ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 14, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

            ສະບາຍດີພີ່ນ້ອງຊາວລາວ, ຂ້າພະເຈົ້າເປັນຜູ້ໝຶ່ງໃນຄະນະໃຫ້ເຮັດໂຄງການກ່ຽວກັບ ການບໍລິການຜ່ານປະຕູດຽວຂອງກະຊວງ ປກສ
ໂຄງການນີ້ຖ້າເຮັດສຳເລັດກໍ່ເປັນຜົນດີຫລາຍໃຫ້ແກ່ປະຊາຊົນພີ່ນ້ອງຊາວລາວເຮົາ, ຕໍ່ຜູ້ທີ່ມາຜົວພັນວຽກທີ່ຕິດພັນກັບກຳລັງປກສ.
        ຂ້າພະເຈົ້າ, ຢາກໃຫ້ແຕ່ລະທ່ານປະກອບຄຳເຫັນຕໍ່ກັບການບໍລິການຂອງທາງ ກຳລັງ ປກສ ວ່າມີຄວາມສະດວກແລະຫຍຸງຍາກແນວໃດ , ບໍ່ວ່າຈະເປັນເລື່ອງ: ການເຮັດບັດປະຈຳຕົວ, ການເຮັດໝັງສືຜ່ານແດນ, ການຂຶ້ນສຳມະໂນຄົວ... ( ວຽກອື່ນໆ ທີ່ພົວພັນກັບກຳລັງ ) ເພື່ອຈະເປັນຂໍ້ ມູນອັນສຳຄັນໃຫ້ແກ່ຂ້າພະເຈົ້າ, ເພື່ອເປັນແຜນໃນການປັບປຸງການເຮັດວຽກ ແລະ ຂອດຂັ້ນ ການບໍລິການຕ່າງໆ ໃຫ້ມີຄວາມປອດໃສ່ແຈ່ມແຈ້ງ ວ່ອງໃວ.
                  ຂໍ້ມູນຂອງທ່ານຈະເປັນປະໂຫຍດທີ່ສຸດຕໍ່ໂຄງການນີ້ຂ້າພະເຈົ້າຈະເປັນຄົນລວບລວມຄຳຄິດຄຳເຫັນຂອງທ່ານ, ສະເໜີຕໍ່ກອງປະຊຸມ ແລະ ເຮັດບົດລາຍງານໃຫ້ຂັ້ນເທິງຮັບຮູ້.
                                                                                            ຂໍຂອບໃຈລ່ວງໜ້າຕໍ່ທຸກຄຳຄິດຄຳເຫັນມານະໂອກາດນີ້ດ້ວຍ