ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 11, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

- ມີພຣະຍາເມືອງໜຶ່ງ ຄິດຢາກອອກປະພາດປ່າ ແຕ່ວ່າການໄປຍັງສວນອຸທິຍານນັ້ນ ຕ້ອງພຣະຣາຊະດຳເນີນທາງເຮືອ, ພຣະຍາກໍຕັດສັ່ງໃຫ້ ອຸປະຮາດຈັດແຈງບອກເສນາອາມາດຈັດແຈງການພຣະຣາຊະດໍາເນີນຄັ້ງນີ້ຕາມໜ້າທີ່.
- ໄດ້ເວລາແລ້ວ ພຣະຍາກໍພຣະຣາຊະດໍາເນີນສູ່ເຮືອພຣະທີ່ນັ່ງ ສະເດັດປະທັບນະທີ່ບັນລັງ ທີ່ມົນດົບກາງເຮືອພຣະຣາຊະດໍາເນີນ ເຊິ່ງມີເສນາ ຝ່າຍໃນນັ່ງອ້ອມເປັນບໍຣິວານຕາມໜ້າທີ່ຂອງໃຜຂອງລາວ.
- ສ່ວນເສນາຝ່າຍນອກ ມີທະຫານ ແລະນາຍເຮືອ ມີນາຍຫົວ ນາຍທ້າຍ ແລະສີພາຍ ກໍອອກເຮືອພາຍຂຶ້ນທວນນໍ້າໄປທາງເໜືອ ເມື່ອເຮືອພຣະ ຣາຊະດໍາເນີນໄປຮອດແກ້ງ ນາຍທ້າຍ ນາຍຫົວ ແລະສີພາຍໄດ້ພາຍເຮືອຂຶ້ນແກ້ງຢ່າງຫ້າວຫັນ ແລະເຕັມກໍາລັງຈົນເຮືອຜ່ານພົ້ນແກ້ງນັ້ນຢ່າງ ປອດໄພ.
- ຕ່າງຈາກເສນາຝ່າຍໃນ ບາງຕົນກໍນັ່ງຊື່ໆ ບາງຄົນກໍເວົ້າຕະຫຼົກເຮຮາມ່ວນຊື່ນ ສ່ວນຝ່າຍນາງຟ້ອນ ນາງລໍາ ກໍລໍາກໍຟ້ອນໃຫ້ພຣະຍາຟັງ, ເຮັດໃຫ້ໃຫ້ສີພາຍບາງຄົນ ຕໍ່າຕ້ອຍນ້ອຍໃຈ ຈຶ່ງຈົ່ມອອກມາວ່າ ຄົນຄືກັນແຕ່ບໍ່ຄືກັນເນາະ.
- ພຣະຍາຍິນແລ້ວ ກໍອໍາໄວ້ໃນໃຈ ຈົນເຮືອພຣະຣາຊະດໍາເນີນໄປຮອດຫາດຊາຍແຫ່ງໜຶ່ງ ພຣະຍາມີຈຸດປະສົງຢາກໃຫ້ສີພາຍພັກຜ່ອນ ຈຶ່ງສັ່ງໃຫ້ເຮືອເຊົາຈອດພັກທີ່ຫາດຊາຍນັ້ນ, ບອກໃຫ້ຄົນທັງໝົດໄປນອນໝົດ, ພຣະຍາເອງກໍບັນທົມ.
- ຮອດເວລາສອງໂມງ ພຣະຍາຕື່ນບັນທົມເພາະຍິນສຽງໝາ ສ່ວນເສນາທັງໝົດ ພຣະຍາກໍບໍ່ຢາກລົບກວນພວກເຂົາກໍຍ່າງໄປທີ່ນອນຂອງສີພາຍ ບັງເອີນເຫັນສີພາຍຄົນທີ່ຈົ່ມນັ້ນບໍ່ນອນ ຈຶ່ງບອກໃຫ້ສີພາຍຄົນນັ້ນວ່າ ຍິນສຽງອິສັງກໍບໍ່ຮູ້ ໜວກຫູນອນບໍ່ຫຼັບ.
- ຝ່າຍສີພາຍ ເມື່ອພຣະຍາບອກເຊັ່ນນັ້ນ ກໍດີໃຈຟ້າວແລ່ນໄປສະຖານທີ່ມີສຽງດັງນັ້ນ ຈຶ່ງຟ້າວແລ່ນກັບມາຫາພຣະຍາ ນັ່ງລົງແລ້ວຍົກມືຂຶ້ນ ກ່າວຕໍ່ພຣະຍາວ່າ
- ສີພາຍ : ຂ້າແດ່ພຣະອາດຍາລົ້ນເກົ້າລົ້ນກະໝ່ອມ ທີ່ກ້ອງຂອນນັ້ນ ມີໝາແມ່ມາອອກລູກຢູ່ທີ່ນັ້ນ ຂ້ານ້ອຍ.
- ພຣະຍາ: ໝາມັນເປັນຫຍັງ ?
- ສີພາຍ: ມັນອອກລູກ.
- ພຣະຍາ: ມີຈັກໂຕ ?
- ສີພາຍ: (ຟ້າວແລ່ນໄປຍັງ ຍັງກ້ອງຂອນທີ່ໝາອອກລູກແລ້ວຟ້າວແລ່ນກັບມາ ບອກພຣະຍາວ່າ) ລູກໝາມີ 8 ໂຕຂ້ານ້ອຍ.
- ພຣະຍາ: ໂຕແມ່ຈັກໂຕ ໂຕຜູ້ຈັກໂຕ ?
- ສີພາຍ: ກໍແລ່ນໄປກ້ອງຂອນນັ້ນອີກແລ້ວ ຈຶ່ງກັບມາ ບອກພຣະຍາວ່າ ມີ ໂຕແມ່ 5 ໂຕ, ໂຕຜູ້ 3 ໂຕ.
- ພຣະຍາ: ແມ່ມັນເດສີຫຍັງ ?
- ສີພາຍ: ບອກວ່າເປັນໝາກ່ານ.
- ພຣະຍາ: ມີສີຫຍັງແນ່ ?
- ສີພາຍ: ກໍແລ່ນໄປອີກ ແລ້ວຈຶ່ງກັບມາບອກພຣະຍາວ່າ ເປັນກ່ານຂາວພາດດໍາ ແລະມີສີແດງປົນຈັກໜ່ອຍ.
- ພຣະຍາ: ລູກມັນເດມີສີດຽວກັນບໍ ?
- ສີພາຍ: ກໍແລ່ນໄປນັບເບິ່ງສີຂອງໝານ້ອຍ ແລ້ວຈຶ່ງມາບອກພຣະຍາ.
- ດົນເຕີບ ອຸປະຮາດຈຶ່ງຕື່ນຂຶ້ນມາ ແລ້ວເຫັນພຣະຍາກໍາລັງສົນທະນາກັບສີພາຍ ຈຶ່ງຍ່າງອອກໄປແລ້ວນັ່ງລົງ ຍົກມີຂຶ້ນກ່າວຕໍ່ພຣະຍາຕາມທໍານຽມ ແລ້ວຈຶ່ງຖາມພຣະຍາວ່າ ມີເຫດເຮື່ອງຫຍັງພຣະຍາ ?
- ພຣະຍາ: ອຸປະຮາດວ່າ ເຮົາຕື່ນຂຶ້ນມາ ເພາະສຽງຂອງໝາ ໃຫ້ສີພາຍໄປເບິ່ງ ກໍບໍ່ໄດ້ເລື່ອງ ຂໍໃຫ້ທ່ານໄປເບິ່ງໃຫ້ແນ່.
- ອຸປະຮາດໄປທີ່ນັ້ນ ເຫີງເຕີບກໍກັບມາ ແລ້ວບອກຕໍ່ພຣະຍາວ່າ ທີ່ກ້ອງຂອນນັ້ນ ມີໝາແມ່ມາອອກລູກທີ່ນັ້ນ, ລູກໝາມີ 8 ໂຕຂ້ານ້ອຍ, ຕແມ່ 5 ໂຕ, ໂຕຜູ້ 3 ໂຕ, ແມ່ມັນເປັນສີລາຍ, ຂາວກ່ານດຳ ແລະມີສີແດງປົນຈັກໜ່ອຍ, ສ່ວນໝານ້ອຍນັ້ນສອງໂຕເປັນສີດຳ ຜູ້ໜຶ່ງແມ່ໜຶ່ງ ອີກໜຶ່ງໂຕ ເປັນສີແດງ, ເຫຼືອນັ້ນເປັນໂຕກ່ານໝົດ ມັນອອກລູກມາຄາດວ່າ 2-3 ວັນນີ້ແລ້ວ ເພາະເຫັນລູກໝາຍັງບໍ່ທັນ ມືນຕາ, ພວກມັນແຍ້ກັນກິນນົມແມ່ມັນຢູ່ ຂ້ານ້ອຍ.
- ເມື່ອພຣະຍາ ຟັງດັ່ງນັ້ນແລ້ວ ຈຶ່ງເວົ້່າກັບສີພາຍຄົນນັ້ນວ່າ ຄົນມັນຕ່າງກັນຢູ່ບ່ອນນີ້ແລ້ວ.

Delicious Digg Fark Twitter