ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 14, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

ໜຸ່ມບ້ານນາ Cool ໄປຍິງນົກເປັດໃນເຂດຣັຖ ໂອກລາໂຮມາ USA ໄດ້ນົກເປັດສາມໂຕ ກະເອົາໂຍນໃສ່ຫລັງລົດ ພິກອັບ
ແລ້ວກໍຈະຂັບເມືອບ້ານ ທັນໃດນັ້ນເຈົ້າໜ້າທີ່ຕຳຣວດ ອະນຸຣັກຊັບພະຍາກອນທຳມະຊາດ ຈັກມາແຕ່ໃສ ໂພ້ໂວ້ຂຶ້ນ ມາຕັນທາງ ຕຳຣວດຜູ້ນີ້ລາວມີນິສັຍຊິງຊັງລັງກຽດພວກໜຸ່ມບ້ານນາ. ເອົາມືຊີ້ໜ້າແລ້ວກໍສັ່ງໃຫ້ເອົາໃບອະນຸຍາດ ລ່າສັດອອກມາເບິ່ງ. ໜຸ່ມນາດຶງເອົາໃບອະນຸຍາດຂອງຣັຖ ໂອກລາໂຮມາ ຍື່ນໃຫ້. ເຈົ້າໜ້າທີ່ກວດເບິ່ງແລ້ວ ເອກະສານຖືກຕ້ອງ ເອົາຜິດເຂົາບໍ່ໄດ້. ມືຄ້ວາເອົານົກເປັດຈາກຫລັງລົດຂຶ້ນມາໂຕນຶ່ງ ດົມທີ່ກົ້ນມັນແລ້ວ ບອກວ່າ:

ຕຳຣວດ: ນົກເປັດໂຕນີ້ບໍ່ແມ່ນນົກ ໂອກລາໂຮມາ​ - ມັນແມ່ນນົກ ແຄນຊັສ. ໂຕມີໃບອະນຸຍາດລ່າສັດຣັຖ

ແຄນຊັສ ບໍ່ລະ?

ໜຸ່ມນາຍື່ນໃບອະນຸຍາດຣັຖ ແຄນຊັສ ໃຫ້ໂດຍດີ. ຕຳຣວດກວດເບິ່ງແລ້ວ ເອກະສານຖືກຕ້ອງ ເອົາຜິດເຂົາບໍ່ໄດ້. ມືຄ້ວາເອົານົກເປັດຈາກຫລັງລົດຂຶ້ນມາອີກໂຕນຶ່ງ ດົມກົ້ນມັນ ແລ້ວບອກວ່າ:


ຕຳຣວດ: ນົກໂຕນີ້ບໍ່ແມ່ນນົກ ແຄນຊັສ - ມັນແມ່ນນົກ ອາແຄນຊໍ. ໂຕມີໃບອະນຸຍາດລ່າສັດຣັຖ

ອາແຄນຊໍ ບໍ່ລະ?

ໜຸ່ມນາຍື່ນໃບອະນຸຍາດຣັຖ ອາແຄນຊໍ ໃຫ້ຕາມເຄີຍ. ຕຳຣວດກວດເບິ່ງແລ້ວ ເອກະສານຖືກຕ້ອງ ເອົາຜິດເຂົາ ບໍ່ໄດ້. ມືຄ້ວາເອົານົກເປັດໂຕທີສາມຂຶ້ນມາ ດົມກົ້ນມັນ ແລ້ວບອກວ່າ:


ຕຳຣວດ: ນົກໂຕນີ້ບໍ່ແມ່ນນົກ ອາແຄນຊໍ - ມັນແມ່ນນົກ ເຊົາທ໌ ແຄໂຣລາຍນາ. ໂຕມີໃບອະນຸຍາດລ່າສັດຣັຖ

ເຊົາທ໌ ແຄໂຣລາຍນາ ບໍ່ລະ?

ໜຸ່ມນາຍື່ນໃບອະນຸຍາດຣັຖ ເຊົາທ໌ ແຄໂຣລາຍນາ ໃຫ້ຕາມເຄີຍ. ຕຳຣວດກວດເບິ່ງແລ້ວ ເອກະສານຖືກຕ້ອງ ເອົາຜິດເຂົາບໍ່ໄດ້. ໃຈຮ້າຍລະໄດ໋ບາດນີ້ ເຫລືອໃຈເອົາຜິດເຂົາບໍ່ໄດ້ ໜ້າແດງ ຫູແດງ ຮ້ອງໃສ່ໜຸ່ມນາ:


ຕຳຣວດ: ເຮີ້ຍ…ໂຕມາຈາກໃສກັນແທ້ ວະ?


ໜຸ່ມນາເຮັດໜ້າໂຈ່ໂລ່ ປິ່ນຫລັງໃຫ້ ດຶງສົ້ງລົງແລ້ວກອງກົ້ນຂຶ້ນ.

ໜຸ່ມນາ: ເອົ້າ…ອາດຍາຜູ້ຊ່ຽວຊານ…ດົມເບິ່ງດຸ໋..ແລ້ວບອກແດ່!
(ຈົບ)

Delicious Digg Fark Twitter