ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 15, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ແມ່ນຫຍັງ ໄປບໍ່ກັບ ຫລັບບໍ່ຕື່ນ ຟື້ນບໍ່ມີ ໝີບໍ່ພົ້ນ

ລອງຕອບຄອມເມັ້ນເຂົ້າມາໄດ້

ແລ້ວ ຂ້າພະເຈົ້າຈະສະເຫລີຍໃນທິດຕໍ່ໄປ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 15, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ເຄີຍໄດ້ຍິນນະວະນິຍາຍເລື່ອງ ລູກຮັກເອົາໃວ້ຂ້າງຫັລງ ລູກຊັງເອົາໃວ້ຂ້າງໝ້າ,  ລູກໂຕໃດທີ່ຮັກຫລາຍແມ່ນເອົາໃວ້ຂ້າງຫລັງເພາະຢ້ານວ່າຈະຖືກໜາມເກາະ ກ່ຽວ ຈະເປັນອັນຕະລາຍ ເອົາໄວ້ທາງຫລັງຈະດີກວ່າ ມີຫຍັງອັນຕະລາຍກໍ່ເອົາອົກແມ່ເຂົ້າປະທະເອົາໃວ້ກ່ອນ ສ່ວນລູກໂຕທີ່ຊັງກໍ່ເອົາໄວ້ທາງໝ້າ ເປັນໝວ່ຍ ກ້າຕາຍ ຊິເປັນແນວໃດແມ່ກະບໍ່ສົນ ບໍ່ຮັກແລະບໍ່ສົງສານ...  ແຕ່ພໍສິ້ນບຸນ ຄືແມ່ລີງຕາຍ ຜົນກໍ່ອອກມາ ລູກທີ່ແມ່ຮັກຫລາຍ ກາຍເປັນລີງທີ່ບໍ່ຮ່າເຮິງ, ເຫງົາ ແລະ ເຊື່ອມຊຶມ ຫາກິນກະບໍ່ກຸ້ມປາກກຸ້ມທ້ອງ ມີອັນຕະລາຍກໍ່ເອົາຕົວບໍ່ຄ່ອຍຈະລອດ ເພາະມັນຖືກເອົາໃຈມາຫລາຍເລີຍຊ່ວຍຕົວເອງບໍ່ເປັນ   ແຕ່ລິງໂຕທີ່ແມ່ຊັງສົ່ງ ໄປເປັນແນວໝ້າກ້າຕາຍກັບຫາກິນເກັ່ງ ຄ່ອງແຄ້ວວ່ອງໃວ ໂດດຕົ້ນນັ້ນ ໂຜ່ຕົ້ນນີ້ ຫາກິນເກັ່ງເອົາໂຕລອດໄດ້ ແລ້ວບັນດາທ່ານ ຈະລ້ຽງລູກແນວໃດ             

                                                                           ຄັດຈາກ ປື້ມເທດສະໝາວາໄຮຕີ້