຕໍ່ໄປ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 15, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ເຄີຍໄດ້ຍິນນະວະນິຍາຍເລື່ອງ ລູກຮັກເອົາໃວ້ຂ້າງຫັລງ ລູກຊັງເອົາໃວ້ຂ້າງໝ້າ,  ລູກໂຕໃດທີ່ຮັກຫລາຍແມ່ນເອົາໃວ້ຂ້າງຫລັງເພາະຢ້ານວ່າຈະຖືກໜາມເກາະ ກ່ຽວ ຈະເປັນອັນຕະລາຍ ເອົາໄວ້ທາງຫລັງຈະດີກວ່າ ມີຫຍັງອັນຕະລາຍກໍ່ເອົາອົກແມ່ເຂົ້າປະທະເອົາໃວ້ກ່ອນ ສ່ວນລູກໂຕທີ່ຊັງກໍ່ເອົາໄວ້ທາງໝ້າ ເປັນໝວ່ຍ ກ້າຕາຍ ຊິເປັນແນວໃດແມ່ກະບໍ່ສົນ ບໍ່ຮັກແລະບໍ່ສົງສານ...  ແຕ່ພໍສິ້ນບຸນ ຄືແມ່ລີງຕາຍ ຜົນກໍ່ອອກມາ ລູກທີ່ແມ່ຮັກຫລາຍ ກາຍເປັນລີງທີ່ບໍ່ຮ່າເຮິງ, ເຫງົາ ແລະ ເຊື່ອມຊຶມ ຫາກິນກະບໍ່ກຸ້ມປາກກຸ້ມທ້ອງ ມີອັນຕະລາຍກໍ່ເອົາຕົວບໍ່ຄ່ອຍຈະລອດ ເພາະມັນຖືກເອົາໃຈມາຫລາຍເລີຍຊ່ວຍຕົວເອງບໍ່ເປັນ   ແຕ່ລິງໂຕທີ່ແມ່ຊັງສົ່ງ ໄປເປັນແນວໝ້າກ້າຕາຍກັບຫາກິນເກັ່ງ ຄ່ອງແຄ້ວວ່ອງໃວ ໂດດຕົ້ນນັ້ນ ໂຜ່ຕົ້ນນີ້ ຫາກິນເກັ່ງເອົາໂຕລອດໄດ້ ແລ້ວບັນດາທ່ານ ຈະລ້ຽງລູກແນວໃດ             

                                                                           ຄັດຈາກ ປື້ມເທດສະໝາວາໄຮຕີ້

ຂຽນເມື່ອ ຂຽນເມື່ອ: ທ.ວ.. 1, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຂ້າພະເຈົ້າໃນນາມກອງເລຂາຂອງໂຄງການ ການບໍລິການ ຜ່ານປະຕູດຽວຂອງກະຊວງປ້ອງກັນຄວາມສະຫງົບ ຂໍຂອບໃຈເປັນຢ່າງສູງມາຍັງທ່ານທີ່ປະກອບຄຳຄິດຄຳເຫັນ ແລະ ຕຳນິຕິຊົມ ກ່ຽວກັບການ ບໍລິການ ຂອງກຳລັງ ປກສ ບັນດາຄຳຄິດເຫັນຂອງທ່ານຖືກລວບລວມໂດຍຂ້າພະເຈົ້າ ແລະ ໄດ້ນຳຂຶ້ນສະເໜີພາກສ່ວນທີ່ກ່ຽວຂ້ອງໃຫ້ຮັບຮູ້ນຳແລ້ວ.  ແລະ ທ່ານໃດທີ່ຕ້ອງການປະກອບຄວາມຄິດຄວາມ ເຫັນກໍ່ສາມາດສົ່ງເຂົ້າມາໄດ້ ໂດຍຂຽນຫົວຂໍ້ວ່າຄຳຄິດເຫັນຕໍ່ການບໍລິການ ຂອງ ພາກສ່ວນ ປກສ ຫລື ສົງຫາຂ້າພະເຈົ້າທາງຫັລງໄມກໍ່ໄດ້. ຂໍຂອບໃຈ

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 1, 2011 | ມີ 17 ຄຳເຫັນ ແລະ 0 trackback(s)

ຂໍໃຫ້ທ່ານປະກອບຄຳຄິດຄຳເຫັນຕໍ່ການບໍລິການຂອງວຽກງານ ປກສ ວ່າໃນປະຈຸບັນ ມີການບໍລິການ ທີ່ທ່ານ ຄິດວ່າຄວນປັງປຸງ ວິທີເຮັດວຽກ ແລະ ການແກ້ໃຂວຽກງານຄວນປັບປຸງແນວໃດ ເພື່ອທີ່ຈະເຮັດໃຫ້ວຽກງານການບໍລິການຂອງກຳລັງ ປກສ ດີຂຶ້ນ ໃຫ້ສົມກັບວ່າ ເປັນ ຕຳຫລວດ ຂອງ ປະຊາຊົນ, ມາຈາກປະຊາຊົນ ແລະ ຮັບໃຊ້ປະຊາຊົນ,​ ເປັນກຳລັງ ຂອງພັກ-ລັດ 

ຄຳຄິດເຫັນຂອງທ່ານຈະຖືກລວບລວມແລະນຳສະເໜີຂຶ້ນໃນທີ່ປະຊຸມເພື່ອເຮັດລາຍງານຂຶ້ນຫາທ່ານ ລັດຖະມົນຕີ ວ່າການກະຊວງ ປກສ

                                             ຂໍຂອບໃຈຕໍ່ຜູ້ທີ່ໃຫ້ຄຳຄິດຄຳເຫັນ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 14, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

            ສະບາຍດີພີ່ນ້ອງຊາວລາວ, ຂ້າພະເຈົ້າເປັນຜູ້ໝຶ່ງໃນຄະນະໃຫ້ເຮັດໂຄງການກ່ຽວກັບ ການບໍລິການຜ່ານປະຕູດຽວຂອງກະຊວງ ປກສ
ໂຄງການນີ້ຖ້າເຮັດສຳເລັດກໍ່ເປັນຜົນດີຫລາຍໃຫ້ແກ່ປະຊາຊົນພີ່ນ້ອງຊາວລາວເຮົາ, ຕໍ່ຜູ້ທີ່ມາຜົວພັນວຽກທີ່ຕິດພັນກັບກຳລັງປກສ.
        ຂ້າພະເຈົ້າ, ຢາກໃຫ້ແຕ່ລະທ່ານປະກອບຄຳເຫັນຕໍ່ກັບການບໍລິການຂອງທາງ ກຳລັງ ປກສ ວ່າມີຄວາມສະດວກແລະຫຍຸງຍາກແນວໃດ , ບໍ່ວ່າຈະເປັນເລື່ອງ: ການເຮັດບັດປະຈຳຕົວ, ການເຮັດໝັງສືຜ່ານແດນ, ການຂຶ້ນສຳມະໂນຄົວ... ( ວຽກອື່ນໆ ທີ່ພົວພັນກັບກຳລັງ ) ເພື່ອຈະເປັນຂໍ້ ມູນອັນສຳຄັນໃຫ້ແກ່ຂ້າພະເຈົ້າ, ເພື່ອເປັນແຜນໃນການປັບປຸງການເຮັດວຽກ ແລະ ຂອດຂັ້ນ ການບໍລິການຕ່າງໆ ໃຫ້ມີຄວາມປອດໃສ່ແຈ່ມແຈ້ງ ວ່ອງໃວ.
                  ຂໍ້ມູນຂອງທ່ານຈະເປັນປະໂຫຍດທີ່ສຸດຕໍ່ໂຄງການນີ້ຂ້າພະເຈົ້າຈະເປັນຄົນລວບລວມຄຳຄິດຄຳເຫັນຂອງທ່ານ, ສະເໜີຕໍ່ກອງປະຊຸມ ແລະ ເຮັດບົດລາຍງານໃຫ້ຂັ້ນເທິງຮັບຮູ້.
                                                                                            ຂໍຂອບໃຈລ່ວງໜ້າຕໍ່ທຸກຄຳຄິດຄຳເຫັນມານະໂອກາດນີ້ດ້ວຍ