ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 15, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

  ບົດ​ບາດ​​ພະ​ສົງ​ໃນ​ສະ​ໄໝ​ປະ​ຈຸ​ບັນ

      ​ກາ​ນ​ທີ່​ພະ​ພິກ​ຂຸ​ສົງ​ຈະ​ມີ​ບົ​ດ​ບາ​ດ​ໃດໆ​ໄດ້​ໃນ​ສັງ​ຄົມ​ປັດ​ຈຸ​ບັນ​ ຈຳ​ຈະ​ຕ້ອງ​ຖາມ​ຕົວ​ເອງ​ກ່ອນ​ວ່າ​ທ່ານ​ຄື​ໃຜ​ ເວົ້າ​ກັນ​ຢ່າງ​ບໍ່​ເກງ​ໃຈ​ກໍ​ຄົງ​ຕ້ອງ​ເວົ້າ​ກັນ​ຢ່າງ​ຕົງໆ​ວ່າ​ ທີ່​ຄົນ​ສ່ວນ​ໃຫຍ່​ໄປ​ບວດ​ກັນ​ນັ້ນ​ເພາະ​ຕ້ອງ​ການ​ໜີ​ໄປ​ໃຫ້​ພົ້ນ​ຈາກ​ຄວາມ​ຍາກ​ຈົນ​ ແລະ​ ທີ່​ມາ​ສຶກ​ສາ​ເລົ່າ​ຮຽນ​ກັນ​ນັ້ນ​ ກໍ​ເຊື່ອ​ວ່າ​ນັ້ນ​ຄື​ຂັ້ນ​ໄດ​ແຫ່ງ​ການ​ໄຕ່​ເຕົ້າ​ໄປ​ເພື່ອ​ຄວາມ​ກ້າວ​ໜ້າ​ໃນ​ທາງ​ສັງ​ຄົມ​ ໂດຍ​ມີ​ສັງ​ຄົມ​ສົງ​ເປັນ​ຕົວ​ເອື້ອ​ອາ​ທອນ​ທີ່​ສຳ​ຄັນ​ ຄົງ​ມີ​​ໜ້ອຍ​ທ່ານ​ທີ່​ຕ້ອງ​ການ​ປຸກ​ຕົນ​ເອງ​ໃຫ້​​ຕື່ນ​ຂຶ້ນ​ຈາກ​ຄວາມ​​ ໂລ​ບ​ ໂກດ​ ຫຼົ​ງ​ ເພາະ​ຍິ່ງ​ບວດ​ດົນ​ນານ​​ເຂົ້າ​ ແລະ​ ມີ​ຍົດ​ຖາ​ບັນ​ດາ​ສັກ​ສູງ​ສົ່ງ​ຂຶ້ນ​ ​ຄວາມ​​ໂລ​ບ ໂກດ​ ​ຫຼົງ​ຍິ່ງ​ຈະ​ເພີ່ມ​ຫຼາຍ​ຂຶ້ນ​ເປັນ​ເງົາ​ຕາມ​ໂຕ​ດ້ວຍ​ຊ້ຳ​ໄປ​ ແລະ​ ພະ​ພິກ​ຂຸ​ສົງ​ທີ່​ເຫັນ​ອາ​ນິ​ສົງ​ຂອງ​ຊີ​ວິດ​ພົມ​ມະ​​ຈັນ​ທີ່​ແທ້​ຈິງ​ນັ້ນ​ ມີ​ຫຼາຍ​ໜ້ອຍ​ພຽງ​ໃດ​ ໂດຍ​ສະ​ເພາະ​ໃນ​ສັງ​ຄົມ​ທີ່​ມີ​ລັດ​ທິ​​ບໍ​ລິໂພກ​ນິ​ຍົມ​ເປັນ​ຕົວ​ກຳ​ນົດໃຫ້​ໃຜໆ​ພາ​ກັນ​ສະ​ຍົບ​ຍອມ​​ກັບ​​ກະ​ແສ​ຫຼັກ​ ຊຶ່ງ​ແພ່​ເຂົ້າ​ໄປ​ເຖິງ​ເກືອບ​ທຸກ​ວັດ​ ໃຫ້​ໃຜໆ​ສະ​ຍົບ​ຍອມ​ຢູ່​ກັບ​ກິນ​ກາມ​ກຽດ​ ຢ່າງ​ທີ່​ວ່າ​ມື​ໃຜ​ຍາວ​ສາວ​ໄດ້​ສາ​ວ​ເອົາ​ ການ​ແຂ່ງ​ຂັນ​​ກັນ​ໃນ​ທາງ​ໂລ​ບໆ​ ກໍ​ເປັນ​ສິ່ງ​​ຊຶ່ງ​​ແມ້​ກະ​ທັ້ງ​ພະ​ກໍ​ພາ​ກັນ​ພໍ​ໃຈ​ ການ​ສຳ​ລວມ​ລະ​ວັງ​​ຫຼື​ການ​ຈະ​ເລີນ​ສະ​ມາ​ທິ​ພາ​ວະ​ນາ​ເພື່ອ​ເຂົ້າ​ຫາ​ຄວາມ​ຕື່ນ​ຈາກ​ລາ​ຄະ​ຈິດ​ ໂລບ​ຈິດ​ ​ໂທ​ສະ​ຈິດ​ ແລະ​ ໂມໂຫຈິດ ແທບຈະບໍ່ມີເອົາເລີຍໃນສຳນັກສົງທົ່ວໄປ.
   ຫາກພະສົງຕ້ອງການມີບົດບາດໃນສັງຄົມ ຈຳຕ້ອງປຸກຕົນເອງໃຫ້ຕື່ນ​ຂຶ້ນກ່ອນ ຈາກການຄອບງຳ​ຂອງສັງຄົມ ເຊິ່ງມີໂຄງສ້າງອັນຮຸນແຮງ ແລະ ອະຍຸດຕິທຳ ຖ້າພະສົງກ້າພໍຈະປະຕິເສດການຄອບງຳທາງໂຄງສ້າງຂອງສັງຄົມຍ່ອມຈະຕ້ອງກັບມາສຳຫຼວດກວດກາເບິ່ງຕົນເອງ ແລະ ກຳພືດຂອງຕົນຈົນບໍ່ມີຄວາມລະອາຍໃນການທີ່ເກີດມາເປັນຄົນຈົນ ແລະ ຄວາມຈົນຂອງເຮົາບໍ່ແມ່ນວິບາກຈາກອະດີດ ຫາກເກີດຈາກການເອົາລັດເອົາປຽບຂອງສັງຄົມສັກດີນາ ແລະ ລະບອບທຶນນິຍົມຮ່ວມສະໄໝ ຖ້າພະພິກຂຸສົງແຕ່ລະຮູບເກີດມະໂນທຳສຳນຶກຂຶ້ນ ຍ່ອມພ້ອມທີ່ຈະພະເຊີນໜ້າກັບຄວາມຍາກຈົນຊຶ່ງເປັນຕົວວັດຕົວຕົນຂອງທຸກຂະສັດທີ່ສຳຄັນຢ່າງຍິ່ງ.
<!--[if !supportLineBreakNewLine]-->
<!--[endif]-->

ບົດ​ບາດ​​ພະ​ສົງ​ໃນ​ການ​ພັດ​ທະ​ນາ​ສັງ​ຄົມ

​ກ. ພະ​ສົງ​​ຕ້ອງ​ມີ​ປະ​ສິດ​ທິ​ພາບ​
ຂ. ການ​ພັດ​​ທະ​ນາ​ເປັນ​ສ່ວນ​ປະ​ກອບ​ທີ່​ສຳ​ຄັນ​ຢ່າງ​ໜຶ່ງ​​ຂອງ​ຊີ​ວິດ​ ເພາະ​ຄົນ​ ແລະ​ ສິ່ງ​ທີ່​ມີ​ຊີ​ວິດ​ທຸກ​ປະ​ການ​ ຍ່ອມ​ມີ​ຊີ​ວິດ​ຢູ່​ໄດ້​ດ້ວຍ​ການ​ພັດ​ທະ​ນາ​ ​ຖ້າ​ບໍ່​ມີ​ການ​ພັດ​ທະ​ນາ​ ຊີ​ວິດ​​ກໍ​ເຖິງ​ຄວາມ​ສິ້ນ​ສຸດ​ທັນ​ທີ.
ຄ. ​ຄຳ​ວ່າ​ ພັດ​ທະ​ນາ ​ທ່ານ​ແປ​ວ່າ​ຄວາມ​ຈະ​ເລີນ​ເຊິ່ງ​ໝາຍ​ເຖິງ​ການ​ປ່ຽນ​ແປງ​ໄປ​ໃນ​ທາງ​ທີ່​​​ເໝາະ​ສົມ​. ຊີ​ວິດ​ທຸກ​ຊີ​ວິດ​ ແລະ​ ສິ່ງ​ທີ່​ເນື່ອງ​ດ້ວຍ​ຊີວິດ​ຍ່ອມ​ມີ​ການ​ປ່ຽນ​ແປງ​ໄປ​ຕາມ​ສະ​ພາບ​​ຂອງ​ມັນ​ ຕາບ​ໃດ​ທີ່​ຍັງ​ເປັນ​ຊີ​ວິດ​ຢູ່​ຫຼື​ມີ​ຊີ​ວິດ​ຢູ່​ ກໍ​ຈະ​ໜີ​ຄວາມ​ປ່ຽນ​ແປງ​ບໍ່​ພົ້ນ.
ງ. ພະ​ສົງ​ໃນ​ສາ​ສະ​ໜາ​ກໍ​ຈັດ​ວ່າ​ເປັນ​ສິ່ງ​ມີ​ຊີ​ວິດ​ ຫຼື​ຢ່າງ​ໜ້ອຍ​ທີ່​ສຸດ​ກໍ​ເປັນ​ສິ່ງ​​ເນື່ອງ​ດ້ວຍ​ຊີ​ວິດ​ ຈຶ່ງ​ຕ້ອງ​ຢູ່​ຄູ່​ກັບ​ການ​ພັດ​ທະ​ນາ​ ຖ້າ​ຂາດ​ການ​ພັດ​ທະ​ນາ​ກໍ​ໝົດ​ຊີ​ວິດ​ ຫຼື​ ຂາດ​ຊີ​ວິດ​ ເພາະ​ບໍ່​ມີ​ຊີ​ວິດ
​ຈ. ຊີ​ວິດ​​​ຂອງ​ພະ​ສົງ​ໃນ​ວັດ​ພຸດ​ທະ​ສາ​ສະ​ໜາ​ໄດ້​ແກ່​ແຫຼ່ງ​ທີ່​ປະ​ກົດ​ອອກ​ມາ​ ​ເຊິ່ງ​ຜົນ​ແຫ່ງ​ການ​
ງານ​ຂອງ​ພະພຸດທະສາສະໜາ ເຊິ່ງປົກຄຸມດ້ວຍຄວາມປົກກະຕິສຸກ ແລະ ຄວາມສະຫງົບສຸກທຸກປະການ.

ຫຼັກການໃນບົດບາດຂອງພຣະສົງ ແລະ ເປັນບົດບາດຈິງໃນທາງປະຕິບັດ ທີ່ພຣະສົງທີ່ຖືກຕ້ອງຕາມພຣະວິໄນເພິ່ງປະຕິບັດກັນ, ໂດຍສະເພາະໃນດ້ານຫຼັກ 4 ດ້ານໄດ້ແກ່ ດ້ານການປົກຄອງ ຕ້ອງປົກຄອງໂດຍທຳ ປົກຄອງເພື່ອເກື້ອໜູນໃຫ້ເກີດການສຶກສາ ດ້ານການສຶກສາ ແລະ ການສຶກສາສົງເຄາະ ທັງທີ່ພຣະສົງກັນເອງສອນພະເໜນດ້ວຍກັນເອງ ແລະ ສົງເຄາະບຸດ ທິດາ ເພື່ອໃຫ້ໄດ້ຮັບການສຶກສາທີ່ຖືກຕ້ອງ ພ້ອມທັງວິຊາຄວາມຮູ້ ຄວາມປະພຶດ ການສຶກສາທີ່ສ້າງ ວິທີຄິດທີ່ເປັນການຮຽນຮູ້ຄວາມສຸກ (Learning And Happiness). ບົດ​ບາດ​ດ້ານ​ການ​ເຜີຍ​ແຜ່​ເປັນ​ງານ​ທີ່​ນຳ​ຄຳ​ສອນ​ຂອງ​ສຳ​ມາ​ສຳ​ພຸດ​ທະ​ເຈົ້າ​ອອກ​ເຜີຍ​ແຜ່​ສູ່​ປະ​ຊາ​ຊົນ​ ເປັນ​ພາ​ລະ​ກິດ​ທີ່​ສຳ​ຄັນ​ ໃນ​ສະ​ໄໝພຸດທະການພະພຸດທະອົງ  ໃຊ້ຄຳວ່າໄປປະກາດພົມມະຈັນ ອັນເປັນຊີວິດທີ່ປະເສີດ ນັ້ນໝາຍເຖິງພະສົງຕ້ອງເປັນແບບຢ່າງທີ່ດີຂອງການດຳເນີນຊີວິດສັງຄົມສົງຕ້ອງເປັນສັງຄົມລຳລອງ ສັງຄົມເປັນແບບຢ່າງ ຫຼືສັງຄົມຕົ້ນແບບຂອງສັງຄົມຊາວບ້ານທີ່ດີໃຫ້ໄດ້ ສັງຄົມສົງຕ້ອງເປັນລະບຽບ ຕ້ອງມີການຈັດລະບຽບທາງສັງຄົມໃຫ້ດີ. ບົດບາດດ້ານສາທາລະນຸປະການ ແລະ ສາທາລະນະສົງເຄາະ ອັນເປັນບົດບາດຫຼັກອີກໜຶ່ງດ້ານ ທີ່ໝາຍເຖິງດ້ານການກໍ່ສ້າງ ການພັດທະນາສາສະໜາວັດຖຸ ໂດຍເລີ່ມຈາກການສ້າງພາຍໃນວັດຂອງພະສົງ ສ້າງເພື່ອໃຫ້ເປັນທີ່ສະດວກແກ່ການສຶກສາທຳປະຕິບັດ ບໍ່ແມ່ນເປັນການສ້າງເພື່ອອວດອ້າງບາລະມີ ແຂ່ງຂັນຄວາມຟຸ່ມເຟືອຍຫຼູຫຼາ ​ເອົາບົດບາດທັງໝົດມາທຸ້ມເທກັບບົດບາດດ້ານການກໍ່ສ້າງ. ສິລະປະທີ່ສ້າງຄວນມີເອກະລັກຂອງຄວາມເປັນລາວ ຄວາມເປັນພຸດໃຫ້ປາກົດເຫຼືອຢູ່ຄູ່ກັບສັງຄົມລາວເຮົາ ຄືພໍເບິ່ງເຫັນສາສະໜາວັດຖຸແລ້ວ ໃຫ້ເປັນສິ່ງແທນຂອງຄວາມເປັນພະພຸດທະສາສະໜາໄວ້.

http://www.khonnaruk.com/html/phra/dhm_now/MonkAction.html

Delicious Digg Fark Twitter