ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 30, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

 

 

 

 

 

ລອງເອົາໄປໃຊ້ເບິ່ງເດີ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 20, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

Lytro ກ້ອງ​ຕົວ​ທຳ​ອິດ​ທີ່​ບັນ­ທຶກ​ພາບ ດ້ວຍ​ເຕັກ­ນິກ Light-field ເຊິ່ງເປີດ​ຕົວ​ເມື່ອ​ວານ​ນີ້​ໃນ

San Francisco ໂດຍ​ຈຸດ​ເດັ່ນ​ຂອງການ​ເຮັດ​ວຽກ​ຄື​ມັນ​ຈະ​ສາ­ມາດບັນ­ທຶກ​ອາ­ນາ­ເຂດ​ຂອງ​ແສງ 

(field of light)  ແທນ​ພິກ​ເຊລ (pixel) ເຊິ່ງ​ຈະ​ເຮັດ​ໃຫ້​ຜູ້​ໃຊ້​ສາມາດ​ໂຟກັສ​ພາບ​ຫລັງ​ຈາກ​ຖ່າຍແລ້ວ​ໄດ້.

   ໃນ​ຂະ­ນະ​ທີ່​ກ້ອງ​ດິ​ຈິ​ຕອລ​ທົ່ວ ໄປ​ຈະ​ໃຊ້​ການ​ລວບ​ລວມ​ຂໍ້​ມູນ ແສງ​ເຂົ້າ​ໄປ​ເກັບ​ໃນ​ອົງ​ປະ­ກອບຂອງ​ພາບ​ທີ່​ເປັນ​ພິກ​ເຊລ

ສ່ວນ Lytro ຈະ​ເກັບ​ຂໍ້​ມູນ​ທັງ​ຫມົດແຍກ​ກັນ ໂດຍ​ເຊັນ​ເຊີ​ຈະ​ບັນ­ທຶກສີ, ຄວາມ​ເຂັ້ມ ແລະ ທິດ​ທາງລັງ­ສີ​ຂອງ​ແສງ​ກ່ອນ​ທີ່​ຈະ

​ນຳ​ຂໍ້ມູນ​ທັງ​ຫມົດ​ມາ​ສ້າງ​ຂຶ້ນ​ ເປັນພາບ​ໃຫມ່​ພາຍ­ຫລັງ​ດ້ວຍ​ເຕັກໂນ​ໂລ​ຊີ​ນີ້ ຜູ້​ໃຊ້​ບໍ່​ຈຳ­ເປັນ​ຕ້ອງໂຟກັສ​ເວ­ລາ​ຖ່າຍ​ພາບເນື່ອງ

ຈາກ​ເຮົາ​ສາ­ມາດ​ໂຟກັສ​ສ່ວນຕ່າງໆ​ຂອງ​ພາບ​ໃນ​ພາຍ­ຫລັງໄດ້ ແລະ ຜົນ​ຈາກ​ການ​ທີ່​ມັນ​ບໍ່ຕ້ອງ​ມີ​ຂະ​ບວນ​ການ​ໃນ​ລະຫວ່າງ

​ບັນ­ທຶກ​ແຕ່​ລະ​ພາບ​ ເຮັດໃຫ້​ບໍ່​ຕ້ອງ​ພົບ​ກັບ​ບັນ­ຫາ​ຄວາມ​ຫລ້າ​ຊ້າ​ຂອງ​ຊັດ​ເຕີ (Shutter Lag) ອີກ​ທັງ​ຍັງ​ສາ­ມາດ​ເປີດກ້ອງ

​ໃຫ້​ພ້ອມ​ຖ່າຍ​ພາບ​ທີ່​ຕ້ອງການ​ໄດ້​ພາຍ​ໃນ​ບໍ່ ​ເຖິງ​ວິ­ນາ­ທີຊ້ຳ.

   Lytro ຈະ​ມີ​ການ​ອອກ​ແບບ​ທີ່​ແຕກ​ຕ່າງ​ຈາກ​ກ້ອງ­ຖ່າຍ­ຮູບທົ່ວ​ໄປ ໂດຍ​ຈະ​ມີ​ລັກ­ສະ­ນະ​ເປັນທ່ອນ​ຊົງ​ກະ­ບອກ​ຂະ­ຫນາດ

ນ້ອຍ​ພົກ​ພາ​ສະ­ດວກ (ເບິ່ງ​ໄປເບິ່ງ​ມາ​ຄ້າຍ­ຄື​ລິບ​ສະ​ຕິກ​ຂອງ ແມ່­ຍິງ ແຕ່​ມີ​ຂະ­ຫນາດ​ທີ່​ໃຫຍ່ກວ່າ) ຕົວ​ກ້ອງ​ຈະ​ຍາວ 4,4ນິ້ວ

ຫນັກ​ພຽງ​ແຕ່ 227ກຣາມ, ດ້ານ​ຫນ້າ​ເປັນ​ເລນສ໌ ສ່ວນ​ດ້ານກົງ­ກັນ­ຂ້າມ​ຈະ​ເປັນ​ຈໍ​ສຳ­ຜັດ LCD  ຂະ­ຫນາດ 1,46ນິ້ວ ຜູ້​ໃຊ້

ສາ­ມາດ​ກຳ­ນົດ​ຂອບ (frame) ຂອງ​ພາບ​ທີ່​ຕ້ອງ­ການ​ຖ່າຍ​ໄດ້ ຫລື ໃຊ້​ວິວ​ພາບ​ທີ່​ຖ່າຍ​ກ່ອນ​ຫນ້າ ນີ້​ໄດ້​ອີກ, ຕົວ​ກ້ອງ​ຈະ​ມາ​

ພ້ອມ ກັບ​ສະ​ວິ​ສ​ເລື່ອນ (slider) ສຳລັບ​ຊູມ ແລະ ມີ​ປຸ່ມ​ເຮັດ​ວຽກ​ພຽງແຕ່ 2ປຸ່ມ​ເທົ່າ​ນັ້ນ​ຄື​ປຸ່ມ​ເປີດ-ມອດກັບ​ປຸ່ມ​ຊັດ​ເຕີ.

ຢ່າງ­ໃດ​ກໍ່ ຕາມ ໃນ​ເບື້ອງ​ຕົ້ນ​ມັນ​ຂ້ອນ​ຂ້າງຍາກ​ທີ່​ຈະ​ປຽບ­ທຽບ​ເຕັກ­ນິກຂອງ Lytro ກັບ​ກ້ອງ​ດິ​ຈິ​ຕອລທົ່ວ​ໄປ ເນື່ອງ​ຈາກ

​ມັນ​ບໍ່​ໄດ້​ວັດແທກ​ຄວາມ​ລະ­ອຽດ​ເປັນ​ພິກເຊລ ແຕ່​ໃຊ້​ຫນ່ວຍ​ການ​ບັນ­ທຶກ ພາບ​ແບບ​ໃຫມ່​ເປັນ 11 mega-rays, ສ່ວນ​ເລນສ໌

ທີ່​ໃຊ້​ຈະ​ມີ​ຮູຮັບ​ແສງ  f/2ແລະສາ­ມາດ ຊູມ​ໄດ້ 8ເທົ່າ ແຕ່​ບໍ່​ໄດ້​ລະ­ບຸ​ທາງ ຍາວ​ໂຟກັສ (focal length).

   Lytro  ເປີດ​ໃຫ້​ຈອງ​ແລ້ວ ໂດຍ​ມີ​ລາ­ຄາ​ເລີ່ມ​ຕົ້ນ​ຢູ່​ທີ່ 399 ໂດ​ລາ​ສະ­ຫະ­ລັດ ຫນ່ວຍ​ຄວາມຈຳ 8GB ມີ​ໃຫ້​ເລືອກ 2

ສີ​ຄືຟ້າ ແລະ ເທົາ, ສາ­ມາດ​ບັນ­ທຶກພາບ​ໄດ້ 350ພາບ, ສ່ວນ​ຮຸ່ນ 16GB  ລາ­ຄາ​ຢູ່​ທີ່ 499ໂດ​ລາສະ­ຫະ­ລັດ ຈະ​ມີ​ສີ­

ແດງ​ສາ­ມາດ ບັນ­ທຶກ​ພາບ​ໄດ້ 700 ພາບ ໂດຍຕົວ​ກ້ອງ​ຈະ​ສົ່ງ​ມອບ​ໃຫ້​ກັບ​ລູກຄ້າ​ໄດ້​ໃນ​ໄລ­ຍະ​ຕົ້ນ​ປີ 2012ສຳລັບ​

ພາບ​ທີ່​ຖ່າຍ​ແລ້ວ​ຈະ​ໂຫລດ ຜ່ານ​ທາງ​ຜອດ USB.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

   ກົມ​ມໍ­ລະ­ດົກ ກະ­ຊວງ​ຖະແຫລງ​ຂ່າວ-ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ​ມີ​ແຜນ​ກຽມ​ສະ­ເຫນີ

ທົ່ງ​ໄຫ​ຫີນ ແຂວງ​ຊຽງ​ຂວາງ ເຂົ້າ​ເປັນ​ມໍ­ລະ­ດົກ​ໂລກ​ແຫ່ງ​ທີ 3 ຂອງ​ລາວ ຂະ­ນະ​ທີ່​ຕ້ອງ­ການ

​ງົບປະ­ມານ​ມາ​ພັດ­ທະ­ນາ​ແຜນ​ແມ່ ບົດ​ບໍ່​ຕ່ຳ​ກວ່າ 1 ແສນ​ໂດ​ລາ​ສະຫະ​ລັດ ທ່ານ​ວ່າ­ການ​ຫົວ

­ຫນ້າກອງ​ບູ­ຮານ​ວິ­ທະ­ຍາ​ກົມ​ມໍ­ລະ­ດົກເຜີຍ​ສຳ­ເລັດ​ແລ້ວ 70%.

   ທ່ານ ສຳ­ລານ ຫລວງ​ອາ​ໄພ ວ່າ­ການ​ກອງ​ບູ­ຮານ​ວິ­ທະ­ຍາ​ກົມ ມໍ­ລະ­ດົກ​ກະ­ຊວງ​ຖະ­ແຫລງ​ຂ່າວ-ວັດ­ທະ­ນະ­ທຳ

ແລະ ທ່ອງ​ທ່ຽວ ກ່າວ​ຕໍ່​ສື່​ເສດ­ຖະ­ກິດŒສັງ­ຄົມ​ໃນມື້­ວານ​ນີ້​ວ່າ: ປະ­ຈຸ​ບັນ ສປປ ລາວ​ ກໍ່​ຄືກົມ​ມໍ­ລະ­ດົກ​ກະ­ຊວງຖະ­ແຫລງ

​ຂ່າວ-ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ​ກຳ­ລັງ​ມີ​ແຜນ​ກະກຽມ​ສະ­ເຫນີ​ທົ່ງ​ໄຫ​ຫີນ​ແຂວງຊຽງ​ຂວາງ ​ເຂົ້າ​ເປັນ​ມໍ­ລະ­ດົກ

ໂລກ​ແຫ່ງ​ທີ 3 ຂອງ​ລາວ​ຕໍ່​ອົງການ​ຢູ​ເນັດ​ສະ​ໂກຂະ­ນະ​ທີ່​ຄວາມພ້ອມ​ຂອງ​ແຜນ­ການ​ຄຸ້ມ​ຄອງ ມໍ­ລະ­ດົກ​ພູ­ມິ​ທັດ​ສະ­

ຖານ​ບູ­ຮານວິ­ທະ­ຍາ​ທົ່ງ​ໄຫ​ຫີນ​ໄດ້ 70% ແລ້ວ ໂດຍ​ສະ­ເພາະ​ທີ່​ຕັ້ງ​ພູມ​ສັນ­ຖານ, ໂຄງ­ການ​ປົກ​ປັກ​ຮັກ­ສາ​ທົ່ງ​ໄຫ ຫີນ,

ໂຄງ­ການ​ຄຸ້ມ​ຄອງ​ການ​ມີສ່ວນ​ຮ່ວມ​ຂອງ​ຊຸມ​ຊົນ, ການ​ຄຸ້ມຄອງ​ມໍ­ລະ­ດົກ​ແບບ​ຍືນ​ຍົງ, ແຜນການ​ບົວ­ລະ­ບັດ​ປົກ​ປັກ

​ຮັກ­ສາ ແລະ ແຜນ­ການ​ຄຸ້ມ​ຄອງ​ມໍ­ລະ­ດົກພູ­ມິ​ທັດ​ສະ­ ຖານ​ບູ­ຮານ​ວິ­ທະ­ຍາທົ່ງ​ໄຫ​ຫີນ.

   ຢ່າງ­ໃດ​ກໍ່​ດີ ຕາມ​ແຜນ­ການຂອງ​ກົມ​ມໍ­ລະ­ດົກ​ກະ­ຊວງ​ຖະແຫລງ​ຂ່າວ-ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ​ຄາດ​ວ່າຊ້າ

​ສຸດ​ທົ່ງ​ໄຫຫີນ​ແຂວງ​ຊຽງ​ຂວາງ​ຈະ​ເຂົ້າ ເປັນ​ມໍ­ລະ­ດົກ​ໂລກ​ແຫ່ງ​ທີ 3 ຂອງລາວ​ຖັດ​ຈາກ​ແຂວງ​ຫລວງ​ພະບາງ,

ແຂວງ​ຈຳ­ປາ​ສັກ ບໍ່​ເກີນ ປີ 2015 ແນ່­ນອນ.

   ທ່ານ ສຳ­ລານ ຫລວງ​ອາ​ໄພ ວ່າ­ການ​ຫົວ­ຫນ້າ​ກອງ​ບູ­ຮານ​ວິທະ​ຍາ​ກົມ​ມໍ­ລະ­ດົກ​ກ່າວ​ຕື່ມ​ອີກວ່າ: ຄວາມ​ຄືບ

​ຫນ້າ​ຂອງ​ແຜນການ​ຄຸ້ມ​ຄອງ​ມໍ­ລະ­ດົກ​ພູ­ມິ​ທັດ​ສະຖານ​ບູ­ຮານ​ ວິ­ທະ­ຍາ​ທົ່ງ​ໄຫ​ຫີນ ສະ­ບັບ​ທີ 2 ສຳເລັດ​ແລ້ວ 70%

ເຫລືອ​ພຽງ​ແຕ່ ແຜນ­ການ​ພັດ​ທະນາ​ການ​ຄຸ້ມ​ຄອງ​ຕໍ່​ໄປ ຈິ່ງ​ສະເຫນີ​ໄປ​ຍັງ​ລັດ­ຖະ­ບານ​ຫລັງຈາກ​ນັ້ນ ​ຈິ່ງ​ສະ­ເຫນີ​

ຕໍ່​ອົງ­ການ​ຢູເນັດ​ສະ​ໂກ ເພື່ອ​ຮັບ­ ຮອງ​ເອົາ​ທົ່ງໄຫ​ຫີນ ແຂວງ​ຊຽງ​ຂວາງ​ເຂົ້າເປັນ​ມໍ­ລະ­ດົກ​ໂລກ​ແຫ່ງ​ທີ 3 ຂອງ​ລາວ

ແຕ່​ຂະ­ນະ​ດຽວ​ກັນ​ນີ້ ຄວາມ​ຕ້ອງ­ການ​ດ້ານ​ງົບ​ປະມານ​ທີ່​ຈະ​ມາ​ພັດ­ທະ­ນາ​ແຜນ​ແມ່ບົດ​ຕໍ່​ໄປ​ນັ້ນ ມີ​ສູງ​ເຖິງ

1 ແສນກວ່າ​ໂດ​ລາ​ສະ­ຫະ­ລັດ.

   ຢ່າງ­ໃດ​ກໍ່​ຕາມ ເຊື່ອ​ວ່າ ຖ້າທົ່ງ​ໄຫ​ຫີນ​ຖືກ​ຮ້ອງ​ຮັບ​ເປັນ​ມໍ​ລະດົກ​ໂລກ​ແຫ່ງ​ທີ 3 ຂອງ​ລາວ​ນັກທ່ອງ​ທ່ຽວ​ຈະ

​ເດີນ­ທາງ​ເຂົ້າ​ໄປທ່ຽວ​ຊົມ​ທົ່ງ​ໄຫ​ຫີນ​ນັບ​ມື້​ ນັບ​ເພີ່ມຂຶ້ນ​ແນ່­ນອນ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 25, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

 

 

 

 

 

 

 

 

* ນັກ​ໂພ​ຊະນາ​ການ​ຢືນຢັນ​ວ່າ ຫມາກເຜັດ ​ເປັນ​ພືດ​ທີ່​ມີ​ປະ​ໂຫຍ​ດຈິງ​ແທ້

ເພາະວ່າ ຄວາມ​ເຜັດ​ຂອງມັນ ​​ມາ​ຈາກ​ສານ ແຄັບ​ໄຊ​ຊິນ ​ແລະ ​ແກ່ນ​ຂອງ

ມັນກໍ່ມີ​ ວິຕາມີນ ​ເອ, ຊີ, ແຄວຊຽມ ​ແລະ ທາດ​ເຫລັກ​ອີກ​ດ້ວຍ. ຫມາກເຜັດ

ຊຶ່ງ​ມີ​ຖິ່ນ​ກຳ​ເນີ​ດ​ ໃນ​ ທະ ວີບ ອາ​ເມ​ລິ​ກາ​ໃຕ້ ຊຶ່ງ ​ມີ​ຄົນ​ຕ່າງປະ​ເທດ​ນຳ​ເຂົ້າ

ມາ​ໃນ​ຂົງ​ເຂດ​ອາຊີ ມາ​ແຕ່​ດົນ​ນານ ​ແລ້ວ.

ຫມາກເຜັດ​ ນັບ​ທັງ​ຫມາກເຜັດຂີ້ຫນູ, ເມື່ອ​ກິນ​ແລ້ວ​ເຜັດ​ຫລາຍ​ນັ້ນ

ພວກມັນ​ມີ​ປະ​ໂຫຍ​ດ ຫລາຍ​ທີ່​ ສຸດ ຊຶ່ງ​ບໍ່ພຽງ​ແຕ່​ໃຫ້​ຄວາມ​ເຜັດ​ແຕ່​ຢ່າງ​ດຽວ, ​

ແຕ່​ຍັງ​​ ເພີ່ມ​ສານ ​ແຫ່ງ​ຄວາມສຸກ “ເອັນ​ໂດຣຟີ​ນ”​ ໃຫ້ ແກ່ ຜູ້​ທີ່​ມັກ​ກິນ​ເຜັດ.

ນອກ​ນັ້ນຍັງ ບັນ​ເທົາ​ອາການ​ເຈັບ​ປວດ, ​ໄຂ້ ຫວັດ, ຫລຸດຜ່ອນ​ການ​ມີນ້ຳມູກ.

ຂະນະ​ດຽວກັນຍັງ​ສາມາດ​ລະລາຍ​ຂີ້ກະ​ເທີ່​ ນຳອີກ. ສຳ ລັບ​ຄົນທີ່​ ​ມີ​ອາການ

​ຫອບ​ຫືດ, ກິນ​ຫມາກເຜັດ​ແລ້ວ​ຈະ​ດີ​ຫລາຍ ​ເພາະ​ຈະ​ເຮັດ​ໃຫ້​ຫ ລອດ ລົມ​ຂະ

ຫຍາຍຕົວ​ໄດ້​ດີ ແລະ ບໍ່ຫົດ-​ເຄັ່ງ. ດັ່ງນັ້ນ, ຜູ້​ໃດ​ເປັນ​ພະຍາດ​ຫອບ​ຫື​ດ,

ມີ​ອາການ ​ພູມ ​ແພ້ ຕ້ອງ​ ກິນ​ຫມາກເຜັດເປັນ​ປະຈຳ​ຈະ​ດີ​ຂຶ້ນ.

ຫມາກເຜັດ ຍັງ​ສາມາດ​ຫລຸດຜ່ອນ​ປະລິມານ ​ຄໍ​ເຣດສະເຕີຣອນ ໄດ້​ອີກ ຊຶ່ງຈາກ​ການ​

ວິ​ໄຈ​ ຂອງ​ນັກ ວິ​ທະຍາ​ສາດ​ເຫັນ​ວ່າ ຫມາກເຜັດ ສາມາດ​ເພີ່ມ​ອຸນຫະພູມ​ໃນ​ຮ່າງ

ກາຍ​ຂອງ​ຄົນ​ເຮົາ​, ມີ​ປະ​ໂຫຍ​ດ​ໃນ ​ການ​ຄວບ​ຄຸມ​ນ້ຳຫນັກ. ເມື່ອ​ກິນ​ຫມາກ ເຜັດ

ຈະ​ບໍ່​ເຮັດ​ໃຫ້​ຄົນ​ເຮົາ​ຮູ້ສຶກ ​ຢາກ​ເຄື່ອງ​ຫວານ, ຂະນະ​ດຽວກັນ​ກໍ​ຍັງ​ສາມາດ​

ຫລຸດຜ່ອນ​ຄວາມ​ ສ່ຽງ​ໃນ​ການ ​ເກີດ ​ພະຍາດ​ມະ​ເຮັງ​ອີກ​ດ້ວຍ./.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 25, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ຮູ້ບໍ່? ການທໍາທ່າຍິ້ມນັ້ນສ້າງຄວາມທຸກຫລາຍ

 ເວ­ລາ​ເຫັນ​ຄົນ​ກໍາ­ລັງ​ຍິ້ມ ຢ່າ​ຟ້າວ​ຄິດ​ໄປ​ເອງ​ວ່າຄົນໆ​ນັ້ນ ກໍາ­ລັງ​ອາ­ລົມ​ດີ​ເດີ້

ຄົນ​ທີ່​ກໍາ­ລັງຍິ້ມ​ຢ່າງ​ເບີກ​ເບີນ​ມ່ວນ­ຊື່ນຄວາມ​ຈິງ​ແລ້ວ​ໃນ​ໃຈ​ຂອງລາວ​ ອາດ

​ກົງ­ກັນ­ຂ້າມ​ກັບ ສິ່ງ​ທີ່​ສະ­ແດງ​ອອກ​ມາ.

   ເວັບ​ໄຊ​ຫນັງ­ສື­ພິມ​ຂອງອັງ­ກິດ ເດິ ເທ​ເລກ​ຣາ​ຟ ເຜີຍ​ຜົນ​ການ​ວິ­ໄຈ​ຈາກ​ວາລະ​ສານ

​ພາກ​ການ​ບໍ­ລິ­ຫານຈັດ­ການ​ມະ­ຫາ​ ວິ­ທະ­ຍາໄລ​ມິ​ຊິ​ແກນ​ສະ­ບັບ​ເດືອນກຸມ­ພາ ເມື່ອ​ທີມ

​ນັກ​ວິ­ໄຈ​ຄົ້ນ ພົບ​ວ່າ "ການ​ເຮັດ​ທຳ­ທ່າ​ຍິ້ມ ຫລື ຍິ້ມ​ແບບ​ບໍ່​ເຕັມ​ໃຈ​ເຮັດ​ຄືວ່າ​ມີ​ຄວາມ

­ສຸກ​ສິ່ງ​ນັ້ນ​ຜັດ​ໃຫ້​ທຸກຫລາຍ​ ກວ່າ ແລະ ມັນ​ສົ່ງ​ຜົນ​ຕໍ່ແມ່­ຍິງ​ຫລາຍ​ກວ່າ​ຜູ້​ຊາຍ".

   ການ​ທີ່​ຄົນ​ເຮົາ​ເຮັດ​ທໍາທ່າຍິ້ມ​ເພື່ອ​ໃຊ້​ປະ­ໂຫຍດ​ຈາກ​ໃບ​ຫນ້າສົ່ງ​ຜົນ​ ໃຫ້​ເກີດ​

ຄວາມ​ອິດ­ເມື່ອຍ ແລະ ເຄັ່ງ​ຕຶງ​ທາງ​ອາ­ລົມ. ຜົນຈາກ​ການ​ສຳ​ຫລວດ​ພະ­ນັກ­ງານ​ທີ່

​ເຮັດ​ຫນ້າ­ທີ່​ດູ​ແລ​ລູກ​ຄ້າ ເຊິ່ງ​ຕ້ອງເຮັດ​ຫນ້າ​ຍິ້ມ​ຫມົດ​ມື້ ເຊິ່ງ​ຄົນ​ກຸ່ມນີ້​ມັກ​ມີ​ອາ­ລົມ​

ໂມ­ໂຫ​ໄດ້​ງ່າຍ​ກວ່າ ຄົນ​ອາ­ຊີບ​ອື່ນໆ ແລະ ສົ່ງ​ຜົນໃຫ້​ຄຸນ​ນະ​ພາບ​ການ​ເຮັດ​ວຽກຫລຸດ

​ຕ່ຳ​ລົງ​ບັນ­ດາ​ຫົວ­ຫນ້າ​ມັກຄິດ​ ວ່າການ​ຍິ້ມ­ແຍ້ມ​ແຈ່ມ​ໃສ​ຈະສົ່ງ​ຜົນ​ດີ​ຕໍ່​ວຽກ​ແຕ່​ຄວາມ​

ຈິງແລ້ວ ບໍ່​ໄດ້​ເປັນ​ແບບ​ນັ້ນ​ສະ­ເຫມີໄປ.

   ຈາກ​ການ​ສັງ­ເກດ​ກຸ່ມ​ພະ­ນັກງານ​ຂັບ​ລົດ​ປະ­ຈໍາ​ທາງລວມ​ເຖິງ ປຽບ­ທຽບ​ຜົນ​ກະ­ທົບ

​ທີ່​ແຕກ​ຕ່າງກັນ​ລະ­ຫວ່າງ​ແມ່­ຍິງ​ກັບ​ຜູ້​ຊາຍຜົນ​ການ​ ວິ­ໄຈ​ຊີ້​ໃຫ້​ເຫັນ​ວ່າ ການຍິ້ມ​ແບບ​ບໍ່

​ເຕັມ​ໃຈ​ເຮັດ​ໃຫ້​ເກີດຄວາມ​ເຄັ່ງ​ຄຽດ​ດ້ານ​ການ​ສະແດງ​ອອກ​ ທາງ​ອາ­ລົມ ແລະ ຈະດີ​ຂຶ້ນ​

ຫລາຍ ຖ້າ​ບໍ່​ເຮັດ​ທໍາ­ທ່າ​ຍິ້ມ ແຕ່​ເປັນ​ການ​ຍິ້ມ​ໂດຍ​ການ​ພະ­ຍາຍາມ​ຄິດ​ບວກ ຫລື

ຄິດ​ຮອດ​ເລື່ອງດີໆ ເຊິ່ງ​ຈະ​ເຮັດ​ໃຫ້​ອາ­ລົມ ແລະ ຄວາມ​ຄຽດ​ຫນ້ອຍ​ລົງ.

   ແມ່­ຍິງ​ມັກ​ຈະ​ໄດ້​ຮັບ​ຜົນ​ກະທົບ​ຫລາຍ​ກວ່າ​ຜູ້​ຊາຍ​ເພາະ­ວ່າ ແມ່­ຍິງ​ອ່ອນ​ໄຫວ

​ຫລາຍ​ສະກວ່າ, ແມ່­ຍິງ​ສາ­ມາດ​ສະແດງ​ອອກ​ອາຍ​ລົມ​ໄດ້​ຊັດ ເຈນ​ກວ່າ​

ຜູ້​ຊາຍການ​ທີ່ຕ້ອງ​ເຊື່ອງ​ອາ­ລົມ​ທີ່­ ແທ້​ຈິງ ແລະ ເຮັດ​ທໍາ­ທ່າ​ຍິ້ມ​ນັ້ນ ຈິ່ງ​ເຮັດ​ໃຫ້​ແມ່­

ຍິງ​ເກີດຄວາມ​ຄຽດ ແລະ ເປັນ​ທຸກໃຈ​ໄດ້​ຫລາຍ​ກວ່າ​ຜູ້​ຊາຍ.

   ການ​ຍິ້ມ​ໂດຍ​ການ​ພະ ຍາ​ຍາມ​ຄິດ​ບວກ​ກໍ່​ບໍ່​ແມ່ນທາງ​ອອກ​ທີ່​ຖືກ­ຕ້ອງ​ປານໃດ

​ພະ­ນັກ­ງານ​ຄົນ​ ຫນຶ່ງ​ອາດຍິ້ມ​ໄດ້​ຫມົດ​ມື້​ໂດຍ​ການ​ພະຍາ​ຍາມ​ຄິດ​ເຖິງ​ເລື່ອງ​ດີໆ

ແຕ່​ສຸດທ້າຍ​ເມື່ອ​ຫມົດ​ຊົ່ວ ­ໂມງ​ເຮັດ​ວຽກລາວ​ຜັດ​ຮູ້­ສຶກ​ວ່າ​ນີ້​ບໍ່​ແມ່ນ​ຕົວ​ເອງອີກ​ແລ້ວ.

   ດັ່ງ­ນັ້ນ ຈົ່ງ​ຍິ້ມ​ອອກ​ມາ​ຈາກຄວາມ​ຮູ້­ສຶກ​ທີ່­ແທ້​ຈິງ​ຂອງ​ທ່ານແລ້ວ​ຮອຍ​ຍິ້ມ​ນັ້ນ

ຈະ​ເປັນ​ຮອຍຍິ້ມ​ທີ່​ງາມ​ທີ່​ສຸດ​ໃນ​ໂລກ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 21, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

   ໃຜ​ທີ່​ມັກ​ເປີດ​ໄຟ​ປະ​ໄວ້ ຂະ­ນະ​ທີ່​ນອນ​ຫລັບ​ທ່ານ​ຮູ້ ຫລື ບໍ່​ວ່າ

ກໍ່­ໃຫ້­ເກີດ​ຜົນ​ເສຍ​ຕໍ່​ສະ­ຫມອງ ແລະ ເຮັດ​ໃຫ້​ຄວາມ​ງາມ​ຫລຸດ​ລົງ​ນຳ​ອີກ.

   ອາດ​ຟັງ​ເບິ່ງ​ບໍ່​ເປັນ­ຕາ​ເຊື່ອ ແຕ່​ມັນ​ມີ​ຄວາມ​ກ່ຽວ­ຂ້ອງ​ກັນ ເພາະ­ວ່າ ເຣ​ຕິ​ນາ

ໃນ​ດວງ​ຕາ​ທີ່​ມີ​ຄວາມ​ໄວ​ຕໍ່​ແສງ​ຍັງ​ສົ່ງ​ສັນ­ຍານ​ໄປ​ສູ່​ສະ­ຫມອງ​ຢູ່ ຈິ່ງ​ບໍ່​ມີ​ການ

​ຫລັ່ງ​ຮໍ​ໂມນ​ເມ​ລາ​ໂທ​ນິນ (ທີ່ ເຮັດ​ໃຫ້​ຮູ້­ສຶກ​ຢາກ​ນອນ) ດັ່ງ­ນັ້ນ ເຖິງ​ຈະ​ນອນ

​ຫລັບ​ກໍ່​ຫລັບ​ບໍ່​ສະ­ຫນິດ​ດີ ຈະ​ສັງ­ເກດ​ພົບ​ວ່າ​ເມື່ອ​ຕື່ນ​ນອນ​ຂຶ້ນ​ມາ​ຈິ່ງ​

ບໍ່​ຮູ້­ສຶກ​ສົດ­ຊື່ນ, ອາ­ລົມ​ບໍ່​ແຈ່ມ​ໃສ ແລະ ປະ­ສິດ­ທິ­ພາບ ໃນ​ການ​ຈັດ­ການ

​ຄວາມ​ຈຳ​ສະ­ຫມອງ​ກໍ່​ບໍ່​ດີ.

   ຜົນ​ການ​ສຶກ​ສາ​ໃນ​ຕ່າງ­ປະ­ເທດ​ພົບ​ວ່າ ການ​ຫລັ່ງ​ຮໍ​ໂມນ​ເມ​ລາ​ໂທ​ນິນ

ຍັງ​ມີ​ຜົນ​ກ່ຽວ­ຂ້ອງ​ກັບ​ຄວາມ­ດັນ­ເລືອດ​ລວມ​ເຖິງ​ອຸນ­ຫະ­ພູມ​ຂອງ​ຮ່າງ­ກາຍ ​ນຳ.

   ການ​ຄວບ​ຄຸມ​ເລື່ອງ​ແສງ​ສະ­ຫວ່າງ​ບໍ່​ໃຫ້​ມາ​ລົບ​ກວນ​ຍາມ​ນອນ​ຫລັບ

ລວມ​ເຖິງ​ການ​ຈັດ​ຫ້ອງ​ນອນ​ໃຫ້​ປອດ­ໂປ່ງ ຈະ​ເຮັດ​ໃຫ້­ການ​ນອນ​ມີ​ຄຸນ​

ນະ​ພາບ​ສາ­ມາດ​ປ້ອງ​ກັນ ແລະ ຫລຸດ​ພາ­ວະ​ການ​ເຮັດ​ວຽກ​ຂອງ​ສະ­

ຫມອງ​ບໍ່​ໃຫ້​ເສື່ອມ​ໄວ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 21, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ການ​ສຶກ​ສາ​ພົບ​ວ່າ ການ​ດື່ມກາ­ເຟ​ຊ່ວຍ​ເພີ່ມ​ພະ­ລັງ​ສະ­ຫມອງໃນ​ພາ­ວະ

​ເຄັ່ງ​ຄຽດ​ຂອງ​ແມ່­ຍິງ ແຕ່​ສຳ­ລັບ​ຜູ້​ຊາຍ​ຜັດ​ເປັນ​ສິ່ງ​ທີ່​ກົງກັນ​ຂ້າມ​ກັນ.

ການ​ດື່ມ​ກະ​ເຟ​ຈະຊ່ວຍ​ສົ່ງ­ເສີມ​ປະ­ສິດ­ທິ­ ພາບ​ໃນການ​ເຮັດ​ວຽກ ແຕ່​ກັບ​

ຜູ້​ຊາຍ​ຜັດຫລຸດ​ຄວາມ​ຈື່​ຈຳ ແລະ ເຮັດ​ໃຫ້ການ​ຕັດ­ສິນ​ໃຈ​ຊ້າ​ລົງ​ຊາວ​ອັງ­ກິດ

ດື່ມ​ກາ­ເຟ​ໂດຍ​ປະ­ມານ 70 ລ້ານຈອກ​ຕໍ່​ມື້.

   ນັກ​ວິ­ໄຈ​ຈາກ​ມະ­ຫາ​ວິ­ທະ­ຍາໄລບຣີ​ສ​ຕໍ ໄດ້​ກວດ​ສອບ​ສິ່ງ​ທີ່ກາ­ເຟ​ສົ່ງ​ຜົນ​ຕໍ່​ຮ່າງ­ກາຍ

ເມື່ອ​ຢູ່ໃນ​ພາ­ວະ​ການ​ເຄັ່ງ​ຄຽດ​ທີມ​ວິ­ໄຈໄດ້​ຄັດ​ເລືອກ​ຊາຍŒຍິງ ຈຳ­ນວນ 64 ຄົນ ໂດຍ​ຈະ

​ຈັບ​ເປັນ​ຄູ່​ຄື​ຄູ່ຍິງ​ກັບ​ຍິງ ແລະ ຄູ່​ຊາຍ​ກັບ​ຊາຍ.

     ໂດຍ​ໃຫ້​ແຕ່​ລະ​ຄູ່​ອອກ​ໄປ​ເຈລະ​ຈາ​ຕໍ່​ລອງ ແລະ ທົດ​ສອບ​ຄວາມຈຳ​ຕໍ່​ມາ​ໄດ້​ບອກ​

ພາຍ­ຫລັງ​ວ່າ ໃຫ້​ນຳ​ສະ­ເຫນີ​ງານ​ກັບ​ມວນ​ຊົນເຄິ່ງ​ຫນຶ່ງ​ຂອງ​ຈຳ­ນວນ​ຄູ່​ຈະ​ໄດ້ຮັບ​ກາ­ເຟ

​ບໍ່​ມີ​ຄາ​ເຟ​ອິນ ແລະ ຈຳນວນ​ທີ່​ເຫລືອ​ໄດ້​ຮັບ​ກາ­ເຟ​ທີ່​ມີ​ຄາເຟ​ອິນ.

   ຜົນ​ການ​ວິ­ໄຈ​ອອກ​ມາ​ວ່າ ຜູ້ຊາຍ​ທີ່​ໄດ້​ດື່ມ​ກາ­ເຟ​ທີ່​ມີ​ຄາ​ເຟ​ອິນ​ຈະ​ມີ​ຄວາມ​ຈຳ​ຫລຸດ​ລົງ

ແຕ່​ແມ່ຍິງ​ທີ່​ໄດ້​ຮັບ​ກາ​ແຟ​ບໍ່​ມີ​ເຄ​ເຟ​ອິນຈະ​ໃຊ້​ເວ­ລາ​ໃນ​ການ​ແກ້​ໄຂ​ ບັນ­ຫາດົນ​ກວ່າ​

ປະ­ມານ 20 ວິ­ ນາ­ທີ​ເມື່ອທຽບ​ກັບ​ແມ່­ຍິງ​ທີ່​ໄດ້​ຮັບ​ຄາ​ເຟ​ອິນຈະ​ແກ້​ໄຂ​ບັນ­ຫາ​ໄດ້​ໄວ​ ກວ່າ 100 ວິ­ນາ­ທີ.

   ການ​ສຶກ​ສາ­ກ່ອນ​ຫນ້າ​ນີ້ ​ໄດ້ຊີ້​ໃຫ້​ເຫັນ​ວ່າ ກາ­ເຟ​ສາ­ມາດ​ປ້ອງກັນ​ການ​ເກີດ​

ພະ­ຍາດ​ເບົາ­ຫວານ, ສະ­ຫມອງ​ເສື່ອມ ແລະ ຕັບ​ໄດ້ ຖ້າຮັບ​ປະ­ທານ​ໃນ​ປະ­ລິ­ມານ​ທີ່​ຮ່າງກາຍ​ຕ້ອງ­ການ.

   ເຄື່ອງ​ທຸກ​ຊະ­ນິດ ຈະ​ມີ​ປະ­ສິດທິ​ພາບ​ໃນ​ຕົວ​ຢູ່​ແລ້ວ ແຕ່​ຂຶ້ນ​ຢູ່​ກັບວ່າ​ເຮົາ​ຈະ​ດື່ມ​ແບບ​ໃດ /

ຈິ່ງ​ຈະ​ໄດ້ຮັບ​ຄຸນ​ປະ­ໂຫຍດຫລາຍ​ກວ່າ​ໂທດ ເຖິງ​ແມ່ນ​ວ່າ­ການ​ດື່ມ​ກາ­ເຟ​ຈະໃຫ້​ຜົນ​ດີ​ຕໍ່​ແມ່

­ຍິງ​ກໍ່​ບໍ່​ໄດ້​ ຫມາຍຄວາມ​ວ່າ​ໃຫ້​ແມ່­ຍິງ​ດື່ມ​ກາ­ເຟ ຫລາຍການ​ດື່ມ​ໃນ​ທີ່​ນີ້​ເປັນ​ພຽງ

ການ​ດື່ມ​ໃນ​ປະ­ລິ­ມານ​ຫນ້ອຍ​ດຽວເທົ່າ​ນັ້ນ​ໃນ​ແຕ່​ລະ​ມື້ ອາດ​ຈະ​ດື່ມ​ມື້ລະ 1 ຈອກ ຫລື 2 ຈອກ​ກໍ່​ພໍແລ້ວ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 20, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

   ໂຄງ­ການ​ປະ​ກວດ ນາງສາວ​ລາວ ປະ­ຈຳ​ປີ 2011 ເປີດຮັບ​ສະ­ຫມັກ​

ຢ່າງ​ເປັນ​ທາງ​ການແລ້ວ ນັບ​ແຕ່​ວັນ​ທີ 19 ກັນ­ຍາ ຈົນ​ເຖິງ​ວັນ​ທີ 8 ຕຸ­ລາ

2011 ບັນ­ດາ​ສາວ​ງາມ​ກໍ່​ກຽມ​ຈິດກຽມ​ໃຈ​ໄປ​ສະ­ຫມັກ​ໄດ້​ແລ້ວ ເພື່ອ​ສະ­ແດງ​

ຄວາມ​ຮູ້​ຄວາມ​ສາມາດ ແລະ ພ້ອມ​ທີ່​ຈະ​ເປັນ​ຕົວ​ແທນ​ໃຫ້​ແກ່​ແມ່­ຍິງ​ລາວ​ໃນ​ທົ່ວປະ­ເທດ.

   ສຳ­ລັບ​ຢູ່​ທີ່​ນະ­ຄອນ­ຫລວງວຽງ​ຈັນ​ ຈະ​ເລີ່ມ​ເປີດ​ຮັບ​ສະຫມັກ​ນັບ​ແຕ່​ວັນ​ທີ 19-23 ກັນຍາ 2011 ທີ່

ບໍ­ລິ­ສັດ​ເຄ​ແອນ​ຊີ ຈຳ­ກັດ ບໍ­ລິ­ສັດ​ສາ­ມາດ​ອີ​ເວັ້ນ​ອໍແກນ​ນາຍ​ເຊີ້ ຈຳ­ກັດ ສ່ວນ​ທາງ ພາກ​ເຫນືອ​ຂອງ​ລາວ

ທີ່​ແຂວງຫລວງ​ພະ​ບາງ​ທີ່​ໂຮງ­ແຮມ​ວິນດາ​ສັນ­ຕິ​ນັບ​ແຕ່​ ວັນ​ທີ 25-28 ກັນ­ຍາ 2011, 

ແຂວງ​ສະ­ຫວັນນະ​ເຂດ ໃນ​ວັນ​ທີ 3-5 ຕຸ­ລາທີ່ໂຮງ­ແຮມ​ດາວ​ສະ­ຫວັນ,

ແຂວງ ຈຳ­ປາ​ສັກ ນັບ​ແຕ່​ວັນ​ທີ 6-8 ຕຸ­ລາ 2011 ທີ່​ໂຮງ­ແຮມ​ຈຳ­ປາສັກ​ແກຣນ.

   ດັ່ງ­ນັ້ນ ບັນ­ດາ​ສາວ​ງາມ​ທັງ­ຫລາຍ​ກໍ່​ເຖິງ​ເວ­ລາ​ໂອ­ກາດ​ທີ່​ຈະສະ­ແດງ​ຄວາມ​ສາ­ມາດ​

ໄດ້​ແລ້ວ ສ່ວນ ທ່ານ ສີ​ແພງ ວົງ​ປັນ­ຍາ ຫົວ­ຫນ້າ​ກົມ​ວັດ­ທະ­ນະ­ທຳ​ມະ­ຫາຊົນ ກະ­ຊວງ​

ຖະ­ແຫລງ​ຂ່າວ-ວັດທະ­ນະ​ທຳ ແລະ ທ່ອງ​ທ່ຽວ ຫົວຫນ້າ​ຄະ­ນະ​ຮັບ­ຜິດ­ຊອບ​ໂຄງການ​

ປະ​ກວດ​ນາງ​ສາວ​ລາວ ປະ­ຈຳ​ປີ 2011 ກ່າວ ໃນ​ພິ­ທີ​ຖະແຫລງ​ຂ່າວ ກຽມ​ຈັດ​ປະ​ກວດ

ນາງ​ສາວ​ລາວ​ປີ 2011 ທີ່​ຈັດຂຶ້ນ ເມື່ອ​ວັນ​ທີ 12 ກັນ­ຍາ​ຜ່ານມາ  ທີ່​ໂຮງ­ແຮມ​ວຽງ​ຈັນ

​ພຣາຊາ ນະ­ຄອນ­ ຫລວງ​ວຽງ​ຈັນ ໃຫ້ຮູ້​ວ່າ:  ສຳ­ລັບ​ໂຄງ­ການ​ປະກວດ​ນາງ​ສາວ​ລາວ

​ປີ​ນີ້​ເປັນ​ປີທີ 3 ແລ້ວ​ເປັນ​ການ​ຮ່ວມ​ມື​ຈັດ ຂຶ້ນ​ລະ­ຫວ່າງ​ກະ­ຊວງ​ຖະ­ແຫລງຂ່າວ-ວັດ­ ທະ­ນະ­ທຳ

ແລະ ທ່ອງທ່ຽວ ກັບ ບໍ­ລິ­ສັດ ເຄ​ແອນ​ຊີ ຈຳກັດ ແຕ່​ປີ​ນີ້​ຈະ​ເອົາ​ພຽງ​ແຕ່ 20 ນ້ອງ​ນາງ​ສາວ​ເທົ່າ​ນັ້ນ

ຈະ​ຂຶ້ນເວ­ທີ​ປະ​ກວດ​ເພື່ອ​ຊອກ​ຫາ​ສາວງາມ​ແຫ່ງ​ດິນ­ແດນ​ຈຳ­ປາ​ຄົນ​ປີ​ທີ 3 ໃນ​ທ້າຍ​ເດືອນ​ພະ­ຈິກ ທີ່​ຈະມາ​ເຖິງ​ນີ້.

   ທ່ານ​ຫົວ­ຫນ້າ​ຄະ­ນະ​ຮັບ​ຜິດຊອບ​ໂຄ​ການ​ປະ​ກວດ​ນາງ​ສາວລາວ​ປະ­ຈຳ​ປີ 2011 ກ່າວ​ຕື່ມອີ​ກວ່າ:

ເຫດ­ຜົນ​ທີ່​ຈຳ­ເປັນ​ຕ້ອງຄັດ​ເອົາ  20 ຄົນ ຂຶ້ນ​ເວ­ທີ​ປະ​ກວດໃນ​ຮອບ​ສຸດ​ທ້າຍ ເນື່ອງ​ຈາ​ກວ່າ

ເພື່ອ​ເປັນ​ການ​ຮັບ­ປະ­ກັນ​ຄຸນ​ນະພາບ​ຂອງ​ນາງ​ສາວ​ລາວທັງເປັນ​ຄັດ​ເລືອກ​ ເອົາ​ບັນ­ດາ​

ນ້ອງນາງ​ສາວ​ທີ່​ມີ​ຮູບ​ຮ່າງ​ບຸກ​ຄະ​ລິກກະ​ພາບ​ສະ­ຫງ່າ​ງາມ ອີກ​ຢ່າງຫນຶ່ງ​ເພື່ອ​ເປັນ​ການ

​ຫລີກ​ລ່ຽງ​ບັນ­ຫາ​ການ­ເຄື່ອນ­ໄຫວ​ທີ່​ ບໍ­ດີຕ່າງໆ​ມີ​ສຽງ​ຕຳ​ຫນິ​ວິ­ຈານ​ຈາກສັງ­ຄົມ.

   ທ່ານ​ໃດ​ສົນ​ຢາກ​ຈະ​ສອບຖາມ​ລາຍ​ລະ­ອຽດ​ກ່ຽວ​ກັບ​ການສະ­ຫມັກ​ຕິດ­ຕໍ່​ໄດ້​ທີ່​ເບີ: 021 254 114 ຫລື 020 56330000.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 20, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

   ລັດ­ຖະ­ບານ​ລາ­ຊະ​ອາ­ນາຈັກ​ໄທ ມອບ​ເງິນ​ຈຳ­ນວນ 4,5 ລ້ານ​ບາດ​ແກ່​ລັດ­ຖະ­ບານ​ລາວ

ເພື່ອ​ປະ­ກອບ­ສ່ວນ​ຊ່ວຍ­ເຫລືອ​ປະ­ຊາ­ຊົນ​ຜູ້​ປະ­ສົບ​ໄພ​ນ້ຳ​ຖ້ວມ ແລະ ສ້າງ​ອາ­ຄານ​ຮຽນ​ທີ່​ເມືອງ​ວຽງ​ໄຊ​ແຂວງ​ຫົວ­ພັນ.

   ໂດຍ​ຕອບ​ສະ­ຫນອງ​ຕາມ ການ​ເຊື້ອ​ເຊີນ​ຂອງ​ທ່ານ​ນາ­ຍົກ ລັດ­ຖະ­ມົນ­ຕີ​ແຫ່ງ

ສປປ ລາວ  ທ່ານ ນາງ ຍິ່ງ​ລັກ ຊິນ­ນະ​ວັດ ນາ­ຍົກ­ລັດ­ຖະ­ມົນ­ຕີ​ແຫ່ງ​ລາ­ຊະອາ­ນາ

­ຈັກ​ໄທແລະ ຄະ­ນະ​ໄດ້​ເດີນ­ທາງ​ມາ​ຢ້ຽມຢາມ ສປປ ລາວ ຢ່າງ​ເປັນ​ທາງ

ການ​ໃນ​ວັນ​ທີ 16 ກັນ­ຍາ​ຜ່ານມາ ໂດຍ​ໄດ້​ຮັບ​ການ​ຕ້ອນ­ຮັບຢ່າງ​ສົມ​ກຽດ

​ທີ່​ຫ້ອງ​ວ່າ­ການ ລັດ­ຖະ­ບານ ໂດຍ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາ­ຍົກ­ລັດ­ຖະ

­ມົນ­ຕີແຫ່ງ ສປປ ລາວ.

   ໃນ​ໂອ­ກາດ​ດັ່ງ­ກ່າວ​ໄດ້​ມີ ການ​ພົບ​ປະ​ສອງ​ຝ່າຍ​ຢ່າງ​ເປັນທາງ​ການ

ເຊິ່ງ​ນາ­ຍົກ​ທັງ​ສອງປະ­ເທດ​ໄດ້​ປຶກ­ສາ​ຫາ­ລື​ກັນ​ໃນດ້ານ​ບັນ­ຫາ​ການ​

ຄົມ­ມະ­ນາ­ຄົມ, ພະ­ລັງ­ງານ​ໄຟ­ຟ້າ, ການ​ຄ້າ, ລົງ ທຶນ, ແຮງ​ງານ,

ຊາຍ​ແດນ ແລະ ບັນ­ຫາ​ອື່ນໆ​ຮ່ວມ​ກັນ​ຂະ­ນະ​ທີ່​ນາຍົກ​ໄທ​ຢືນ­ຢັນ

​ຈະ​ຊຸກ­ຍູ້​ສົ່ງ­ເສີມການ ​ພົວ­ພັນ​ດ້ານ​ການ​ຄ້າ, ລົງທຶນ ແລະ ການ­ທ່ອງ­ທ່ຽວ

​ກັບລາວ​ໃຫ້​ນັບ​ມື້​ຫລາຍ​ຂຶ້ນສະ ເພາະ​ການ​ຮ່ວມ​ມື​ດ້ານ​ພະ­ລັງງານ​ແມ່ນ

​ຈະ​ຮັບ​ຊື້​ກະ­ແສ​ໄຟ­ຟ້າຈາກ​ລາວ​ຕາມ​ ທີ່​ສອງ​ລັດ​ຖະບານ​ໄດ້​ຕົກ­ລົງ​ກັນ​ແລ້ວ

ພ້ອມໃຫ້­ການ​ຊ່ວຍ­ເຫລືອ​ລາວ​ຕໍ່​ໄປ​ໃນ​ອະ­ນາ­ຄົດ.

   ຫລັງ​ຈາກ​ສຳ­ເລັດ​ການ​ພົບປະ​ສອງ​ຝ່າຍ​ທ່ານ​ ນາງ ຍິ່ງ​ລັກ ຊິນ­ນະ​ວັດ

ນາ­ຍົກ­ລັດ­ຖະ­ມົນ­ຕີແຫ່ງ​ລາ­ຊະ​ອາ­ນາ­ຈັກ​ໄທ ກໍ່​ໄດ້ມອບ​ເງິນ​ຊ່ວຍ­ເຫລືອ​ຕາມ

​ໂຄງການ​ໂຮງ­ຮຽນ​ເພື່ອນ​ມິດ​ຈຳ ນວນ 2 ລ້ານ​ບາດ ເພື່ອ​ນຳ­ໄປ​ປັບປຸງ​ກໍ່­ສ້າງ

​ໂຮງ­ຮຽນ​ມັດ­ທະ­ຍົມ ເມືອງ​ວຽງ​ໄຊ​ແຂວງ​ຫົວ­ພັນ ແລະ ມອບ​ເງິນ​ຊ່ວຍ­ເຫລືອ​

ບັນເທົາ​ທຸກ​ຜູ້​ປະ­ສົບ​ໄພ​ນ້ຳ​ຖ້ວມຈາກ​ພາ­ຍຸ​ຮາຍ​ມາ ແລະນົກ​ເຕັນ ໃນ​ທ້າຍ

​ເດືອນ​ກໍ­ລະ­ກົດ ແລະ ຕົ້ນເດືອນ​ສິງ­ຫາ​ຜ່ານ​ມາ​ຈຳ­ນວນ 2,5 ລ້ານ​ບາດ

ໃຫ້​ກຽດ​ຮັບ ໂດຍ ທ່ານ ທອງ​ສິງ ທຳ​ມະ​ວົງ ນາ­ຍົກລັດ­ຖະ­ມົນ­ຕີ​ແຫ່ງ ສປປ ລາວ.

   ນອກ­ຈາກ​ນັ້ນ​ໃນ​ວັນ​ດຽວກັນ​ທ່ານ ​ນາງ ຍິ່ງ​ລັກ ຊິນ­ນະ​ວັດ ນາ­ຍົກ­ລັດ­ຖະ

­ມົນ­ຕີ​ແຫ່ງ​ລາ­ຊະອາ­ນາ­ຈັກ​ໄທ ພ້ອມ​ຄະ­ນະ​ຍັງ​ໄດ້ເຂົ້າ​ຢ້ຽມ​ຂ່ຳ­ນັບ​ທ່ານ

ຈູມ​ມາ­ລີ ໄຊ​ຍະ​ສອນ ປະ­ທານ​ປະ­ ເທດແຫ່ງ ສປປ ລາວ​ທີ່​ຫໍ­ຄຳ ແລະ

ຢ້ຽມ​ຂ່ຳ­ນັບ​ທ່ານ​ນາງ ປາ­ນີ ຢາທໍ່​ຕູ້ ປະ­ທານ​ສະ­ພາ​ແຫ່ງ​ຊາດ ເຊິ່ງ​ລັດ­ຖະ­ບານ​ລາວ

​ກໍ່​ໄດ້​ສະແດງ​ຄວາມ​ຍິນ​ດີ​ຕໍ່​ນາ­ຍົກ​ລັດ​ຖະມົນ­ຕີ​ ຍິງ​ຄົນ​ທຳ​ອິດ​ຂອງ​ໄທ ແລະ

ຊົມ­ເຊີຍ​ຕໍ່​ການ​ຢ້ຽມ­ຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການ​ໃນ​ຄັ້ງນີ້.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 10, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ລາຍ​ງານ​ຂ່າວ​ຫລ້າ​ສຸດ ​ເອ​ເຊີ (acer) ປະກາດ​ບຸກຕະຫລາດ (Ultrabook) “ອັລຕຣາບຸກ”

ດ້ວຍການ​​ເປີດ​ຕົວ​ຜະລິດ​ຕະພັນ​ໃຫມ່​ໃນ​ງານ ​IFA 2011 ໂດຍ ​Acer Aspire S3

ເປັນ​ອັລຕຣາບຸກທີ່​ໄດ້​ຂະຫນານ​ນາມ​ວ່າ​ບາງ​ທີ່​ສຸດ ​ໃນ​ທ້ອງ​ຕະຫລາດ​ປະຈຸ​ບັນ​ນີ້ ​ເຊິ່ງ​

ແຮງ​ບັນດາ​ໃຈ​ໃນ​ການ​ອອກ​ແບບ​ຂອງ​ຜະລິດ​ຕະພັນ​ມາ​ຈາກ MacBook Airທີ່​ປະສົບ

​ຄວາມ​ສຳ​ເລັດ​ເປັນ​ທີ່​ນິຍົມ​ຂອງ​ຜູ້​ຊົມ​ໃຊ້​ທົ່ວ​ໂລກຢູ່​ໃນ​ ຂະນະ​ນີ້.

   Acer Aspire S3 ຈະ​ມາ​ພ້ອມກັບ​ໂພຣ​ເຊັ​ດ​ເຊີ ​ແລະ ມີ​ສະ​ຕໍ​ເຣດ​ໃຫ້​ເລືອກ​ສອງ​ແບບ​ຄື

SSD ຫລື ຮາດ​ດິສ​ແບບ​ໄຮ​ບຣິດ ​ເຊິ່ງ​ແນ່ນອນ​ວ່າ ປະຢັດ​ພະລັງງານ​ແບັດ​ເຕີ​ຣີ​ເປັນ​ເລີດ

ຫາກ​ພິຈາລະນາ​ຈາກ​ພາຍ​ນອກ​ເຄື່ອງ​ກ່ອນ Acer Aspire S3ຈະ​ໃຊ້​ເຄສ (Case)

​ທີ່​​ເຮັດ​ຈາກ​​ໂລຫະຜະສົມ​ອັລລອຍ,​ ອະລູມີ​ນຽມ-​ແມັກ​ເນ​ຊຽມ ​ເຮັດ​ໃຫ້​ມີ​ນ້ຳຫນັກ​ເບາ ​ແລະ

ບໍ່​ຕິດ​ຮອຍ​ນິ້ວມື​ໄດ້​ງ່າຍ, ​ລຽບ​ງ່າຍ​ແຕ່​ງາມ​ຕາ ດ້ວຍຕົວ​ເຄື່ອງ​ທີ່​ບາງ​ພຽງ​ແຕ່ 0,15 ນິ້ວ​ເທົ່າ​ນັ້ນ

(ບາງ​ເທົ່າ​ໆ​ກັບ MacBook Air) ນໍ້າຫນັກ​ພຽງ​ແຕ່ 3 ປອນ ຫລື ປະມານ 1,4 ກິ​ໂລກ​ຣາມ.

   Acer Aspire S3 ຈະ​ມີຫນ້າ​ຈໍ​​ເອລອີ​ດີ​ຂະຫນາດ 13,3 ນິ້ວ ສະ​ແດງ​ຜົນ​ລະດັບຮາ​ຍ​ເດ​ບ

(HD )​ແລະ ​ໂປຣ​ເຊັດ​ເຊີ​ໃຫ້​ເລືອກ​ໄດ້​ຕັ້ງ​ແຕ່ Intel Core i3/i5/i7 ສະ​ຕໍ​ເຣດຈະ​ມີ SSD 240GB 

ຫລື 320GB/500GB HDD+SSD(​ຊ່ວຍ​ໃຫ້​ຕອນ​ເປີດ​ເຄື່ອງ​ໄວ​ຂຶ້ນ) ທີ່ຫນ້າ​ສົນ​ໃຈອີກ​ຄື

Acer Aspire S3  ສາມາດ​​ເປີດ​​ເຄື່ອງ​ໄວ້​ (Standby) ​​ໄດ້​ດົນ​ເຖິງ 50 ວັນ ​ໃນ​ຂະນະ​ທີ່ ​

ເຕັກ​ໂນ​ໂລ​ຊີ Instant On ທີ່​ມາກັບ Acer Aspire S3 ຈະ​ເຮັດ​ໃຫ້​ສາມາ​ດ​ເປີດ​ເຄື່ອງ​ຂຶ້ນ​

ເຮັດ​ວຽກ​ໄດ້​ພາຍ​ໃນ 1,5 ວິນາທີ ນອກຈາກ​ຈະ​ເປີດ​ໄວ​ແລ້ວ ຍັງ​ສາມາດ​ເຊື່ອມ​ຕໍ່​ເຂົ້າສູ່​ເຄືອ

​ຂ່າຍ​ອິນ​ເຕີ​​ເນັດ​ໄດ້​ໄວ​ອີກ ​ດ້ວຍ​ເຕັກ​ໂນ​ໂລ​ຊີ Instant Connect   ຜູ້​ໃຊ້​ສາມາດ​ຕໍ່​ອິນ​ເຕີ​ເນັດ​

ໄດ້​ພາຍ​ໃນ 2,5 ວິນ​າທີ ​ແບັດ​ເຕີ​ຣີ​ໃຊ້​ຕໍ່​ເນື່ອງ​ໄດ້​ດົນ​ເຖິງ 7 ຊົ່ວ​ໂມງ.

   ນອກຈາກ Acer Aspire S3 ຈະ​ເນັ້ນ​ການ​ອອກ​ແບບ​ທີ່​ງາມ​ສະ​ບາຍ​ຕາ​ ພ້ອມດ້ວຍ

​ສະມັດຖະ​ນະ​ການ​ເຮັດ​ວຽກ​ທີ່​ຫນ້າ​ສົນ​ໃຈ​ຫລາຍ​ແລ້ວ ທາງ​ຜູ້​ອອກ​ແບບ​ຍັງ​ໃສ່​ໃຈ​ເລື່ອງ​

ຂອງ​ການ​ຫມຸນ​ວຽນ​ຂອງ​ອາກາດ ​ໂດຍພັດ​ລົມ​ທີ່ຢູ່​ພາຍ​ໃນ​ຈະ​ສາມາດ​ລະບາຍ​ຄວາມ​ຮ້ອນ​

ອອກ​ທາງ​ດ້ານ​ຫລັງ​ ເຄື່ອງ​ເຊິ່ງ Acer ກ່າວ​ວ່າ ຜູ້​ໃຊ້​ຈະ​ບໍ່​ຮູ້​ສຶກ​ເຖິງ​ຄວາມ​ຮ້ອນ​ທີ່​ເກີດ

​ຂຶ້ນ​ເລີຍ ສຳລັບ​ຄຸນສົມບັດ​ໃນ​ສ່ວນ​ອື່ນໆ​ກໍ່​ຈະ​ມີ​ລະບົບ​ສຽງ ​ເວັບ​ແຄມ 1,3 ລ້ານ​ພິກ​ເຊ​ລ, ​

ເຊື່ອ​ມຕໍ່​ບໍ່​ມີ​ສາຍ Wi-Fi 802.11b/g/n ​ແລະ  Bluetooth 4.0ອີກ​ທັງ​ຍັງ​ມີ​ຊ່ອງ​ອ່ານ​

ກ໊າດຫນ່ວຍ​ຄວາມ​ຈໍາ 2-in-1ພ້ອມ​ຜອດ ​HDMI ແລະ USB ຄົບ​ຖ້ວນ Acer Aspire S3 

ມີ​ລາຄາ​ເລີ່​ມຕົ້ນຢູ່​ທີ່ 799 ​ເອີ​​ໂຣ.

 

www.youtube.com/watch

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 3, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

               ການ​ໄອຫລື​ຈາມ ຈະ​ເປັນ​ອັນຕະລາຍ​ເຖິງ​ຊີວິດ

ຖ້າ​ທ່ານ​ສຸພາບ​ບຸລຸດ​ທັງຫລາຍ ​ໄອ​ຫລື​ຈາມ​ຢູ່​ໃຕ້​ຕຽງ​ເມຍ​ຂອງ​ຄົນ​ອື່ນ

 

          ນ້ອງ​ເມຍ​ເປັນ​ຊັບ​ພະຍາກອນ​ອັນ​ມີຄ່າ​ຂອງ​ອ້າຍ​ເຂີຍ

                    ​ແມ່ນ​ໃຜ​ບັງອາດ​ມາ​ຈີບ​ນ້ອງ​ເມຍ

   ຖື​ວ່າ​ເປັນ​ຜູ້​ທີ່​ທໍາລາຍ​ຄວາມ​ຫວັງອັນ​ມີຄ່າ​ຂອງ​ອ້າຍ​ເຂີຍ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 2, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ນອນຮ່ວມກັນກັບໝາຄົນເຮົາອາດຕິດເຊື້ອໂຣກຈາກມັນໄດ້.

ຈາກການສຶກສາຈາກນັກວິຊາການທາງການແພດໃນປະເທດເຢຍລະມັນພົບວ່າ:

ຫາກໃຫ້ໝາຢູ່ເທິງຕຽງດຽວກັບເດັກ ຈະເຮັດໃຫ້ເດັກປ່ວຍດ້ວຍໂຣກລະບົບທາງ

ເດີນຫາຍໃຈເຊັ່ນ: ນອນກົນ.ຄາລ ຟຣັງຄຣິນ ຈາກມະຫາວິທະຍາໄລແພດສາດອຸຍເມອາ (Umea)

ແລະ ຜູ້ຮ່ວມງານໄດ້ເຮັດການກວດສອບຖາມຊາວສະແກນດີເນເວຍທີ່ເປັນໂຣກນອນກົນພົບວ່າ:

18% ຂອງພວກເຮົານອນກົນຢ່າງໜ້ອຍທີ່ສຸດອາທິດລະ 3 ຄືນ ໂດຍພວກເຂົາບອກວ່າ:

ເຄີຍມີສັດລ້ຽງໃນຫ້ອງນອນໃນໄລຍະໄວເດັກແລະ ພວກເຂົາເຄີຍເປັນໂຣກຕິດເຊື້ອກ່ອນ

ອາຍຸ 2 ປີ ຫລື ເປັນໂຣກຕິດເຊື້ອໃນຫູ ເຊິ່ງທ່ານໝໍຄາດວ່າສາເຫດຈະເປັນເພາະເຊື້ອໂຣກຈາກ

ສັດລ້ຽງ ເຮັດໃຫ້ລະບົບທາງເດີນຫາຍໃຈຂອງຄົນອັກເສບ ແລະຜັນແປປ່ຽນເປັນໂຣກນອນກົນ.

ນອກນີ້, ນັກວິໄຈດ້ານການນອນລັບຍັງກ່າວວ່າ: ຜູ້ໃຫຍ່ນອນຮ່ວມຕຽງດຽວກັບສັດລ້ຽງກໍ່ມີຜົນກະທົບ

ຕໍ່ການນອນຫລັບ ເພາະຄວາມຕ້ອງການໃນການຫລັບຂອງຄົນ ແລະ ສັດບໍ່ປະສານກັນນັ້ນຄື: ແມວ

ມັກຕື່ນໃນຕອນກາງຄືນ ແລະ ມັນໄປນອນທາງເທິງຫົວຂອງຄົນ.

ສ່ວນໝາມັກຍ້າຍທີ່ນອນໃນກາງຄື້ນເລື້ອຍໆກິນນ້ຳ ແລະ ຍ່າງໄປມາ ແລະ 20% ຂອງໝາມັກນອນ

ກົນ ແລະ 10% ຂອງໝາກໍ່ນອນກົນເຊັ່ນດຽວກັນ ຫລື ຫາກເປັນສັດລ້ຽງທີ່ມີຄູ່ຂອງມັນ ກໍ່ຍິ່ງຈະມີ

ການລົບກວນເນື່ອງນັນຈົນເຮັດໃຫ້ເຈົ້າຂອງພວກມັນນອນບໍ່ຫລັບ.

 

ຈາກໜັງສືພິມປະຊາຊົນ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 2, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ກະຈົກເງົາ          ສະທ້ອນ              ຄວາມເປັນຈິງ

ເລື່ອງທຸກສິ່ງ      ຊັດເຈນ                ເດັ່ງຕົງໜ້າ

ບໍ່ມີໃຜ               ຫລອກໄດ້            ໃຕ້ແວດຕາ

ເລວຊົ່ວຊ້າ          ຕ່ຳຊາມ                 ຕາມໃຈຕົນ

ຫລອກໃຜ         ຫລອກໄດ້             ຫລອກໄປເຖີດ

ຢ່າຕະເຫລີດ     ຫລອກຕົວ             ມົວໝອງໝົ່ນ

ຫລອກໃຜ         ຫລອກໄດ້             ເວັ້ນໃຈຕົນ

ເກີດເປັນຄົນ       ຊົ່ວດີ                    ຢູ່ທີ່ໃຈ

ການກະທຳ         ປຽບດັ່ງ                ເງົາກະຈົກ

ສາຍສະທ້ອນ      ຄວາມໂງ່              ຂອງເຮົາໄດ້

ຄົນຄິດດີ              ທຳດີ                    ທີຈິດໃຈ

ສະແດງອອກ       ບອກໄດ້              ໃນທ່າທີ

ຄົນຄິດຊົ່ວ             ທຳຊົ່ວ                 ດ້ວຍຕົວເຂົາ

ກະຈົກເງົາ            ສະທ້ອນ               ຕອນວິຖີ

ຄົນທຳດີ              ຕ້ອງຣັບ                ກັບຜົນດີ

ຄົນຊົ່ວ                 ບໍ່ອາດໜີ້               ລີ້ພົ້ນກຳ....ທ່ານເອີຍ.?

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 30, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

     ອາຍ​ຄູບໍ່​ໄດ້​ວິຊາ ອາຍ​ພັນ​ລະ​ຍາບໍ່​ໄດ້​ບຸດ

​ແຕ່​ຖ້​າ​ໄດ້​ຄູ​ເປັນ​ພັນ​ລະ​ຍາ ຈະ​ໄດ້​ທັງ​ວິຊາ​ແລະ​ບຸດ

 

            ຮັກ​ເມຍ​ເສຍ​ເພື່ອນ ຮັກ​ເພື່ອ​ນເສຍ​ເມຍ

​     ແຕ່​ຖ້າຣັກ​ເມຍ​ເພື່ອນ ຈະ​ເສຍ​ທັງ​ເພື່ອນ​ແລະ​ເມຍ

 

         ມີ​ຄວາມ​ພະຍາຍາມ​ຢູ່​ບ່ອນ​ໃດ ມີ​ຄວາມ​ສຳ​ເລັດ​ຢູ່​ບ່ອນ​ນັ້ນ

​ແຕ່​ເຖົ້າຫົວ​ງູ​ກັບ​ບອກ​ວ່າ ມີ​ຕັນຫາ​ຢູ່​ບ່ອນ​ໃດ ມີ​ຄວາມ​ພະຍາຍາມ​ຢູ່​ບ່ອນ​ນັ້ນ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 12, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

1. ແກ້ຫວັດ ເນື່ອງມາຈາກວິຕາມິນຊີ ຫຼືສານແທນນິນ ອາການເປັນຫວັດ

  ໄອ ເຈັບຄໍ ປາກຄໍແຫ້ງ ໃຫ້ຄັ້ນເອົານ້ຳ ຫຼືຕົ້ນກິນແທນນ້ຳເປັນຄັ້ງຄາວ.

2. ບຳລຸງຜົມ ວິທີເຮັດງ່າຍໆ ດັ່ງນີ້: (ໝາກຂາມປ້ອມຕ້ອງຕາກແຫ້ງກ່ອນ)

  ໝາກຂາມປ້ອມແຫ້ງ 1 ກຳມື ແຊໃນນ້ຳ 1 ໂອ ແຊໄວ 1 ຄືນ ເມື່ອເວລາ

  ສະຜົມເສັດແລ້ວ ໃຫ້ເອົານ້ຳແຊໝາກຂາມປ້ອມລ້າງເປັນນ້ຳສຸດທ້າຍ. ມີການສຶກສາພົບວ່າສານໃນໜາກຂາມປ້ອມຊ່ວຍກະຕຸ້ນການປົ່ງຂອງຜົມ.

3. ແກ້ຢາກນ້ຳ ເວລາທີ່ຢາກນ້ຳ ແລະຄໍແຫ້ງກິນໜາກຂາມປ້ອມຈະຮູ້ສຶກດີຂຶ້ນທັນທີ.

4. ທ້ອງຜູກ ຄົນທີ່ທ້ອງຜູກປະຈຳບໍ່ວ່າຈາກສາເຫດໃດກໍ່ຕາມຖ້າໄດ້ກິນໜາກ

  ຂາມປ້ອມແລ້ວອາການທ້ອງ ຜູກຈະຫາຍໄປ.

ສັບພະຄຸນຍັງມີອີກຫຼາຍໆທີ່ບໍ່ໄດ້ກ່າວມາ ທີ່ກາວມານີ້ເປັນພຽງສຽ້ວໜຶ່ງເທົ່ານັ້ນ…..

        ຖ້າບໍ່ໄດ້ຜົນຂໍໂທດດ້ວຍເດີ,.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 11, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

1 ດົນຕີກ່ອມສະຫມອງ:ສະ ​ຖາ​ບັນວິທະຍາສາດ​ແຫ່ງ​ນິວຢອກ ພົບ​ວ່າ:

ການ​ຟັງ​ດົນຕີ​ທີ່​ທ່ານ​ມັກບໍ່​ວ່າ​ຈະ​ເປັນ​ແນວ​ໃດ ລ້ວນ​ແຕ່​ສົ່ງ​ຜົນ​ດ້ານ​

ບວກຕໍ່ການ​ຮັບ​ຮູ້​ ຂະນະ​ທີ່​ ວາລະສານ Nature ລາຍ​ງານ​ວ່າ ຖ້າ​ໃຫ້​

ຜູ້​ທົດ​ລອງ​ຟັງ​ເພງ 10 ນາທີ ກ່ອນ​ຈະ​ຕອບ​ແບບ​ສອບ​ຖາມ ພວກ​ເຂົາ​ຈະ​

ເຮັດ​ຄະ​ແນນ​ໄດ້​ດີ​ຂຶ້ນ ​ເຫັນ​ໄດ້​ວ່າ ດົນຕີ​ມີສ່ວນຫລາຍ​ຕໍ່​ການ​ເພີ່​ມລະດັບໄອ​ຄິວ.

  2 ນັ່ງ​ໃຫ້​ປອດ​ໂປ່​ງ:ຜົນ ​ການ​ສຶກສາ​ເທື່ອ​ຫລ້າ​ສຸດ​ພົບ​ວ່າ: ຕັ່ງ​ທີ່​ນັ່ງ​ແລ້ວ​ບໍ່​

ສະບາຍ ຈະ​ເຮັດ​ໃຫ້​ຄວາມ​ຄິດ​ຂອງ​ທ່ານ​ຖືກ​ປິດ​ກັ້ນ​ໄປ​ນຳ ຄົນ​ສ່ວນ​ຫລາຍ

​ຕ້ອງພົບ​ບັນຫາ​ເລືອດ​ໄປ​ລ້ຽງ​ສະຫມອງ​ບໍ່​ພຽງພໍ ຍ້ອນ​ເກີດ​ຈາກ​ການ​ນັ່ງ​ຜິດ

​ທ່າ ການບີບ​ອັດ​ກະດູກ​ສັນຫລັງ ດ້ວຍ​ການ​ນັ່ງ​ຫລັງ​ກົ່ງ ຂະນະ​ກຳລັງ​ນັ່ງພິມ​

ເອກ​ະສາ​ນຈະ​ເຮັດ​ໃຫ້​ເສັ້ນ​ເລືອດທີ່​ໄປ​ລ້ຽງ​ສະຫມອງ​ ຫົດ​ຕົວ ສົ່ງຜົນ​ໃຫ້​ສະ

ຫມອງ​ຂາດ​ອົກ​ຊີ​​ແຊນ ດັ່ງ​ນັ້ນ​ ການ​ເລືອກຕັ່ງ​ນັ່ງ​ເຮັດ​ວຽກ​ດີໆ ທີ່​ສາມາດ​ເຮັດ​

ໃຫ້​ທ່ານ​ນັ່ງ​ຢຽດ​ຫລັງ​ຊື່​ໄດ້​ຂະ​ນະ​ເຮັດ​ວຽກ ນັ່ງ​ແລ້ວ​ຮູ້ສຶກ​ສະບາຍ​ຕົວ ຈິ່ງ​ເປັນ​

ເລື່ອງ​ທີ່​ສຳຄັນ​ພໍ​ສົມຄວນ.

   ນອນ​ຫລັບ​ເພື່ອ​ຟື້ນ​ຄວາມ​ຈຳ: ການ​ນອນ​ຫລັບ​ພັກຜ່ອນ​​ພຽງ​ແຕ່​ຊ່ວຍ​ປົກ​ປ້ອງ​

ຄວາມ​ຈື່​ຈຳ ​​ແລະ​ ຍັງ​ມີ​ບົດບາດ​ສຳຄັນ​ໃນ​ການ​ເກັບ​ລວບ​ລວມຄວາມ​ຊົງ​ຈຳ​

ເຂົ້າ​ນຳ​ກັນ ​ເວົ້າ​ອີກ​ຢ່າງ​ຫນຶ່ງ​ຄືຄວາມຊົງ​ຈຳ​ໃນ​ສະຫມອງ​ບໍ່​ໃຫ້​ແຕກ​ແຖວ​ນັ້ນ​ເອງ.

   ນັກວິທະຍາສາດ​ຈາກ​ມະຫາວິທະຍາ​ໄລ​ສະ​ແຕນ​ຟອດ ສຶກສາ​ພົບ​ວ່າ:

ຫມອນ​ກໍ່​ມີ​ຜົນຕໍ່​ການ​ນອນ​ເຊັ່ນ​ກັນ ຫມອນ​ທີ່​ຮອງ​ຮັບ​ກັບ​ຮ່າງກາຍ​ໃນ​ຂະ

ນະ​ຫລັບ​ໄດ້​ດີ ຈະ​ຊ່ວຍ​ຫລຸດ​ບັນຫາ​ການ​ຫາຍ​ໃຈ ​ເຊິ່ງ​ເປັນ​ອຸປະສັກ​ຕໍ່​ການ​

ນອນ​ຫລັບທີ່​ຕໍ່ເນື່ອງ​ຍາວ​ນານ​ໃຜ​ທີ່​ຢາກ​ນອນ ຫລັບດີ ​ແລະ ຕື່ນ​ຂຶ້ນ​

ມາ​ຢ່າງ​ສົດ​​ໄສ ຕ້ອງ​ເລືອກ​ຫມອນ​ຫມູນ​ທີ່​ນຸ້ມ ຈະ​ເຮັດ​ໃຫ້​ນອນ​ຫລັບ​ສະບາຍ.

    ນອກຈາກ​ນີ້ ​ຍັງ​ຕ້ອງ​ຮັບ​ປະທານ​ຜັກ ​ແລະ ຊີ້ນ​ສັດ ພ້ອມ​ກັບຮັບ​ປະທານ

​ອາຫານ​ເສີມ ພວກ​ວິຕາມິນ​ທີ່​ຮ່າງກາຍ​ຕ້ອງການເສີມ​ເຂົ້າ​ໄປ​ນຳ ​ແຕ່​ຕ້ອງ​​

ໄດ້ຮັບ​ຄຳ​ແນະນນຳ​ຈາກ​ແພດ​ກ່ອນ ຈິ່ງ​ຈະ​ຮັບ​ປະທານ​ອາຫານ​ເສີມ​​ແບບ​

ຖືກ​ວິທີ​ໄດ້ ​ເພື່ອ​ຄວາມ​ປອດ​ໄພ.   ຈາກເສດຖະກິດ-ສັງຄົມ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 8, 2011 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເພື່ອນຄົນໃດໃຊ້ມືຖື ຕັ້ງໃຈອ່ານໃຫ້ດີ ອ່ານຈົບແລ້ວຈະໄດ້ຮູ້ວ່າ

ມືຖືບໍ່ໄດ້ມີໄວ້ສຳລັບໂທອອກ-ໂທເຂົ້າເທົ່ານັ້ນ

 

1.      1. ໝາຍເລກາກົນສຸກເສີນ 112 ໃຊ້ໄດ້ທົ່ວໂລກ ຖ້າເກີດເຮົາຫຼົງໄປຢູ່ໃນເຂດ

      ທີ່ບໍ່ມີສັນຍານແຕ່ມີເຫດ ດ່ວນເຫດຮ້າຍໃຫ້ກົດ 112 ແລ້ວມັນຈະຫາເບີໃຫ້ເອງ

      ອັດຕະໂນມັດແມ່ນແຕ່ເຮົາລ໋ອກປຸ່ມກໍ່ຍັງກົດ ເບີນີ້ໄດ້.

2.     2.   ໃຊ້ໃນກໍລະນີທີ່ລືມກຸນແຈໄວ້ໃນລົດ. ສໍາລັບລົດທີ່ໃຊ້ Remote Ke ຖ້າລ໋ອກໄປ

      ແລ້ວແຕ່ເຮົາມີກຸນແຈສຳຮອງຢູ່ທີ່ບ້ານ ໃຫ້ໂທໄປຫາຄົນທີ່ຢູ່ບ້ານດ້ວຍມືຖື

      (ເຮົາຕ້ອງໂທໄປເບີມືຖື ເຂົາເດີ) ເມື່ອເຂົາຮັບແລ້ວເຮົາບອກໃຫ້ເຂົາກົດປຸ່ມ  

             unlock ທີ່ກຸນແຈສຳຮອງ ໃນຂະນະທີ່ເຮົາລົມມືຖືຢູ່ນັ້ນໃຫ້ຫ່າງຈາກປະຕູລົດ

       ປະມານ 1 ຟຸດ (ສ່ວນຜູ້ທີ່ກົດປຸ່ມປົດລ໋ອດນັ້ນໃຫ້ເອົາ Remote Key ມາຕິດກັບມື້ຖື)

      ເທົ່ານີ້ກໍ່ປົດລ໋ອດໄດ້ແລ້ວ

3.      3. ກໍລະນີແບ໋ດໝົດ *3370# ລຳຫຼັບມືຖື Nokia ຖ້າເກີດຖ່ານເຫຼືອນ້ອຍເຕັມທີ

      ຈົນໃກ້ດັບແຕ່ຈຳເປັນຕ້ອງໂທໃຫ້ກົດອ*3370# ມັນຈະລີດພະລັງງານສຳຮອງ

      ອອກມາໃຊ້ ເພີ່ມພະລັງຖ່ານໃຫ້ຂື້ນມາອີກ 50% ແລະມັນຈະຊົດເຊີຍສ່ວນສຳ

      ຮອງນີ້ໃນການສາກແບັດຄັ້ງຕໍ່ໄປ

 

                ລອງປະຕິບັດເບິ່ງເອົາເອງວ່າຊີໄດ້ຜົນຫຼືບໍ ຂພຈ ກໍ່ຍັງບໍ່ທັນລອງເບີ່ງຄືກັນ ອ່ານເຫັນແລ້ວເລີຍເອົາມາໃຫ້ອ່ານ.........

 

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 7, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

1.   1. ສັດທາ ຄືຄວາມເຊື່ອ ໃນສິ່ງທີ່ດີງາມຮ່ວມກັນ ຖ້າເຮົາມີສັດທາ

         ຊຶ່ງບໍ່ຈຳເປັນຕ້ອງເປັນສັດທາໃນສາສະໜາ ແຕ່ເປັນສັດທາ

         ໃນຄວາມຮັກທີ່ຕົງກັນ ແລະນັ້ນເປັນສິ່ງທີ່ສຳຄັນໃນການໃຊ້

         ຊີດວິດຄູ່ ຖ້າຂາດສັດທາໃນ ຄວາມຮັກຊີວິດຄູ່ກໍ່ບໍສາມາດດຳເນີນໄປຕໍ່ໄດ້.

2.   2. ສີນ ຄືຂໍ້ຫ້າມ ການລະເວັ້ນຫຼືການບໍ່ນອກໃຈຄູ່ຊີວິດຂອງຕົວເອງ

         ມີຄວາມຊື່ສັດຕໍ່ກັນ ຖ້າຫາກເຮົາຍັງມີໃຈ ທີ່ສະຊັບກະສ່າຍ

         ແຕ່ອີກຄົນກັບມີໃຈຊື່ສັດຕໍ່ຄົນຮັກ ມັນກໍ່ບໍສາມາດຢູ່ຮ່ວມກັນໄດ້

3.   3.  ຈາຄະ ຄືຄວາມເສຍສະລະ ຄວາມມີນ້ຳໃຈໃຫ້ແກ່ກັນ

          ການຢູ່ຮ່ວມກັນລະຫວ່າງຄູ່ສາມີພັນລະຍາຈະຕ້ອງມີ 

          ນ້ຳໃຈໃຫ້ແກ່ກັນ ສະລະຄວາມສຸກສ່ວນຕົວ ເມື່ອອີກຄົນເຈັບໄຂ້ໄດ້ປ່ວຍ

4.    4.  ປັນຍາ ຄືຄວາມຮອບຮູ້ (ອະທິບາຍເອົາເອງ)

 

               ສິ່ງສຳຄັນຄືຢ່າລືມຕື່ມຄວາມຮັກໃຫ້ແກ່ກັນແລະກັນ.

             ຖ້າຜິດຂໍໂທດເດີເພາະວ່າຈຳເອົາເຂົາມາເລົ່າໃຫ້ຟັງ!

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 2, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

             ຂ້ອຍ ເປັນ ຄົນ ທີ່ ມັກ ຫຼິ້ນ ພັນ ລາວ ເປັນ ຊີ ວິດ ຈິດ ໃຈ

            ຖ້າ ບໍ່ ເຊື່ລອງ ມາ ເບິ່ງ ພາບ ນີ້ ເອົາ ເອງ ເດີ!!

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 31, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ສະມາທິ ແປວ່າ ຄວາມຕັ້ງໃຈໝັ້ນ

1. ສ້າງນິໃສ ລົງມືເຮັດທັນທີ

2. ສ້າງນິໃສ ມຸ້ງໝັ້ນວ່າ ຖ້າບໍ່ແລ້ວຈະບໍ່ໃສ່ໃຈເລື່ອງອື່ນ

3. ຈັດລຽງລຳດັບວຽກກ່ອນຈະລົງມື

4. ຫັດຄິດທີ່ລະເລື່ອງ ໂດຍໃຫ້ເຈາະລຶກເລື່ອງນັ້ນ ຢ່າຜິວເຜີນ

5. ສ້າງສິງແວດລ້ອມໃຫ້ເໝາະແກ່ການມີສະມາທິ

6. ຮູ້ຈັກພັກຜ່ອນເປັນຊ້ວງໆ

7. ສ້າງຄວາມຈິງໃຈ ແລະເຕັມໃຈໃນສິ່ງທີ່ທຳ

8. ພະຍາຍາມຫັດຄິດໃນເລື່ອງທີ່ສ້າງສັນ

9.ເລີກນິໃສມາກເລື່ອງໃນການກະທຳສິ່ງໃດໜຶ່ງ

10.....................................................

ຂຽນເມື່ອ ຂຽນເມື່ອ: ກ.ລ.. 26, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 


ບໍ່ມີໃຜເກີດມາໄຮ້ຄ່າ

ແມ່ນແຕ່ຄົນໂງ່ທີ່ສຸດຍັງສະຫຼາດບາງເວລາ

ແລະຄົນສະຫຼາດທີ່ສຸດກໍ່ຍັງໂງ່ໃນບາງເລື່ອງ

 ບໍ່ມີຫຍັງເສຍເວລາໄປກວ່າ

ການຄິດທີ່ຈະຍ້ອນກັບໄປແກ້ໄຂອະດີດ

ບໍ່ມີສິ່ງໃດສາຍເກີນໄປ ທີ່ຈະເຮັດໃນສິ່ງທີ່ຕົນເອງຝັນ

 ຄົນທີ່ບໍ່ເຄີຍຫິວ ຍ່ອຍບໍ່ຊາບຊຶ້ງຣົດຂອງຄວາມອີ່ມ

 ຄວາມສຳເລັດທີ່ຜ່ານຄວາມຫຼົ້ມແຫຼວ ຍ່ອມຫອມຫວານກວ່າເດີມ

 ອັນຕະລາຍທີ່ສຸດຂອງຊີວິດຄືການຄາດຫວັງ

ຢ່າຍອມແພ້ຖ້າຍັງບໍ່ພະຍາຍາມຢ່າງເຕັມທີ່

ເຫດຜົນຂອງຄົນໆໜຶ່ງອາດບໍ່ແມ່ນເຫດຜົນຂອງຄົນອີກຄົນໜຶ່ງ

ຖ້າເຮົາບໍ່ລອງຢ່າງ ເຮົາຈະບໍ່ມີທາງຮູ້ເລີຍວ່າທາງຂ້າງໜ້າເປັນຢ່າງໃດ

ບັນຫາທຸກຢ່າງລ້ວນຢູ່ທີ່ຕົວເຮົາທັງສິ້ນ

ຍິນດີກັບສິ່ງທີໄດ້ມາ ແລະຍ້ອມຮັບກັບສິ່ງທີ່ເສຍໄປ

ຫຼັງພາຍຸຜ່ານໄປ ຟ້າຍ່ອມສົດໃສສະເໝີ

 

ຖ້າບໍ່ຖືດໂທດດ້ວຍເດີ...

ຂຽນເມື່ອ ຂຽນເມື່ອ: ກ.ລ.. 16, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ກາລະຄັ້ງໜຶ່ງນານມາແລ້ວໄດ້ມີວັດແຫ່ງໜຶ່ງຢູ່ນອກເທດສະບານຕົວເມືອງ

ໄດ້ມີຫຼວງພໍ່ ແລະເນນນ້ອຍໜຶ່ງຮູບ ອາໃສຢູ່ຮ່ວມກັນເປັນເວລາຫຼາຍພັນສາ

ສົມຄວນ ເລື່ອງອາຫານນັ້ນແມ່ນຂາດ2ເຂີນ2 ພໍ່ອອກ-ແມ່ອອກ ກໍ່ມື້ມາມື້ບໍ່

ບາງວັນກໍ່ຕ້ອງໄດ້ແຕ່ງຢູ່ຄົວກິນເອງ ຢູ່ມາວັນໜຶ່ງໄດ້ມີແມ່ອອກເອົາ ໜັງເຄັມ  

ໄປເຄນຫຼວງພໍ່ ແລະຫຼວງພໍ່ກໍ່ເອົາໜັງ 2 ເສັ້ນ (ເສັ້ນໜຶ່ງປະມານ 1 ຄືບ)

ໃຫ້ເນນເອົາໄປຈີ້, ເນນກໍ່ເອົາໄປຈີ້ ແລ້ວ2ເລື່ອງບໍ່ຄາດຄິດກໍ່ເກີດຂຶ້ນ ໜັງ

ທີ່ເນນນ້ອຍເອົາໄປຈີ້ນັ້ນມັນໄດ້ຫົດເຂົ້າປະມານເຄິ່ງຄືບນີ້ແຫຼະສ່ວນເນນນ້ອຍ

ເມື່ອເຫັນແນວນັ້ນກໍບໍ່ຮູ້ຈະເຮັດແນວໃດດີເພາະຢ້ານຫຼວງພໍ່ຮ້າຍທີ່ເຮັດໃຫ້ໜັງ

ຫົດເຂົ້າບໍ່ຮູ້ຈະເຮັດແນວໃດດີເນນນ້ອຍກໍເລີຍຮ້ອງໃຫ້ຕາມພາສາເດັກນ້ອຍ,

ຮ້ອງໃຫ້ດົນເຕີບຫຼວງພໍ່ເລີຍໄດ້ຍິນແລ້ວກໍ່ມາເບິ່ງ ແລ້ວຖາມເນນວ່າເປັນຫຍັງ?

ເນນຕອບວ່າໜັງທີ່ຫຼວງພໍ່ໃຫ້ມາຈີ້ນັ້ນມັນຫົດເຂົ້າຍັງນ້ອຍດຽວ.

ຫຼວງພໍ່ເລີຍບອກວ່າໂອ່ຍເນນນ້ອຍເອີຍນີ້ລະເຂົາວ່າວັດຖຸມີການຫົດຢືດ...


- ມື້ຕໍ່ມາອີກແມ່ອອກຄົນເກົ່ານັ້ນລະໄດ້ເອົາໄຂ່ມາເຄນຫຼວງພໍ່ອີກ 1 ແຕະ..

ຫຼວງພໍ່ກໍ່ເອົາໄຂ່ໃຫ້ໃຫ້ເນນນ້ອຍໄປຕົ້ມ 2 ໜ່ວຍ..ເນນນ້ອຍກໍ່ເອົາໄປຕົ້ມຕາມຫຼວງພໍ່ສັ່ງ...

ເມື່ອຕົ້ມແລ້ວເນນນ້ອຍກໍ່ໄດ້ລັກກິນ 1 ໜ່ວຍກ່ອນທີ່ຈະເອົາໄປໃຫ້ຫຼວງພໍ່

ແຫຼະແລ້ວເຫດການກໍ່ເກີດຂຶ້ນອີກຄັ້ງໜຶ່ງເມື່ອເນນນ້ອຍເອົາໄຂ່ມາໃຫ້ຫຼວງພໍ່...

ຫຼວງພໍ່ຖາມວ່າເນນນ້ອຍໄຂ່ທີ່ຫຼວງພໍ່ເອົາໃຫ້ໄປຕົ້ມ 2 ໜ່ວຍ ຄືຍັງເຫຼືອແຕ່ 1 ໜ່ວຍ.......

ເນນນ້ອຍຕອບວ່າ:..........................................? ເຈົ້າຄິດວ່າເນນນ້ອຍຕອບແນວໃດ ?

ຂຽນເມື່ອ ຂຽນເມື່ອ: ກ.ລ.. 10, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

 

 

ຈະຈໍາ...ທຸກຊີກຂອງກີບດອກ

ຈະຈໍາ...ຄຳບອກທີ່ຕອກຝັນ

ຈະຈໍາ...ທຸກແຮງແສງຕະວັນ

ຈະຈໍາ...ຄຳໝັ້ນທີ່ສັນຍາ



ຈະລືມ...ຄວາມຫຼັງທີ່ຝັ່ງທຸກ

ຈະລືມ...ເພື່ອລຸກໃຫ້ສຸກຂີ

ຈະລືມ...ຄວາມເສົ້າເຜົາຊີວີ

ຈະລືມ...ຄົນທີ່........



ຈະເລີ່ມ...ຕົນໃໝ່ດ້ວຍໃຈແກ່ງ

ຈະເລີ່ມ...ຈັດແບ່ງການງານບໍ່ແໜ່ງໜ່າຍ

ຈະເລີ່ມ...ລ້າງໃຈໃສທັງດວງ

ຈະເລີ່ມ...ເດີນລ່ວງຈາກບ່ວງມານ....

ຂຽນເມື່ອ ຂຽນເມື່ອ: ກ.ລ.. 8, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

 

ຈົດແລ້ວຈໍາ       ທໍາແລ້ວຈົດ       ໃຫ້ຈົດຈໍາ

ໝັ່ນຂຽນຍ້ໍາ       ຈໍາເອົາໄວ້         ໃຫ້ໝັ່ນຂຽນ

ພຽນສູ້ທົນ          ເກີດເປັນຄົນ      ທົນ-ສູ້-ພຽນ

ຕັ້ງຕາຮຽນ         ພຽນເຂົ້າໄວ້       ໃສ່ໃຈຈໍາ

 

ຄ່ອຍຄ່ອຍທໍາ    ຄ່ອຍຄ່ອຍຄິດ    ຍາມຕິດຂັດ

ຄ່ອຍຄ່ອຍຈັດ    ຄ່ອຍຄ່ອຍຮຽນ   ພຽນເລີ່ມໃໝ່

ຄ່ອຍຄ່ອຍສານ  ຄ່ອຍຄ່ອຍຕໍ່       ຢ່າ້ທໍ້ໃຈ

ເລີ່ມຕົ້ນໃໝ່       ໄດ້ດ້ວຍແຮງ     ແຫ່ງແສງທໍາ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 6, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ເພື່ອນທີ່ຮັກເອີຍ............

ບໍ່ມີໃຜເກັ່ງມາຕັ້ງແຕ່ເກີດຫຼອກ

ທຸກສິ່ງຢ່າງລ້ວນເກີດຈາກການສະແຫວ່ງຫາທັ້ງນັ້ນ

 

ບໍ່ມີໃຜຫົວໄດ້ຕັ້ງແຕ່ເກີດ

ຈະມີກໍ່ແຕ່ສຽງຮ້ອງໃຫ້ກັບນໍ້າຕາເທົ່ານັ້ນ

 

ຄວາມບັງເອີນບໍ່ມີຈິງຫຼອກ

ຈະມີກໍ່ແຕ່ພົມລິຄິດເທົ່ານັ້ນ

 

ຄວາມຮັກທີ່ແສນທໍາມະດາ...ແຕ່ຫາສິ່ງທຽບຄ່າບໍ່ໄດ້

ບໍ່ມີໃຜໃຫ້ເຮົາໄດ້ນອກສະຈາກບຸບພະກາຣີ

 

ເພື່ອນກິນຫາໄດ້ທົ່ວໆໄປ...ແຕ່ເພື່ອນຕາຍຕ້ອງໃຊ້ເວລາ

 

ບໍ່ມີສິ່ງໃດທີຈະສາມາດບອກເຮົາວ່າມື້ໜ້າຈະເກີດຫຍັງຂຶ້ນ

 

ເຮົາມີພຽງຊີວິດດຽວ....ຈົ່ງຢ່າຖິ້ມໂອກາດດີໆ

 

ເມື່ອເຮົາຮັກໃຜຄົນໜຶ່ງຢ່າເອີ່ຍພຽງຄໍາວ່າຮັກ ຈົ່ງໃຊ້ລົມຫາຍໃຈ ແລະຊີວິດການກະທໍາໃຫ້ເຂົາເຫັນ

 

ຄວາມຮັກບໍ່ເຄີຍເຮັດໃຫ້ຄົນເຈັບປວດ....

ຄົນີ່ກໍາລັງເຈັບປວດເພາະຄວາມຮັກ ຄືຄົນີ່ຍັງບໍ່ເຄີຍສໍາຜັດເຖິງຄວາມຮັກອັນແທ້ຈິງ

 

ບາງຄັ້ງນໍ້າຕາ...ກໍ່ເປັນການປອບປະໂລມທີ່ດີ

ດັ່ງນັ້ນ....ຈົ່ງຮ້ອງອອກມາຢ່າໄດ້ອາຍໃຜ


ຊີວິດຄົນເຮົາແສຍສັ້ນ.....ຈົ່ງມີຄວາມສຸກກັບສິ່ງທີ່ເຮົາກະທຳຢູ່ນະປະຈຸບັນນີ້

 

ແດ່ເພື່ອນຮັກ.................

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 27, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

- ຄົບຄົນພານຖ້າຈິງໃຈກໍ່ບໍ່ຜິດ     ຄົບບັນດິດບໍ່ຈິງໃຈກໍ່ໄຮ້ຜົນ

- ຄວາມດີເໝືອນ ກກນ               ຕ້ອງມີຕິດຕົວໄວ້ ແຕ່ບໍ່ຕ້ອງໂຊ

- ເຫຼົ້າເບຍບໍ່ໄດ້ສ້າງວິລະບຸລຸດ     ແຕ່ວິລະບຸລຸດກໍ່ຂາດມັນບໍ່ໄດ້

- ຄວາມພະຍາຍາມຄັ້ງທີ່ 100    ດີກວ່າຄິດທໍ້ຖ່ອນກ່ອນທຳ

- ສຸກໃດກໍບໍ່ເທົ່າ                         ຈົກກະເປົາແລ້ວມີເງິນ

- ເພື່ອນກິນ ເພື່ອນກັນ                ເພື່ອນກິນບໍ່ທັນ ເພື່ອນກັນເອົາໄປກິນ

- ຊະຕາຟ້າລິລິດ                        ແຕ່ຊີວິດນັ້ນຂອງເຮົາ

- ກໍາຂີ້ດີກວ່າກໍາຕົດ                    ແຕ່ຖ້າກໍາສົດໆກໍາຕົດດີກວ່າກໍາຂີ້

- ຈຸດຢືນຂອງເຮົາທຸກຄົນ             ຢູ່ທີ່ສົ້ນຕີນ ( ຖຽງບໍ )

-ເຫັນງານເປັນລົມ                      ເຫັນນົມສູ້ຕາຍ....( ສູ້ໂວຍ...)

(ດີ-ຊົ່ວ ບໍ່ໄດ້ເປັນຈາກກຳມະພັນ ແຕ່ເປັນການກະທຳຂອງ......ເຮົາ)

                           ຄິດວ່າແນວໃດທ່ານ.............

                                        

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 26, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຄວາມຮັກ ຄືການໃຫ້...ໃຫ້ທຸກສິ່ງທຸກຢ່າງກັບຄົນທີ່ເຮົາຮັກ

 

ຄວາມຮັກ ຄືຄວາມກຽດ...ກຽດທຸກສິ່ງທຸກຢ່າງທີ່ມາຍຸ້ງກັບຄົນທີ່ເຮົາຮັກ

 

ຄວາມຮັກ ຄືຄວາມຢ້ານ...ຢ້ານທີ່ຈະເປັນທຸກເພາະຄວາມຮັກ

 

ຄວາມຮັກ ຄືຄວາມຢາກ...ຢາກທີ່ຈະໃຫ້ຄົນຮັກ ຮັກເຮົາເໝືອນກັບເຮົາຮັກເຂົາ

 

ຄວາມຮັກ ຄືສິ່ງທີ່ເຮັດໃຫ້ໂລກສົດໃສສວຍງາມ  ບາງຄັ້ງ...ຮັກກໍ່ເຮັດໃຫ້ໂລກໝົ່ນໝອງມືດມົນ

 

ຄວາມຮັກ ຄືກັມ...ກັມທີ່ຕ້ອງເກີດມາຮັກຄົນທີ່ເຂົາບໍ່ຮັກເຮົາ

 

ຄວາມຮັກ ຄືກັບຄວາມເຈັບ...ເມື່ອຕ້ອງຮັກຄົນທີ່ບໍ່ເຫັນຄຸນຄ່າຂອງຄວາມຮັກ

 

ຄວາມຮັກ ຄືຄວາມອິດສາ...ອິດສາໃນສິ່ງອື່ນທີ່ເຂົາເຫັນວ່າມີຄ່າຫຼາຍກວ່າເຮົາ


ແລ້ວ “ຄວາມຮັກ” ຂອງເຈົ້າລະ ຄືຫຍັງ ??

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 21, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ຢ່າຕັ້ງໃຈກັບຄົນ 1 ຄົນຫຼາຍເກີນໄປ

ເພາະບໍ່ມີໃຜຢາກເປັນຕົ້ນເຫດຂອງຄວາມຫຼົ້ມແຫຼວ

ຢ່າຄາດຫວັງກັບຄົນ 1 ຄົນຫຼາຍເກີນໄປ

ເພາະບໍ່ມີໃຜສາມາດເປັນທຸກຢ່າງທີ່ທຸກຄົນຢາກໃຫ້ເປັນ

ຢ່າໃຫ້ເວລາກັບຄົນ 1 ຄົນຫຼາຍເກີນໄປ

ເພາະບໍ່ວ່າໃຜກໍ່ຍ່ອມຢາກມີເວລາເປັນສ່ວນຕົວ

ຢ່າພະຍາຍາມປຽນແປງຄົນ 1 ຄົນຫຼາຍເກີນໄປ

ເພາະນັ້ນຈະເຮັດໃຫ້ເຂົາບໍ່ຫຼົງເຫຼືອຄວາມເປັນຕົວຂອງຕົວເອງ

ຢ່າຄວບຄຸ້ມຊີວິດຄົນ 1 ຄົນຫຼາຍເກີນໄປ

ເພາະມະນຸດມັກຈະຫາວິທີແຫກຕົວ ເພື່ອອອກຈາກກົດທີ່ຖືກກໍານົດ

ຢ່າບີບບັງຄັນຄົນ 1 ຄົນຫຼາຍເກີນໄປ

ເພາະຖ້າຄົນໆນັ້ນຫຼຸດຈາກພາວະບີບບັງຄັບມາໄດ້ ເຮົາຈະກາຍເປັນ

ຄົນທີ່ຖືກຫັນຫຼັງໃຫ້ໃນທັນທີ

ລອງຄິດເບິ່ງດີໆວ່າ........ທຸກຄົນມີລົມຫາຍໃຈບໍ່ແມ່ນພາບວາດ

ທີ່່ຈິສວຍງາມຢູ່ຕະຫຼອດເວລາ... ທຸກຄົນເປົນສິ່ງທີ່ມຮຊີວິດ

ທີ່ມີ 2 ດ້ານເຊັ່ນກັນໝົດທຸກຄົນ.

...ຖ້າຢາກຮູ້ຈັກໃຜຈັກຄົນໜຶ່ງ ຕ້ອງຫັດຮຽນຮູ້ ບໍ່ແມ່ນໃຊ້ການປຽນແປງ...

                            ໃນແງ່ຄວາມຄິດຂອງເຈົ້າຄິດວ່າແນວໃດ?

                                              ຂອບໃຈທີ່ອ່ານ!!

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 20, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ບໍ່ຈໍາເປັນວ່າ...ຕ້ອງເດີນໄປໃນເສັ້ນທາງອັນດຽວກັນ

ບໍ່ຈໍາເປັນວ່າ...ຕ້ອງເຫັນດີເຫັນງາມໄປດ້ວຍກັນທຸກຢ່າງ

ບໍ່ຈໍາເປັນວ່າ...ຕ້ອງມີສ່ວນຮ່ວມໃນຄວາມຝັນຂອງເຮົາ

ບໍ່ຈໍາເປັນວ່າ...ຕ້ອງເສຍສະລະຕົນເອງສົ່ງເຂົາໃຫ້ເຖິງຝັງ

ແລະບໍ່ຈໍາເປັນເລີຍ...ທີ່ເຮົາຕ້ອງເຮັດທຸກຢ່າງເພື່ອເຂົາ

 

ແຕ່ມັນຈໍາເປັນຢ່າງຍິ່ງທີ່ເຮົາຕ້ອງ.....

ຄິດຖຶງເຂົາສະເໝີໃນທຸກໆວັນ

ໂອບກອດເບົ່າໆ ໃຫ້ເຂົາຮູ້ວ່າຍັງມີຄຸນຄ່າຢູ່ຂ້າງໆ

ບອກຮັກແທນຄວາມໝາຍທັງໝົດໃນໃຈທີ່ມີ

ແລະເຕີມເຕັມຊຶ່ງກັນ ແລະກັນ

 

ຮັກແທ້...ມີອິດສະລະດັ່ງນົກໂບຍບິນ

ຮັກແທ້...ບໍ່ຕ້ອງການນິຍາມໃດໆ

ຮັກແທ້...ຈະຄ່ອຍໆ ເຕີບໂຕຢ່າງງົດງາມ

ຮັກແທ້...ສາມາດດູແລຕົວເອງໄດ້

ຮັກແທ້...ບໍ່ມີວັດໝົດໄປ ແມ່ນພຽງແຕ່ປຽນໄປຕາມສະຖານະທີ່ຄວນຈະເປັນ..

 

ຢ່າເວົ້າວ່າ....ຂ້ອຍບໍ່ຮັກອີກແລ້ວ ຖ້າຫາກຍັງທຳໃຈບໍ່ໄດ້

ຢ່າຖອດໃຈ...ຖ້າເຮົາຍັງຮູ້ສຶກທົນໄດ້

ຢ່າບອກວ່າ..ຖ້າເຮົາຍັງມອງເຫັນທາງທີ່ສາມາດເດີນຕໍ່ໄປດ້ວຍກັນ

ຢ່າບອກວ່າຄິດຮອດ...ຖ້າເຮົາບໍ່ຄິດຮອດ

ຢ່າບອກວ່າຮັກ...ຖ້າເຮົາບໍ່ຮູ້ສຶກຮັກ

ຢ່າບອກວ່າຫ່ວງໃຍ...ຖ້າເພາະຕ້ອງບອກໄປເພາະຄວາມເຄີຍຊິນ.

ແລະສຸດທ້າຍ........

ຢ່າເສຍໃຈ....ຖ້າເຮົາໄດ້ຕັດສິນໃຈດີແລ້ວ,

            ທຸກຄົນຄິດວ່າແນວໃດ........???

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 20, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ຂຽນຄໍາວ່າ....ຮັກເປັນຮ້ອຍຄຳ

ຂຽນໃຫ້ວັນ...ທີ່ເຄີຍຜູກພັນ......ຈຳໄດ້ບໍ?

ວັນນີ້...........ຂ້ອຍຢູ້ຄົນດຽວ.....ບໍ່ມີໃຜ

ຂຽນຄໍາວ່າ....ເຫງົາເກັບໄວ້.......ໄດ້ເປັນພັນ

 

ແລ້ວຄົນດຽວໃນຊີວິດ...............ກໍ່ຈາກໄປ

ຈະໃຫ້ຫັນໄປທາງໃດ................ຕໍ່ຈາກນີ້

ທາງຂ້າງໜ້າ...........................ອີກຍາວໄກ

ຂ້ອຍຈະຫາກໍາລັງໃຈດີໆ...........ໄດ້ຈາກໃຜ

 

ເໝືອນ................................ປີ້ລົດທີ່ຂາດ

ເສດກະດາບ.........................ອີກກ໋ອງໃຫຍ່

ເລື່ອງຂອງເຮົາ.......................ຢູ່ໃນຂອງທີ່ບໍ່ສຳຄັນ

ເຫັນແລ້ວເຫງົາ......................ຈົນຮ້ອງໃຫ້ທຸກທີ່...

ໂອ໋ຍ,,,,,ອ່ານແລ້ວເສົ້າ,,,,,,,,,,,,ເຫງົາແທ້ໆ

ບໍ່ຮູ້ວ່າ,,,ຄົນອ່ານຈະເຫງົາຄືກັນບໍ?

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 19, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ຄົນເຮົາ...ຢ່າພະຍາຍາມກັກເກັບນ້ໍາຕາ

ຖ້າຮູ້ວ່າ...ມັນເີນຈະກັ້ນໄວ້ໄດ້

ບໍ່ມີໃຜເກີດມາ ແລ້ວບໍ່ເຄີຍຮ້ອງໃຫ້

ແມ່ນແຕ່...ວັນແລກທີ່ເຮົາມືນຕາເບິ່ງໂລກ

ທຸກຄົນກໍ່ຕ້ອງຮ້ອງໃຫ້ດ້ວຍກັນທັງນັ້ນ...

 

ເມື່ອມີ....ນໍ້າຕາ

ນັ້ນບໍ່ໄດ້ໝາຍຄວາມວ່າ....ອ່ອນແອ

ແຕ່ບາງທີ ບາງສິ່ງທີ່ມັນຫຼາຍເກີນໄປ ເກີນກວ່າທີ່ຈະຮັບໄວ້

ກໍ່ຈໍາເປັນຕ້ອງລະບາຍອອກມາແນ່....

 

ພຽງແຕ່....ຢ່າຟືນຕົວເອງ ຕ້ອງຍ້ອມຮັບຄວາມຮູ້ສຶກຂອງຕົວເອງ

ຢ່າປິດກັ້ນຄວາມອ່ອນແອ....ຂອງຕົວເອງ

ຖ້າຢາກຮ້ອງໃຫ້ ກໍ່ຮ້ອງໃຫ້ຫາຍອຶດອັດ....

 

ຮ້ອງໃຫ້....ບໍ່ແມ່ນເລື່ອງໜ້າອາຍ

ຄົນໃດກ້າຮ້ອງໃຫ້ ຄືຄົນທີ່ເຂົ້າໃຈຄວາມຮູ້ສຶກຂອງຕົນເອງ

ຍ້ອມຮັບໃນສິ່ງທີ່ຕົນເອງກໍາລັງເປັນ.....

ເພາະຄົນທີ່ເສຍໃຈແລ້ວບໍ່ຮ້ອງໃຫ້ ບໍ່ລະບາຍອອກມາ

ນານໆໄປ ອາດຈະເຮັດໃຫ້ມີຄວາມເສົ້າຢູ່ລຶກໆ

ໃຫ້ເລືອກທີ່ຈະລະບາຍອອກມາຈະດີກວ່າ

ຢ່າພະຍາຍາມທີ່ຈະອົດກັ້ນ ທີ່ຈະຮ້ອງໃຫ້

ປ່ອຍໃຫ້ນໍ້າຕາມັນໄຫຼອອກມາ ຈົນກວ່າຈະສະບາຍໃຈ

 

ແລະເມື່ອ......ນໍ້າຕາເຫືອດແຫ້ງໄປ

ເຮົາຈະໄດ້ຄວາມເຂັ້ມແຂງ ກັບມາໃຫ້ຕົວເຮົາ

ຫຼາຍກວ່າເກົ່າເຖິງ 100 ເທົ້າ...

 

                 ຂອບໃຈທີ່ອ່ານ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 18, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ທີ່ມາຂອງຮູບຫົວໃຈ

ທ່ານທັງຫຼາຍເຄີຍສົງໃສບໍວ່າ ຮູບຫົວໃຈຕ້ອງມີລັກສະນະເປັນແບບນີ້ ນັ້ນກໍ່ເປັນເພາະວ່າ

ຮູບລັກທີ່ເຮົາຄຸ້ຍຕານີ້ ເປັນຮູບລັກທີ່ຮຽນແບບມາຈາກໃບໄອວີ່ ທີ່ມີຮູບຮ່າງຄ້າຍພາບຫົວ

ໃຈທີ່ເຮົາເຫັນກັນໃນປັດຈຸບັນນີ້.

          ຕັ້ງແຕ່ຍົກກຣິກ ແລະໂຣມັນມາແລ້ວ ທີ່ໃບ ໄອວີ່ ເປັນສັນຍາລັກຂອງຄວາມເປັນອໍາມະຕະ

ເພາະໃບໄອວີ່ມີສີຂຽວຕະຫຼອດປີ ບໍ່ວ່າອາກາດຈະເປັນຢ່າງໃດ ແຕ່ໃບໄອວີ່ຍັງຄົງມີສີຂຽວສົດ

ແລະຖືກຜູກເຂົ້າກັບຄວາມຮັກ ຄວາມຊື່ສັດ ນອກຈາກນີ້ ການທີ່ໄອວີ່ເປັນໄມ້ເຖົາທີ່ມັກຈະເລື່ອນ

ໄປເກາະສິ່ງນັ້ນສິ່ງນີ້ ເຮັດໃຫ້ໄອວີ່ຖືກມອງວ່າ ບໍ່ວ່າຈະເລື້ອຍໄປເກາະກ້ຽວກັບສິ່ງໃດ

ໄອວີ່ ກໍຜູກພັນ ມັນຈິ່ງເປັນສັນຍາລັກທີ່ຊື່ອອກມາໄດ້ ຫຼາຍຢ່າງ ບໍ່ວ່າຈະເປັນຄວາມຮັກ

ຄວາມຊື່ສັດພັກດີ ຄວາມຜູກພັນທີ່ບໍ່ມີວັນເສື່ອມສະຫຼາຍ ຄວາມເປັນອໍາມະຕະ

ແລະເມື່ອເອົາມາລວມກັນທັງໝົດແລ້ວ ໄອວີ່ຄື “ຮັກນິລັນດອນ’’ ນັ້ນເອງ.

ສີລະປິນໃນຍຸກໄໝ່ກໍ່ໄດ້ປະຍຸກຄວາມເຊື່ອເລື່ອໃບໄອວີ່ນີ້ ແລະນໍາຮູບລັກຂອງໃບໄອວີ່ມາໃຊ້

ແຕ່ປຽນຈາກສີຂຽວສົອໃສ ມາເປັນສີແດງ ຈົນໃນໄລຍະຫຼັງນີ້ເຮົາຖຶ່ງໄດ້ເຫັນພາບຫົວໃຈເປັນສີແດງ

ທີ່ເຮົາຄຸ້ຍຕາກັນ ນັ້ນເປັນເພາະເກີດຈາກສັນຍາລັກແຫ່ງຄວາມນິລັນ ແລະສີແດງ ອັນສີທີ່ມັກຊື່ເຖິງຄວາມຮັກ

ເພາະເປັນສີຂອງເລືອດມາລວມກັນ ແລະກາຍເປັນໜຶ່ງໃນສັນລາລັກທີ່ຄົນຮູ້ຫຼາຍທີ່ສຸດໃນໂລກ...

ດັ່ງນັ້ນການໃຫ້ພາບ ຫຼືກາດອວຍພອນຮູບຫົວໃຈ ກໍ່ເປັນການສື່ງ່າຍໆເຖິງຄວາມຮັກ.

ຜິດພາດປະການໃດຂໍໂທດດ້ວຍ

ຮັບຟັງຄໍາຄິດເຫັນຂອງທຸກຄົນ

ຂອບໃຈເປັນຢ່າງສູງທີ່ອ່ານຈົບ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 17, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ເຫດເກີດຂຶ້ນເພາະຄົນໃນສະໄໜບູຮານເຊື່ອກັນວ່ານິ້ວນາງຂ້າງຊາຍ

ເປັນທີ່ຕັ້ງຂອງເສັ້ນເລືອດແຫ່ງຄວາມຮັກ ກ່ອນນັກວິທະຍາສາດຈະໃຫ້

ມະນຸດຊາບລະບົບການທໍາງານຂອງລະບົບໄຫຼວຽນໂລຫິດ ຄົນບູນຮານ

ເຊື່ອກັນວ່າເລືອດບົນນິ້ວນາງເຊື່ອຕໍ່ໄປຍັງຫົວໃຈ ໂດຍຄວາມເຊື່ອດັ່ງກ່າວ

ມີການອ້າງວ່າເປັນຄວາມເຊື່ອທີ່ເກີດຂຶ້ນໃນອານາຈັກກຣິກໂບຮານ

ເມື່ອປະມານ 3 ປີກ່ອນຄຣິດຕະການ.

            ເຊື່ອວ່າດ້ວຍການເຊື່ອໂຍງດັ່ງກ່າວນີ້ຈິ່ງມີການຕັ້ງຊື່ເສັ້ນເລືອດ

ດັ່ງກ່າວວ່າ vena amori ອັນນີ້ເປນພາສາລາຕິນ ຊື່ງມີຄວາມໝາຍວ່າ

“ເສັ້ນເລືອດແຫ່ງຄສາມຮັກ’’(vein of love) ຕາມຄວາມເຊື່ອດັ່ງກ່າວນີ້

ຜູ່ຄົນຈຶ່ງຍອມຮັບໃຫ້ສວມແຫວນແຕ່ງງານໃນນິ້ວນາງ ຈົນເປັນປະເພນີ

ມາຈົນເຖິງທຸກວັນນີ້.

            ໃນສະໄໝກາງໃນຍຸໂລບ ພິທີແຕ່ງງານຂອງຊາວຄຣິດຈະມີການສວມ

ແຫວນແຕ່ງງານລຽງກັນມາຕັ້ງແຕ່: ນິ້ວຊີ້, ນິ້ວກາງ ແລະນິ້ວນາງຂອງມືຊາຍ

ເພື່ອສະແດງເຖິງຫຼັກຕຣີເອການຸພາບຂອງສາສະໜາອັນໄດ້ແກ່: ພຣະບິດາ,

ພຣະບຸດ ແລະພຣະຈິດ ກ່ອນທີ່ມນເວລາຕໍ່ມາຄູ່ສົມຣົດຈະສວມພຽງນິ້ວນາງ

ຂ້າງຊາຍພຽງນິ້ວດຽວ.

 

      ໃນປະເທດຕະເວັ້ນຕົກສ່ວນໃຫຍ່ແຫວນແຕ່ງງານຈະສວມນິ້ວນາງຂ້າງຊາຍ...

ຍັງມີບາງປະເທດທີ່ສວມແຫວນນິ້ວນາງຂ້າງຂວາເຊັ່ນ:: ເຢີລະມັນ ແລະຊີລີ.

ຊາວຄຣິດນິກາຍອໍທໍຄອກຊ໌ ພວກຍຸໂລບຕະເວັ້ນອອກ ແລະຊາວຍິວມີທໍານຽມ

ການສວມແຫວນແຕ່ງງານຂ້າງຂວາເຊັ່ນກັນ, ຂະນະໃນເນເທີຣ໌ແລນ ແລະ

ກຸມຊາວຄຣິດນິກາຍຄາລິກຈະສວມແຫວນແຫ່ງຄວາມຮັກນິ້ວນາງຂ້າງຊາຍ.


ຖ້າບໍ່ຖືກ ຫຼືຜິດພາດໄປຂໍໂທດດ້ວຍເດີ,,,,ຍິນດີຮັບຄຳແນະນຳຂອງທຸກຄົນ.


                                ຂອບໃຈ

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 16, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ມີໃຜເຄີຍຄິດສົງໃສແນ່ວ່າເປັນຫຍັງ ເວລາໝັ້ນ ຫຼືແຕ່ງງານເຮົາຈິງຕ້ອງໃສ່ແຫຼວນ

(ສວາມແຫວນ) ນິ້ວນາງ ໃນມື້ນີ້ເຮົາມາລອງອ່ານເບິ່ງນຳກັນ ແລ້ວລອງປະຕິບັດ

ຕາມລອງເບິ່ງ ແລ້ວໄຕ່ຕອງເບິ່ງດີໆ ວ່າມັນແມ່ນແທ້ບໍ?

ລອງແບມື 2 ຂ້າງປະກອບເຂົ້າກັນ (ນົບມື) ແລ້ວງໍນິ້ວກາງລົງຂ້າງໃນ

ເອົງຫຼັງນິ້ວກາງທັງ 2 ຂ້າງມາຊົນກັນທີ່ນີ້ນິ້ນເຫຼືອກໍ່ຄື ໂປ້,ຊິ້,ນາງ,ກ້ອຍ

ໃຫ້ເອົາປາຍນິ້ວຊົນກັນ ລອງປ່ອຍນິ້ວ ທີ່ເອົາປາຍຊົນກັນ ໃຫ້ອອກຈາກກັນທີ່ລະນິ້ວ

ໂດຍທີ່ນິ້ວກາງຍັງຄົງແຕະກັນຢູ່ຈະພົບວ່າ:

---ນິ້ວຊີ້ກໍ່ປ່ອຍອອກຈາກກັນ

---ນິ້ວໂປ້ກໍ່ປ່ອຍອອກຈາກກັນ

---ນິ້ວກ້ອຍກໍ່ປ່ອຍອອກຈາກກັນໄດ້ຢ່າງສະບາຍ

---ແຕ່ ນິ້ວນາງ ກັບປ່ອຍອອກຈາກກັນບໍ່ໄດ້

        ນັ້ນເປັນເພາະ

--ນິ້ວກາງແມ່ນແທນຕົວເອງ

--ນິ້ວໂປ້ແມ່ນແທນພໍ່-ແມ່ ຊຶ່ງວັນໜຶ່ງທ່ານກໍ່ຕ້ອງຈາກເຮົາໄປ

--ນິ້ວຊີ້ແມ່ນແທນພີ່ນ້ອງຊຶ່ງເຂົາກໍ່ຕ້ອງໄປມີຊີວິດຂອງເຂົາເອງ

--ນິ້ວກ້ອຍແມ່ນແທນລູກຜູ່ໃຫຍ່ຂື້ນ ລູກກໍ່ຕ້ອງໄປມີຊີວິດຂອງເຂົາເອງ

--ນິ້ວນາງແມ່ນແທນຄູ່ຊີວິດ

ທີ່ນີ້ກໍ່ເຫຼືອພຽງຄູ່ຊີວິດເທົ່ານັ້ນທີ່ຈະຢູ່ກັບເຮົາໄປຈົນແກ່.....

 

ຖ້າຜິດພາດ ຫຼືບໍຖຶກຕາມ ຕໍາລັບ ຕໍາລາ ກໍ່ຂໍອາໄພນໍາດ້ວຍ

ຖ້າມີຂໍເພີ່ມເຕີ້ມ ແນະນໍາແນ່ເດ!!!

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 14, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ນັ້ນ ແນ່! ຄິດຫັຍງຫັ້ນ.....

 

 

ຕອນນີ້ ບໍ່ສົນແລ້ວ.....

 

 

ໂອ! ສຸດຍອດ.....

 

 

 

ແມ່ນຫຍັງຢູ່ໃນຫັນ ມາອ້າຍຊິເບິ່ງໃຫ້.....

 

 

ຖ້າບໍ່ຖືກຕາ ຂໍອະໄພນຳເດີ !!!!!  ຂອບໃຈ...

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 13, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

 

 

ບໍ່ຕ້ອງຄິດຫຼາຍເດີມັນເປັນພຽງພາບ!

ຂໍອາໄພອາດຈະບໍ່ດີບໍ່ງາມໄປແນ່

            ຂອບໃຈ

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 11, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ກາລະຄັ້ງໜຶ່ງນານມາແລ້ວ ມີພະລາຊາອົງໜຶ່ງ ແລະໄດ້ມີບຸດຍິງ

     ເລື່ອງມີຢູ່ວ່າບຸດຂອງພະລາຊາໄດ້ຖືກສາບ ເຊິ່ງເລື່ອງທີ່ຖືກສາບ

ກໍ່ຄືເມື່ອນາງຈັບບາຍສິ່ງຂອງຕ່າງໆ ກໍຈະລະລາຍເປັນອາຍນໍ້າ

ພະລາຊາເປັນຫ່ວງບຸດຫຼາຍ ໄດ້ຫາທຸກວິທີທາງເພື່ອຈະຖອນຄໍາສາບ

ແຕ່ກໍຖອນບໍ່ໄດ້ ຈົນມາມື້ໜຶ່ງໄດ້ມີນາງຟ້າແປງກາຍຂຶ້ນມາ

ແລະໄດ້ເປັ່ງວາຈາວ່າ ຍັງມີຊາຍຄົນໜຶ່ງ ທີ່ມີຂອງວິເສດ

ທີ່ບຸດຂອງທ່ານຈັບແລ້ວບໍລະລາຍ ແລະຈະຫາຍຈາກຄໍາສາບ

ທັນໃດນັ້ນພະລາຊາກໍ່ໄດ້ປະກາດຫາບຸກຄົນນີ້  ແລະບໍ່ພໍເທົ່າໃດມື້

ກໍໄດ້ມີຊາຍ 3 ຄົນມາສະແດງຕົນວ່າເປັນຄົນທີ່ມີຂອງສິ່ງຂອງວິເສດ

ຊາຍຜູ່ທີ່ 1 ແມ່ນມີເພັດເມັດໃຫຍ່ ເມື່ອລູກສາວຂອງພະລາຊາຈັບກໍຍັງລະລາຍຄືເກ່ົາ

ຊາຍຜູ່ທີ່ 2 ແມ່ນມີຫຼາບຄຳ ເມື່ອລູກສາວຂອງພະລາຊາຈັບກໍຍັງລະລາຍຄືກັນ

ຊາຍຜູ່ທີ່ 3 ແມ່ນຢ່າງມາຕົວເປົ່າ ແລ້ວບອກໃຫ້ເຈົ້າຫຍິງຈົ່ງເອົາມື້ຈົກລົງໄປຖົງໂສ້ງ

ແລ້ວເຈົ້າຫຍິງກໍ່ປະຕຶບັດຕາມ ໜ້າເຈົ້າຫຍິງເລີ່ມແດງ ເພາະເກີດຄວາມເຂີນອາຍ

ແລ້ວຈິງຮີບດຶງມືອອກມາ ແລ້ວຫັນມາບອກພໍ່ວ່າ..ພໍ່ມັນຍັງແຂງຢູ່ຄືເກ່ົາ ມັນບໍ່ລະລາຍ

ພະລາຊາສົງໃສຈິງຖາມຊາຍຄົນນັ້ນວ່າແມ່ນຫຍັງຢູ່ໃນຖົງໂສ້ງນັ້ນ ຊາຍຄົນທີ່ 3

ບໍ່ຍອມຕອບໄດ້ແຕ່ຍິ້ມ ໃນທີ່ສຸດຊາຍຄົນນັ້ນຂັດພະລາຊາບໍ່ໄດ້

ເລີຍເອົາມືຈົກເຂົ້າໄປໃນຖົງໂສ້ງ ແລ້ວກໍ່ຈັບມັນອອກມາ.

ມັນຄື........?

 

                                ຂອບໃຈທີ່ອ່ານ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 8, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

 

ຊີວິດ.....ຜ່ານວັນເດີືອນປີ ວັນນີ້ເຮົາອາດມ່ວນຊື່ນມີຄວາມສຸກ

ສຽງດັງຂອງຄວາມມ່ວນຊື່ນນີ້ໄດ້ດັ່ງກ້ອງໄປທົ່ວໂລກ

ສະແດງໃຫ້ເຫັນເຖິງຄວາມສຸກອັນຫຼວງຫຼາຍ

 

           ພໍເຖິງເຊົ້າວັນໃໝ່ຄວາມມ່ວມຊື່ນອາດງຽບຫາຍໄປ

ສຽງຮ້ອງໃຫ້ອາດເຂົ້າມາແທນ ຄວາມຊອກຊ້ໍາຫົວໃຈເຫຼືອທົນ

ຢາດນ້ໍາຕາອາດລົ່ນ ຄວາມເສຍໃຈຮ້ອງໃຫ້ປວດລ້າວລະທົມ

ນັ່ງຊົບໜ້າກອດເຂົ່າຂອງຕົວເອງ ແລຫາຜູ້ໃດບໍ່ມີຂ້າງກາຍ

ຊີວິດໝູນວຽນປຽນໄປເປັນເຊັນນີ້ ພົບພານທັງຄວາມສຸກ

ແລະຄວາມເສົ້າ, ມີຄວາມມ່ວນຊື່ນ ແລະພົບຢາດນໍ້າຕາ

 

ຄວາມສຸກຈະບໍ່ຄົງທີ່

 

ຄວາມທຸກຈະບໍ່ຖາວອນ

 

ຊີວິດ.........ໃຜລິຂິດ. 

 

ຄວນ ຫຼືບໍ່ຄວນ ຖືກ ຫຼືຜິດ ກໍ່ຂໍໂທດເດີ      ແລ້ວທ່ານຄິດວ່າເປັນແນວໃດ