ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 9, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ນານມາແລ້ວມີຕົ້ນໝາກແອັບເປີ້ນຕົ້ນໜຶ່ງ ລະກໍ່ມີເດັກນ້ອຍຊາຍຄົນໜຶ່ງ ມັກມາຫຼິ້ນ

ຢູ່ຕົ້ນໝາກແອັບເປິ້ນທຸກໆວັນ ເຂົາປິ້ນຂຶ້ນຕົ້ນໝາກແອັບເປິ້ນ ແລະກິນໝາກມັກ

ແລະກໍນອກຫຼັບໄປໃນຮົ່ມເງົາຂອງຕົ້ນແອັບເປິ້ນ ເດັກຊາຍຄົນນັ້ນຮັກຕົ້ນໄມ້ ແລະ

ຕົ້ນໄມ້ກໍຮັກເຂົາ ເວລາຜ່ານໄປຫຼາຍປີ ເດັກຊາຍຄົນນັ້ນກໍ່ໃຫຍ່ ແລະ

ເຂົາກໍບໍ່ມາຫຼິ້ນທີ່ຕົ້ນໝາກແອັບເປິ້ນອີກແລ້ວ

…ມີວັນໜຶ່ງເຂົາໄດ້ກັບມາຫາຕົ້ນໝາກແອັບເປິ້ນເຂົາໜ້າຕາເສົ້າ

ຕົ້ນແອັບເປິ້ນ: ເຈົ້າມາຫາຂ້ອຍມາຫຼີ້ນກັບຂ້ອຍບໍ?

ເດັກຊາຍ: ຂ້ອຍບໍ່ແມ່ນເດັກນ້ອຍຂ້ອຍບໍ່ຢາກຫຼິ້ນກັບເຈົ້າແລ້ວ ຂ້ອຍຢາກໄດ້ຂອງຫຼິ້ນ

                ຂ້ອຍຢາກໄດ້ເງິນໄປຊື້ຂອງຫຼິ້ນ

ຕົ້ນແອັບເປິ້ນ: ຂ້ອຍບໍ່ມີເງິນໃຫ້ເຈົ້າດອກ ຖ້າເຈົ້າຢາກໄດ້ເງິນເຈົ້າຈະເກັບໝາກຂອງຂ້ອຍເດໄປຂາຍ

ເດັກຊາຍ: ຕື່ເຕັ້ນຫຼາຍ ເຂົາກໍເກັບໝາກແອັບເປິ້ນໄປຈົນໝົດ ແລະຈາກໄປຢ່າງມີຄວາມສຸກ

                ແລະບໍ່ກັບມາອີກຕົ້ນແອັບເປິ້ນເສົ້າຫາຍ!!!

….ວັນໜຶ່ງເດັກຊາຍຄົນນັ້ນກໍ່ກັບມາອີກ ຕົ້ນໄມ້ດີໃຈຫຼາຍ

ຕົ້ນແອັບເປິ້ນ: ເຈົ້າມາຫາຂ້ອຍມາຫຼີ້ນກັບຂ້ອຍບໍ?

ເດັກຊາຍ: ຂ້ອຍບໍ່ມີເວລາຫຼິ້ນຫຼອກ ຂ້ອຍມີຄອບຄົວແລ້ວ ຂ້ອຍຕ້ອງເຮັດວຽກ

                ເພື່ອຄອບຄົວຂອງຂ້ອຍ ຂ້ອຍຢາກໄດ້ບ້ານຊ່ວຍຂ້ອຍໄດ້ບໍ?

ຕົ້ນແອັບເປິ້ນ: ຂ້ອຍບໍ່ມີບ້ານໃຫ້ເຈົ້າ…ເຈົ້າກະຕັດກິ່ງຂອງຂ້ອຍໄປສ້າງບ້ານ…ຂອງເຈົ້າກໍໄດ້

ເດັກຊາຍ: ໄດ້ຕັດກິ່ງກ້ານຂອງຕົ້ນແອັບເປິ້ນໄປຈົນໝົດ ແລະຈາກໄປຢ່າງມີຄວາມສຸກ,

                ອີກຄັ້ງທີ່ຕົ້ນໄມ້ຖືກຖິ້ມ ແລະດຽງດ່າຍ ເສົ້າໂສກ..

……ວັນໜຶ່ໃນລະດູຮ້ອຍເດັກຊາຍຄົນນັ້ນກັບມາຕົ້ນແອັບເປິ້ນດີໃຈຫຼາຍ

ຕົ້ນແອັບເປິ້ນ: ເຈົ້າມາຫາຂ້ອຍມາຫຼີ້ນກັບຂ້ອຍບໍ?

ເດັກຊາຍ: ບໍ່ຂ້ອຍຜິດຫວັງກັບຊີວິດ ແລະເລີ່ມແກ່ຂຶ້ນ ຂ້ອຍຢາກແລ່ນເຮື່ອໄປໄກໆ

               ເພື່ອພັກຜ່ອນ ໃຫ້ເຮືອຂ້ອຍໄດ້ບໍ?

ຕົ້ນແອັບເປິ້ນ: ຊັນເຈົ້າໃຊ້ລໍາຕົ້ນຂອງຂ້ອຍ ເພື່ອເອົາໄປສ້າງເຮືອ

ເດັກຊາຍ: ໄດ້ຕັດຕົ້ນແອັບເປິ້ນເພື່ອໄປສ້າງເຮືອ ແລະເຂົາກໍລ່ອງເຮືອງໄປຢ່າງບໍ່ມີວັນກັບມາອີກເລີຍ

…..ຫຼາຍປີຜ່ານໄປໃນທີ່ສຸດເຂົາກໍກັບມາ ເຂົາດູແກ່ກວ່າເກົ່າຫຼາຍ

ຕົ້ນແອັບເປິ້ນ: ຂ້ອຍເສຍໃຈ ຂ້ອຍບໍ່ມີຫຍັງເຫຼືອໃຫ້ອີກແລ້ວ ບໍ່ມີໝາກໃຫ້ເຈົ້າກິນ

                     ບໍ່ມີລໍາຕົ້ນໃຫ້ເຈົ້າປິ້ນອີກແລ້ວ ສິ່ງດຽວທີ່ເຫຼືອມີພຽງຮາກທີ່ກໍາລັງຈະຕາຍ

ເດັກຊາຍ: ຂ້ອຍບໍ່ມີແຂ້ວຈະກິນແລ້ວ ຂ້ອຍປິ້ນບໍ່ໄດ້ ແລະຂ້ອຍກໍ່ແກ່ແລ້ວ

                ຕອນນີ້ຂ້ອຍບໍ່ຕ້ອງການຫຍັງ ພຽງແຕ່ຢາກໄດ້ທີ່ພັກພິງ ຂ້ອຍເໝື່ອຍມາຫຼາຍປີແລ້ວ

ຕົ້ນແອັບເປິ້ນ: ມາຕິ ມານັ່ງຂ້າງໆຂ້ອຍ..ແລ້ວຫຼັບໃຫ້ສະບາຍ

ເດັກຊາຍ: ກໍມານັ່ງຂ້າງໆ

 ຕົ້ນແອັບເປິ້ນ: ດີໃຈຫຼາຍທັງຍິ້ມ ແລະນ້ໍາຕາໄຫຼ……….

 

ນີ້ເປັນເລື່ອງລໍາລັບທຸກໆຄົນ ຕົ້ນໄມ້ໃນເລ່ືອງກໍຄືພໍ່-ແມ່ ເມື່ອເຮົາຍັງເປັນເດັກຕົວນ້ອຍໆ

ເຮົາຮັກທີ່ຈະຫຼິ້ນກັບພໍ່-ແມ່ ເມື່ອເຮົາໃຫຍ່ຂຶ້ນມາເຮົາກັບທອດຖິ້ມພໍ່-ແມ່ ແລະເຮົາກໍ່ກັບມາຫາທ່ານ

ເມື່ອເຮົາຕ້ອງການບາງສິ່ງບາງຢ່າງ ຫຼືເມື່ອມີບັນຫາ ບໍ່ວ່າຢ່າງໃດ…ພໍ່ ແລະແມ່ຂອງເຮົາກໍ່ຈະຢູ່ຄຽງຂ້າງ

ແລະໃຫ້ທຸກສິ່ງທຸກຢ່າງທີ່ທ່ານເຮັດໄດ້ ຫວັງພຽງເຮົາມີຄວາມສຸກ.

 

ບາງຄົນອາດຄິດວ່າເດັກນ້ອຍໃນເລື່ອງນີ້ໂຫດຮ້າຍ

ແຕ່ນັ້ນຄືຄວາມຈິງທີ່ສະທ້ອນໃຫ້ເຫັນວ່າພວກເຮົາກະທໍາກັບຜູ້ມີພະຄຸນຢ່າງໃດ.

 

ແລ້ວຕົ້ນໄມ້ຂອງເຈົ້າລະ……………..ບົວລະບັດດີ ຫຼືຍັງ?

 

Delicious Digg Fark Twitter