ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 4, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ເພື່ອນ ເຕີມເຕັມບາງສິ່ງໃນຊີວິດທີ່ຂາດຫາຍ

ເພື່ອນ ເຮັດໃຫ້ເຮົາຮູ້ຈັກການໃຫ້ ການຮັບ ແລະການໃຫ້ອະໄພ

ເພື່ອນ ຍ້ອມຮັບໄດ້ໃນຄວາມເປັນຕົວເຮົາເອງ

ເພື່ອນ ບໍ່ອິດສາ ຣິດສະຍາ ແລະວ່າຮ້າຍເຮົາລັບຫຼັງ

 

 

ເພື່ອນ ເກັບຄວາມລັບຂອງເຮົາ ແລະບໍ່ເອົາໄປເລ່ົາຕໍ່

ເພື່ອນ ຄ່ອຍຮັບຟັງຄວາມເປັນໄປ ແລະເລື່ອງລາວຂອງເຮົາ

ເພື່ອນ ຄ່ອຍເປັນກໍາລັງໃຈ ຄ່ອຍໃຫ້ຄໍາແນະນໍາທີ່ດີ

ເພື່ອນ ຄ່ອຍຊື່ນຊົມຍິນດີກັບຄວາມສໍາເລັດຂອງເຮົາ

 

 

ເພື່ອນ ບໍ່ເຄີຍຕັ້ງໃຈເຮັດໃຫ້ເຮົາເສຍໃຈ

ເພື່ອນ ຈະຮ່ວມແບ່ງປັນຄວາມທຸກ ສຸກດ້ວຍກັນ

ເພື່ອນ ຈະຄ່ອຍຕັກເຕືອນ ແລະເປັນກະຈົກເງົາໃຫ້ເຮົາສະເໝີ

ເພື່ອນ ເຮັດໃຫ້ເຮົາຮູ້ສຶກດີໄດ້ສະເໝີ

ເພື່ອນ ຄືຄົນທີ່ຢູ່ຄຽງຂ້າງທຸກຄັ້ງທີ່ເຮົາມີປັນຫາ

ເພື່ອນ ເຖິງເວລາດົນພຽງໃດທີ່ບໍ່ໄດ້ພົບ ແຕ່ເມື່ອພົບກັນແລ້ວຄວາມຮູ້ສຶກຍັງເໝືອນເດີມ

 

 

              ຊີວິດຄົນເຮົາແທ້ຈິງແລ້ວ ກໍ່ຕ້ອງການພຽງແຕ່ເພື່ອນແທ້ໆ ຈັກຄົນໜຶ່ງ

ໄວ້ຄ່ອຍໂອ້ລົມ ປຶກສາ ໄວ້ຄ່ອຍຫວງໄຍ ເອື້ອອາທອນ ຮ່ວມທຸກ ຮ່ວມສຸກ.....

ຫາກທ່ານໃດທີ່ມີເພື່ອນແທ້ແລ້ວ ທ່ານຈົງຮັກສາຄວາມເປັນເພື່ອນນັ້ນໄວ້ ໃຫ້ດີທີ່ສຸດ

ແລະຈົ່ງຮູ້ໄວ້ເຖີດວ່າທ່ານເປັນຜູ້ໜຶ່ງແລ້ວທີ່ໂຊກດີ....ທີ່ມີເພື່ອນແທ້.

 

 


ນີ້ເປັນພຽງຊ້ຽວໜຶ່ງເທົ່ານັ້ນຂອງຄໍາວ່າເພື່ອນ ແລະຍັງມີອີກຫຼາຍໆນາໆປະການ

ຄວນ ຫຼືບໍ່ຄວນ ແລ້ວແຕ່ຈະພິຈາລະນາ. ແດ່ເພື່ອນທີ່ຮັກທຸກຄົນ.

 

 

Delicious Digg Fark Twitter