ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 28, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

 

 

 

 

 

ຂ້ອຍຄິດຮອດເຈົ້າເບິ່ງຫຍັງກໍ່ເຫັນໜ້າ

ເບິ່ງທ້ອງຟ້າກໍ່ເຫັນໜ້າເຈົ້າບໍ່ສູນຫາຍ

ເບິ່ງໜ້າໜາກໍໜ້າເຈົ້າບໍ່ເຊື່ອມຄາຍ

ແມ່ນແຕ່ຄວາຍໃນທົ່ງນາກໍໜ້າເຈົ້າ

 

ຈິນຕະນາການໃຊ້ອາລົມປະສົມສີ

ນັກດົນຕີໃຊ້ອາລົມປະສົມສຽງ

ນັກເວົ້າໃຊ້ອາລົມປະສົມສໍານຽງ

ຢູ່ບົນຕຽງໃຊ້ອາລົມປະສົມພັນ

 

ພໍໜ້າທອ້ງຂອງແມ່ເລີ່ມປ່ອງອອກ

ພໍ່ກໍ່ບອກຢາກໃຫ້ລູກເປັນດອກເຕີ

ຍ່າກໍ່ຢາກໃຫ້ຫຼານເປັນນາຍບ້ານ

ແຕ່ຕ້ອງເກີ້ ໝໍບອກແຄ່ລົງພຸງ

 

ເຫັນແວວຕາຂອງເຈົ້າທີ່ບ້ອງແບວ

ເຫັນດວງແກ້ວກົມໃສຂ້າງໃນນັ້ນ

ເຫັນດວງຕາຂອງເຈົ້າດັ່ງພະຈັນ

ເຫັນຂີ້ຕາກ້ອນນັ້ນດັ່ງດວງດາວ

 

 

ເປັນແນວໃດທ່ານຖ້າມັນເກີນໄປກໍ່ຂໍໂທດມານະໂອກາດນີ້

Delicious Digg Fark Twitter