ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ສ້າງເມື່ອ ກ.ຍ.. 17, 2011 27 ຄົນໂຫວດ, 0 ຄຳເຫັນ, ອ່ານ 892 ເທື່ອ
ຫາກເປັນທ່ານໆຈະເລຶອກເອົາຂໍ້ໃດ?ເພື່ອແຕ່ງ ສົມມຸດວ່າມີ2ສອງສາວໃຫ້ທ່ານເລຶອກເພື່ອຈະແຕ່ງງານ 1/ສາວສາວນີ້ງາມແລະເຊັກຊີ້ 2/ສາວຜູ້ນີ້ບໍ່ງາມແຕ່ກໍ່ບໍ່ເຖິງກັບວາຂີ້ຮ້າຍໂພດ ແຕ່ສາວນີ້ມີຄວາມຫນ້າຮັກ ທ່ານຈະເລືອກຂໍ້1ຫລືຂໍ້ທີ2 ກະຣຸນາອອກຄວາມເຫັນແນ່ອິອິອິ

 
ສ້າງເມື່ອ ກ.ຍ.. 11, 2011 19 ຄົນໂຫວດ, 0 ຄຳເຫັນ, ອ່ານ 927 ເທື່ອ
ທ່ານຄິດຈັງໃດກັບຄຳວ່າ "ເກມ"?

 
ສ້າງເມື່ອ ມ.ນ.. 9, 2011 24 ຄົນໂຫວດ, 0 ຄຳເຫັນ, ອ່ານ 1013 ເທື່ອ
ເພືອນໆ ຄິດແນວໃດກັບຄຳວ່າ ຮັກຄຶຄວາມເສຍໃຈ

 
ສ້າງເມື່ອ ມ.ນ.. 7, 2011 20 ຄົນໂຫວດ, 0 ຄຳເຫັນ, ອ່ານ 882 ເທື່ອ
ຄວາມຮັກຂອງເພືອນໆທີ່ຢູ່ພັນລາວນີ້ຍັງຕ້ອງການເວລາຢູ່ບໍ່..??????????

 
ສ້າງເມື່ອ ມ.ນ.. 7, 2011 21 ຄົນໂຫວດ, 0 ຄຳເຫັນ, ອ່ານ 986 ເທື່ອ
ເພືອນໆຄິດແບບໃດກັບການຢູ່ກ່ອນແຕ່ງ...???

 
ສ້າງເມື່ອ ກ.ພ.. 22, 2011 15 ຄົນໂຫວດ, 0 ຄຳເຫັນ, ອ່ານ 525 ເທື່ອ
ເພືອນໆຄິດວ່າ ນິຍາມຄວາມຮັກໃນແງ່ມຸມທາງເຄມີ ແມ່ນຫຍັງ....???

 
ສ້າງເມື່ອ ກ.ພ.. 22, 2011 11 ຄົນໂຫວດ, 0 ຄຳເຫັນ, ອ່ານ 523 ເທື່ອ
ເພືອນໆເຄິຍຄິດບໍ່ວ່ານິຍາມຄວາມຮັກໃນແງ່ມຸມຂອງວິດທະຍາສາດແມ່ນແງ່ມຸມແນວໃດ.....???

 
ສ້າງເມື່ອ ກ.ພ.. 22, 2011 9 ຄົນໂຫວດ, 0 ຄຳເຫັນ, ອ່ານ 600 ເທື່ອ
“ ຄວາມຮັກ” ນັ້ນເປັນສິ່ງຍິ່ງໃຫຍ່ແລະສໍາຄັນທ່ີສຸດ ມີຄວາມໝາຍກວ້າງຂວາງທີ່ສຸດປະຈໍາໂລກ ນີ້ ເກີນກວ່າຈະບັນຍາຍ ເພາະມັນມີຫຼາຍປະເພດຫຼາຍລະດັບ ຄອບຄອງຢູ່ໃນຈິດວິນຍານຂອງຄົນແລະສັດ ທັງຫຼາຍ, ແຕ່ກໍມີຄວາມແຕກຕ່າງກັນຕາມປະເພດຕາມອານການເຊັ່ນ ເພາະມີອາຣົມກ່ຽວຂ້ອງດ້ວຍຄວາມ ສະເໜ່ຫາ, ກ່ຽວຂ້ອງດ້ວຍຄວາມເຫັນອົກເຫັນໃຈ, ກ່ຽວຂ້ອງດ້ວຍຄວາມນິຍົມຊົມຊອບ, ກ່ຽວຂ້ອງດ້ວຍ ຄວາມເມດຕາແລະຫ່ວງໃຍດັ່ງນີ້ເປັນຕົ້ນ, ເຊິ່ງຈໍາແນກໂດຍລວມໃຫ້ເຫັນໄດ້ຕາມອາການທີ່ປະກົດອອກ ມາເປັນຮູບແບບຕ່າງໆຕັ້ງແຕ່ລະດັບຄວາມຮັກຄວາມຜູກພັນທີ່ສູງສົ່ງອັນເປັນຕົວແທນຂອງຄຸນນະທັມເຊິ່ງ ຖືວ່າປະເສີດ ແລະຄວາມຮັກຄວາມຜູກພັນທີ່ທໍາໃຫ້ຫຼົງໄຫຼຂາດສະຕິແລະອອ່ນແອ ໂດຍລວມແລ້ວມີດັ່ງນີ້:

 
ສ້າງເມື່ອ ກ.ພ.. 16, 2011 22 ຄົນໂຫວດ, 0 ຄຳເຫັນ, ອ່ານ 875 ເທື່ອ
ສີ່ງຕໍ່ໄປນີ້, ເປັນຄວາມເຊື້ອທີ່ບໍ່ບັງໃຫ້ເຊື້ອ ແຕ່ເຊື້ອໄວ້ແດ່ກໍ່ບໍ່ເສຍຫາຍ... ຕົວຢ່າງ: ທີ່ບອກວ່າ ເຊື້ອໄວ້ແດ່ກໍເປັນການດີ ດັ່ງຄຳທີ່ວ່າ:"ບໍ່ເຊື້ອຢ່າລົບລູ່ " ເພາະວ່າມີຫຼາຍຄົນທີ່ເຊື້ອວ່າ ສິ່ງທີ່ບໍ່ຄວນຊື້ໃຫ້ແຟນຢ່າງເດັດຂາດນັ້ນກໍ່ຄຶ "ນ້ຳຫອມ " ເພາະຄວາມຮັກຂອງທ່ານອາດຈະຈຶດຈາງຄຶກັບກິນນ້ຳຫອມທີ່ຈາງໄປກັບການເວລາ... ດັ່ງນັ້ນຂ້ອຍເອງຈຶ່ງໄດ້ສ້າງແບບສຳຫຼວດນີ້ຂີ້ນມາວ່າມີອັນໃດແດ່ທີ່ບໍ່ຄວນຊື້ໃຫ້ຄົນທີ່ເຮົາຮັກ....

 
ສ້າງເມື່ອ ກ.ພ.. 8, 2011 29 ຄົນໂຫວດ, 0 ຄຳເຫັນ, ອ່ານ 441 ເທື່ອ
ເພືອນໆຄິດແບບໃດກັບການຢູ່ກ່ອນແຕ່ງ...???

 
ສ້າງເມື່ອ ກ.ພ.. 7, 2011 21 ຄົນໂຫວດ, 0 ຄຳເຫັນ, ອ່ານ 423 ເທື່ອ
ໃນວັນແຫ່ງຄວາມຮັກ (14ກຸມພາ) ນີ້ເຈົ້າຢາກບອກຫຍັງ... ? ນຳຄົນທີ່ເຈົ້າຮັກ....

 
ສ້າງເມື່ອ ກ.ພ.. 6, 2011 18 ຄົນໂຫວດ, 0 ຄຳເຫັນ, ອ່ານ 362 ເທື່ອ
ມີ​ຜົວ​ເມຍ​ຄູ່​ ໜື່ງອາ​​ໄສ​ຢູ່​ບ້ານ​ຫລັງ​ໜື່ງ ທຸກໆ​ເຊົ້າຜູ້​ເປັນ​ເມຍ​ຈະ​ລັກ​ເບິ່ງ​ເພື່ອນ​ບ້ານ ຈາກ​ປະຕູ ປ່ອງຢ້ຽມ​ຊັ້ນ​ເທິງ ​ແລ້ວ​ແລ່ນມາລາ​ຍງານ​ຜູ້​ເປັນ​ຜົວ​​ຟັງ “ ​ເພື່ອນບ້ານ​ເຮົາ​ນີ້​ຊັກ​ຜ້າ​ບໍ່​ມັກ​ສະອາດ​ເລີຍ ບໍ່​ຮຽນ​ວ່າ​ເຂົາ​ຊັກ​ແບບ​ໃດ ” ຜູ້​ເປັນ​ຜົວ​ຕອບ​ວ່າ “ ຢ່າ​ໄປ​ສົນ​ໃຈ​ຄົນ​ອື່ນ​ເຂົາ​ເລີຍ​ “ ​ເຮົາ​ຊັກ​ເຄື່ອງ​ຂອງ​ເຮົາ​ໃຫ້​ສະອາດ​ແລ້ວ​ກັນ “ ​ແຕ່​ຜູ້​ເປັນ​ເມຍ​ກໍ່​ຍັງ​ລັກ​ເບິ່ງ​ເພື່ອນ​ບ້ານ​ຢູ່​ທຸກ​ເຂົ້າ ​ແລ້ວ​ກໍ່​ແລ່ນ​ມາລາ​ຍງານ​ຜູ້​ເປັນ​ຜົວ​ທຸກ​ເຊົ້າ “ ​ເສື້ອ​ຜ້າ​ຂອງ​ເຂົາ​ສົກກະປົກ​ອີກ​ແລ້ວ “.. ຕໍ່ ​ມາ​ວັນ​ໜື່ງ ​ແລ່ນ​ລົງ​ມາລາ​ຍງານ​ຜູ້​ເປັນ​ຜົວ ດ້ວຍຄວາມ​ແປ​ກປະຫລາດ​ໃຈ “ ບໍ່​ເຂົ້າ​ໃຈ​ແທ້ໆ​ວ່າ ວັນ​ນີ້​ເກີດ​ຫຍັງ​ຂື້ນ​ເສື້ອ​ຜ້າ​ຂອງ​ເພື່ອນ​ບ້ານ​ຂາວ​ສະອາດ ຢາກ​ຈະ​ຮຸ້ວ່າ ​ເຂົາປ່ຽນ​ວິ ທີ​ຊັກ​ເຄື່ອງ​ແບບ​ໃດ​ ຫລື ​ເຮັດ​ແນວ​ໃດ...” ສາມີ​ຫົວຂວັນ ​ແລະ ກ່າວ​ວ່າ “ ນີ່...ຂ້ອຍ​ລຳ​ຄານ ​ເຈົ້າ​ເອົາ​ແທ້​​ເອົາ​ວ່າ ມື້​ເຊົ້າຂ້ອຍ​ຕື່ນ​ແຕ່​ເຊົ້າ ​ແລະ ​ໄປ​ເຊັດ​ແກ້ວ​ປະຕູ​ປ່ອງຢ້ຽມ​ໃຫ້​ສະອາດ....... ກ່​ອນໜ້າ​ນີ້​ກະ​ແກ້ວ​ມັນ​ສົກກະປົກ ​ເຈົ້າຈີ່​ງ​ເບີ່​ງອອກ​ໄປ​ກໍ່​ເຫັນ​ແຕ່​ຄວາມ​ສົກກະປົກ... ມະນຸດ ​ເຮົາມັກ​ເບີ່​ງຄົນ​ອື່ນ ​ໂດຍ​ຜ່ານ​ຈິດ​ໃຈ​ຂອງ​ເຮົາອອກ​ໄປ ​ເມື່ອ​ຈິດ​ໃຈ​ຂອງ​ເຮົາ​ສະອາດ​ ​ເຮົາ​ກໍ່​ຈະ​ເຫັນ​ຄວາມ​ງາມ​ຮອບ​ໆຕົວ ​ແຕ່​ຖ້າ​ຈິດ​ໃຈ​ຂອງ​ເຮົາ​ສົກກະປົກ ​ເຮົາ​ກໍ່​ຈະ​ເຫັນ ​ແຕ່​ສີ່​ງສົກກະປົກຢູ່​ຮອບ​ຕົວ ການ​ທີ່​ເຮົາ​ເຫັນ​ແຕ່​ສີ່​ງ​ເລວ​ຮ້າຍຮອບໆ​ຕົວ​ເຮົາ ​ເຮົາ​ຕ້ອງ​ເຂົ້າ​ໃຈ​ວ່າ​ແທ້​ຈິງ​ແລ້ວ...ສີ່​ງທີ່​ເຮົາ​ເຫັນ ມັນ​ເກີດ​ຂື້ນ​ໃນ​ຈິດ​ໃຈ​ຂອງ​ເຮົາ ​ແລະ ​ເຮົາ​ຕ້ອງ​ຫາ​ທາງ​ຝຶກ​ຈິດ ​ໃຈ​ໃຫ້​ສະອາດ​ບໍລິສຸດ ຖ້າ​ເຮົາ​ເຫັນ​ແຕ່​ສີ່​ງທີ່​ເລວ​ຮ້າຍ​ຈິດ​ໃຈ​ກໍ່​ບໍ​ສະຫງົບ ​ເຮົາ​ກໍ່​ຈະ​ກຸ້ມ​ອົກ​ກຸ້ມ​ໃຈ ມີ​ຄວາມທຸກ ​ແຕ່ຖ້າ​ເຮົາ​ຮຽນ​ເບີ່ງ​ໃນ​ແງ່​ດີ ​ເຮົາ​ກໍ່​ຈະ​ຄິດ​ໃນ​ສີ່​ງທີ່​ດີ ຈິດ​ກໍ່​ຈະ​ເບີກບານ ​ແລະ ມີ​ຄວາມສຸກ...

 
ສ້າງເມື່ອ ກ.ພ.. 6, 2011 13 ຄົນໂຫວດ, 0 ຄຳເຫັນ, ອ່ານ 403 ເທື່ອ
ເມື່ອ​ໃດ​ກໍ່ຕາມ ​ທີ່​ເຮົາ​ເຮັດ​ຫຍັງ​ລົງ​ໄປ​​ໂດຍ​ໃຊ້​ແຕ່​ອາລົມ ສິ່ງ​ນັ້ນມັນ​ຈະ​ເກີດ​ເປັນ​ຮອຍ​ແຜ່​ ​ເໜືອ​ນກັບ​ການ​ເອົາ​ມີດ​ທີ່​ແຫລ​ມຄົມ​ໄປ​ແຖງ​ໃຜ​ຈັກຄົນ ຕໍ່​ໃຫ້​ເວົ້າຄຳວ່າ​ຂໍ​ໂທດ​ຫລາຍໆ ​ເທື່ອ ກໍ່​ບໍ່​ອາດ​ລົບ​ຄວາມ​ເຈັບ​ປວດ ບໍ່​ອາດ​ລົບ​ຮອຍ​ແຜ່​ທີ່​ເກີດ​ຂື້ນ​ກັບ​ເຂົາ​ຄົນ​ນັ້ນ​ໄດ້ ​ເປັນ​ແນວ​ໃດ​ກໍ່​ເປັນ​ແນວ​ນັ້ນ. ກັບຄົນ ​ທີ່​ເຮົາຮັກ ​ແລະ ທີ່​ຮັກ​ເຮົານັ້ນປຽບ​ເໝືອນ ​ເພັດ​ນິນຈິນດາ​ອັນ​ມີຄ່າ ​ທີ່​ຫາ​ຢາກ ເປັນ​ຄົນ​ທີ່​ເຮັດ​ໃຫ້​ເຮົາ​ຍີ້ມ, ​ເປັນ​ຄົນ​ທີ່​ຄອຍ​ໃຫ້​ກຳລັງ​ໃຈ, ຍິນ​ດີ​ເມື່ອ​ເຮົາ​ພົບ​ກັບ​ຄວາມ​ສຳ​ເລັດ, ​ເປັນ​ຄົນ​ທີ່​ເຄີຍ​ຮ່ວມ​ທຸກ​ຮ່ວມ​ສຸກ​ກັບ​ເຮົາ ​ແລະ ຈິງ​ໃຈ​ກັບ​ເຮົາ​ສະ​ເໝີ....ສະ​ແດງ​ໃຫ້​ເຂົາ​ເຫັນ​ວ່າ ​ເຮົາ​ຫ່ວງ​​ໃຍ​ເຂົາ​ຫລາຍ​ພຽງ​ໃດ ​ແລະ ລະວັງ​ສີ່​ງ​ເຮົາ​ເຮັດ​ໄປ ບໍ່​ວ່າ​ຈະ​ເປັນ​ຄຳ​​ເວົ້າ ຫລື ກາ​ນ ກະທຳ ​ແລະ ຈົ່ງ​ຈື່​ໄວ້​ສະ​​ເໝີ....< ສະ​ແດງ​ໃຫ້​ເຂົາ​ເຫັນ​ວ່າ ​ເຮົາ​ຫ່ວງ​​ໃຍ​ເຂົາ​ຫລາຍ​ພຽງ​ໃດ ​ແລະ ລະວັງ​ສີ່​ງ​ເຮົາ​ເຮັດ​ໄປ ບໍ່​ວ່າ​ຈະ​ເປັນ​ຄຳ​​ເວົ້າ ຫລື ກາ​ນກະທຳ > ​ແລະ ​ໃຫ້​ຈື່​ໄວ້​ສະ​ເໝີ​ວ່າ ຄຳ​ຂໍ​ໂທດ ບໍ່​ວ່າ​ເຂົາຈະ​ຍົກ​ໂທດ​ໃຫ້​ເຮົາ ຫລື ບໍ່​ກໍຕາມ ​ແຕ່​ສີ່​ງທີ່​ມັນ​ເກີດ​ຂື້ນ​ແລ້ວ ຄື ຮອຍຣ້າວທີ່​ເຂົາ​ມີມັນ​ບໍ່​ອາດ​ລືມ​ໄດ້......ຕະຫລອດ​ໄປ.

 
ສ້າງເມື່ອ ກ.ພ.. 5, 2011 16 ຄົນໂຫວດ, 0 ຄຳເຫັນ, ອ່ານ 470 ເທື່ອ
ໂດຍທົ່ວໄປແລ້ວນິໄສຂອງຄົນກຸ໋ບເລືອດ O ( ໂອ ) ກໍ່ຄ້າຍຄືກັບນິໄສຂອງຄົນທົ່ວໄປຄື: ມີຄວາມຮອບຄອບ, ຕັດສິນໃຈດ້ວຍເຫດຜົນ , ເຊື່ອ,ມັນສະໝອງຫຼາຍກ່າວຫົວໃຈ , ບໍ່ເປັນຄົນເພີ້ຝັນ ແລະ ຂ້ອນຂ້າງໄປທາງວັດຖຸນິຍົມເລັກນ້ອຍ. ດັ່ງນັ້ນ ຄົນທີ່ມີກຸ໋ບເລືອດ O ( ໂອ ) ຈື່ງມີວຽກເຮັດເປັນຫຼັກ,ເປັນຖານ ແຖມໜ້າທີ່ການງານຍັງດີເປັນພິເສດອີກດ້ວຍເຊັ່ນ: ເປັນທະນາຍຄວາມ, ເປັນຜູ້ກວດສອບບັນຊີ ຫຼື ອັນໃດກໍ່ໄດ້ທີ່ມີຄວາມໝັ່ນຄົງ. ໂດຍປົກກະຕິແລ້ວ ຄົນກຸ໋ບເລືອດ O ( ໂອ ) ບໍ່ຄ່ອຍຈະມີຈິນຕະນາການປານໃດ ຄວາມຄິດ,ຄວາມອ່ານ ຕະຫຼອດເຖິງການກະທຳຂອງພວກເຂົາຈະຕັ້ງຢູ່ບົນຮາກຖານຂອງຄວາມຈິງສະເໝີ ຄືຖ້າຕາບໍ່ໄດ້ເຫັນ, ມືບໍ່ໄດ້ຈັບ ກໍ່ຢ່າຫວັງວ່າເຂົາຈະຍອມເຊື່ອ ດ້ວຍເຫດນີ້ແລ້ວພວກເຂົາຈື່ງສາມາດສ້າງຄອບຄົວໄດ້ເປັນປືກແຜ່ນແໜ້ນໜາ ເຖິງວ່າພວກເຂົາຈະເປັນຄົນເຂັ້ມນິດໆ ແຕ່ຄົນກຸ໋ບເລືອດ O ( ໂອ ) ກໍ່ຍັງມີຈິດໃຈໂອບເອື້ອ,ອາລີ , ຮັກເພື່ອນ, ເປັນຜູ້ບັງຄັບບັນຊາທີ່ດີ ເປັນກຳລັງສຳຄັນຂອງໜ່ວຍງານ ແລະ ເປັນທີ່ຮັກໃຄ່ຂອງເຈົ້ານາຍ ສ່ວນຜູ້ຍິງທີ່ມີກຸ໋ບເລືອດ O ( ໂອ ) ກໍ່ເປັນຄົນທີ່ຈິງຈັງ ຕໍ່ຊີວິດແລະຄວາມຮັກ ຍິນດີຕໍ່ການໄດ້ເປັນພັນລະຍາແລະແມ່ເພາະເຂົາມີຄວາມຄິດທີ່ຈະອຸທິດຮ່າງກາຍແລະວິນຍານເພື່ອຄົນທີ່ເຂົາຮັກຢູ່ແລ້ວ ເມື່ອອ່ານມາຮອດນີ້ແລ້ວກໍ່ຢ່າເຂົ້າໃຈຜິດວ່າຜູ້ຍິງກຸ໋ບເລືອດ O ( ໂອ ) ຈະໃຈງ່າຍ ຍອມມອບກາຍໃຫ້ໃຜເຊີຍຊົມງ່າຍໆ ກົງກັນຂ້າມ ເຂົາເປັນຄົນ ຮັກນວນສະຫງວນຕົວ ແຕ່ຖ້າຊາຍທີ່ມາຮັກກັບເຂົານັ້ນມີຄວາມເຂົ້າໃຈ ແລະ ຊຳນານພໍ ເຂົາກໍ່ຈະເປັນຄົນທີ່ໂຊກດີ ທີ່ໄດ້ຍິງທີ່ມີຄວາມຮັກ,ຄວາມຈິງໃຈ ຢ່າງຜູ້ຍິງຄົນນີ້ເປັນຄູ່ຄອງ. ໝາຍເຫດ: ຖ້າບຸກຄົນໃດ ຢາກໃຫ້ຜູ້ຂຽນບົດນີ້ ຂຽນການບອກນິໄສຂອງກຸ໋ບເລືອດໝວດຕ່າງໆ ກໍ່ຂຽນມາບອກກໍ່ແລ້ວກັນ ພ້ອມຈະຂຽນໃຫ້ທຸກໆຄົນໄດ້ອ່ານໝວດເລືອດຂອງຕົນເອງ