ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 18, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

 

ick Costolo  CEO ຂອງ Twitter ໄດ້ເປີດເຜຍສະທິຕິທີ່ຫ້ນາສົນໃຈຄື Twitter ມີຜູ້ໃຊ້ງານເປັນະຈຳ  (active users)

ເຖິງ100ລ້ານ ບັນຊີຜູ້ໃຊ້ງານ ໂດຍໃຊ້ການລ໋ອກອິນ50ລ້ານຕໍ່ມື້ຫນຶ່ງ ກັນເລີຍ.

ແລະເຂົ້າມາຢ່າງຫນ້ອຍແມ່ນ1ຄັ້ງຕໍ່ເດືອນ ໂດຍບັດຈຸບັນນີ້ມີຜູ້ລົງທະບຽນແລ້ວ200ລ້ານ ບັນຊີ

ໃນຂະນະຜູ້ໃຊ້ງານທີ່ບໍ່ໄດ້ທະວີດຫັຍງບໍ່ເຖິງ40%ໃນຊ່ວງ1ເດືອຜ່ານມາ

 

                                                                        ເອົາມາຈາກ    http://www.nahuk.com/tech/162-twitter--100-nn.html

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 17, 2011 | ມີ 15 ຄຳເຫັນ ແລະ 0 trackback(s)

- ນັກຊີວະວິທຍາ ຊາວອັງກລິສ ຈັບ ອະນາຄອນດາ ຍັກໄດ້ເຊິ່ງ ມີນ້ຳໜັກ 100 ກວ່າ ກ.ກ


ຍາວ 5.5 ມ. ທີ່ ກາຍອານາ


- ແຕ່ຍັງບໍ່ເປັນຕົວໃຫ່ຽທີ່ສຸດເທື່ອ ເພາະເຂົາເຄີຍຈັບໄດ້ ເຊິ່ງມີນ້ຳໜັກກວ່າ 200 ກ.ກ ມາກ່ອນແລ້ວ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 14, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

 

ຄົນຮຸ່ນໃໝ່ອາດຈະໄດ້ຍິນນິທານຊຽງໝ້ຽງ…ແຕ່ວ່າກ່ອນໜ້າຊິໄດ້ເອີ້ນຊຽງໝ້ຽງນັ້ນ
ກໍຍ້ອນວ່າ ຈົວນ້ອຍໄປພະນັນກັນກັບພວກພໍ່ຄ່າໝ້ຽງ. ຈົວນ້ອຍແພ້ຈຶ່ງໄດ້ໝ້ຽງ
ເປັນຜົນຕອບແທນ…ຈົວນ້ອຍໃຊ້ພຽງຄຳສັບ "ຂ້າມນ້ຳ" ເພື່ອເອົາຊະນະຄູ່ພະນັນ
ພາຍຫລັງສິກຈຶ່ງໄດ້ຊື່ວ່າຊຽງໝ້ຽງ… (ຄັດຈາກປຶ້ມນິທານຊຽງໝ້ຽງ)

ແຕ່ນັ້ນ ຍັງມີໄທຄັງໝ້ຽງ……………..ມາຖວາຍພຣະບາດ
ເຂົາກໍມາພົບພໍ້……………………….ຈົວນ້ອຍເລົ່າຖາມ
ອັນວ່າ ນະທີນ້ຳ……………………..ວັງເວີນເປັນຫາດ
ຈັກວ່າ ເລິກແລະຕື້ນ……………..…ສັນໃດແທ້ບ່າວຈົວ
ແຕ່ນັ້ນ ຈົວກໍຖາມຕອບຖ້ອຍ…………ຄຳຂືນແໜະບອກ (ປັດຈຸບັນນີ້ໃຊ້ເປັນ ແນະ)
ອັນວ່າ ເລິກແລະຕື້ນ………………..ສູກໍຮູ້ຊູ່ອັນ ແລ້ວເດ

ແຕ່ນັ້ນ ເຂົາກໍເລົ່າຍັງດົນຕ້ານ………..ດອມຈົວຖາມສືບ ໄປນັ້ນ
ຕູຂ້ອຍ ຍັງຊິໂຕນຂ້າມນ້ຳ……………ໄປໄດ້ດັ່ງລື ນັ້ນເດ (ຕູຂ້ອຍ ຄຳສັບທີ່ຄົນສ່ວນຫລາຍເຊົາໃຊ້)
ແຕ່ນັ້ນ ຈົວຕອບຖ້ອຍ……………….ຂານໝູ່ໄທຄັງ
ມິໄຊ່ ອາການສູ………………………ຊິຂ້າມມາເຖິງພີ້
ໃຜຫ່ອນ ເອົາຕົວຂ້າມ………………..ນະທີຫລວງມາຮອດ ເຮົາພີ້
ຢຽວວ່າ ອິນຢູ່ຟ້າ……………………..ລົງອູ້ມຊ່ອຍຊູ ບໍ່ຮູ້

ແຕ່ນັ້ນ ໄທຄັງຕ້ານ………………….ດອມຈົວຊ້ຳກ່າວ
ຜິວ່າ ຕູຫາກຍັງຂ້າມໄດ້……………..ຈົວເຈົ້າຊິໃຫ້ສັງ ນັ້ນເດ
ເມື່ອນັ້ນ ຈົວຕອບຖ້ອຍ………….……ຂານບອກໄທຄັງ
ເຮົາຈັກ ວາງຈີວອນທັງສະບົງ………..ໃຫ້ສູຈິງແທ້
ກັບທັງ ຜ້າສະງຽບພ້ອມ……………...ທັງໝູ່ກາຍພັນ (ກາຍພັນ ຜ້າມັດແອວ - ຄຳປາລີ ກາຍພັນທິນັງ)
ເຮົາບໍ່ ກິນແໜງສັງ…………………..ຊິມອບເວນວາງໃຫ້
ຄັນວ່າ ສູຫາກຂ້າມບໍ່ໄດ້……………..ສູເລົ່າຊິເສັຽສັງ ນັ້ນເດ

ແຕ່ນັ້ນ ໄທຄັງຂານ………………….ວ່າຊິເສັຽຍັງໝ້ຽງ
ຕູຈັກ ເອົາຍັງໝ້ຽງ………………….ວາງໄປມວນມອບ ຈົວແລ້ວ
ຕູຫາກ ພັນບໍ່ແພ້……………………ຊິຍອມໃຫ້ຊູ່ຄົນ ແທ້ດາຍ
ແຕ່ນັ້ນ ຈົວກ່າວຕ້ານ……………….ຫ້າມຢ່າພັນກັນ ເທາະນາ (ພັນກັນ ຫຍໍ້ມາຈາກ ພະນັນກັນ)
ມັນຈັກເສັຽຂອງສູ………………...….ໝ້ຽງຄັງພະຍາເຈົ້າ

ແຕ່ນັ້ນ ເຂົາກໍເລົ່າດົນຄຳຫ້າມ……..ແຂງຄວາມບໍ່ຄຶດຊອດ
ເຂົາກໍ ວ່າເຂົາຊິຂ້າມໄດ້…………..ກໍເລີຍທ້າວ່າເອົາ ເທາະນາ
ເມື່ອນັ້ນ ເຂົາກໍເອົາຍັງໝ້ຽງ……….ລອຍໄປຍັງທ່ອງ
ສຽງໂຫ່ຮ້ອງ……………………...ຫົວຈື້ນຊູ່ຄົນ
ເຂົາກໍ ສົນໆຂ້າມ……………..…..ຊົລທີລອຍຢັ່ງ ໄປແລ້ວ
ຄັນວ່າ ຮອດຝັ່ງແລ້ວ………….….ຈາຕ້ານຕໍ່ຈົວ

ເຈົ້າຈົ່ງ ເອົາຍັງຜ້າ……………….ຈີວະຣັງໝົດຄູ່ ຜືນນັ້ນ
ມາມອບໃຫ້…………………….…ຕູຖ້ອນຊິນຸ່ງທົງ ທ່ານເຮີຍ (ຖ້ອນ-ທ້ອນ ມີຄວາມໝາຍຕ່າງກັນ)
ບັດນີ້ ຕູຫາກມາພັນແພ້…………..ລອຍນັດທີມາຮອດ (ນັດທີ ຄືກັບຄຳສັບ ນະທີ)
ຈົວທ່ານ ຢ່າໄດ້ໂຈະຢູ່ຊ້າ…………ເປືອງແກ້ອອກມາ ເທາະແມ
ຊາດທີ່ ເປັນຈົວນີ້…………………ຖືສິນບໍ່ຫ່ອນລ່າຍ ຈົວເອີຍ
ບໍ່ຫ່ອນ ຕົວະລ່າຍຫລິ້ນ……….….ຫລາຍລີ້ນແງ່ງອນ
ຄັນວ່າ ເສັຽສັດຈະນີ້………………ສິນຈົວຊິບໍ່ແກ່ນ ຄີງແລ້ວ
ມັນຈັກ ຕົກຕ່ຳໃຕ້…………………ສະເດັນກິ້ງຈາກຕົນ ແທ້ດາຍ
ເໝືອນດັ່ງ ເມັດງາຕັ້ງ……………..ປາຍເຫລັກຈານຈັບຢູ່ ນັ້ນແລ້ວ (ເຫລັກຈານ-ປາກກາຂອງນັກຂຽນໃບລານ)
ຄັນວ່າ ລົມພັດຍູ້…………………..ປີວເປື້ອງຫລົ່ນເສັຽ ດອກນາ

ແຕ່ນັ້ນ ຈົວຈິ່ງຕ້ານກ່າວຖ້ອຍ……..ຂານຕອບໄທຄັງ
ສູຫາກ ເອົາກັນລອຍ……………..ລ່ອງມາດາຍດູ້
ລາງພ່ອງ ດຳລົງພື້ນ……………..ລາງຄົນຢືນຍ່າງ ມາດາຍ
ຕັ້ງບໍ່ ເຫັນສູຂ້າມນ້ຳ……………..ມາແທ້ເມື່ອໃດ
ແຂງວ່າ ສູຫາກຍໍຂາຂ້າມ………..ນັດທີຫລວງຮອດຝັ່ງ ພາຍພີ້
ກູຈັກ ຍໍມອບມ້ວນ..…………..….ວາງໃຫ້ແກ່ສູ ແທ້ດາຍ

ຈົວກໍເລີຍແພ້ເພາະພວກພໍ່ຄ້າໝ້ຽງພາກັນ ລອຍ, ດຳ, ຍ່າງ ຂ້າມນ້ຳມາ ບໍ່ໄດ້ຍໍຂາຂ້າມມາ…

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 14, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

ໜຸ່ມບ້ານນາ Cool ໄປຍິງນົກເປັດໃນເຂດຣັຖ ໂອກລາໂຮມາ USA ໄດ້ນົກເປັດສາມໂຕ ກະເອົາໂຍນໃສ່ຫລັງລົດ ພິກອັບ
ແລ້ວກໍຈະຂັບເມືອບ້ານ ທັນໃດນັ້ນເຈົ້າໜ້າທີ່ຕຳຣວດ ອະນຸຣັກຊັບພະຍາກອນທຳມະຊາດ ຈັກມາແຕ່ໃສ ໂພ້ໂວ້ຂຶ້ນ ມາຕັນທາງ ຕຳຣວດຜູ້ນີ້ລາວມີນິສັຍຊິງຊັງລັງກຽດພວກໜຸ່ມບ້ານນາ. ເອົາມືຊີ້ໜ້າແລ້ວກໍສັ່ງໃຫ້ເອົາໃບອະນຸຍາດ ລ່າສັດອອກມາເບິ່ງ. ໜຸ່ມນາດຶງເອົາໃບອະນຸຍາດຂອງຣັຖ ໂອກລາໂຮມາ ຍື່ນໃຫ້. ເຈົ້າໜ້າທີ່ກວດເບິ່ງແລ້ວ ເອກະສານຖືກຕ້ອງ ເອົາຜິດເຂົາບໍ່ໄດ້. ມືຄ້ວາເອົານົກເປັດຈາກຫລັງລົດຂຶ້ນມາໂຕນຶ່ງ ດົມທີ່ກົ້ນມັນແລ້ວ ບອກວ່າ:

ຕຳຣວດ: ນົກເປັດໂຕນີ້ບໍ່ແມ່ນນົກ ໂອກລາໂຮມາ​ - ມັນແມ່ນນົກ ແຄນຊັສ. ໂຕມີໃບອະນຸຍາດລ່າສັດຣັຖ

ແຄນຊັສ ບໍ່ລະ?

ໜຸ່ມນາຍື່ນໃບອະນຸຍາດຣັຖ ແຄນຊັສ ໃຫ້ໂດຍດີ. ຕຳຣວດກວດເບິ່ງແລ້ວ ເອກະສານຖືກຕ້ອງ ເອົາຜິດເຂົາບໍ່ໄດ້. ມືຄ້ວາເອົານົກເປັດຈາກຫລັງລົດຂຶ້ນມາອີກໂຕນຶ່ງ ດົມກົ້ນມັນ ແລ້ວບອກວ່າ:


ຕຳຣວດ: ນົກໂຕນີ້ບໍ່ແມ່ນນົກ ແຄນຊັສ - ມັນແມ່ນນົກ ອາແຄນຊໍ. ໂຕມີໃບອະນຸຍາດລ່າສັດຣັຖ

ອາແຄນຊໍ ບໍ່ລະ?

ໜຸ່ມນາຍື່ນໃບອະນຸຍາດຣັຖ ອາແຄນຊໍ ໃຫ້ຕາມເຄີຍ. ຕຳຣວດກວດເບິ່ງແລ້ວ ເອກະສານຖືກຕ້ອງ ເອົາຜິດເຂົາ ບໍ່ໄດ້. ມືຄ້ວາເອົານົກເປັດໂຕທີສາມຂຶ້ນມາ ດົມກົ້ນມັນ ແລ້ວບອກວ່າ:


ຕຳຣວດ: ນົກໂຕນີ້ບໍ່ແມ່ນນົກ ອາແຄນຊໍ - ມັນແມ່ນນົກ ເຊົາທ໌ ແຄໂຣລາຍນາ. ໂຕມີໃບອະນຸຍາດລ່າສັດຣັຖ

ເຊົາທ໌ ແຄໂຣລາຍນາ ບໍ່ລະ?

ໜຸ່ມນາຍື່ນໃບອະນຸຍາດຣັຖ ເຊົາທ໌ ແຄໂຣລາຍນາ ໃຫ້ຕາມເຄີຍ. ຕຳຣວດກວດເບິ່ງແລ້ວ ເອກະສານຖືກຕ້ອງ ເອົາຜິດເຂົາບໍ່ໄດ້. ໃຈຮ້າຍລະໄດ໋ບາດນີ້ ເຫລືອໃຈເອົາຜິດເຂົາບໍ່ໄດ້ ໜ້າແດງ ຫູແດງ ຮ້ອງໃສ່ໜຸ່ມນາ:


ຕຳຣວດ: ເຮີ້ຍ…ໂຕມາຈາກໃສກັນແທ້ ວະ?


ໜຸ່ມນາເຮັດໜ້າໂຈ່ໂລ່ ປິ່ນຫລັງໃຫ້ ດຶງສົ້ງລົງແລ້ວກອງກົ້ນຂຶ້ນ.

ໜຸ່ມນາ: ເອົ້າ…ອາດຍາຜູ້ຊ່ຽວຊານ…ດົມເບິ່ງດຸ໋..ແລ້ວບອກແດ່!
(ຈົບ)

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 11, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

- ມີພຣະຍາເມືອງໜຶ່ງ ຄິດຢາກອອກປະພາດປ່າ ແຕ່ວ່າການໄປຍັງສວນອຸທິຍານນັ້ນ ຕ້ອງພຣະຣາຊະດຳເນີນທາງເຮືອ, ພຣະຍາກໍຕັດສັ່ງໃຫ້ ອຸປະຮາດຈັດແຈງບອກເສນາອາມາດຈັດແຈງການພຣະຣາຊະດໍາເນີນຄັ້ງນີ້ຕາມໜ້າທີ່.
- ໄດ້ເວລາແລ້ວ ພຣະຍາກໍພຣະຣາຊະດໍາເນີນສູ່ເຮືອພຣະທີ່ນັ່ງ ສະເດັດປະທັບນະທີ່ບັນລັງ ທີ່ມົນດົບກາງເຮືອພຣະຣາຊະດໍາເນີນ ເຊິ່ງມີເສນາ ຝ່າຍໃນນັ່ງອ້ອມເປັນບໍຣິວານຕາມໜ້າທີ່ຂອງໃຜຂອງລາວ.
- ສ່ວນເສນາຝ່າຍນອກ ມີທະຫານ ແລະນາຍເຮືອ ມີນາຍຫົວ ນາຍທ້າຍ ແລະສີພາຍ ກໍອອກເຮືອພາຍຂຶ້ນທວນນໍ້າໄປທາງເໜືອ ເມື່ອເຮືອພຣະ ຣາຊະດໍາເນີນໄປຮອດແກ້ງ ນາຍທ້າຍ ນາຍຫົວ ແລະສີພາຍໄດ້ພາຍເຮືອຂຶ້ນແກ້ງຢ່າງຫ້າວຫັນ ແລະເຕັມກໍາລັງຈົນເຮືອຜ່ານພົ້ນແກ້ງນັ້ນຢ່າງ ປອດໄພ.
- ຕ່າງຈາກເສນາຝ່າຍໃນ ບາງຕົນກໍນັ່ງຊື່ໆ ບາງຄົນກໍເວົ້າຕະຫຼົກເຮຮາມ່ວນຊື່ນ ສ່ວນຝ່າຍນາງຟ້ອນ ນາງລໍາ ກໍລໍາກໍຟ້ອນໃຫ້ພຣະຍາຟັງ, ເຮັດໃຫ້ໃຫ້ສີພາຍບາງຄົນ ຕໍ່າຕ້ອຍນ້ອຍໃຈ ຈຶ່ງຈົ່ມອອກມາວ່າ ຄົນຄືກັນແຕ່ບໍ່ຄືກັນເນາະ.
- ພຣະຍາຍິນແລ້ວ ກໍອໍາໄວ້ໃນໃຈ ຈົນເຮືອພຣະຣາຊະດໍາເນີນໄປຮອດຫາດຊາຍແຫ່ງໜຶ່ງ ພຣະຍາມີຈຸດປະສົງຢາກໃຫ້ສີພາຍພັກຜ່ອນ ຈຶ່ງສັ່ງໃຫ້ເຮືອເຊົາຈອດພັກທີ່ຫາດຊາຍນັ້ນ, ບອກໃຫ້ຄົນທັງໝົດໄປນອນໝົດ, ພຣະຍາເອງກໍບັນທົມ.
- ຮອດເວລາສອງໂມງ ພຣະຍາຕື່ນບັນທົມເພາະຍິນສຽງໝາ ສ່ວນເສນາທັງໝົດ ພຣະຍາກໍບໍ່ຢາກລົບກວນພວກເຂົາກໍຍ່າງໄປທີ່ນອນຂອງສີພາຍ ບັງເອີນເຫັນສີພາຍຄົນທີ່ຈົ່ມນັ້ນບໍ່ນອນ ຈຶ່ງບອກໃຫ້ສີພາຍຄົນນັ້ນວ່າ ຍິນສຽງອິສັງກໍບໍ່ຮູ້ ໜວກຫູນອນບໍ່ຫຼັບ.
- ຝ່າຍສີພາຍ ເມື່ອພຣະຍາບອກເຊັ່ນນັ້ນ ກໍດີໃຈຟ້າວແລ່ນໄປສະຖານທີ່ມີສຽງດັງນັ້ນ ຈຶ່ງຟ້າວແລ່ນກັບມາຫາພຣະຍາ ນັ່ງລົງແລ້ວຍົກມືຂຶ້ນ ກ່າວຕໍ່ພຣະຍາວ່າ
- ສີພາຍ : ຂ້າແດ່ພຣະອາດຍາລົ້ນເກົ້າລົ້ນກະໝ່ອມ ທີ່ກ້ອງຂອນນັ້ນ ມີໝາແມ່ມາອອກລູກຢູ່ທີ່ນັ້ນ ຂ້ານ້ອຍ.
- ພຣະຍາ: ໝາມັນເປັນຫຍັງ ?
- ສີພາຍ: ມັນອອກລູກ.
- ພຣະຍາ: ມີຈັກໂຕ ?
- ສີພາຍ: (ຟ້າວແລ່ນໄປຍັງ ຍັງກ້ອງຂອນທີ່ໝາອອກລູກແລ້ວຟ້າວແລ່ນກັບມາ ບອກພຣະຍາວ່າ) ລູກໝາມີ 8 ໂຕຂ້ານ້ອຍ.
- ພຣະຍາ: ໂຕແມ່ຈັກໂຕ ໂຕຜູ້ຈັກໂຕ ?
- ສີພາຍ: ກໍແລ່ນໄປກ້ອງຂອນນັ້ນອີກແລ້ວ ຈຶ່ງກັບມາ ບອກພຣະຍາວ່າ ມີ ໂຕແມ່ 5 ໂຕ, ໂຕຜູ້ 3 ໂຕ.
- ພຣະຍາ: ແມ່ມັນເດສີຫຍັງ ?
- ສີພາຍ: ບອກວ່າເປັນໝາກ່ານ.
- ພຣະຍາ: ມີສີຫຍັງແນ່ ?
- ສີພາຍ: ກໍແລ່ນໄປອີກ ແລ້ວຈຶ່ງກັບມາບອກພຣະຍາວ່າ ເປັນກ່ານຂາວພາດດໍາ ແລະມີສີແດງປົນຈັກໜ່ອຍ.
- ພຣະຍາ: ລູກມັນເດມີສີດຽວກັນບໍ ?
- ສີພາຍ: ກໍແລ່ນໄປນັບເບິ່ງສີຂອງໝານ້ອຍ ແລ້ວຈຶ່ງມາບອກພຣະຍາ.
- ດົນເຕີບ ອຸປະຮາດຈຶ່ງຕື່ນຂຶ້ນມາ ແລ້ວເຫັນພຣະຍາກໍາລັງສົນທະນາກັບສີພາຍ ຈຶ່ງຍ່າງອອກໄປແລ້ວນັ່ງລົງ ຍົກມີຂຶ້ນກ່າວຕໍ່ພຣະຍາຕາມທໍານຽມ ແລ້ວຈຶ່ງຖາມພຣະຍາວ່າ ມີເຫດເຮື່ອງຫຍັງພຣະຍາ ?
- ພຣະຍາ: ອຸປະຮາດວ່າ ເຮົາຕື່ນຂຶ້ນມາ ເພາະສຽງຂອງໝາ ໃຫ້ສີພາຍໄປເບິ່ງ ກໍບໍ່ໄດ້ເລື່ອງ ຂໍໃຫ້ທ່ານໄປເບິ່ງໃຫ້ແນ່.
- ອຸປະຮາດໄປທີ່ນັ້ນ ເຫີງເຕີບກໍກັບມາ ແລ້ວບອກຕໍ່ພຣະຍາວ່າ ທີ່ກ້ອງຂອນນັ້ນ ມີໝາແມ່ມາອອກລູກທີ່ນັ້ນ, ລູກໝາມີ 8 ໂຕຂ້ານ້ອຍ, ຕແມ່ 5 ໂຕ, ໂຕຜູ້ 3 ໂຕ, ແມ່ມັນເປັນສີລາຍ, ຂາວກ່ານດຳ ແລະມີສີແດງປົນຈັກໜ່ອຍ, ສ່ວນໝານ້ອຍນັ້ນສອງໂຕເປັນສີດຳ ຜູ້ໜຶ່ງແມ່ໜຶ່ງ ອີກໜຶ່ງໂຕ ເປັນສີແດງ, ເຫຼືອນັ້ນເປັນໂຕກ່ານໝົດ ມັນອອກລູກມາຄາດວ່າ 2-3 ວັນນີ້ແລ້ວ ເພາະເຫັນລູກໝາຍັງບໍ່ທັນ ມືນຕາ, ພວກມັນແຍ້ກັນກິນນົມແມ່ມັນຢູ່ ຂ້ານ້ອຍ.
- ເມື່ອພຣະຍາ ຟັງດັ່ງນັ້ນແລ້ວ ຈຶ່ງເວົ້່າກັບສີພາຍຄົນນັ້ນວ່າ ຄົນມັນຕ່າງກັນຢູ່ບ່ອນນີ້ແລ້ວ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 7, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ມື້ນີ້ວັນທີ 1 ທັນວາ, ມື້ອື່ນກະວັນທີ 2 ທັນວາ ເປັນວັນສະຖາປານາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທາງໂຮງລ້າໂຮງການຈະພັກກັນ ໝົດມື້ ໃນວັນທີ 2 ທັນວາມື້ນີ້.
ທ້າວສັງທອງ ກໍສວຍໂອກາດພາເມັຍ ພາລູກສາວໜ້າຮັກ ຂີ່ລົດອອກທ່ຽວຊົມຣາຕຮີນະຄອນຫຼວງວຽງຈັນ, ລູກສາວຜູ້ໜ້າຮັກໜ້າແພງຂອງທ້າວສັງທອງ ເຫັນດອກໄມ້ ດອກໄຟຟ້າທີ່ເຂົາເອ້ຕາມຖະໜົນງາມ ກໍທ້ວງຂຶ້ນວ່າ.
- ລູກສາວ: ໂທ້...ດອກໄຟງາມແທ້ເນາະ ? ເຂົາໃຕ້ສະຫຼອງວັນຊາດທີ 2 ທັນວາ.
- ພໍ່: ເຂົາໃຕ້ມາຕັ້ງແຕ່ສະຫຼອງ 450 ປິພຸ້ນແລ້ວລູກ.
- ລູກສາວ: ແມ່ນບໍພໍ່ ລູກບໍ່ໄດ້ເຫັນ, ເອີ...ເປັນຫຍັງເຂົາຈຶ່ງວ່າ ວຽງຈັນຄົບຮອບ 450 ປີລະ.
- ແມ່: ກະເພາະວ່າວຽງຈັນຕັ້ງເປັນນະຄອນຫຼວງມາແລ້ວ 450 ປີນັ້ນຕິລູກ.
- ລູກສາວ: ຄັນຊັ້ນວຽງຈັນເຮົາກະມີອາຍຸຫຼາຍ ທີ່ສຸດແມ່ບໍ່ແມ່.
- ແມ່: ໂດຍລູກ.
- ລູກສາວ: ຄັນຊັ້ນອີ່ພໍ່ອີ່ແມ່ ໃຜອາຍຸຫຼາຍກວ່າກັນ ?.
- ແມ່: ກະພໍ່ລູກຫັ້ນແລ້ວ ອາຍຸຫຼາຍກວ່າແມ່.
- ລູກສາວ: ແມ່ນບໍພໍ່ ?
- ພໍ່: ແມ່ນແລ້ວລູກ ພໍ່ອາຍຸຫຼາຍກວ່າແມ່ລູກ 2 ປີ.
- ລູກສາວ: ບໍ່ແມ່ນ.
- ແມ່: ເປັນຫຍັງຊິບໍ່ແມ່ນ.
- ລູກສາວ: ເພາະວ່າວຽງຈັນອາຍຸ 450 ປີແມ່ນບໍ ?
- ພໍ່: ແມ່ນແລ້ວລູກ.
- ລູກສາວ: ຫັ້ນແລ້ວ ວຽງຈັນອາຍຸຫຼາຍກວ່າ
- ຮາໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ,

ຂຽນເມື່ອ ຂຽນເມື່ອ: ມ.ນ.. 7, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

ຂ້າພະເຈົ້າໃນນາມວ່າ ກະປິ ນາມສະກຸນ ແຈ່ວບອງ
ຢາກເປັນຄົນຕະລົກ ຈະມີພືກຕິການແນວໃດຊິເຮັດໃຫ້ຄົນຫົວ
ຖ້າຜູ່ໃດມີພອນສະຫວັນຊອ່ຍບອກແດ່
ວ່າຢາກຈະແກ້ສົ້ງແລ່ນອອ້ມບ້ານ ກະຢ້ານວ່າເຂົາວ່າຜີບ້າຊັ້ນດອກ
ເຂົາກະຊິຫົວຢູ່ ແຕ່ຄິດໄປຄິດມາ ກະເມື່ອຍເຮັດແລ້ວຕອນຍັງນອ້ຍກະດີ
ບໍ່ມີຜູ່ຫົວ ຊໍ້າມີແຕ່ແມ່ມາຕີກົ້ນຜູ່ຂ້າ ເພາະອີ່ແມ່ ວ່ານະອາຍເຂົາ
ດຽວນີ້ກະໃຫຍ່ກ້າຫນ້າບານລະ ຄັນຊິເຮັດກະລະອາຍໂຕເອງຢູ່
ນົກເຂົາທີ່ອີ່ພໍ່ເອົາໃຫ້ມັນກະໃຫຍ່ຂື້ນມາຄູ່ມື້ ຊໍ້າບໍ່ຫນໍ່າ ມັນກະມີຮັງອິກພອ້ມ
ພອ້ມມີໄຂ່ສອງຫນວ່ຍ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 7, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

ພາສາ ຄາລາໂອກີ ພວກທ່ານຄົງຈະຮັບຮູ້ ຄວາມເຂົ້າໃຈມັນບໍ່ຄືກັນ
ວ່ານນີ້ ຄິດຮອດອ້າຍ ຊູຊີວອ່ງແຮງ ເລີຍຂຽນ ອີ່ແມວຫາລາວ
ອ້າຍ ຊູຊີວອ່ງ ສະບາຍດີ ເຮັດຫຍັງຢູ່
ອ້າຍຊູຊີວອ່ງຕອບມາ kha het kan
ຮວຍຕາຍຫ່າ ອ້າຍຊູຊີວອ່ງ ກໍາລັງເຮັດເມຍຢູ່ນໍ ສວຍລະກະຍັງເຮັດຢູ່ ບໍ່ອາຍລູກ ອາຍຫລານບໍ່ນໍ
ຕອບເຮົາກະຕອບແບບບໍ່ຄືດເລີຍ (ຄາເຮັດກັນ)
ບໍ່ດົນອ້າຍຊູຊີວອ່ງກະຕອບມາອີກ jak noi si ma lom nam
ຂອ້ຍກະຂຽນບອກລາວວ່າ ຂອ້ຍບໍ່ໄດ້ກວນຫຍັງອ້າຍບໍ ຕອນອ້າຍເຮັດກັນນີ່ນາ
ອ້າຍວອ່ງກະຕອບມາວ່າ kam lang leo but diew
ອ່າວຂອ້ຍລະງົງ ມາແລ້ວໄວແທ້ ວ່າງນື່ງນີ່ ພັດວ່າ ກໍາລັງເຮັດກັນ ບາດນີ່ພັດວ່າກໍາລັງຊີແລ້ວ
ບະມາອອກໄວແທ້

ຂຽນເມື່ອ ຂຽນເມື່ອ: ມ.ນ.. 7, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ອ້າຍບ໋ອງ ກັບອ້າຍຫໍາປອມ ເປັນຄົນບ້ານດຽວກັນ (ໄທທ່າແຂກ) ທັງສອງຮັກແພງກັນ ເຫມືອນອ້າຍກັບນ້ອງ
ແລະກໍ່ໄປຫັ້ນມານີ້ ທັງສອງກໍ່ຈະໄປນໍາກັນເປັນປະຈໍາ
ຕໍ່ມາໃນລະຍະນຶ່ງ ອ້າຍຫໍາປອມພັດຫນີຈາກບ້ານ ໄປເຮັດວຽກຢູ່ເມືອງໄທ (ຢູ່ກຸງເທບ)
ຈຶ່ງເຮັດໃຫ້ອ້າຍບ໋ອງ ຄິດຮອດຫມູ່ ມື້ຕໍ່ມາ ອ້າຍບ໋ອງ ເລີຍໂທບອກ
ອ້າຍຫໍາວ່າຊິເຂົາໄປກຸງເທບ ໄປຢາມອ້າຍຫໍາປອມ ເພາະ ບໍ່ເຫັນກັນດົນແລ້ວ
ອ້າຍຫໍາປອມກໍ່ໂອເຄ ເລີຍບອກ ອ້າຍບ໋ອງວ່າ ມາຮອດແລ້ວໃຫ້ໂທບອກເດີ້ ຢູ່ໃສຊິໄປຮັບ
ພໍດີອ້າຍບ໋ອງ ຮອດກຸງເທບ ກະເລີຍໂທຫາອ້າຍຫໍາ
ອ້າຍບ໋ອງ/.......ຫໍາ ເຮົາມາຮອດກຸງເທບແ້ວ ຢູ່ ຄີວລົດໄຟ ມາຮັບແດ່
ຫໍາປອມ../....ເອີ ...ຖ້າບຶດດຽວ ເຮົາຮອດລະ ແມ່ນສະຖານນີລົດໄຟຕວົະ
ອ້າຍບ໋ອງ./.....ເອີ່ໆໆໆ ...ຢູ່ຄີວລົດໄຟ....ອ້າຍຫໍາກໍ່ອົດຫົວຢູ່ໃນໃຈ ໄດ້ງິນອ້າຍບ໋ອງ ວ່າ ຄີວລົດໄຟ 5555
ພໍອ້າຍຫໍາໄປຮອດສຖານນີລົດໄຟ ກໍ່ເຫັນອ້າຍບ໋ອງ ຢືນໃສ່ແຫວ່ນຕາດໍາໂກ້ ຢູ່Cool
ຫໍາປອມ./....ເຫີ່ຍ...ອ້າຍບ໋ອງ ໄປໆໆໆ...ໄປແວ່ກິນເຂົ້າກ່ອນເນາະ ມັນສວຍແລ້ວTongue out
ອ້າຍບ໋ອງ./...ໂອເຄ ກໍາລັງຫີວຢູ່ ພໍດີ
ທັງສອງຄົນພວກຂ້ອຍ ກໍ່ໄປກິນເຂົ້າ ຢູ່ຮ້ານອາຫານ ແຫ່ງນຶ່ງໃກ້ໆ ແຄມທາງ ນັ້ນລະ..
ອ້າຍບ໋ອງ./....ມາກິນຢູ່ກ້ອງຮົ່ມໄມ້ກະດີໄດ໋ຫໍາ ເອົາບໍ່ຫມັກແອນາ
ຫໍາປອມ/...ໂອເຄຕາມໃຈ ແລ້ວຂ້ອຍກໍ່ຖາມ ອ້າຍບ໋ອງວ່າ ເຈົ້າຊິກິນຫຍັງ ອ້າຍສີໂຄດ
ອ້າຍບ໋ອງ/....ເອົາເຟີເດີ້ຫໍາ ມາຊົດນໍ້າຮ້ອໆ ຄືຊິມີແຮງ ເອີ ຂ້ອຍກະຊິເອົາຄືກັນ
ອ້າຍບ໋ອງ./....ຫໍາ ໂຕສັ່ງເດີ້ ໂຕຄືຊິເກັ່ງພາສາໄທແດ່
ຫໍາປອມ./...ຕົກລົງ..ແລ້ວກໍ່ເອີ້ນ ສາວເສີບມາ ບໍລິການ...
ຫໍາປອມ./.... ນ້ອງໆ ກ້ວຍຕຽວສອງຖ້ວຍນະ ໂດຍດັດສຽງໃຫ້ເປັນແບບໄທກຸງເທບເລີບລະ
ສາວເສີບກໍ່ເຂົ້າໃຈ ພ້ອມຍິ້ມ ອ່ອນໆKiss ແລ້ວກໍ່ຖາມອີກວ່າ
ສາວເສີບ/.....ອະໄຣອີກໄມຄະ
ອ້າຍຫໍາ./.....ນໍ້າທ່າ ອີກ ສອງຈອກຄັບLaughing ບໍ່ພໍ 20 ນາທີທັງເຟີແລະນໍ້າກໍ່ມາພໍດີ

ອ້າຍບ໋ອງຫີວແຮງ ກະເລີຍບໍ່ສົນຫຍັງ ກິນລູກດຽວ ພໍເຟີອ້າຍ ບ໋ອງໃກ້ຊິຫມົດ ພັດບັງເອີນ
ມີແມງໄມ້ມາຕົກລົງໃສ່ຖວ້ຍເຟີ ອ້າຍບ໋ອງຢາກຮ້າຍ ກະເລີຍ ເອີ້ນ ສາວເຊີບມາ
ອ້າຍບ໋ອງ./.....ນ້ອງໆ ເບິ່ງຊິ ມີອະໄຣມາຕົກໃສ່ຖ້ວຍເຟີຜົມນິ..ທໍາຢ່າງນີ້ ມັນໄມ້ແມ່ນແນວນະ
ຫໍາປອມ./...ເຫີຍໆໆໆ ບ໋ອງເບົາໆນາ ຖ້າຄຸນຢາກຈະເວົ້າພາສາໄທໃຫ້ຖູກຕ້ອງ ບ໋ອງຕ້ອງມາຣຽນ
ເວົ້າ ພາສາໄທກັບຜົມກ່ອນນະບ໋ອງ..ເພື່ອໄມ້ອາຍເຂົາ ອ້າຍຫໍາເວົ້າສຸດ ອ້າຍບ໋ອງກໍ່ ຊອດອອກມາຕໍ່
ອ້າຍບ໋ອງ//...ໂອ້ຍໆໆໆໆ ອ້າຍບ່າວກຸງເທບໃຫຍ່ເອີຍ555555ຢາກສອນຫມູ່ ໂຕເອງກະປານເປັດລອຍນໍ້າ555555555555..... ເກັງພາສາໄທທັງສອງ5555555 ຈົບ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 7, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ແປກປລາດແທ້ໆ............ທີ່ແນ່ໆກໍຕົກໃຈ
ສ່ອງເບິ່ງແວ່ນຍາມໃດ....ຢາກແລ່ນໜີໄກພົ້ນ
ໜ້າທີ່ຕົນເຫັນນັ້ນ..........ມັນສັງມາແປກຕ່າງ
ບໍ່ແມ່ນໜ້າຂອງນາງ...ໜ້າໃຜກໍບໍ່ຮູ້...ມາລອຍໜ້າໃສ່ນາງ

ໜ້າທີ່ເຫັນຢູ່ນັ້ນ.............ມັນເປັນໜ້າຂອງຊາຍ
ສົ່ງສາຍຕາເຂົ້າຫາ.........ຍິ້ມມາໃຫ້ຫຼົງເພີ້
ເຜີຍິ້ມຄືນໄປໃຫ້.............ຫົວໃຈຕົກຫຼົ່ນ
ຈັກແມ່ນຄົນຫຼືຜີ..ເຂົ້າມາຕີໜ້າລໍ້...ພໍໃຫ້ຕື່ນກະໃຈ...ແທ້ນາ

ຫຼົງເອົາມືລູບໜ້າ.............ວ່າມັນຫາຍໄປໃສ
ຈິ່ງມີໜ້າຂອງຊາຍ..........ມ່າຍມາວົນວຽນຂຶ້ນ
ຢາກຈະເອົາມືຄວ້າ..........ດຶງມາຖາມເບິ່ງ
ຖາມເຖິງຄວາມເປັນມາ...ວ່າແມ່ນໃຜກັນແທ້...ແລເຫັນແລ້ວກໍຊື່ນໃຈ

ຄິດວ່ານາງຝັນຮ້າຍ.........ກໍບໍ່ໄດ້ນອນຫຼັບ
ສອງມືກຸມຂມັບ...............ຈັບຕົນກໍຍັງຮູ້
ເອົາສອງມືຊູຂຶ້ນ..............ເໜືອຫົວຮູ້ຕົວຢູ່
ສະຕິຍັງດີພໍ...ບໍ່ໄດ້ຝັນຫຼອກລໍ້...ພໍຮູ້ຂໍ້ເທັດຈິງ

ແປກປລາດແທ້ໆ............ແຕ່ມີໜ້າຂອງຊາຍ
ລອຍເຂົ້າມາວົນວຽນ.......ແມ່ນໃຜນໍຊາຍນີ້
ຜີຫຼືຄົນຂໍຮູ້.....................ຖາມດູຄວາມຈິງແນ່
ພຽງແຕ່ເປີດອອກມາ...ຢ່າລຶກລັບເຊື່ອງໄວ້...ໃຫ້ງົງຫຼິ້ນເດີຍອດຊາຍ

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 3, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

Picture@Bailane.com

ຂຽນເມື່ອ ຂຽນເມື່ອ: ມ.ນ.. 3, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ກຸຫຼາບສີແດງທີ່ອ້າຍ..........ມອບວັນວາເລນໄທນ໌
ຍັງສົດໃສເໝືອນເດີມ........ບໍ່ປ່ຽນສີສູນເສົ້າ
ເອົາມາລາດວງນ້ອຍ.........ມາອອຍໃຈເປັນເພື່ອນ
ເພາະບາງສິ່ງປ່ຽນໄປ...ຍ້ອນເຈົ້າຂອງດອກໄມ້...ຫາຍໜ້າບໍ່ອວ່າຍມາ...ຫັ້ນເດ

ໃຈຂອງຊາຍຊ່າງຮ້າຍ.......ມາໜ່າຍໜີໄວໆ
ກຸຫຼາບທີ່ແທນໃຈ..............ຍັງສົດໃສເໝືອນແກ້ວ
ແນວໃຈເບົາເໝືອນງິ້ວ......ປິວຕາມລົມພັດສົ່ງ
ບໍ່ໝັ້ນຄົງແນ່ນອນ...ເຫັນອອນຊອນບ່ອນໜ້າ...ກໍລາລ້າງບ່ອນຫຼັງ...ແທ້ນໍອ້າຍເອີຍ

ຫົນທາງພິສູດມ້າ...............ການເວລາພິສູດຄົນ
ຄຳຄົມຂອງທ່ານໃດ...........ໃຊ້ກັນມານານແລ້ວ
ພໍເຫັນຍິງຄົນໜ້າ..............ວາຈາທີ່ມ່ວນກວ່າ
ກໍຫຼົງຕົວລືມຕົນ...ຫຼົງຄາລົມອ່ອນຊ້ອຍ...ລອຍຄວ້າງບໍ່ຕັ້ງຕົວ...ແທ້ນໍ

ວັນວາເລນໄທນ໌ຜ່ານພົ້ນ..ຍັງບໍ່ທັນດົນນານ
ເຫດການກັບປ່ຽນໄປ.......ຍ້ອນໃຈບໍ່ຈິງແທ້
ຄຳຫວານຍັງຝັງແໜ້ນ....ແສນນານນາງຍັງຈື່
ຄືມາປ່ຽນທ້າຍເດືອນ...ເໝືອນອ້າຍປ່ຽນເສື້ອຜ້າ...ອຸລາຊ້ຳບົ່ມໜອງ...ໃຈນ້ອງນາງ!

ຂຽນເມື່ອ ຂຽນເມື່ອ: ມ.ນ.. 3, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ອ້າຍຄວາຍ : ອ້າຍມີເລື່ອງຊິເລົ່າໃຫ້ຟັງຫຳ ຟັງບໍ່
ຫຳນ້ອຍ : ຟັງກໍ່ຟັງ
ອ້າຍຄວາຍ : ມີຜົວເມຍຄູ່ຫນື່ງມັກຜິດກັນເລື້ອຍໆ , ມື້ຫນື່ງເມຍໃຫ້ຜົວໄປຊື້ແຟັບຊັກເຄື່ອງ
ແຕ່ຜົວຊື້ນ້ຳຢາລ້າງຖ້ວຍມາ
ເມຍເລີຍຖາມວ່າ ເປັນຫຍັງເຈົ້າຊື້ນ້ຳຢາລ້າງຖ້ວຍມາ
ຜົວຕອບວ່າ ມີຫນ້າທີ່ຊັກກໍ່ຊັກໄປ
ຕໍ່ມາ ເມຍຄິດແກ້ແຄ້ນ ໃນຄືນວັນທີສອງ ເລີຍໃຫ້ຜົວກິນເຂົ້າລ້າ ບໍ່ມີຂອງກິນ
ຜົວຖາມວ່າ ຂອງກິນເດ່ລະ!?
ເມຍຕອບ ຢ່າຫລາຍເລື່ອງ ມີຫນ້າທີ່ກິນກໍ່ກິນໄປ
ພໍຕໍ່ມາວັນທີສີ່…
ຫຳນ້ອຍ : ອ້າວ…ວັນທີສາມເດ້ອ້າຍຄວາຍ ໄປໃສ
ອ້າຍຄວາຍ : ມີຫນ້າທີ່ຟັງກໍ່ຟັງໄປ 55555
Laughing

ຂຽນເມື່ອ ຂຽນເມື່ອ: ມ.ນ.. 2, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

ມີມື້ນຶ່ງທີ່ຜູ້ຂ້າກົດເປິ່ງເລື້ອງຕະລົກໃນຢູທູບໄປທົ່ວທີບທົ່ວເເດນເລີຽໄປພົບເລື້ອງຕລົກເລຶ້ອງນຶ່ງໂດຽ
ບັງເອີນ. ມັນເປັນເລື້ອງຕະລົກຫລາຽ ຕອນເບິ່ງທໍາອິດ...ບາດລຸນມາຄິດເບິ່ງເເລ້ວເປັນເລື້ອງທີ່ເປັນ
ຕາຢ້ານ ເພາະມັນກ່ຽວຂ້ອງເຖິງຄວາມເຫັນເເກ່ຕົວຂອງມະນຸດເຮົາບາງກຸ່ມໃນສມັຍປັຈຸບັນ.

ເລື້ອງ ພໍສະລຸບໂດຽຫຍໍ໊ໆດັ່ງນີ້:

ທີ່ກອງປະຊຸມເເຫ່ງນຶ່ງ

ຄະນະປົກຄອງເມືອງໆນຶ່ງເປີດກອງປະຊຸມເພື່ອສລຸບຜົລສໍາເຣັດຂອງໂຄງການໃຫຍ່ໆໂຄງການນື່ງ ເເລະ ເພື່ອພິຈາຣະນາ ວາງເເຜນໃໝ່ ທີ່ຈະໃຊ້ເງິນທີ່ເຫລືອໃຊ້ຈາກໂຄງການທີ່ກ່າວມາຂ້າງເທິງ.

ເລຂາລາຽງານຜົນສໍາເຣັດຂອງການກໍ່ສ້າງ ເເລ້ວ ຜູ້ຮ່ວມກອງປະຊຸມທຸກໆຄົນກໍຕົບມືຢ່າງເເຮງດ້ວຍຄວາມຍິນດີ ທີ່ ພວກຕົນມີສ່ວນ
ໃນຜົນງານດັ່ງກ່າວ.

ການເງິນເວົ້າວ່າ: ງົບ ໃຊ້ບໍ່ເໝິດ ຍັງເຫລືອຢູ່ ນຶ່ງລ້ານ ເຈັດເເສນ ຫ້າໝຶ່ນ ໂດລ່າ ອະເມລິກາ.

ທ່ານເລຂາ: ມີສອງຂເເນງການໄດ້ ຂໍຮ້ອງເອົາເງິນທີ່ເຫລືອນີ້ ໂດຍໃຫ້ເຫຕຜົນດັ່ງນີ້:
ກ. ສືກສາເມືອງ ຕ້ອງການເງິນຈໍານວນນີ້ໄປບູຣະນະ ສ້ອມເເປງ ໂຮງຮຽນປະຖົມ 5 ເເຫ່ງທີ່ຊຸດໂຊມຫລາຽ
ເພື່ອຄວາມປອດພັຍຂອງລູກຫລານນັກຮຽນ ເພາະຢ້ານຫລັງຄາຊີຍຸບລົງມາທັບ.
ຂ. ປ.ກ.ສ ເມືອງພັດຢາກໄດ້ເງິນຈໍານວນນີ້ໄປຍົກລະດັບຂອງເຮືອນຄຸກໃຫ້ໄດ້ ມາດ
ຕະຖານສາກົນ ຫ້າດາວ ວ່າຊັ້ນ!

ບັດນີ້ ທ່ານເຈົ້າເມືອງ ຜູ້ນັ່ງເປັນປະທານກອງປະຊຸມ ຊື່ງເປັນຜູ້ຟັງຢ່າງດຽວ ອ້າປາກເວົ້າຈາເເລ້ວ.

ທ່ານປະທານ: ຂ້າພະເຈົ້າຢາກຂໍຖາມ ທຸກໆທ່ານເເດ່ວ່າ ອາຍຸ ຕໍາເເໜ່ງ ຖານະ ຂອງພວກເຮົາ ມີໃຜເເດ່ຄິດວ່າພວກເຮົາຈະມີໂອກາດກັບໄປທີ່ໂຮງຮຽນປະຖົມສຶກສາອີກ?
(ຄະນະກອງປະຊຸມ ຫົວ ເເຣງໆ ເເລະ ຕອບຄ່ອຍໆວ່າ ເເມ່ນ ໆ ໆ ໆ)

ປະທານເວົ້າຕໍ່ ວັນເສົາທີ່ຜ່ານມານີ້ ຂ້າພະເຈົ້າໄດ້ໄປຢ້ຽມສະຫາຍກອງຊັບ ອະດີດຫົວໜ້າພາສີ
ເມືອງທີ່ຄຸກ. ເພິ່ນຝາກຄວາມຖາມຂ່າວມາຍັງເພື່ອນຮ່ວມອຸດົມການທຸກໆຄົນ ເເລະ ຫວັງວ່າ
ຊຸມເຮົາຜູ້ຍັງຢຸ່ທາງນອກພີ້ ຄົງຈະຊ່ວຍພິຈາຣະນາ ເເກ້ໄຂ ສະພາບການເປັນຢູ່ຂອງເພິ່ນໃຫ້ເເດ່
ວ່າຈັ່ງຊັ້ນ.

ເລຂາ: ນອກຈາກທ່ານປະທານເເລ້ວ ທ່ານໃດມີຄວາມຄິດເຫັນຕື່ມອີກເນາະ?

ຄະນະຮ່ວມກອງປະຊຸມຕ່າງກໍຫລຽວເບິ່ງໜ້າປະທານເເລ້ວປໍ່ມີໃຜກ້າອອກປາກອອກສຽງ.

ເລຂາ: ເອົາຫລະ; ຖ້າບໍ່ມີຄວາມເຫັນເພີ້ມເຕີມ ຂໍໃຫ້ພວກເຮົາຍົກມືເປັນການອອກສຽງ ໃນການຈະໃຊ້ເງິນກ້ອນນີ້.
ທ່ານໃດເຫັນດີ ເອົາເງິນກ້ອນນີ້ໃຫ້ສືກສາເມືອງ? (ບໍ່ມີເເມ່ນເເຕ່ສຽງດຽວ)
ທ່ານໃດເຫັນດີ ເອົາເງິນກ້ອນນີ້ໃຫ້ ປ.ກ.ສ ເມືອງ? (ປັດໂທ!!! ນັກການເມືອງ ທຸກໆທ່ານຍົກມືສຸດເເຂນ ສນັບສນູນຢ່າງເປັນເອກະສັນ)

ເລຂາ: ເປັນອັນວ່າ ເງິນກ້ອນນີ້ ປ.ກ.ສ ເມືອງເປັນຜູ້ໄດ້ໄປ...

ອາດເປັນຍ້ອນສົງສານເພື່ອນຮ່ວມອຸດົມການ ຫລື ຢ້ານອໍານາດຂອງປະທານ ຫລື ລູກຂອງ
ນັກການເມືອງເຫລົ່ານີ້ບໍ່ໄດ້ຮໍ່າຮຽນທີ່ໂຮງຮຽນສາທາ ຫລື ພິເສສສຸດ ຕ້ອງຕຽມບ່ອນທີ່ຕົນ
ເອງອາດໄປຢູ່ໃຫ້ເໝາະສົມ ເພາະຕົນເອງຮູ້ເເກ່ໃຈດີເເລ້ວວ່າ ຕົນເອງກໍາລັງເຮັດຫຍັງຢູ່.

ຄອບໃຈ ທີ່ສະລະເວລາ ເຂົ້າມາອ່ານ

ນັບຖື ທຸກໆທ່ານ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 2, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ສອງຜົວເມັຍ ກໍ່ຢູ່ນໍາກັນມາຊ້ານານ....ຜູ້ເປັນເມັຍ ອາຊີບເພິ່ນກໍ່ ເປັນແມ່ບ້ານ ທໍາມະດາ
ສ່ວນຜວົ ພັດໄດ້ເຮັດວຽກຫນ້າທີ່ດີແດ່.....ຕົກມາປີນີ້ ທາງຫ້ອງການ ພັດຖືກສົ່ງຜົວໄປຝຶກຫັດ ຢູ່ປະເທດຈີນ
ຜົວຊໍ້າພັດບໍ່ເຄີຍໄດ້ ອອກໄປຕ່າງປະເທດຈັກເທື່ອ ເປັນເທື່ອທໍາອິດ
ຫລັງຈາກ ສໍາເຫລັດ ຕາມຫນ້າທີ່ວຽກງານ ເດືອນ1 ເຕັມໆ....ຝ່າຍຜົວ ກໍ່ກັບມາບ້ານ.....
ເຖິງເວລາມື້ຜົວຈະມາຮອດ ຝ່າຍເມັຍກໍ່ໄປຮັບຜົວດ້ວຍຄວາມດີໃຈLaughing ພໍດີ ຜົວລົງລົດມາ ຜົວກໍ່ເຫັນເມັຍຢືນຍິ້ມ ຖ້າຢູ່ ຝ່າຍຜົວກໍ່ເລິຍແລ່ນໄປຫາເມັຍດ້ວຍຄວາມດີໃຈເຊັ່ນກັນLaughing ພ້ອມທັງເວົ້າອອກມາວ່າ..ຫີຫ້າວ ຢູ່ບໍ ເມັຍເອີຍ....Kiss..ໄດ້ແຕ່ຄວາມດຽວນີ້ລະ ຄວນຊິວ່າ ນີຫ້າວ ຈື່ບໍ່ໄດ້ຄັກ...ເລີຍອອກມາເປັນຫີຫ້າວ..55555555555

ຝ່າຍເມັຍໄດ້ງິນຜົວເວົ້າແນວ ນັ້ນ ກໍ່ເລີຍຕອບຂຶ້ນທັນທີ...ໂຢ້ ມັນກະຫ້າວຫັ້ນລະ ຫີຫັ້ນ.ໄປຕັ້ງເປັນເດືອນພຸ້ນ
ຜົວ/....ໂອ້ຍເມັຍເອີຍ ຫີຫ້າວ ນັ້ນແມ່ນ ພາສາຈີນ ເຂົາຖາມສະບາຍດີກັນ.55555
ເມັຍ/....ໂຢ້..ໃຜຊິເຄີຍໄດ້ງິນUndecided..ຂ້ອຍພັດຄິດແຕ່ແນວດຽວ ໄປດົນ ກະດັກ ກະດໍ້...ມັນກະຫ້າວຊັ້ນຕວົະ 55555555555555..............ຈົບ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 2, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ເກີດເປັນຊາຍ......................ຊາຕຣີນີ້ລຳບາກ
ຫາຮູຍາກທີ່ເໝາະສົມ................ໄວ້ເຈາະແຍ່
ພົບຮູຫລົມກໍຢ້ານຫລຸດ..............ຣະວັງແທ້
ພົບຮູຄັບລຳບາກແນ່..................ແຍ່ຍາກເກີນ
ແຍ່ຮູນ້ອຍ ມັນຄັບໄປ...........ບໍ່ຄ່ອຍຄ່ອງ
ແຍ່ຮູສອງ ຍັງແໜ້ນໜາ.............ໃຈແທບບ້າ
ແຍ່ຮູສາມ ກໍໜ້າເບື່ອ.................ເຫລືອກຳລັງ
ແຍ່ຮູສີ່ ຍິ່ງຜິດຫວັງ...................ມັນຫລົມເກີນ
ຮູນຶ່ງສອງ ຍັງຄັບຫລາຍ.......ບໍ່ໄດ້ທີ່
ຮູສາມສີ່ ກໍຍິ່ງຫລົມ....................ຍາມສວມໃສ່
ລອງຫລາຍຮູ ບໍ່ເຄີຍມັນ.............ເລີຍຫວັ່ນໃຈ
ຕ້ອງຫາໃໝ່ ສາຍຮັດທີ່..............ພໍດີແອວ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 1, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ຈັກກະວານເຮົາກ້ວາງໃຫຍ່ສໍ່າໃດ? (ຕອນທີສອງ)
ຂະໜາດຂອງດວງຕາເວັນຂອງພວກເຮົາໄດ້ບອກແລ້ວໃນຊ່ວງຕົ້ນວ່າ ມີເສັ້ນຜ່າສູນກາງ 1.391.000 km. ແຕ່ຕາເວັນຂະໜາດໃຫຍ່ກ່ວາຕາເວັນພວກເຮົາ ກໍມີຢ່າງຫຼວງຫຼາຍ ໜ່ວຍຂະໜາດໃຫຍ່ກ່ວາຕາເວັນ ພວກເຮົາ ຮ້ອຍເທົ່າກໍມັກເອີ້ນວ່າ ດາວຍັກ giant star, ພວກທີ່ໃຫຍ່ກ່ວາ ຮອດສາມຮ້ອຍເທົ່າ ກໍເອີ້ນວ່າ ດາວຍັກໃຫຍ່ supergiant star ແລະນອກຈາກນີ້ກໍຍັງມີ ດາວພວກທີ່ໃຫຍ່ມະຫຶມາທີ່ສຸດ ຊຶ່ງເອີ້ນວ່າ Hypergiant star
ຮູບລຸ່ມ ສະແດງໃຫ້ເຫັນຂະໜາດຂອງໜ່ວຍຕາເວັນ ຫຼືໜ່ວຍດາວທີ່ ໃຫຍ່ກ່ວາດາວ ຊີຣີອຸດ


Picture@Bailane.com
ຕໍ່ໄປ ດາວຫຼືຕາເວັນທີ່ໃຫຍ່ກ່ວາ ດາວໂພນລັກກໍ ໄດ້ແກ່ດາວອາກທືຣັດ ດັ່ງຮູບລຸ່ມ

Picture@Bailane.com
ຂະໜາດຂອງດາວ ອາກທືຣັດນັບວ່າໃຫຍ່ຢູ່ແລ້ວ ແຕ່ກໍຍັງມີດາວທີ່ໃຫຍ່ກ່ວານີ້ອີກ ເຊັ່ນດາວ ຣີເຈັນດັ່ງຮູບລຸ່ມ ຊຶ່ງ ສົມທຽ ແລະກັບ
ຂະໜາດຂອງລະບົບຕາເວັນເຮົາແລ້ວເສັ້ນຜ່າສູນກາງຂອງລະບົບຕາເວັນເຮົາເຫັນວ່າພໍພຽງແຕ່ເປັນເມັດນ້ອຍໆເທົ່ານັ້ນ. ແຕ່ເມື່ອ
ສົມທຽບດາວຣີເຈັນ ກັບຂະໜາດຂອງດາວອານເດີບາຣານແລ້ວ ມັນກໍຕົກອັນດັບຄວາມໃຫຍ່ຂອງມັນລົງໄປອີກ.

Picture@Bailane.com
ຂະໜາດຂອງດາລີເຈັນ ກໍຍັງນ້ອຍກ່ວາໝອກເພີງ ເອຕາ ກາຣີໄນເອ Eta Carinae ຊຶ່ງຂະໜາດຂອງໝອກເພີງດັ່ງກ່າວໃຫຍ່ກ່ວາ ເສັ້ນຜ່າສູນກາງຂອງລະບົບຕາເວັນຂອງພວກເຮົາຕັ້ງ400 ເທົ່າ.ດັ່ງຈະໄດ້ສະແດງໃຫ້ເຫັນໃນຮູບຂອງຕອນຕໍ່ໄປ (ຍັງມີຕໍ່)

ຂຽນເມື່ອ ຂຽນເມື່ອ: ມ.ນ.. 1, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

ຫຳປອມ // ນີ້ບ່າວຄວາຍວັນເສົາຫນ້າແມ່ເຖົ້າເຮົາຊິມາຢາມກິນເຂົ້າທ່ຽງນຳເຮົາລະອຸກໃຈຢ້ານໄດ້ຕັດຫາງຫມາບັກດ່າງເຮົາຖີ້ມຢູ່Yell
ບ,ຄວາຍ // ໂອ້,,,ລະມັນໄປກ່ຽວຫຍັງກັບຫມາບັກດ່າງໂຕລະInnocentງົງUndecided
ຫ,ປອມ // ລາວຈະໄດ້ຮູ້ວ່າບ້ານເຮົາຫລັງນີ້ບໍ່ມີໃຜດີໃຈທີ່ລາວມາຢາມແມ້ກະທັງຫມາບັກດ່າງກະບໍ່ມີຫາງແກ່ວງແລ່ນໄປຕອ້ນຮັບລາວນີ້ລະ
ໃຫ້ລາວເຂົ້າໃຈແນ່Yell
ບ,ຄວາຍ // ໂອ້,,,ອື່ມ,,,ເປັນແນວນັ້ນໄປ,,,ເປັນຄວາມຄິດທີ່ດີ,ຈົບTongue out

ຂຽນເມື່ອ ຂຽນເມື່ອ: ມ.ນ.. 1, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

ບ່າວສີໂຄດຍ່າງເຂົ້າມາໃນບາພ້ອມດ້ວຍ ລີງນ້ອຍ ສັດລ້ຽງແສນຮັກTongue out ແລ້ວກໍສັ່ງເຫລົ້າ. ຂະນະທີ່ກຳລັງດື່ມຢູ່ນັ້ນ ລີງນ້ອຍກໍເຕັ້ນໂຕນໂຍນໂຕໄປທົ່ວບາ ກິນທຸກສີ່ງທຸກຢ່າງທີ່ຂວາງໜ້າ ກິນໃຫ້ລຽບ. ພໍມັນເຕັ້ນຂຶ້ນເທິງໂຕະບິນລຽດ ຄ້ວາໄດ້ລູກນຶ່ງ ໂມ່ມເຂົ້າປາກທັນທີ -- ບ່າວຫຳ ຄົນຜະສົມເຫລົ້າ ຕົບມືປ້າບ ຮ້ອງໃສ່ບ່າວສີໂຄດທັນທີ
ຕາຍແລ້ວ!… ຕາຍແລ້ວ!Surprisedລີງເຈົ້າກືນກິນລູກບິນລຽດຂ້ອຍເຂົ້າໄປແລ້ວ!” ...ບ່າວສີໂຄດ ຍໍມືນົບ ຂໍໂທດຂໍໂພຍ ເປັນການໃຫຍ່, “ໂອ້ຍ…ຂໍໂທດຫລາຍໆEmbarassedບັກອັນນີ້ ເປັນຈັ່ງຊີ້ແລ້ວ ເຫັນຫຍັງຂວາງໜ້າບໍ່ໄດ້ …ມັນກິນເບິດກ້ຽງ. ຂ້ອຍຊິຈ່າຍຄ່າເສັຍຫາຍທັງເໝິດເດີ້.” ເວົ້າແລ້ວ ບ່າວສີໂຄດຍໍຈອກຂຶ້ນຊ້ຳ, ຈ່າຍເງິນແລ້ວກໍຈາກໄປ.
ສອງອາທິດຕໍ່ມາ ບ່າວສີໂຄດກັບລີງນ້ອຍກັບມາອີກ ສັ່ງເຫລົ້າຕາມເຄີຍ ສ່ວນລີງນ້ອຍກໍໂດດໄປໂດດມາ ອີກຕາມເຄີຍ ...ມັນຄ້ວາໄດ້ໝາກກອກດອງໜ່ວຍນຶ່ງ ຈັບຍັດເຂົ້າຮູກົ້ນ-ດຶງອອກມາ-ໂມ່ມໃສ່ປາກ-ແລບລີ້ນປີ້ນຕາ ຄ້ຽວກິນດ້ວຍຄວາມແຊບນົວ. ບ່າວຫຳເຫັນແລ້ວຮາກຊິແຕກ ມືນຶ່ງມຸບປາກ ມືນຶ່ງຊີ້ວັບໆ,
ເຈົ້າເຫັນບໍ່ ວ່າງກີ້ນີ້… ລິງເຈົ້າມັນເຮັດຫຍັງYell” ບ່າວສີໂຄດຕອບຢ່າງໃຈເຢັນ,
ເຫັນແລ້ວ! …ມັນກະກິນບໍ່ເລືອກຄືເກົ່າຫັ້ນແຫລະ ແຕ່ວ່າບາດນີ້ ຫລັງຈາກມັນກືນກິນໝາກບິນລຽດເທື່ອແລ້ວນີ້ ມັນແທກຮູອອກກ່ອນຊິກືນເຂົ້າໄປ ຢ້ານບໍ່ຫລົມCool

ຂຽນເມື່ອ ຂຽນເມື່ອ: ມ.ນ.. 1, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

Picture@Bailane.com
Picture@Bailane.com
Picture@Bailane.com
Picture@Bailane.com
Picture@B ailane.com
ໃຜເຄີຍໄປບ່ອນໃດແລ້ວມາເວົ້າສູກັນຟັງເບີ່ງດູ ຜຂ ເຫັນແຕ່ຮູບ ຢາກໄປເບີ່ງໂຕຈິງຢູ່

ຂຽນເມື່ອ ຂຽນເມື່ອ: ມ.ນ.. 1, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ເຝົ້າຫັກຫ້າມ......ປາມຫົວໃຈ......ໃຫ້ເຂັ້ມແຂງ
ໃຈມັນແກວ່ງ......ສຸດອ່ອນແຮງ....ຫ້າມບໍ່ໄຫວ

ພະຍາຍາມ.........ຫາທາງແກ້.......ແຕ່ຫົວໃຈ
ມັນຫຼົງໄປ...........ເຝົ້າພະວົງ........ຫຼົງຮັກເຂົາ


ສຸດຫັກຫ້າມ.......ເໝືອນມີກັມ......ຕາມຈ່ອງໄວ້
ຫ້າມເທົ່າໃດ.......ເໝືອນເຕີມໃສ່..ແຫ່ງຄວາມເຫງົາ
ອົດຍິ້ມໄວ້...........ໃຫ້ຊື່ນແທ້........ແຕ່ໃຈເຮົາ
ມັນສຸດເສົ້າ..........ເຫັນຮູບເຂົາ.....ລອຍວຽນມາ


ຢາກຈະຖາມ......ເຖິງຫົວໃຈ........ຍອດຊາຍນັ້ນ
ວ່າເຄີຍຝັນ.........ວ່າເຄີຍຄິດ........ສເນຫາ
ເໝືອນດັ່ງຍິງ......ເຝົ້າຄິດເຖິງ.......ຕລອດເວລາ
ເຝົ້າຝັນຫາ.........ຢາກຄຽງຄູ່........ຢູ່ເລື້ອຍໄປ


ເດືອນຄູ່ຟ້າ..........ດາຣາຮຸ່ງ.........ພຸ່ງແສງສີ
ເໝືອນດັ່ງມີ.........ຄູ່ດວງຕາ.........ໜ້າຍອດຊາຍ
ໃຫ້ເຮົາເບິ່ງ.........ໃຫ້ເຮົາຫວັງ.....ດັ່ງໃຈໝາຍ
ຝັນສລາຍ............ມັນຜ່ານໄປ......ບໍ່ຄືນມາ


ໃຈດວງນີ້............ສຸດຈະທີ່..........ບັງຄັບໄຫວ
ຝັນເລື້ອຍໄປ.......ຝັນເຖິງຊາຍ.....ຢາກເຫັນໜ້າ
ສິ່ງສັກສິດ............ທົ່ວແຫ່ງຫົນ.....ດົນເຂົາມາ
ໄດ້ເຫັນໜ້າ.........ຄຽາກາຍາ........ດັ່ງຫວັງເອີຍ!

ຂຽນເມື່ອ ຂຽນເມື່ອ: ກ.ພ.. 28, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

ອະທິປະໄຕນີ້້ໄດ້ແບ່ງອອກເປັນ 3 ຢ່າງ

  1. ອັຕທິປະໄຕ = ຖືຕົນເປັນໃຫຍ່ ຫໝາຍຄວາມວ່າ ຖືຄວາມຄິດເຫັນຂອງຕົນຄົນດຽວເປັນໃຫຍ່ ບໍ່ຍອມຮັບຟັງຄຳຄິດເຫັນຄຂອງຄົນອື່ນ ຫຼື ເອີ້ນຕື່ມອີກຢ່າງໜື່ງວ່າ ກິເລສທິປະໄຕ ມັນກໍກາຍເປັນຜະເດັດການ.
  2. ໂລກທິປະໄຕ = ຖືໂລກເປັນໃຫຍ່ ໝາຍຄວາມວ່າເອົາສຽງສ່ວນໃຫຍ່ຂອງເຂົາເປັນໃຫຍ່ຈະຖືກຫຼືິດຜິດ ກໍເອົານຳເຂົາ ໂດຍບໍ່ໄດ້ພິຈາຣະນາກ່ອນ.
  3. ທັມມາທິປະໄຕ = ຖືຄວາມຖືກຕ້ອງເປັນຫຼັກ ເຊັ່ນ ທັມມະນູນ, ຣັຖທັມມະນູນ ຫຼື ກົດລະບຽບ ກົດໝາຍບ້ານເມືອງ ເອົາກະຕິກາມາເວົ້າກັນ.
ຂຽນເມື່ອ ຂຽນເມື່ອ: ກ.ພ.. 28, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຮັກແລກ...............ມັນແຍກຍາກ
ຮັກມາກ................ມັນຍາກແຍກ
ຮັກເຈົ້າ................ເປັນຄົນແລກ
ຈະໃຫ້ແຍກ.........ມັນຄົງຍາກ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 28, 2011 | ມີ 3 ຄຳເຫັນ ແລະ 0 trackback(s)


ພໍ່ເຖົ້າກັບລູກເຂີຍເຮັດນານຳກັນພໍ່ຮອດຍາມລົງນາກໍພາກັນໄປຊ້ອມແຊມທຽງໄຮ່ທຽງນາແຫຼະ ມ້ອງໃດແພມ້ອງໃດພັງຊິແອ້ມຝາຈັ່ງໃດ ມຸງຈັ່ງໃດກໍວາງແຜ່ນຮຽບຮ້ອຍແລ້ວກໍພາກັນເອົາຫາມກະຕ່າຍໃຫຍ່ອອກໄປຕັດເອົາໃບໄມ້
ລູກເຂີຍ/// ອິພໍ່ໄປກ່ອນໜ້າເດີ ລູກຊິນໍາຫຼັງ
ພໍ່ເຖົ້າ//// ໄປໆອ້າຍທິດຢ່າຊັກຊ້າຫຼາຍຈັກນ່ອຍອາກາດກະຊິຮອ້ນ ເວົ້າແລ້ວກະພາກັນຫາມກະຕ່າຍໃຫຍ່ອອກໄປ
ລູກເຂີຍ/// ຢາງໄປຕາມທາງກະທັງຢູ້ທັງດຶງ ພໍ່ເຖົ້າກະເຊຊັດໄປມາຄືຄົນເມົາເຫຼົ້ານັ້ນລະ ມືຊາວກີ່ງໄມ້ກີ່ງນີ້ກີ່ງນັ້ນໄປຕາມທາງ
ພໍໄປຮອດຕົ້ນໄມ້ ກະເວົ້າວ່າເອົາບ່ອນນີ້ລະພໍ່ ແລ້ວກະພາກັນກິນເຂົ້າລວມກັນໄປ

ພໍ່ເຖົ້າ/ ອ້າຍທິດ ມື້ແລງນີ້ເຮົາຊິກິນເຂົ້າກັບຫຍັງນໍ
ລູກເຂີຍ/// ອ້າວ ຫວ່າງກີ້ນີ້ມາຕາມທາງລູກເຫັນພໍ່ຊາວໜ້າຊາວຫຼັງຢູ່ບໍ່ແມ່ນເກັບຜັກຫວາ
ພໍ່ເຖົ້າ/// ໄດ້ຍີນລູກເຂີຍເວົ້າຈັ່ງຊັ້ນ ກະຮູ້ຢູ່ໃນໃຈດອກຫວາ ພໍ່ເຖົ້າກະປາກບໍ່ໄດ້ຈັກຄວາມເລີຍ
------- ເມື່ອກິນເຂົ້າຮຽບຮ້ອຍແລ້ວກໍຕົກລົງກັນວ່າ ໃຜຊິເປັນຜູ້ປີ້ນຂືນໄປຕັດໃບໄມ້
ພໍ່ເຖົ້າ/// ພໍ່ຊິປີ້ນຂື້ນໄປຕັດເອງດອກ ລູກເປັນຜູ້ເກັບໃສ່ກະຕ່າຍເດີ ເວົ້າແລ້ວພໍ່ເຖົ້າກະປີ້ນຂື້ນຕົ້ນໄມ້ຕັດໃບໄມ້ລົງ
ລູກເຂີຍ/// ເກັບໃບໄມ້ໃສ່ກະຕ່າຍໄດ້ສຳໃດສຳໜື່ງແລ້ວ ກະບອກພໍ່ເຖົ້າວ່າ ອິພໍ່...ລູກຈະໄປຖ່່າຍໜັກກ່ອນເດີ
ເວົ້າແລ້ວກະຢ່າງເຂົ້າປ່າໄປຊອມເບີ່ງພໍ່ເຖົ້າບໍ່ຫຼຽວລົງມາທາງລຸ່ມອ້າຍທິດກະຫຼອຍມາເຂົ້າໃນກະຕ່າຍເອົາໃບໄມ້ປົກໄວ້

ພໍ່ເຖົ້າ/// ບໍ່ເຫັນລູກເຂີຍກັບມາເທື່ອ ກະລົງມາເກັບໃບໄມ້ໃສ່ກະຕ່າຍຈົນເຕັມ ແລ້ວກະຮ້ອງບອກວ່າອ້າຍທິດ ພໍ່ໄປກ່ອນເດີ
ຍໍກະຕ່າຍໃສ່ບ່າກະຢ່າງໄປກ່ອນລະ
ລູກເຂີຍ/// ຫົວຢູ້ມໆຢູ່ໃນກະຕ່າຍຫັ້ນລະ
ພໍ່ເຖົ້າ///// ເມື່ອມາຮອດທຽງນາແລ້ວກະປົງກະຕ່າລົງໄວ້ ກະຂື້ນໄປນອນພັກເຊົາເມື່ອຍຢູ່ທຽງນາຫັ້ນລະ
ລູກເຂີຍ/// ກະຄ່ອຍໆອອກຈາກມາກະຕ່າ (ພໍ່ເຖົ້າກະເຫັນຢູ່ດອກຫວາ ແຕ່ບໍ່ປາກ)
ພໍ່ເຖົ້າ///// ຄຶດໃນໃຈວ່າກູຊິແກ້ແຄ້ນອ້າຍທິດກ່ອນນະ
-------- ຮອດມື້ໃໝ່ມາກະພາກັນໄປເອົາໃບໄມ້ຄືເກົ່າຫັ້ນລະ ບາດນີ້ລູກເຂີຍເປັນຜູ້ປີ້ນຂື້ນໄປຕັດໃບໄມ້ໃດ໋
ລູກເຂີຍ//// ພໍ່ໆ ລູກຊິປີ້ນຂື້ນໄປຕັດ ພໍ່ເປັນຜູ້ເກັບໃສ່ກະຕ່າເດີ ເວົ້າແລ້ວກະປີ້ນຂື້ນໄປຕັດໃບໄມ້ລົງ
ພໍ່ເຖົ້າ///// ຄຶດຢູ່ໃນໃຈວ່າຖືກແຜນກູລະບາດນີ້ ເກັບໄປໜ້ອຍໜື່ງກະທາມທ່າວ່າປວດທ້ອງແຫຼະ ຮ້ອງໃສ່ລູກເຂີຍວ່າ ອ້າຍທິດເອີຍ

ພໍ່ຊິໄປຖ່າຍໜັກກ່ອນ ພໍຢ່າງເຂົ້າປ່າໄປໜ້ອຍໜື່ງກະຫຼອຍມາເຂົ້າກະຕ່າ ລູກເຂີຍກະເຫັນຢູ່ດອກຫວາ ແຕ່ບໍ່ປາກ

ລູກເຂີຍ///// ແລ້ວອ້າຍທິດກະລົງມາເກັບໃບໄມ້ໃສ່ກະຕ່າຢັດໃສ່ເຕັມ ທັງເອົາຕິນຢຽບໃສ່ພ້ອມ ແລ້ວຈົ່ມວ່າກະຕ່ານີ້ມັນຄືມາ
ໜັກແທ້ ທັງເຕະທັງກີ້ງໄປແລ້ວກະຍໍກະຕ່າຂື້ນບ່າວ່າ ພໍ່ໆ ລູກໄປກ່ອນເດີ ຢ່າງໄປຮອດແຄມສະປົງກະຕ່າລົງ ອືຫືຫື..
ຕັ້ງໄວ້ນີ້ລະ ຮ້ອງບອກພໍ່ເຖົ້າວ່າ ພໍ່ໆມາຮອດຄ່ອຍເອົາໄປເດີ ລູກຊິຢ່າງໄປກ່ອນ ໄປບໍ່ພໍທໍ່ໃດກະເອີ້ນມາໃສ່ວ່າ
ໃຜຂີ່ຊ້າງມາຫັ້ນນາ ລະວັງຢຽບກະຕ່າເຮົາເດີ
ພໍ່ເຖົ້າ//// ພໍໄດ້ຍີນວ່າມີຊ້າງມາ ຢ້ານຊ້າງມາຢຽບກະດີ້ນດົນຢູ່ໃນຫັ້ນລະ ກະຕ່າກະລົ້ມລົງກີ້ງລົງໄປຕົກໃສ່ນ້ຳ ກວ່າຊິອອກ
ກະຕ່າໄດ້ພໍ່ເຖົ້າເກືອບຕາຍ
ລູກເຂີຍ//// ເຫັນກະຕ່າພ້ອມທັງພໍ່ເຖົ້າກີ້ງລົງນ້ຳກະກັບຄືນມາກະຖາມວ່າ ອ້າວພໍ່ ລູກຄຶດວ່າໄປກ່ອນແລ້ວຄືມາອາບນ້ຳຢູ່ນີ້ລະ
ພໍ່ເຖົ້າ///ມັນຮ້ອນກະເລີຍມາແວ່ອາບນ້ຳກ່ອນ ແລ້ວກະຍໍກະຕ່າຂື້ນຈາກສະນ້ຳ ພາກັນຫາມກະຕ່າມາຕາມທາງ ເອິ ອາບນ້ຳແລ້ວກະເຢັນດີ
ລູກເຂີຍ/// ຄຶດຢູ່ໃນໃຈວ່າ ເຢັນກະບໍ່ສະອ້ອນນຳດອກ ແນວອາບນ້ຳບໍ່ໄດ້ຕັ້ງໃຈ ຮາຮາຮາຮາາາາາາາາ.

///////ຈົບ////////ຈົບ//////////

ຂຽນເມື່ອ ຂຽນເມື່ອ: ກ.ພ.. 28, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ກຸຫຼາບນ້ອຍ ຫ້ອຍຮັກ ໄຮ້ເຈົ້າຂອງ
ເຜີຍກີ່ຕ້ອງ ໝອກຄ້າງ ກາງປ່າສັກ
ກຸຫຼາບນ້ອຍ ຊູຊໍ່ ລໍຄົນຮັກ
ຫຼືຕ້ອງຫັກ ໂຮຍຮາ ຄ່າບໍ່ມີ

ວາເລນໄທນ໌ ຜ່ານກາຍ ມາຫຼາຍຄັ້ງ
ກຸຫຼາບຍັງ ດຽວດາຍ ຮັກຫາຍໜີ
ກຸຫຼາບນ້ອຍ ໂຮຍເປົ້າ ເສົ້າຫຼາຍປີ
ຫວັງປີນີ້ ວາເລນໄທນ໌ ຄົນໝາຍເອີ້ນ

ແມ່ນຜູ້ໃດ ໃຈຫວ່າງ ຊ່ວຍວາງຮັກ
ຜູກສະມັກ ຮັກແໜ້ນ ຢ່າຫ່າງເຫີນ
ຊ່ວຍຂັບໄລ່ ຄວາມເຫງົາ ເສົ້າເຫຼືອເກີນ
ຂໍຢ່າເມີນ ໃຫ້ຂ້າ ປ່ຽວເອກາ

ວາເລນໄທນ໌ ຈົດຈໍ້ ມໍມາໄກ້
ຫາກວ່າໃຜ ໃຈຫວ່າງ ຫ່າງຮັກມາ
ເດີນມາພົບ ບັນຈົບຮັກ ຈັກຄຸ້ນຕາ
ຂັນອາສາ ຊື່ສັດຈິງ ບໍ່ບິດເບີນ

ຫຼືປີນີ້ ວາເລນໄທນ໌ ຈະເສົ້ານັກ
ຢາກບອກຮັກ ອອກໄປ ສຸດອາຍເຂີນ
ກຸຫຼາບໃຈ ໃຜຫວ່າງ ວາງທຽບເຊີນ
ຂໍຢ່າເດີນ ກາຍເປົ່າ ໃຫ້ເສົ້າໃຈ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 28, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ລົມໜາວຊວຍພັດຕ້ອງ..........ໃບໄມ້ອ່່ອນປີວສະບັດ
ຄັດເຄັ່ງເມື່ອຍາມໜາວ...........ຍາມເດິກສະຫງັດນິ້ງ
ຝິງໄຟທັງຕູ້ມຜ້າ.................ສອງສາມຜືນກໍບໍ່ອຸ່ນ
ໜາວຫົວໃຈຈັ່ງແມ່ນວຸ້ນ.........ເອົາແພຕູ້ມກໍໍບໍ່ຫາຍ

ຈັກແມ່ນເປັນນຳຫຍັງ............ນັ່ງນອນບໍ່ມີໄດ້
ໄປຫາໝໍເພີ່ນບອກໃຫ້...........ອານາໄມທຸກເຊົ້າຄ່ຳ
ແຕ່ລະວັນຕ້ອງອາບນ້ຳ..........ກ່ອນຍາມເຂົ້າບ່ອນນອນ
ແຕ່ກໍພໍຜ່ອນໄດ້...................ໄຄ່ແດ່ແຕ່ຮ່າງກາຍ

ສ່ວນຫົວໃຈຍັງໜາວ..............ບໍ່ປ່ຽນແປງພໍໜ້ອຍ
ຂ້ອຍຈຶ່ງໄປປຶກສາ.................ນຳໝໍອີກເທື່ອໃໝ່
ເທື່ອນີ້ໝໍບອກໃຫ້..................ຄ່ອຍຊອກຫາຄູ່ໃຈ
ແຕ່ກໍຫາບໍ່ໄດ້.......................ຍ້ອນຂ້ອຍທຸກຈົນຫຼາຍ

ຄິດຢາກອາຍສາວສາວ...........ຜູ້ເພີ່ນສວຍສະດຸດຟ້າ
ວາສໜາຂອງຂອ້ຍ................ໄດ້ຫຼຽວມອງແຕ່ທາງງອນ
ໜາວຫົວໃຈຂາດຄູ່ຊ້ອນ..........ໃຜຊິແກ້ຊ່ວນຊາຍ...ເດນໍ
ຂໍຢ່າປະປ່ອຍອ້າຍ................ຕາຍຖິ້ມຍ້ອນໜາວຫົວໃຈ...ແດ່ທ້ອນ.
 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 27, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

ໃນກາງການສຶກສາຂອງນ້ອງນັກຮຽນໃນສົກປີ 2008 ໄດ້ເກີດເລື່ອງທີ່ບໍ່ໜ້າເຊື່ອ ແລະ ລຶກລັບຂຶ້ນກັບໂຮງຮຽນມັດທະຍົມສົມບູນທີ່ຕັ້ງຢູ່ບ້ານສີສະອາດ
ຫລື ອີກຊື່ໜຶ່ງກໍແມ່ນບ້ານຫລັກສີ່ທີ່ຂຶ້ນກັບເມືອງປາກຊັນ ແຂວງບໍລິຄໍາໄຊ, ໄກຈາກເທດສະບານເມືອງສີ່ຫລັກ ເລື່ອງມັນມີຢູ່ວ່າ:
ຈະມີນ້ອງນັກຮຽນຈໍານວນຫລາຍທີ່ຖືກຜີເຂົ້າສິງແລະຈະເປັນສະເພາະແຕ່ຜູ້ຍິງສ່ວນຜູ້ຊາຍແມ່ນບໍ່ເປັນ ກ່ອນຈະເປັນແມ່ນຄືມີຄົນແລ່ນຕໍາບາງຄົນກໍຄືລົດ
ຊ່າ ອາແອມ ແລ່ນຕໍາແລ້ວກໍໝົດສະຕິແລະເວົ້າບໍ່ເຂົ້າເລື່ອງເໝືອນກັບບໍ່ໄດ້ເວົ້າກັບຄົນທີ່ບໍ່ຮູ້ຈັກກັນແຕ່ລະມື້ແມ່ນເປັນພ້ອມໆກັນເທື່ອຫ້າເທື່ອຫົກຄົນບາງມື້
ແມ່ນເປັນຮອດສິບຊາວຄົນພ້ອມໆກັນ, ເມື່ອໃຜເປັນແລ້ວທາງອານຈານກໍວ່າເປັນວິນໄດ້ນໍາສົ່ງໂຮງໝໍ ແຕ່ກໍບໍ່ຫາຍຈົນໄດ້ເອົາໝໍໄສຍະສາດຕາມ
ຄວາມເຊື່ອດັ້ງເດີມມາປັດເປົ່າອາການຈິ່ງທຸເລົາລົງ. ໃນປີນັ້ນ, ເຫດການດັ່ງກ່າວໄດ້ດໍາເນີນມາເປັນໄລຍະເວລາເກືອບສາມສີ່ເດຶອນຈິ່ງຄ່ອຍທຸເລົາລົງ ເມື່ອອໍານາດການປົກຄອງພາຍໃນທ້ອງຖິ່ນແລະຄູອາຈານໄດ້ນິມົນຄູບາໄປສູດເຮັດບຸນ ແລະ ເອົາໝໍຜີທີ່ພາກັນເຊຶ່ອມາກ່ອນໄປເຮັດພິທີກັມຕາມຄວາມ
ເຊຶ່ອຈິ່ງຄ່ອຍດີມາເຖິງທຸກວັນ.

ສະຖານທີ່ດັ່ງກ່າວເປັນຄ້າຍທະຫານເກົ່າແຕ່ເປິງຝັຣງມາປົກຄອງລາວ ແລະ ໄດ້ສືບຕໍ່ເປັນຄ້າຍທະຫານມາເຖິງສະໃໝອະເມຣິກາ. ເມື່ອປ່ຽນແປງການປົກ
ຄອງຄ້າຍທະຫານດັ່ງກ່າວໄດ້ຫັນມາເປັນໂຮງຮຽນສ້າງຄູຊັ້ນຕົ້ນພາກກາງ ເມື່ອຍຸບໂຮງຮຽນສ້າງຄູຊັ້ນຕົ້ນແລ້ວກໍໄດ້ຫັນເອົາສະຖານທີ່ດັ່ງກ່າວມາເປັນໂຮງ
ຮຽນມັດທະຍົມສົມບູນຂຶ້ນກັບເມືອງປາກຊັນ ປະຈຸບັນອາການດັ່ງກ່າວບໍ່ມີແລ້ວ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 27, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

ເຖິງລະດູການເກັບຫມາກໄມ້ ມີສາວໄທກຸ່ມນຶ່ງ ພວກເຂົາໄປຮັບຈ້າງເກັບຫມາກໄມ້ຢູ່ ແຖວຊາວເຂົາ
ໂດຍເຖົ້າແກ່ ພັດແມ່ນຄົນມົ້ງ (ແມ້ວ ) ພວກສາວໄທທັງຫລາຍ ກໍ່ເກັບຫມາກໄມ້ ໄປເລື້ອຍໆ ຈົນຕາເວັນ
ໃກ້ຊິຄໍ່າແລ້ວ...ບັງເອີນ ສາວໄທຄົນນຶ່ງ ເລີຍປວດທ້ອງຂີ້..5555..ບໍ່ຈັກຊິເຮັດແນວໃດ ເພື່ອຊິກັບມາບ່ອນຜັກ ຂີ້ມັນກະຊິອອກກ່ອນ....ກໍ່ເລີຍສວຍໂອກາດ ບັງພຸ່ມໄມ້ ແຄມສວນຫມາກໄມ້ຫັ້ນ..ຫລັງຈາກ ຮຽບຮ້ອຍແລ້ວ
ກໍ່ກັບມາເກັບຫມາກໄມ້ຕາມ ປົກກະຕິ....ບັງເອີນ ມື້ນັ້ນ ເຖົ້າແກ່ແມ້ວ ຄົນນັ້ນ ພັດອອກໄປກວດກາເບິ່ງຄົນງານ
ເລີຍໄປຢຽບເອົາຂີ້ ສາວໄທຄົນນັ້ນ..ເກີດໂມໂຫຂຶ້ນທັນທີ
ເຖົ້າແກ່./....ໂທ້ ແມ່ນໃຜມາຂີ້ຢູ່ນີ້ ຕາຍແລ້ວ ..ຕາຍແລ້ວ..... ເວົ້າແລ້ວ ພ້ອມຍ່າງໄປຫາຄົນງານ...
ປະກົດວ່າສາວໄທຄົນທີ່ໄປຂີ້ນັ້ນ ຢ້ານກົວແຮງກໍ່ເລີຍຕອບອອກມາຕາມຄວາມຈິງ
ສາວໄທ/....ເຖົ້າແກ່ຈ໋າາາາາາາ ຂີ້ຫນູຄ່າາາາາາາ
ເຖົ້າແກ່/....ປາດດດດດດໂທ້ ຂີ້ຫນູ ຄືມາກ້ອນໃຫຍ່ແທ້......ຄືຊິໂຕໃຫ່ຍເນາະ
ສາວໄທ/.. ຈ໋າາາາາາ ເຖົ້າແກ່ຈ໋າາາາາາາ.....ໂຕໃຫຍ່ໆໆໆໆໆໆ 55555555 ຈົບ

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 26, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ມີມື້ນຶ່ງແມ່ເຖົ້າກັບພໍ່ເຖົ້າ ເອົາເຂົ້າໄປສົ່ງ ລູກເຂີຍ ເພິ່ນອອກໄປນາແຕ່ເຊົ້າ ພໍໄປນໍາກັນກັບຜົວຝ່າຍຜົວເລີຍບອກໃຫ້ເມັຍໄປກ່ອນໂລດ ຂ້ອຍຊິຫາເຫລາະຍິງນົກໄປນໍາ ພໍ່ໄປຮອດຖຽງນາ
ແມ່ເຖົ້າ/...ພໍ່ບັກແອ ຂຶ້ນມາກິນເຂົ້າເດີ້ ອາຫານມັນຊິເຢັນນິ..
ລູກເຂີຍ/..ເອີ ໄປດຽວນີ້ລະ
ລູກເຂີຍກໍ່ມາກິນເຂົ້າຕາມສບາຍ..ແລ້ວກໍ່ຖາມຫາ ພໍ່ເຖົ້າເດ ລາວບໍ່ໄດ້ມາບໍ?
ແມ່ເຖົ້າ/..ເອີ ລາວກະຫາຍິງນົກ ມາຕາມປ່າຫັ້ນລະ
ລູກເຂີຍ/.. ອື່ມໆໆໆໆ ດຽວນີ້ ນົກຫນູ ມັນກະບໍ່ມີຫລາຍ ຄືແຕ່ກ່ອນລະ.....
ຫລັງຈາກລູກເຂີຍ ກິນເຂົ້າລຽບລອ້ຍແລ້ວ ແມ່ເຖົ້າກະເລີຍບອກລູກເຂີຍ ຢຽບຫລັງໃກ້
ແມ່ເຖົ້າ/..ພໍ່ບັກແອ..ມາຢຽບຫລັງໃຫ້ແມ່ເຖົ້າແດ່ ຈັກເປັນຫຍັງ ມື້ນີ້ ຄືເຈັບແອວແຮງແທ້..
ລູກເຂີຍ/..ເອີ...ມາໆຊິຢຽບໃຫ້ ແລ້ວຊິໄປເຮັດວຽກຕໍ່..
ເວົ້າແລ້ວ ຝ່າຍລູກເຂີຍກໍ່ເລີ້ມຢຽບໃຫ້ແມ່ເຖົ້າ ປະກົດວ່າແມ່ເຖົ້າ ຄືຊິມີແຮງ ທັງຮ້ອງ ທັງຄາງ
ແບບ ຜິດປົກກະຕິ
ແມ່ເຖົ້າ./...ເອີ່ ໆ ໆ ໆ....ຮ່າ ໆ ໆ ໆ ໆ...ໂອ໋ຍ ໆ ໆ ໆ ໆ ສຽງຄາງ ພ້ອມທັງເວົ້າ ຄ່ອຍໆແດ່ພໍ່ບັກແອ
..................ໂອ້ຍມີແຮງເດ.....ຄັກໆ......
ພໍດີບໍ່ພໍເທົ່າໃດ ພໍ່ເຖົ້າກະມາຮອດຖຽງນາ ໄດ້ງິນສຽງເມັຍ ທັງຮ້ອງ ທັງຄາງ ແບບແປກໆ
ກະເລີຍຢຸດຟັງຢູ່ກ້ອງຕະຫລ່າງຖຽງນາ...
ພໍ່ເຖົ້າ./....ຄິດໃນໃຈວ່າ..ປາດດດດດດໂທ້ ບັກລູກເຂີຍ ມຶງຊິກິນທັງແມ່ທັງລູກວະ
ກະເລີຍເຮັດທໍາທ່າໄອ ແຮງໆ ເພື່ອສັນຍານວ່າໂຕມາຮອດແລ້ວ ພໍດີລູກເຂີຍກະເລີຍເຊົາ
ພໍ່ເຖົ້າ/...ຍັກລູກເຂີຍ.......ຮຶໆໆໆໆໆໆໆ ມຶງເດີ້ໆໆໆໆໆໆ
ລູກເຂີຍ/...ອ້າວ....ພໍ່ເຖົ້າ.......ຄືວ່າແນວນັ້ນ
ພໍແມ່ເຖົ້າໄດ້ງິນສຽງຜົວມາ..ສາວກະເລີຍເອີ້ນໃສ່ຜົວ ພໍ່ມັນ ບາດເມືອບ້ານນິ ເຈົ້າເຮັດໃຫ້ຂ້ອຍອີກແດ່
ຄືພໍ່ບັກແອ ມັນເຮັດໃຫ້ຂ້ອຍນິ ຄັກໆໆໆໆ ມີແຮງ ມີແຮງ...ມ່ວນກະມ່ວນ..
ຜົວ./...ເອີ້ໆໆໆໆໆໆໆ ຄັກ​​ມີແຮງ..ມ່ວນ ເຂົ້າກັນດີ ເມື່ອນີ້ ຂ້ອຍຊິເອົາຊາກເຂົ້າເບືອພຸ້ນລະມັນຈຶ່ງຊິສົມໃຈ
ເຈົ້າ..........5555555555555..ຈົບ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 25, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

ຕາດາວ ກັບ ຫົວປາ
ຕາຍອດ ຕາດາວສອງສ່ຽວມັກກິນຫົວປາຄືກັນ ຫລາຍເທື່ອທີ່ຕາດາວ
ໄປເປັນເພື່ອນຮ່ວມທາງໄປຂົນຂວາຍ ປະຊາຊົນ ຫລາຍບ້ານຫລາຍທີ່ກໍເວົ້າວ່າ ເອົາຫົວປາ
ໄວ້ໃຫ້ ສະຫາຍລູກດາວ ແດ່ ເວົ້າຕາດາວກໍເຫລືອໃຈ ຫົວປາຄໍ່ ໃສ້ປາຄໍ ຫລື
ຫວົປາອື່ນ ໆ ແຊບໆຕາຍອດກິນຜູ້ດຽວ
ມາມື້ນຶ່ງ ຕາດາວຖືກຄົວກິນ ຕົ້ມສົ້ມປາຫລົດ ແລະຊວ້າ ອ່ຽນ ຕາດາວເລີຍ
ຫ້ອງສ່ຽວມາກິນເຂົ້າ
ຕາດາວ: ຫາຍ ຍອດມາກິນຕົ້ມສົ້ມປາ
ຕາຍອດ: ສ່ຽວ ກິນໂລດ ປະຈົ່ງຫົວໄວ້ໃຫ້ເຮົາກໍພໍແລ້ວ
ຕາດາວ: ຄັກມື້ນີ້ ຫາຍຍອດ ໂຕມັກກິນຫົວ ກໍກິນໄປ ກູຊິກິນໂຕມັນ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 25, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ທ້າວ ກ : ເຮີຍສ່ຽວ ມຶງວ່າ ໜ້າເອິກຜູ້ສາວ ກັບ ລົດເດັກນ້ອຍຫລິ້ນ ມັນມີຫຍັງທີ່ເໝືອນກັນ?
ທ້າວ ຂ : ????!!!! ....!!! ???... ເຮົາຄິດວ່າ ທັງສອງຢ່າງ ສ້າງມາສຳລັບລູກ
ແຕ່ລົງເອີ່ຍທີ່ຜູ້ເປັນພໍ່ເປັນຄົນຫລິ້ນປະຈຳ.
ທ້າວ ກ : ວ້..າ...ວ.....!!!!!!!!!!!!!!!

ຂຽນເມື່ອ ຂຽນເມື່ອ: ກ.ພ.. 25, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ມື້ໜຶ່ງພໍ່ເຖົ້າເຫັນລູກໄພ້ກໍາລັງອູ້ມລູກຢູ່ ຫຼານນ້ອຍມັນກະໃຫ້ຢູ່ແອວແມ່ມັນ ພໍດີເພິ່ນອາລົມດີ ກະເລີຍຍ່າງໄປຫາແລ້ວກະເດ່ມືໄປຈັບບາຍແກ້ມຫຼານແລ້ວກະເວົ້າຢອກພ້ອມທັງເອົາມືໄປພ້ອມ ມຶງຢາກດູດນົມແມ່ນບໍ່!!!! ພ້ອມທັງເອົາມືໂຕເອງໄປຫຍວມນົມລູກໄພ້ພ້ອມກັບເວົ້າໄປນໍາ, ເຮັດຈັ່ງຊັ້ນດົນເຕີບ ຫຼ່ນນ້ອຍກໍ່ເລີມເຊົາໄຫ້ ແຕ່ວ່າຕູ້ພໍ່ຍັງເຮັດຢອກທ່າເກົ່າຢູ່ບໍ່ເຊົາ, ທັນໃດນັ້ນລູກຊາຍທີ່ກໍາລັງຈັກຕອກຢູ່ເທິງຊານຮ້ອງມາໃສ່ວ່າ: ຮ້ວຍຕູ້ນີ້ ຈັ່ງໃດ໋ ຈັ່ງວ່າໄປກໍານົມເມຍຂ້ອຍຫຼິ້ນຈັ່ງຊັ້ນ!!!!! ຕູ້ພໍ່ກະເວົ້າຕອບໄປໃນທັນທີ: ເຮີຍ!!!ມຶງຢ່າກະຈອກຫຼາຍ ບາດມຶງດູດນົມເມຍກູ ແຕ່ນ້ອຍຈົນໃຫຍ່ ກູບໍ່ເຫັນວ່າຫຍັງ, ບ໊ະ ບັກນີ້!!! ລູກຊາຍໄດ້ແຕ່ອ້າປາກຄ້າງ ແລ້ວກະຫົວແຕກອອກມາ ແກວ່ງຫົວວຶດໆ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 25, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

ມື້ນີ້ ມີໂອກາດຍ່າງເລາະໃນຮ້ານຂາຍປື້ມຢູ່ເມືອງໄທ ພໍດີລູກສາວພະນັກງານຂາຍປຶ້ມເອີ້ນໃສ່ແມ່ ແລ້ວແມ່ກໍຕອບໄປວ່າ ອີ່ຫຍັງ?
ລູກ: ອີຫຍັງ ນັ້ນອະໄຣ?
ແມ່ : ກໍ້ອະໄຣ?
ລູກ :ແລ້ວ ອະໄຣ?
ແມ່ : ກໍ້ ອະໄຣ?
ລູກ : ງົງໆໆໆໆໆ555555555555555

ຂຽນເມື່ອ ຂຽນເມື່ອ: ກ.ພ.. 25, 2011 | ມີ 6 ຄຳເຫັນ ແລະ 0 trackback(s)


Picture@Bailane.com

 

ເຖົ້າແກ່ໃຫຍ່ໄດ້ສັ່ງໃຫ້ຜູ້ຈັດການ ແລະຮອງໃຫ້ປະກາດເອົາເລຂາໃໝ່ມາແທນເລຂາເກົ່າທີ່ໄດ້ລາອອກທັງ2ກໍ່ຮັບປາກ ແລະໄດ້ປະກາດບໍ່ພໍອາທິດກໍ່ມີ
ສາວງາມເຊັກຊີ້ມາສະມັກ ແລະກະຖຶກທາງຜູ້ອຳນວຍການ ແລະຜູ້ຮອງພິຈາຣະນາຮັບເຂົ້າເຮັດວຽກທັນທີ ແລະກໍ່ເປັນທີ່ສົນໃຈຂອງທັງ2 ແຕ່ທັງ2ກະມີຄອບຄົວແລ້ວ,ທັງ2ກໍ່ພະຍາຍາມຕີສະນິດຊິດໃກ້ກັບສາວເລຂາໃໝ່ ແຕ່ສູ້ຜູ້ຮອງອຳນວຍການບໍ່ໄດ້ເພາະ
ໃກ້ຊິດກອ່ນດັ່ງນັ້ນຮອງຜູ້ອຳນວຍການຈຶ່ງມີໂອກາດກອ່ນ.ຜູ້ອຳນວຍການກໍ່ຮອ້ງຜູ້ຮອງເຂົ້າພົບ ແລະຖາມຂື້ນວ່າ
ຜູ້ອຳນວຍການ//ເປັນແນວໃດຄັກບໍ່ເລຂາສາວໃໝ່ນີ້Cool
ຮອງຜູ້ອຳນວຍການ// ອື່ມງາມເຊັກຊີ້ດີແຕ່ຢູ່ເທີງຕຽງແລ້ວບໍ່ສູ້ອີ່ເມັຽຢູ່ບ້ານຊ້ຳUndecided
1ເດືອນຜ່ານໄປກະເປັນທີ ຂອງຜູ້ອຳນວຍການໄດ້ມີໂອກາດພໍຕື່ນເຊົ້າມາຜູ້ຮອງກໍ່ຖາມຜູ້ອຳນວຍການຂື້ນວ່າ
ຮອງຜູ້ອຳນວຍການ//ຈັ່ງໃດຄືນນີ້ກັບສາວເຊັກຊີ້ເລຂາໃໝ່ຫັ້ນເປັນແນວໃດ?Cool
ຜູ້ອຳນວຍການ//ອື່ມ,,,ແມ່ນຄວາມໂຕຫັ້ນລະງາມແທ້ເຊັກຊີ້ອີ່ຫລີແຕ່ຢູ່ເທິງຕຽງຫັ້ນສູ້ເມັຽໂຕບໍ່ໄດ້ອີ່ຫລີອິອິອິFoot in mouth
ຮອງຜູ້ອຳນວຍການ//ອ້າວ,,,,ອື່ມ,,,,,SurprisedYellຈົບTongue out

ຂຽນເມື່ອ ຂຽນເມື່ອ: ກ.ພ.. 25, 2011 | ມີ 6 ຄຳເຫັນ ແລະ 0 trackback(s)




ມຶ້ວານນີ້ ມີຂ່າວເລື່ອງແຜ່ນດິນໄຫວ ແຕ່ບໍ່ມີລາຍລະອຽດ ມື້ນີ້ເຫັນລາຍລະອຽດແລ້ວ ເຖິງຈະຊ້າແດ່ ກໍຄິດວ່າຈະເປັນປະໂຫຍດ ຈຶ່ງຍໍຂຶ້ນມາໄວ້ທີ່ນີ້
........................
*(ຂປລ): ເກີດ​ມີແຜ່ນ​ໄຫວ​ ໃນລະຫວ່າງ ​ເມືອງ​ທົ່ງ​ມີ​ໄຊ ​ແລະ ເມືອງພຽງ ​ແຂວງ​ໄຊ​ຍະ​ບູລີ​ ສປປ ລາວ ຊຶ່ງ​ມີຄວາມ​ແຮງວັດ​ແທກ​ໄດ້ 4,7 ຣິກ​ເຕີ, ​ແຕ່​ຍັງ​ບໍ່​ມີ​ການ​ລາຍງານ​ຄວາມ​ເສຍ​ຫາຍ ​ຈາກ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​​​ເທື່ອ. ຕາມ​ການ​ເປີດ​ເຜີຍ​ ຂອງ​ກົມ​ອຸຕຸນິຍົມ-ອຸ​ທົກ​ກະສາ​ດ ທີ່​ໄດ້ອ້າງ​ອີງຂໍ້​ມູນ ​ແຜ່ນດິນ​ໄຫວ​ ຈາກ​ຂົງ​ເຂດ​ພາກ​ພື້ນຕໍ່​ສຳນັກ​ຂ່າວສານ​ປະ​ເທດ​ລາວ​ ໃນ​ວັນ​ທີ 24 ກຸມພາ 2011 ນີ້​ວ່າ: ​ເມື່ອ​ເວລາ 22 ​ໂມງ 53 ນາທີ​ ຕາມ​ເວລາທ້ອງ​ຖິ່ນ​ ຂອງວັນ​ທີ 23 ກຸມພາ 2011​ໄດ້​ເກີດ​ມີ​ການ​ສັ່ນ​ສະ​ເທືອ​ນ ຢູ່​ພາກ​ເໜືອ​ຂອງ ສປປ ລາວ ຊຶ່ງ​ມີ​ຈຸດ​ແຜ່ນ​ດິນ​ໄຫວ​ເກີດ​ຂຶ້ນ ​ລະຫວ່າງ ​ເສັ້ນ​ຂະໜານທີ 18,55 ອົງສາ​ເໜືອ ​ແລະ 101,27 ອົງສາ​ຕາ​ເວັນ​ອອກ, ມີ​ຄວາມ​ແຮງ​ວັດ​ແທກ​ໄດ້ 4,7 ຣິກ​ເຕີ (Richter) ​ແລະ ມີ​ຄວາມ​ເລິກ​ຈາກ​ໜ້າດິນ​ ປະມານ 40 ກິ​ໂລ​ແມັດ. ຂະນະ​ທີ່ ສະຖານ​ນີວັດ​ແທກ​ແຜ່ນ​ດິນ​ໄຫວ​ ຢູ່ແຂວງ​ຫລວງ​ພະ​ບາງ ​​​ໄດ້​ລາຍ​ງານ​ວ່າ: ​​​ເກີດ​ມີ​ແຮງ​ສັ່ນ​ສະ​ເທືອ​ນຂຶ້ນ​ລະ ຫວ່າງ​ເສັ້ນ​ຂະໜານ​ທີ 18,57 ອົງສາ​ເໜືອ ​ແລະ 101,85 ອົງສາ​ຕາ​ເວັນ​ອອກ ມີ​ຄວາມ​ແຮງ​ວັດ​ແທກ​ໄດ້ 3,0 ຣິກ​ເຕີ (Richter) ​ແລະ ມີ​ຄວາມ​ເລິກ​ປະມານ 10 ກິ​ໂລ​ແມັດ ​ຢູ່​ຈຸດ​ເກີດ​ ລະຫວ່າງ​ເມືອງ​ທົ່ງ​ມີ​ໄຊ ​ແລະ ເມືອງພຽງ ແຂວງ​ໄຊ​ຍະ​ບູລີ ຊຶ່ງຢູ່​ຫ່າງ​ຈາກສະຖານ​ນີວັດ​ແທກ​ແຜ່ນດິນ​​ໄຫວ ​ແຂວງ​ຫລວງ​ພະ​ບາງ ​ປະມານ 101,2 ກິ​ໂລ​ແມັດ. ໃນລະ​ຫວ່າງ​ປີ 2007 ​ໃນ​ເຂດ​ພາກ​ເໜືອ​ຂອງ ສປປ ລາວ ຢູ່​ແຂວງ​ຫລວງ​ນ້ຳ​ທາ ​ແລະ ບໍ່​ແກ້ວ​ ກ​ໍໄດ້ ເກີດ​ມີ​​ແຜ່ນດິນ​ໄຫ​ວ ຊຶ່ງ​ມີ​ຄວາມ​ແຮງ​ວັດ​ແທກ​ໄດ້​ປະມານ 6,1 ຣິກ​ເຕີ ​ແຕ່​​ເຫດຄັ້ງ​ນັ້ນກໍ​ບໍ່​​ໄດ້​ມີ​ຜົນ​ກະທົບ./.
 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 25, 2011 | ມີ 7 ຄຳເຫັນ ແລະ 0 trackback(s)



ອາທິດຜ່ານມາອ່ານໜັງສືພິມວຽງຈັນໃໝ່, ເພິ່ນປະຊຸມເລື່ອງຄົນຕ່າງດ້າວຢູ່ລາວ ທີມາຖືກຕ້ອງແຕ່ຢູ່ບໍ່ຖືກຕ້ອງ 200,000 ຄົນ, ສ່ວນມາບໍ່ຖືກຕ້ອງ ແລະຢູ່ບໍ່ຖືກຕ້ອງບໍ່ສາມາດເກັບກຳໄດ້, ອີກບັນຫາໃຫຍ່ຄື ມາບໍ່ຖືກຕ້ອງແຕ່ໄດ້ສັນຊາດລາວຖືກຕ້ອງຕາມ ການສໍ້ລາດບັງ
ຫລວງຂອງອຳນາດການປົກຄອງໃນທ້ອງຖິນ ກໍມີຫລາຍສົມຄວນ, ຟັງເບິ່ງແລ້ວຄືວ່າປະເທດລາວເປັນສະໜາມທົດລອງອັນໃດອັນນຶ່ງ ທີເໜືອ
ຄວາມຮູ້ສຶກຂອງປະຊາຊົນ. ຂະໜາດປະເທດທີມີສັກກະຍະພາບສູງໃນການກວດກາຄຸ້ມຄອງຄົນຕ່າງດ້າວ ເຂົາກໍຍັງມີບັນຫາບໍ່ແມ່ນຂອງຄ່ອຍ
ໃນເລື່ອງນີ້ ແລະຫລາຍປະເທດກໍເປັນຫ່ວງ ວ່າ ລາວຈະສາມາດບໍລິຫານຄົນຕ່າງດ້າວນີ້ໄດ້ແນວໃດ, ຖ້າບັນຫາຍັງຄຸມເຄືອບໍ່ຈະແຈ້ງໃນທີສຸດກໍ
ຈະເປັນລາວຫລອກຄາບ ຄືມີຊື່ເປັນລາວ ແຕ່ກະໂຕຄົນເປັນເຊື້ອຊາດອື່ນ! ເລື່ອງນີ້ຈະມາກວດ DNA ກັນກໍບໍ່ແມ່ນເລື່ອງງ່າຍ, ແມ່ນຢູ່ວ່າໂລກ
ນີ້ຕໍ່ໜ້າໄປຈະບໍ່ມີຊາຍແດນ ແລະບໍ່ມີຊົນຊາດຊົນເຜົ່າອີກ ຈະກາຍເປັນອັນນຶ່ງອັນດຽວກັນ. ແຕ່ມັນໄວເກີນໄປສຳຫລັບລາວທີຍັງອ່ອນນ້ອຍ
ແລະອ່ອນຫັດ ຈະເຮັດໃຫ້ຜູ້ມີຄວາມສະຫລາດກວ່າ ເກັ່ງກວ່າຂົ່ມເຫັງເອົາໄດ້, ແລະຊອມເບິ່ງລັດຖະບານເຮົາຈະມີວິທີແກ້ແນວໃດ? ຫລືວ່າ
ບໍ່ແກ້ເລີຍ, ຖ້າບໍ່ແກ້ເລີຍ ກໍຊຳວ່າ ບັນພະບູລຸດເຮົາຕໍ່ສູ້ມາເສຍປະໂຫຍດຫລ້າໆ. ຫລືວ່າແນວໃດທ່ານຜູ້ອ່ານ ?

ຂຽນເມື່ອ ຂຽນເມື່ອ: ກ.ພ.. 24, 2011 | ມີ 1 ຄຳເຫັນ ແລະ 0 trackback(s)



ວັນຫນື່ງ ຕຳຫລວດໄດ້ຈັບຊາຍຄົນຫນື່ງຊື່ວ່າ: ປຶກ ໄປສອບປາກຄຳ ໃນຂໍ້ຫາ ຍາດເມຍຕ່າງປະເທດ. ຕຳຫລວດ: ເປັນຫຍັງເຈົ້າຈື່ງໄປຍາດເອົາເມຍຝຮັ່ງ??? ປຶກ: ເອົ້າ!!! ມັນຜິດຊັ້ນເບາະ ທີ່ຂອ້ຍຟັງຄວາມແມ່ ??? ຕຳຫລວດ ນັ່ງງົງຢູ່ດົນເຕີບ ແລ້ວເວົ້າຂື້ນວ່າ: ທີ່ເຈົ້າໄປຍາດເອົາເມັຍເຂົານັ້ນ ມັນກ່ຽວຫຍັງກັບການຟັງຄວາມແມ່ຢູ່ບອ່ນໃດ? ປຶກ: ເປັນຫຍັງສິບໍ່ກ່ຽວ!! ກະແມ່ສອນຂອ້ຍມາແຕ່ນອຍວ່າ: ໃຫຍ່ມາໃຫ້ມຶງຫາເອົາເມຍຕ່າງປະເທດ ມຶງຈຶ່ງບໍ່ໄດ້ທຸກໄດ້ຍາກ...555

ຂຽນເມື່ອ ຂຽນເມື່ອ: ກ.ພ.. 24, 2011 | ມີ 5 ຄຳເຫັນ ແລະ 0 trackback(s)




ເດິກດື່ນແລ້ວ ຢູ່ຫ້ອງນອນ

ວິທະຍາລຸກອອກຈາກບ່ອນເຮັດວຽກ ໄປນອນເທີ້ງຢູ່ຕຽງ. ຄວາມເວົ້າຄວາມລົມຂອງໝູ່ເພື່ອນ ເມື່ອຕອນຄ້າຍແລງນີ້
ຖືກນຳມາລື້ມຄືນຢູ່ໃນມັນສມອງຂອງເຂົາ ຊຶ່ງກໍຍັງແມ່ນເລື່ອງວຽກງານ, ເລື່ອງການອຸທິດຕົນໃຫ້ກັບພໍ່ແມ່ປະຊາຊົນ,
ເລື່ອງຄວາມເປັນຫ່ວງເປັນໃຍນຳບ້ານເກີດເມືອງນອນ. ແລ້ວຊິເຮັດຈັ່ງໃດ ຈະໃຫ້ພວກເຂົາເຈົ້າໄປລົມເລື່ອງດອກເບັ້ຽ
ກຳໄລ, ຂອງຂັວນຫລັງບ້ານ, ຊອງຂາວກ້ອງໂຕະກໍບໍ່ຊ່າງຊິເວົ້າດອກ ເພາະນອກຈາກບໍ່ແມ່ນເລື່ອງໃນອຸດົມການແລ້ວ
ເລື່ອງຊຸມນີ້ຍັງເຂົ້າໄປບີບຄັ້ນ ຍ່ອງຍີຫົວໃຈອັນໜຸ່ມແໜ້ນຂອງພວກເຂົາອີກ. ພວກເຂົາຮູ້ສຶກເຈັບແສບເມື່ອສັງເກດ
ເຫັນວ່າຊ່ອງວ່າງລາຍໄດ້ຂອງຄົນໃນສັງຄົມ ທຳທ່າວ່ານັບມື້ນັບຍະວ່າງກວ້າງອອກກວ້າງອອກ.

ໃນຂະນະທີ່ວິທະຍາຄຶດທົບທວນແລະພວມວ່າຈະເຍີງປຶ້ມຂຶ້ນມາອ່ານ ເງົາດຳປະກົດຂຶ້ນຢູ່ກາງຫ້ອງນອນ. ງົານັ້ນສູງ
ກວ່າໂຕເຂົາໜ້ອຍນຶ່ງ. ຊາຍໜຸ່ມວາງປຶ້ມລົງເພື່ອໃຫ້ດອກໄຟ ສຳຫລັບອ່ານປຶ້ມຢູ່ເທິງຫົວຕຽງທໍ້ແສງໄຟໃສ່ເງົາດຳນັ້ນ.
ເງົາດຳຍົກແຂນຂຶ້ນທັງສອງເບື້ອງ ເກືອບຈະຈຸດອກໄຟນິອອນ ຊຶ່ງບໍ່ທັນໄດ້ໃຕ້ຢູ່ເພດານ. ຖ້າວ່າດອກໄຟນິອອນຮຸ່ງ
ຄົງຈະເຫັນຮູບຮ່າງຂອງເງົາຈະແຈ້ງ. ປະສາດຂອງວິທະຍາເລີ່ມຕັ້ງຄຳຖາມ:
- ແມ່ນຫຍັງ ? ໂຕແມ່ພະຍາດເອດ ຊັ້ນບໍ້? ມັນຄືມາໃຫຍ່ແທ້? ບໍ່ດອກ! ຫລືວ່າ ເທວະດາຈະມາບອກສູດຢາ
ປາບໂລກເອດໃຫ້ເຮົາບໍ້? ບໍ່ດອກ! ເພາະເທວະດາໃນນິຍາຍຕ້ອງມີສີຂຽວແລະຮຸ່ງສວ່າງ. ຫລືວ່າແມ່ນຜີ? ເອ້ແຕ່ວ່າ
ຜີບໍ່ມີ - ບໍ່ມີຜີ! ຄັນຊັ້ນແມ່ນຫຍັງແທ້?

ວິທະຍາ ປົດແວ່ນຕາຂາວອອກແລ້ວເອົາຫລັງມືເບື້ອງຊ້າຍຖູເປືອກຕາທັງສອງເບື້ອງ. ເຂົາເອົາຂາແວ່ນຕາເກາະຄືນ
ໃສ່ຫູເຕີ່ງ ແຕ່ເງົານັ້ນຍັງມີຢູ່ບ່ອນເກົ່າ. ເຂົາຕັ້ງສະຕິທຸ່ນທ່ຽງ:
- ມຶງຊິມາຫລອກກູຫວ໋າ! ຄົນໜຸ່ມສມອງໃສຄືກູ ບໍ່ເຊື່ອວ່າມີຜີດອກ! ກູຄືຊິບໍ່ຖືກຫລອກໄດ້ໂດຍງ່າຍດອກເດີ້! ຢ່າວ່າ
ແຕ່ຜີ ອາດຍາເຈົ້ານາຍໃດກໍຍັງຫລອກກູບໍ່ໄດ້ດອກ!
ທັນໃດນັ້ນວິທະຍາກໍຈັບປຶ້ມອ່ານຫົວໜາວີໃສ່ເງົານັ້ນໝົດແຮງ ແຕ່ບໍ່ໄດ້ຜົນ. ເງົາດຳຍັງຕີງໜ່ວງໜ່າງຄືກັບຟ້ນລຳວົງ
ຢູ່ກາງຫ້ອງນອນ. ຊາຍໜຸ່ມບໍ່ລໍຊ້າອີກແລ້ວ ເຂົາຜູດລຸກອອກຈາກຕຽງ ໂດດໃສ່ເງົາເພື່ອຈະກອດຮັດໄວ້ ແລ້ວກໍຈະ
ເປີດໜ້າກາກມັນອອກເບິ່ງຄວາມຈິງ. ແຕ່ເງົານັ້ນເຄື່ອນໄຫວໄວກວ່າ ມັນຫາຍແວ໋ບ ເຂົ້າໄປໃນຝາເຮືອນສີຂຽວອ່ອນ.
ວິທະຍາຢຸດຈຶ້ງບໍ່ທັນ ຈຶ່ງເລີຍໄປຕຳຝາໝົດແຮງ. ເຂົາຮູ້ສຶກເຈັບໜ້າຜາກ ເມື່ອເອົາມືລູບຈຶ່ງຮູ້ວ່າມີໂນນຶ່ງເກີດຂຶ້ນຢ່າງ
ກະທັນຫັນ. ຊາຍໜຸ່ມລູບຄຳນຳຝາທີ່ກ້ຽງເກົາ ປັສຈາກຮ່ອງຮອຍ. ເຂົາຢືນງົງດົນເຕີບ ກ່ອນຈະຊອກຢາຂີ້ເຜິ້ງບໍລິບຸນ
ມາທາໜ້າຜາກເບື້ອງຊ້າຍ. ເຂົາເກັບເອົາປຶ້ມແລ້ວກໍກັບຄືນມານອນເທີ້ງອ່ານຕໍ່. ອ່ານບໍ່ພໍຮອດສິບແຖວ ເຂົາກໍພັບ
ປຶ້ມໄວ້ ແລ້ວນຳເອົາເຫດການທີ່ຜ່ານໄປ ເມື່ອບໍ່ຫລາຍນາທີມາຄົ້ນຄຶດຄືນ.
- ແມ່ນຫຍັງແທ້? ຜີບໍ້? ເຮົາຖືກຫລອກຫວ໋າ? ອ່ານປຶ້ມດີກວ່າ ຮອດໜ້າໃດແລ້ວ? ເຊື້ອພະຍາດເອດຢູ່ນຳສັດ
ບາງຊະນິດໃນປ່າຕຶບດົງໜາຂອງອັຟຣິກກາ… ເອີ້ ຮອດໜ້ານີ້ແລ້ວ…

ອ່ານໄປໄດ້ສິບກວ່າໜ້າ ເງົາດຳອັນເກົ່າກໍອອກມາປະກົດອີກ. ເທື່ອນີ້ ວິທະຍາໄດ້ຍິນສຽງຫົວເຍາະເຍີ້ຍຄ່ອຍໆຈາກ
ເງົານັ້ນ. ຊາຍໜຸ່ມແນມເບິ່ງເງົາຢ່າງບໍ່ພັບຕາ. ເຂົາຄ່ອຍໆເດ່ມືງົມເຂົ້າກ້ອງໝອນ ຊອກຫາມີດແຫລມດ້າມງາຊ້າງ
ຊຶ່ງແມ່ນຂອງມູນປູ່. ເຂົາຈັບທາງປາຍໄດ້ພໍດີ ແລະໃນທັນທີທັນໃດເຂົາກໍຍົກມີດຂຶ້ນແລ້ວຊັດເຂົ້າໃສ່ໜ້າເອິກເບື້ອງຊ້າຍ
ຂອງເງົາ ໝາຍຈະເຈາະເອົາໝາກຫົວໃຈ. ແຕ່ເງົານັ້ນຍິ່ງເປັ່ງສຽງຫົວແຮງຂຶ້ນ ຈົນໄດ້ຍິນແຈ່ມແຈ້ງ. ວິທະຍາຜູດລຸກ
ຈາກຕຽງ ໂດດເຕະເງົາ ແຕ່ປະກົດວ່າເຕະຖືກລົມດັງວຶດບາດນຶ່ງ. ເງົາຖອຍຫລັງໄປຢືນຢູ່ແປະຝາ ຊາຍໜຸ່ມໂດດໃສ່
ໝົດແຮງ ເງົາຫາຍແວ໋ບເຂົ້າໄປໃນຝາສີຂຽວອ່ອນບ່ອນເກົ່າ. ເທື່ອນີ້ເນື່ອງຈາກວ່າວິທະຍາຈຶ້ງບໍ່ທັນ ກໍເລີຍໄປປະທະ
ກັບຝາ ຈົນດັງບຶບ ພາໃຫ້ແວ່ນຕາຂາວຕົກແຕກມຸ່ນອັບຍັບ. ໜຳບໍ່ພໍ ຍັງໄດ້ຕື່ມອີກໂນນຶ່ງ ຢູ່ໜ້າຜາກເບື້ອງຂວາ.
- ມັນແມ່ນຫຍັງແທ້ຫວ໋າ?

ວິທະຍາງົມທາວໄປໃຕ້ໄຟນິອອນ ດອກຢູ່ເພດານກ່ອນຈະເອົາຂີ້ເຜິ້ງບໍລິບຸນມາທາໜ້າຜາກຕື່ມອີກ. ເຂົາເກັບມີດ
ດ້າມງາມາມ້ຽນໄວ້ກ້ອງໝອນ ແລ້ວຈຶ່ງຊອກຕາມລີ້ນໂຕະ ເອົາແວ່ນຕາຂອງສອງປີກ່ອນມາໃສ່. ແນ່ນອນແລ້ວ
ແວ່ນຕາເກົ່າພາໃຫ້ແສງຕາເຂົາເບິ່ງວັດຖຸບໍ່ຊັດເຈນປານໃດ. ເມື່ອຂາດແວ່ນຕາເຂົາກໍບໍ່ສາມາດອ່ານໄດ້ອີກ.
ແຕ່ເຂົາກໍທຳທ່າອ່ານປຶ້ມຕໍ່ຢູ່ເທິງຕຽງ ເພື່ອລໍຖ້າເບິ່ງເຫດການພິສດານ.
- ຈະປຸກຄົນໄທເຮືອນບໍ້? ເພິ່ນຈະວ່າເຮົາຂີ້ຢ້ານແລະງົມງວາຍເພາະເພິ່ນບໍ່ເຫັນນຳ. ບ໋າເນາະ! ຖ້າວ່າໝູ່ຄູ່ມາຢູ່ນຳ
ຈັກຄົນ ກໍຊິໄດ້ເປັນສັກຂີພິຍານຊ່ວຍກັນ. ເງົາຊິມາອີກບໍ່? ມັນແມ່ນຫຍັງແທ້ ? ແມ່ນໃຜຈຶ່ງມາກ້າຫລອກປັນຍາຊົນ?

ວິທະຍາຄິດພໍ້ເຊືອກຜຽກຕາກເຄື່ອງຊຶ່ງໂຄ້ງຢູ່ກ້ອງຕູ້ເຄື່ອງນຸ່ງ. ບັດນີ້ແນວຄິດປະດິດສ້າງນຶ່ງກໍໂປໂລຂຶ້ນ. ເຂົາເອົາ
ເຊືອກມາຂອດເປັນບ້ວງແລ້ວ ທົດລອງຍັກບ້ວງໃຫ້ເປັນທີ່ແນ່ໃຈ. ບັດແລ້ວ ເຂົາກໍນຳໄປຫ້າງໄວ້ ກາງພື້ນຫ້ອງ
ບ່ອນເງົາດຳເຄີຍມາປະກົດ. ພາຍຫລັງຫ້າງບ້ວງແລ້ວ ເຂົາກໍເອົາສົ້ນເຊືອກມາມັດໄວ້ກັບເສົາຕຽງ. ເຂົາຍິ້ມດີໃຈ
ທີ່ຈະຈັບເງົາດຳໄວ້ໃຫ້ໝູ່ເພື່ອນໄດ້ວິໄຈຊ່ວຍ. ບັດນັ້ນເຂົາຈຶ່ງຈະໄດ້ອະທິບາຍວ່າ ມັນແມ່ນຫຍັງແທ້? ບາງທີມັນຈະ
ເປັນການຄົ້ນພົບທີ່ມະຫັສຈັນກວ່າພົບສູດຢາປາບໂລກເອດ. ຊາຍໜຸ່ມກັບມາຫາຕຽງ ທຳທ່ານອນຫລັບເຮັດສຽງໂກນ
ດັງກອດໆ…

ສຽງຫົວດັງຂຶ້ນ ເງົາດຳປະກົດຕົວຂຶ້ນທ່າມກາງແສງສວ່າງຂອງໄຟຫົວຕຽງແລະໄຟນິອອນ. ເງົານັ້ນເໜັ່ງໂອນເອນ
ເບັດຂ້າງເບັດແອວເໝືອນຫັດກາຍຍາມເຊົ້າ ຄືກັບວ່າຢາກຢອກລໍ້ວິທະຍາ. ຊາຍໜຸ່ມຄ່ອຍໆເດ່ມືໄປຫາສົ້ນເຊືອກ.
ບັດແລ້ວໃນວິນາທີນັ້ນເອງ ເຂົາກໍກະຊາກບ້ວງໝົດແຮງ. ເງົານັ້ນຮ້ອງໂອ້ຍແລະສະແດງອາການເຄື່ອນໄຫວບໍ່ໄດ້ອີກ.
ວິທະຍາຖົກບ້ວງອີກບາດນຶ່ງເພື່ອຄວາມແນ່ໃຈ ແລ້ວເຂົາກໍກະໂດດໃສ່ເງົາ. ແຕ່ວ່າຕີນເບື້ອງຂວາຂອງຕົນເອງ ຊໍ້າພັດ
ໄປສຸບໃສ່ບ້ວງ. ບ້ວງຍັກຂາເຮັດໃຫ້ວິທະຍາຊຶ່ງຫລູບໄປໝົດເຫື່ອໝົດແຮງນັ້ນ ຫົວຝາດໃສ່ຝາດັງຕຶບ! ສ່ວນເງົານັ້ນ
ຫາຍແວ໋ບເຂົ້າໄປໃນຝາສີຂຽວອ່ອນອີກຕາມເຄີຍ ພ້ອມສົ່ງສຽງຫົວເຢາະເຢີ້ຍແຮງຂຶ້ນກວ່າເກົ່າ.

ວິທະຍາຮູ້ສຶກວ່າ ຄວາມຮ້ອນແລະແສບຂອງໂນຢູ່ໜ້າຜາກທັງສອງເບື້ອງນັ້ນ ບັດນີ້ກັບກາຍມາເຢັນຊຸ່ມ. ເຂົາລູບ
ໜ້າຜາກ ຍ່າງໄປຫາແວ່ນໃຫຍ່ຢູ່ຝາຕູ້ເຄື່ອງນຸ່ງ. ເລືອດໄຫລອອກມາຕາມວ່າງນີ້ວມື. ເຫັນເລືອດເຂົາຕົກໃຈວາບ.
- ຫົວແຕກ! ຫົວແຕກຍ້ອນຖືກຫລອກ ຫລືວ່າ ຫົວແຕກຍ້ອນແລ່ນຕຳຝາ? ຫລືວ່າ ເຮົາແລ່ນຕຳຝາເອງຍ້ອນ
ຖືກຫລອກ?

ຂີ້ຕາເວັນຍາມເຊົ້າຕູ່ ສ່ອງຜ່ານປ່ອງຢ້ຽມເຂົ້າມາໃສ່ໜ້າໂຕະເຮັດວຽກ ວິທະຍາຈຶ່ງຮູ້ເມື່ອວ່າຕົນເອງບໍ່ໄດ້ນອນໝົດຄືນ.
- ເຮົາຊິວ່າຈັ່ງໃດກັບຄົນໄທເຮືອນ? ກັບໝູ່ເພື່ອນເດ້? ຄັນຖືກຖາມເຖິງສາຍເຫດຂອງຫົວແຕກ! ຖ້າຄົນຮູ້ເລື່ອງນີ້
ຈັ່ງໃດກໍຊິກາຍເປັນຫົວຂໍ້ໃຫຍ່ໃນວົງພົບປະສົນທະນາກັນລະບໍ້. ແລ້ວເຂົາກະຊິຫົວຂັວນເຮົາລະບໍ້!

ຜູ້ທີ່ສອດຮູ້ສອດເຫັນເລື່ອງນີ້ ຕ່າງກໍຄິດສົງສານວິທະຍາຊຶ່ງກາຍເປັນ"ປັນຍາຊົນຖືກຫລອກ". ແຕ່ໃຜເດ້ຊິເຊື່ອຫົວມັນ
ແນວວ່າພວກເຂົາບໍ່ເຫັນເງົານັ້ນກັບຕາ!
 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 24, 2011 | ມີ 3 ຄຳເຫັນ ແລະ 0 trackback(s)



ຄືນນີ້ ຈັນວ່າງເວັ້ນ………..……ນະພາກ່ຳມົວແສງ
ດວງຕາແນມແດນໄກ…….…….ໝື່ນໄມໃນຟ້າ
ອຸຣາ ຕຣອມຕົມເສົ້າ…..……….ທຸກຂັງເອົ້າອັ່ງ
ຈິດວັ່ງເວງ່ຽງຄ້ອຍ……….….….ຣະທົມເສົ້າໂສກຂລັງ

ເໝືອຍໝອກ ປົກເຂດຄຸ້ມ……...ຮອດບໍ່ຮຸ່ງເຫັນເງົາ ອວນນາ
ຮູບຮ່າງ ຮອຍພາຝັນ…………..ບໍ່ຫວນເຫັນໄດ້
ຄືນໃດ ຄອງຄອຍໜ້າ………..…ຄວາມຝັນແປນເປົ່າ
ເຝົ້າຄອຍ ເຮືອນຮູບເຈົ້າ…………ຝັນຄ້າງແຄ່ໃຈ ຮຽມນໍ

ພະພາຍ ພັດແມກໄມ້………….ນຶກວ່າແມ່ນຊາຍມາ
ພາຫົວໃຈຮຽມສະດຸດ….………ດັ່ງຈະເຊົາຢຸດເຕັ້ນ
ສຸດລຳເຂັນ ຊົນສູ້……..………ຄວາມທາລຸນເຈັບປວດ
ເຊືອບຫລັບ ພຽງຊົ່ວນ້ອຍ……..ມະໂນຄ້ອຍອ່ອນເພັຽ

ຂໍຈົ່ງ ຂຽນຂີດແຕ້ມ……..…….ກອນອ່ອນອອນຊອນ
ຮ້ອງກ່ອມ ບັນເລງເພງ…….…ສົ່ງສຽງຮຽງໃກ້
ຫລືຈັກ ຂານໄຂຕ້ານ…………ເປັນນິທານເລື່ອງມ່ວນ
ສຽງນວນ ຈາກ່ອມກ້ຽວ…….…ຕາງໃຫ້ສວ່າງໃຈ ຮຽມນາ

ເດີນດຸ່ງ ດຽວດາຍດັ້ນ………….ເອົາເງົາຕົນທຽມພ່າງ
ເຫີນຫ່າງ ຮຽມຂາດເຈົ້າ……… ຄະນິງຄ້ອຍຄຶດຫາ ພີ່ເອີ່ຍ
 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 22, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

                                                   

                                                   ຄົນທົ່ວໄປມີທັດສະນະກ່ຽວກັບຄວາມຮັກແຕກຕ່າງກັນໄປ ອາດເປັນເພາະວ່າແຕ່ລະຄົນຮູ້ເຫັນ 

           ແລະສໍາພັດມາຕ່າງກັນ ອີກປະການໝຶ່ງກໍເປັນທັມມະດາວ່າຄົນທົ່ວໄປເປັນຜູ່ຕົກຢູ່ໃນອໍານາດ 

           ຂອງຄວາມຮັກຄອບງວໍາຢູ່ແລ້ວ ເໝືອນຄົນປ່ວຍທີ່ມີພະຍາດປະຈໍາຕົວຂອງໃຜລາວທຸກຄົນ ແຕ່ 

           ລະຄົນກໍຍ່ອມມີຮູ້ສຶກເປັນສຸກທຸກຕ່າງກັນຕາມອາການ ແມ່ນບາງຄົນເປັນພະຍາດແນວດຽວກັນ 

           ກໍຍັງຕ່າງກັນເພາະເງື່ອນໄຂທາງຮ່າງກາຍແລະອື່ນໆ, ແຕ່ກໍມີຂໍ້ຄິດເຫັນຕ່າງໆທີ່ພໍສະຫຼຸບໃຫ້ 

           ເຫັນປະເດນລວມເຊິ່ງສະແດງເປັນປະເພດໃຫຍ່ໆໄດ້ ໒ ປະເພດຄື : 

   

          ໑)- ຄວາມຮັກທ່ີບໍ່ມີຄວາມຕ້ອງການແລະຄວາມໃຄ່ສະເໜ່ຫາເປັນສາເຫດຜູກພັນ ເຊັ່ນຄວາມຮັກ 

          ຂອງພໍ່ແມ່ທ່ີມີຕໍ່ລູກ ເປັນຄວາມຮັກມີມາໂດຍທັມມະຊາດບໍ່ວ່າຄົນແລະສັດທີ່ໄຮ້ສະໝອງປັນຍາ 

          ເປັນຄວາມຮັກບໍຣິສຸດ ບໍ່ມີມາຍາຄວາມຢາກໄດ້ຄວາມເຫັນແກ່ຕົວ ແລະກໍເປັນທັງຮັກຄັ້ງທໍາອິດ 

          ແລະເປັນຮັກຄັ້ງສຸດທ້າຍ ຄືເປັນຮັກທີ່ສະເໝີຕົ້ນສະເໝີປາຍໄປຈົນເຖິງທີ່ສຸດຊີວິດຂອງພໍ່ແມ່. 

          ໒)- ຄວາມຮັກທ່ີມີຄວາມຕ້ອງການແລະຄວາມໃຄ່ສະເໜ່ຫາເປັນສາເຫດຜູກມັດ ແຕ່ປະເພດທີ ໒ 

          ນີ້ກໍຍັງມີຫຼາຍລະດັບຕ່າງກັນເຊິ່ງເວົ້າລວມເປັນປະເພດອີກ ສອງປະເພດເຊັ່ນ: 

           -     ຄວາມຮັກທ່ີມີຄວາມຕ້ອງການເປັນສາເຫດ ມັກສະແດງອອກເພື່ອໃຫ້ເປັນໄປຕາມຕ້ອງການ 

           ເຊັ່ນສະແດງຄວາມຮັກຕໍ່ພໍ່ແມ່ຕ້ອງການໃຫ້ເພິ່ນມີຄວາມສຸກ ເພື່ອຕອບແທນຄຸນ ເພື່ອຕ້ອງ 

           ການໃຫ້ເປັນບຸນແລະຄຸນຄວາມດີແກ່ຕົນ, ຄວມຮັກຕໍ່ບຸກຄົນ ແລະສະຖາບັນສ່ວນຮວມກໍ 

           ເພື່ອຕ້ອງການບາງຢ່າງແຕ່ບໍ່ມີຄວາມສະເໜ່ຫາທາງອາຣົມດັ່ງນີ້ເປັນຕົ້ນ. 

           -    ຄວາມຮັກທີ່ມີຄວາມໃຄ່ສະເໜ່ຫາທາງອາຣົມ ເປັນຄວາມຮັກທີ່ເກີດຂຶ້ນລະຫວ່າງຊາຍຍິງ 

           ມັກເປັນຄວາມຮັກທ່ີມີທັງຄວາມຕ້ອງການ ມີທັງຄວາມໃຄ່ສະເນຫາຜູກພັນທາງອາຣົມ ເປັນ 

           ສາເຫັດຈຶ່ງມັກກາຍເປັນຄວາມເຫັນແກ່ຕົວ ເມື່ອສິ່ງທ່ີຮັກທ່ີຕ້ອງການບໍ່ສາມາດເອົາສະໜອງ 

           ຄວາມຕ້ອງການສົມປາຖນາແລ້ວມັກກັບກາຍເປັນຄວາມ ຄຽດແຄ້ນຊິງຊັງ ເປັນຄວາມບາດ 

           ໝາງ ກໍ່ທຸກ ກໍ່ໂທດໄພ ຫຼືທໍາລາຍສິ່ງທີ່ຮັກນັ້ນດ້ວຍອາຣົມຮ້າຍກໍເປັນໄດ້. 

 

              ສາເຫດແລະປະເພດຄວາມຮັກຂອງຊາຍແລະຍິງ 

                    ສາເຫດອັນພາໃຫ້ເກີດຄວາມຮັກຂອງຊາຍແລະຍິງ ເຊິ່ງເປັນປັດໄຈຕົ້ນຕໍທີ່ພາໃຫ້ສະແດງອອກ 

           ໃຫ້ເປັນໄປຕາມແຕ່ລະຮູບແບບມີ ໔ ຢ່ງຄື : “ຮັກ” “ມັກ” “ຫຼົງ” “ອີ່ຕົນ” ບາງຄົນບາງຄູ່ມີພຽງ 

           ສາເຫດດຽວແຕ່ບາງຄົນມີເກີນໝຶ່ງສາເຫດ ແລະບາງຄົນມີຄົບໝົດທຸກສາເຫດ, ສາເຫດທັງຫຼາຍ 

           ນີ້ອາໄສສາເຫດເກີດຂຶ້ນຕ່າງກັນແຕ່ກໍມີອາການຄ້າຍກັນຈຶ່ງພາໃຫ້ຄົນເຂົ້າໃຈຜິດໄດ້ ແລະເຫັນ 

           ວ່າເປັນ “ຄວາມຮັກ” ໄປໝົດ, ແຕ່ຖ້າອອກນອກ ການຄວຍງວໍາຂອງຄວາມຮັກແບບຜູ່ ຫ່າງ 

           ໂລກເພິ່ນວ່າແລ້ວມອງຄືນໄປເບິ່ງດ້ວຍປັນຍາອີກໃນແງ່ໜຶ່ງອີກ ຈະເຫັນວ່າແຕ່ລະຢ່າງບໍ່ແມ່ນ 

           ອັນດຽວກັນ ສິ່ງຄ້າຍຄືກັນນັ້ນຈະປາກົດເດັ່ນຊັດຂຶ້ນຫາກອາການໃດມີດີກຣີສູງກວ່າ, ສະນັ້ນລອງ 

           ມາເບິ່ງເນື້ອແທ້ຂອງແຕ່ລະອາການທັງ ໔ ນັ້ນຈະເຫັນວ່າມີອາການແລະດີກຣີຕ່າງກັນດັ່ງນີ້ : 

              ໑) – “ຮັກ” ເນື້ອແທ້ຂອງຮັກທ່ີແທ້ຈິງນັ້ນ ເກີນຄໍາມາອ້າງອີງ ເພາະເປັນຄວາມຜູກພັນທ່ີຢູ່ເໜືອຄວາມຄິດ 

                 ຢູ່ເໜືອເຫດຜົນ ຖ້າເປັນ “ຮັກ” ແທ້ຈິງບໍ່ມີສິ່ງອື່ນປົນກໍຈະເປັນດັ່ງກ່າວນີ້ ເຮົາຈະເຫັນພວກທີ່ມີ 

                 ຮັກນີ້ ມັກບໍ່ມີເຫັດຜົນບັນຍາຍ ເພາະເຂົາຈະມອງຂ້າມເຫດຜົນໝົດ ບໍ່ວ່າຈະເປັນຄວາມແຕກ 

                 ຕ່າງທາງອາຍຸ ຕ່າງທາງຊັ້ນວັນນະ ຕ່າງທັງຖານະຕະກຸນ ຕ່າງທາງຄວາມສວຍຄວາມງາມກໍດີ, 

                 ສິ່ງເຫຼົ່ານີ້ບໍ່ສາມາດເປັນເຫດຜົນກັ້ນເຂົາໄດ້, ບາງຄົນຈຶ່ງເວົ້າໄດ້ສັ້ນໆວ່າຮັກ “ ຄືການໃຫ້ ”

ຂຽນເມື່ອ ຂຽນເມື່ອ: ກ.ພ.. 6, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ
  • ພືອນທົ່ວໄປບໍ່ເຄິຍເຫັນທ່ານຮ້ອງໃຫ້..
  • ເພືອນແທ້ມີບ່າໄຫລ່ໄວ້ໃຫ້ທ່ານໝູນຮ້ອງໄຫ້..
  • ເພືອນທົ່ວໄປຈະບໍ່ຮູ້ຊຶ່ພໍ່ແມ່ທ່ານ. .
  • ເພືອນແທ້ຈະມີເບິຂອງທ່ານໄວ້ໃນໂທລະສັບເຂົາ..
  • ເພືອນທົ່ວໄປຈະຖຶຈອກເບຍໃນງານລ້ຽງຂອງທ່ານ..
  • ເພືອນແທ້ຈະມາແຕ່ເວັນເພຶ່ອຊ່ວຍກຽມງານ.
  • ເພືອນທົ່ວໄປຢາກເວົ້າກັບທ່ານເຖິງບັນຫາຂອງເຂົາ. .
  • ເພືອນແທ້ຢາກຊ່ວຍປັດເປົ່າບັດຫາຂອງທ່ານອອກໄປ..
  • ເພືອນທົ່ວໄປເວລາມາຢາມຈະເຮັດຕົວເໝຶອນແຂກ..
  • ເພຶອນແທ້ແມ່ນຈະຢ່າງກົງໄປທີ່ຕູ້ເຢັນ ແລະບໍລິການເອງ..
  • ເພືອນທົ່ວໄປຄິດວ່າມິດຕະພາບຈົບລົງເມຶ່ອເກິດການຜິດຖຽງກັນ..
  • ເພືອນແທ້ຮູ້ດີນັ້ນບໍ່ແມ່ນມິດຕະພາບ. .
  • ເພືອນທົ່ວໄປຄາດຫວັງໃຫ້ທ່ານຢູ່ຄຽງຂ້າງເຂົາສະເໝິ..
  • ເພືອນແທ້ຄາດຫວັງທີ່ຈະຢູ່ຄຽງຂ້າງທ່ານຕະຫຼອດໄໄປ.
  • ເພືອນທົ່ວໄປຈະອ່ານຂໍ້ຄວາມນີ້ແລ້ວໂຍນລົງຖັງຂີ້ເຫຍຶ້ຍ..
  • ເພືອນແທ້ຈະເຝົ່າສົ່ງຕໍ່ໆໄປ ຈົນກວ່າຈະໝັ້ນໃຈວ່າມັນໄດ້ເຖິງມືືຜູ້ຮັບ.   ສົ່ງໃຫ້ໃຜກໍ່ໄດ້ທີ່ທ່ານຫວ່ງໃຍ ຫາກທ່ານໄດ້ມັນກັບມານັ້ນໝາຍວ່າທ່ານນັ້ນໄດ້ພົບເພືອນແທ້ແລ້ວ.......