ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 11, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

 


 

 

                                  ຄາຖາສູ້ວຽກງານ

ອາດຈະມີ               ເຊັງໄປແນ່              ໃນບາງຄັ້ງ

ອາດຈະມີ               ເບື່ອກັນແນ່             ເປັນບາງຫົນ

ອາດຈະມີ               ເໜັນຂີ້ໜ້າ              ໃຜບາງຄົນ

ຕ້ອງພະຍາຍາມ      ທົນທໍາງານໄປ         ເພາະໄດ້ເງິນ

                            ຄາຖາປ່ອຍວາງ

ຂ້ອຍ                      ວ່າແລ້ວ        ໃນໂລກນີ້ມີບັນຫາ

ເຂົາບໍ່ດ່າ                ກໍ່ຊື່ນຊົມ       ຫຼືເສີຍໆ

ສາມປະເພດ           ທີ່ວ່ານີ້         ບໍ່ປຽນເລີຍ

ຈົ່ງວາງເສີຍ            ໃຜຖືສາ        ເປັນບ້າຕາຍ

                             ຄໍາສອນຂອງພຣະພຸດທະເຈົ້າ

ຢ່າໄປນຶກວ່າຄົນອື່ນ ເໜືອກວ່າເຮົາ         ເພາະເຮັດໃຫ້ເກີດປົມດ້ອຍ

ຢ່າໄປນຶກວ່າຄົນອື່ນ  ຕ່ໍາກວ່າເຮົາ           ເພາະເຮັດໃຫ້ເກີດທິດຖິ

ຢ່າໄປນຶກວ່າຄົນອື່ນ ສະເໜີເທົ່າເຮົາ       ເພາະເຮັດໃຫ້ເກີດການແຂ່ງຂັນ

ຈົ່ງນຶກເໝີວ່າ           ຄົນທຸກຄົນ             ເປັນເພື່ອນຮ່ວມທຸກ

                    ເກີດ ແກ່ ເຈັບ ຕາຍ ດ້ວຍກັນທັງໝົດ.

Delicious Digg Fark Twitter