ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 14, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

 

ຄົນຮຸ່ນໃໝ່ອາດຈະໄດ້ຍິນນິທານຊຽງໝ້ຽງ…ແຕ່ວ່າກ່ອນໜ້າຊິໄດ້ເອີ້ນຊຽງໝ້ຽງນັ້ນ
ກໍຍ້ອນວ່າ ຈົວນ້ອຍໄປພະນັນກັນກັບພວກພໍ່ຄ່າໝ້ຽງ. ຈົວນ້ອຍແພ້ຈຶ່ງໄດ້ໝ້ຽງ
ເປັນຜົນຕອບແທນ…ຈົວນ້ອຍໃຊ້ພຽງຄຳສັບ "ຂ້າມນ້ຳ" ເພື່ອເອົາຊະນະຄູ່ພະນັນ
ພາຍຫລັງສິກຈຶ່ງໄດ້ຊື່ວ່າຊຽງໝ້ຽງ… (ຄັດຈາກປຶ້ມນິທານຊຽງໝ້ຽງ)

ແຕ່ນັ້ນ ຍັງມີໄທຄັງໝ້ຽງ……………..ມາຖວາຍພຣະບາດ
ເຂົາກໍມາພົບພໍ້……………………….ຈົວນ້ອຍເລົ່າຖາມ
ອັນວ່າ ນະທີນ້ຳ……………………..ວັງເວີນເປັນຫາດ
ຈັກວ່າ ເລິກແລະຕື້ນ……………..…ສັນໃດແທ້ບ່າວຈົວ
ແຕ່ນັ້ນ ຈົວກໍຖາມຕອບຖ້ອຍ…………ຄຳຂືນແໜະບອກ (ປັດຈຸບັນນີ້ໃຊ້ເປັນ ແນະ)
ອັນວ່າ ເລິກແລະຕື້ນ………………..ສູກໍຮູ້ຊູ່ອັນ ແລ້ວເດ

ແຕ່ນັ້ນ ເຂົາກໍເລົ່າຍັງດົນຕ້ານ………..ດອມຈົວຖາມສືບ ໄປນັ້ນ
ຕູຂ້ອຍ ຍັງຊິໂຕນຂ້າມນ້ຳ……………ໄປໄດ້ດັ່ງລື ນັ້ນເດ (ຕູຂ້ອຍ ຄຳສັບທີ່ຄົນສ່ວນຫລາຍເຊົາໃຊ້)
ແຕ່ນັ້ນ ຈົວຕອບຖ້ອຍ……………….ຂານໝູ່ໄທຄັງ
ມິໄຊ່ ອາການສູ………………………ຊິຂ້າມມາເຖິງພີ້
ໃຜຫ່ອນ ເອົາຕົວຂ້າມ………………..ນະທີຫລວງມາຮອດ ເຮົາພີ້
ຢຽວວ່າ ອິນຢູ່ຟ້າ……………………..ລົງອູ້ມຊ່ອຍຊູ ບໍ່ຮູ້

ແຕ່ນັ້ນ ໄທຄັງຕ້ານ………………….ດອມຈົວຊ້ຳກ່າວ
ຜິວ່າ ຕູຫາກຍັງຂ້າມໄດ້……………..ຈົວເຈົ້າຊິໃຫ້ສັງ ນັ້ນເດ
ເມື່ອນັ້ນ ຈົວຕອບຖ້ອຍ………….……ຂານບອກໄທຄັງ
ເຮົາຈັກ ວາງຈີວອນທັງສະບົງ………..ໃຫ້ສູຈິງແທ້
ກັບທັງ ຜ້າສະງຽບພ້ອມ……………...ທັງໝູ່ກາຍພັນ (ກາຍພັນ ຜ້າມັດແອວ - ຄຳປາລີ ກາຍພັນທິນັງ)
ເຮົາບໍ່ ກິນແໜງສັງ…………………..ຊິມອບເວນວາງໃຫ້
ຄັນວ່າ ສູຫາກຂ້າມບໍ່ໄດ້……………..ສູເລົ່າຊິເສັຽສັງ ນັ້ນເດ

ແຕ່ນັ້ນ ໄທຄັງຂານ………………….ວ່າຊິເສັຽຍັງໝ້ຽງ
ຕູຈັກ ເອົາຍັງໝ້ຽງ………………….ວາງໄປມວນມອບ ຈົວແລ້ວ
ຕູຫາກ ພັນບໍ່ແພ້……………………ຊິຍອມໃຫ້ຊູ່ຄົນ ແທ້ດາຍ
ແຕ່ນັ້ນ ຈົວກ່າວຕ້ານ……………….ຫ້າມຢ່າພັນກັນ ເທາະນາ (ພັນກັນ ຫຍໍ້ມາຈາກ ພະນັນກັນ)
ມັນຈັກເສັຽຂອງສູ………………...….ໝ້ຽງຄັງພະຍາເຈົ້າ

ແຕ່ນັ້ນ ເຂົາກໍເລົ່າດົນຄຳຫ້າມ……..ແຂງຄວາມບໍ່ຄຶດຊອດ
ເຂົາກໍ ວ່າເຂົາຊິຂ້າມໄດ້…………..ກໍເລີຍທ້າວ່າເອົາ ເທາະນາ
ເມື່ອນັ້ນ ເຂົາກໍເອົາຍັງໝ້ຽງ……….ລອຍໄປຍັງທ່ອງ
ສຽງໂຫ່ຮ້ອງ……………………...ຫົວຈື້ນຊູ່ຄົນ
ເຂົາກໍ ສົນໆຂ້າມ……………..…..ຊົລທີລອຍຢັ່ງ ໄປແລ້ວ
ຄັນວ່າ ຮອດຝັ່ງແລ້ວ………….….ຈາຕ້ານຕໍ່ຈົວ

ເຈົ້າຈົ່ງ ເອົາຍັງຜ້າ……………….ຈີວະຣັງໝົດຄູ່ ຜືນນັ້ນ
ມາມອບໃຫ້…………………….…ຕູຖ້ອນຊິນຸ່ງທົງ ທ່ານເຮີຍ (ຖ້ອນ-ທ້ອນ ມີຄວາມໝາຍຕ່າງກັນ)
ບັດນີ້ ຕູຫາກມາພັນແພ້…………..ລອຍນັດທີມາຮອດ (ນັດທີ ຄືກັບຄຳສັບ ນະທີ)
ຈົວທ່ານ ຢ່າໄດ້ໂຈະຢູ່ຊ້າ…………ເປືອງແກ້ອອກມາ ເທາະແມ
ຊາດທີ່ ເປັນຈົວນີ້…………………ຖືສິນບໍ່ຫ່ອນລ່າຍ ຈົວເອີຍ
ບໍ່ຫ່ອນ ຕົວະລ່າຍຫລິ້ນ……….….ຫລາຍລີ້ນແງ່ງອນ
ຄັນວ່າ ເສັຽສັດຈະນີ້………………ສິນຈົວຊິບໍ່ແກ່ນ ຄີງແລ້ວ
ມັນຈັກ ຕົກຕ່ຳໃຕ້…………………ສະເດັນກິ້ງຈາກຕົນ ແທ້ດາຍ
ເໝືອນດັ່ງ ເມັດງາຕັ້ງ……………..ປາຍເຫລັກຈານຈັບຢູ່ ນັ້ນແລ້ວ (ເຫລັກຈານ-ປາກກາຂອງນັກຂຽນໃບລານ)
ຄັນວ່າ ລົມພັດຍູ້…………………..ປີວເປື້ອງຫລົ່ນເສັຽ ດອກນາ

ແຕ່ນັ້ນ ຈົວຈິ່ງຕ້ານກ່າວຖ້ອຍ……..ຂານຕອບໄທຄັງ
ສູຫາກ ເອົາກັນລອຍ……………..ລ່ອງມາດາຍດູ້
ລາງພ່ອງ ດຳລົງພື້ນ……………..ລາງຄົນຢືນຍ່າງ ມາດາຍ
ຕັ້ງບໍ່ ເຫັນສູຂ້າມນ້ຳ……………..ມາແທ້ເມື່ອໃດ
ແຂງວ່າ ສູຫາກຍໍຂາຂ້າມ………..ນັດທີຫລວງຮອດຝັ່ງ ພາຍພີ້
ກູຈັກ ຍໍມອບມ້ວນ..…………..….ວາງໃຫ້ແກ່ສູ ແທ້ດາຍ

ຈົວກໍເລີຍແພ້ເພາະພວກພໍ່ຄ້າໝ້ຽງພາກັນ ລອຍ, ດຳ, ຍ່າງ ຂ້າມນ້ຳມາ ບໍ່ໄດ້ຍໍຂາຂ້າມມາ…

Delicious Digg Fark Twitter