ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ບອກນິໄສຈາກກຸ໋ບເລືອດ O ( ໂອ )
ສ້າງເມື່ອ ກ.ພ.. 5, 2011 16 ຄົນໂຫວດ, 15 ຄຳເຫັນ, ອ່ານ 469 ເທື່ອ
ໂດຍທົ່ວໄປແລ້ວນິໄສຂອງຄົນກຸ໋ບເລືອດ O ( ໂອ ) ກໍ່ຄ້າຍຄືກັບນິໄສຂອງຄົນທົ່ວໄປຄື: ມີຄວາມຮອບຄອບ, ຕັດສິນໃຈດ້ວຍເຫດຜົນ , ເຊື່ອ,ມັນສະໝອງຫຼາຍກ່າວຫົວໃຈ , ບໍ່ເປັນຄົນເພີ້ຝັນ ແລະ ຂ້ອນຂ້າງໄປທາງວັດຖຸນິຍົມເລັກນ້ອຍ. ດັ່ງນັ້ນ ຄົນທີ່ມີກຸ໋ບເລືອດ O ( ໂອ ) ຈື່ງມີວຽກເຮັດເປັນຫຼັກ,ເປັນຖານ ແຖມໜ້າທີ່ການງານຍັງດີເປັນພິເສດອີກດ້ວຍເຊັ່ນ: ເປັນທະນາຍຄວາມ, ເປັນຜູ້ກວດສອບບັນຊີ ຫຼື ອັນໃດກໍ່ໄດ້ທີ່ມີຄວາມໝັ່ນຄົງ.

ໂດຍປົກກະຕິແລ້ວ ຄົນກຸ໋ບເລືອດ O ( ໂອ ) ບໍ່ຄ່ອຍຈະມີຈິນຕະນາການປານໃດ ຄວາມຄິດ,ຄວາມອ່ານ ຕະຫຼອດເຖິງການກະທຳຂອງພວກເຂົາຈະຕັ້ງຢູ່ບົນຮາກຖານຂອງຄວາມຈິງສະເໝີ ຄືຖ້າຕາບໍ່ໄດ້ເຫັນ, ມືບໍ່ໄດ້ຈັບ ກໍ່ຢ່າຫວັງວ່າເຂົາຈະຍອມເຊື່ອ

ດ້ວຍເຫດນີ້ແລ້ວພວກເຂົາຈື່ງສາມາດສ້າງຄອບຄົວໄດ້ເປັນປືກແຜ່ນແໜ້ນໜາ

ເຖິງວ່າພວກເຂົາຈະເປັນຄົນເຂັ້ມນິດໆ ແຕ່ຄົນກຸ໋ບເລືອດ O ( ໂອ ) ກໍ່ຍັງມີຈິດໃຈໂອບເອື້ອ,ອາລີ , ຮັກເພື່ອນ, ເປັນຜູ້ບັງຄັບບັນຊາທີ່ດີ

ເປັນກຳລັງສຳຄັນຂອງໜ່ວຍງານ ແລະ ເປັນທີ່ຮັກໃຄ່ຂອງເຈົ້ານາຍ

ສ່ວນຜູ້ຍິງທີ່ມີກຸ໋ບເລືອດ O ( ໂອ ) ກໍ່ເປັນຄົນທີ່ຈິງຈັງ ຕໍ່ຊີວິດແລະຄວາມຮັກ ຍິນດີຕໍ່ການໄດ້ເປັນພັນລະຍາແລະແມ່ເພາະເຂົາມີຄວາມຄິດທີ່ຈະອຸທິດຮ່າງກາຍແລະວິນຍານເພື່ອຄົນທີ່ເຂົາຮັກຢູ່ແລ້ວ

ເມື່ອອ່ານມາຮອດນີ້ແລ້ວກໍ່ຢ່າເຂົ້າໃຈຜິດວ່າຜູ້ຍິງກຸ໋ບເລືອດ O ( ໂອ ) ຈະໃຈງ່າຍ ຍອມມອບກາຍໃຫ້ໃຜເຊີຍຊົມງ່າຍໆ

ກົງກັນຂ້າມ ເຂົາເປັນຄົນ ຮັກນວນສະຫງວນຕົວ ແຕ່ຖ້າຊາຍທີ່ມາຮັກກັບເຂົານັ້ນມີຄວາມເຂົ້າໃຈ ແລະ ຊຳນານພໍ ເຂົາກໍ່ຈະເປັນຄົນທີ່ໂຊກດີ

ທີ່ໄດ້ຍິງທີ່ມີຄວາມຮັກ,ຄວາມຈິງໃຈ ຢ່າງຜູ້ຍິງຄົນນີ້ເປັນຄູ່ຄອງ.



ໝາຍເຫດ: ຖ້າບຸກຄົນໃດ ຢາກໃຫ້ຜູ້ຂຽນບົດນີ້ ຂຽນການບອກນິໄສຂອງກຸ໋ບເລືອດໝວດຕ່າງໆ ກໍ່ຂຽນມາບອກກໍ່ແລ້ວກັນ

ພ້ອມຈະຂຽນໃຫ້ທຸກໆຄົນໄດ້ອ່ານໝວດເລືອດຂອງຕົນເອງ