ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ການໃຊ້ແຕ່ອາລົມ
ສ້າງເມື່ອ ກ.ພ.. 6, 2011 13 ຄົນໂຫວດ, 16 ຄຳເຫັນ, ອ່ານ 403 ເທື່ອ
ເມື່ອ​ໃດ​ກໍ່ຕາມ ​ທີ່​ເຮົາ​ເຮັດ​ຫຍັງ​ລົງ​ໄປ​​ໂດຍ​ໃຊ້​ແຕ່​ອາລົມ ສິ່ງ​ນັ້ນມັນ​ຈະ​ເກີດ​ເປັນ​ຮອຍ​ແຜ່​ ​ເໜືອ​ນກັບ​ການ​ເອົາ​ມີດ​ທີ່​ແຫລ​ມຄົມ​ໄປ​ແຖງ​ໃຜ​ຈັກຄົນ ຕໍ່​ໃຫ້​ເວົ້າຄຳວ່າ​ຂໍ​ໂທດ​ຫລາຍໆ ​ເທື່ອ ກໍ່​ບໍ່​ອາດ​ລົບ​ຄວາມ​ເຈັບ​ປວດ ບໍ່​ອາດ​ລົບ​ຮອຍ​ແຜ່​ທີ່​ເກີດ​ຂື້ນ​ກັບ​ເຂົາ​ຄົນ​ນັ້ນ​ໄດ້ ​ເປັນ​ແນວ​ໃດ​ກໍ່​ເປັນ​ແນວ​ນັ້ນ.

ກັບຄົນ ​ທີ່​ເຮົາຮັກ ​ແລະ ທີ່​ຮັກ​ເຮົານັ້ນປຽບ​ເໝືອນ ​ເພັດ​ນິນຈິນດາ​ອັນ​ມີຄ່າ ​ທີ່​ຫາ​ຢາກ ເປັນ​ຄົນ​ທີ່​ເຮັດ​ໃຫ້​ເຮົາ​ຍີ້ມ, ​ເປັນ​ຄົນ​ທີ່​ຄອຍ​ໃຫ້​ກຳລັງ​ໃຈ, ຍິນ​ດີ​ເມື່ອ​ເຮົາ​ພົບ​ກັບ​ຄວາມ​ສຳ​ເລັດ, ​ເປັນ​ຄົນ​ທີ່​ເຄີຍ​ຮ່ວມ​ທຸກ​ຮ່ວມ​ສຸກ​ກັບ​ເຮົາ ​ແລະ ຈິງ​ໃຈ​ກັບ​ເຮົາ​ສະ​ເໝີ....ສະ​ແດງ​ໃຫ້​ເຂົາ​ເຫັນ​ວ່າ ​ເຮົາ​ຫ່ວງ​​ໃຍ​ເຂົາ​ຫລາຍ​ພຽງ​ໃດ ​ແລະ ລະວັງ​ສີ່​ງ​ເຮົາ​ເຮັດ​ໄປ ບໍ່​ວ່າ​ຈະ​ເປັນ​ຄຳ​​ເວົ້າ ຫລື ກາ​ນ ກະທຳ ​ແລະ ຈົ່ງ​ຈື່​ໄວ້​ສະ​​ເໝີ....< ສະ​ແດງ​ໃຫ້​ເຂົາ​ເຫັນ​ວ່າ ​ເຮົາ​ຫ່ວງ​​ໃຍ​ເຂົາ​ຫລາຍ​ພຽງ​ໃດ ​ແລະ ລະວັງ​ສີ່​ງ​ເຮົາ​ເຮັດ​ໄປ ບໍ່​ວ່າ​ຈະ​ເປັນ​ຄຳ​​ເວົ້າ ຫລື ກາ​ນກະທຳ > ​ແລະ ​ໃຫ້​ຈື່​ໄວ້​ສະ​ເໝີ​ວ່າ ຄຳ​ຂໍ​ໂທດ ບໍ່​ວ່າ​ເຂົາຈະ​ຍົກ​ໂທດ​ໃຫ້​ເຮົາ ຫລື ບໍ່​ກໍຕາມ ​ແຕ່​ສີ່​ງທີ່​ມັນ​ເກີດ​ຂື້ນ​ແລ້ວ ຄື ຮອຍຣ້າວທີ່​ເຂົາ​ມີມັນ​ບໍ່​ອາດ​ລືມ​ໄດ້......ຕະຫລອດ​ໄປ.