ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ນິຍາມຂອງຄວາມຮັກ
ສ້າງເມື່ອ ກ.ພ.. 22, 2011 9 ຄົນໂຫວດ, 4 ຄຳເຫັນ, ອ່ານ 600 ເທື່ອ
“ ຄວາມຮັກ” ນັ້ນເປັນສິ່ງຍິ່ງໃຫຍ່ແລະສໍາຄັນທ່ີສຸດ ມີຄວາມໝາຍກວ້າງຂວາງທີ່ສຸດປະຈໍາໂລກ

ນີ້ ເກີນກວ່າຈະບັນຍາຍ ເພາະມັນມີຫຼາຍປະເພດຫຼາຍລະດັບ ຄອບຄອງຢູ່ໃນຈິດວິນຍານຂອງຄົນແລະສັດ

ທັງຫຼາຍ, ແຕ່ກໍມີຄວາມແຕກຕ່າງກັນຕາມປະເພດຕາມອານການເຊັ່ນ ເພາະມີອາຣົມກ່ຽວຂ້ອງດ້ວຍຄວາມ

ສະເໜ່ຫາ, ກ່ຽວຂ້ອງດ້ວຍຄວາມເຫັນອົກເຫັນໃຈ, ກ່ຽວຂ້ອງດ້ວຍຄວາມນິຍົມຊົມຊອບ, ກ່ຽວຂ້ອງດ້ວຍ

ຄວາມເມດຕາແລະຫ່ວງໃຍດັ່ງນີ້ເປັນຕົ້ນ, ເຊິ່ງຈໍາແນກໂດຍລວມໃຫ້ເຫັນໄດ້ຕາມອາການທີ່ປະກົດອອກ

ມາເປັນຮູບແບບຕ່າງໆຕັ້ງແຕ່ລະດັບຄວາມຮັກຄວາມຜູກພັນທີ່ສູງສົ່ງອັນເປັນຕົວແທນຂອງຄຸນນະທັມເຊິ່ງ

ຖືວ່າປະເສີດ ແລະຄວາມຮັກຄວາມຜູກພັນທີ່ທໍາໃຫ້ຫຼົງໄຫຼຂາດສະຕິແລະອອ່ນແອ ໂດຍລວມແລ້ວມີດັ່ງນີ້: