ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 19, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ຄົນເຮົາ...ຢ່າພະຍາຍາມກັກເກັບນ້ໍາຕາ

ຖ້າຮູ້ວ່າ...ມັນເີນຈະກັ້ນໄວ້ໄດ້

ບໍ່ມີໃຜເກີດມາ ແລ້ວບໍ່ເຄີຍຮ້ອງໃຫ້

ແມ່ນແຕ່...ວັນແລກທີ່ເຮົາມືນຕາເບິ່ງໂລກ

ທຸກຄົນກໍ່ຕ້ອງຮ້ອງໃຫ້ດ້ວຍກັນທັງນັ້ນ...

 

ເມື່ອມີ....ນໍ້າຕາ

ນັ້ນບໍ່ໄດ້ໝາຍຄວາມວ່າ....ອ່ອນແອ

ແຕ່ບາງທີ ບາງສິ່ງທີ່ມັນຫຼາຍເກີນໄປ ເກີນກວ່າທີ່ຈະຮັບໄວ້

ກໍ່ຈໍາເປັນຕ້ອງລະບາຍອອກມາແນ່....

 

ພຽງແຕ່....ຢ່າຟືນຕົວເອງ ຕ້ອງຍ້ອມຮັບຄວາມຮູ້ສຶກຂອງຕົວເອງ

ຢ່າປິດກັ້ນຄວາມອ່ອນແອ....ຂອງຕົວເອງ

ຖ້າຢາກຮ້ອງໃຫ້ ກໍ່ຮ້ອງໃຫ້ຫາຍອຶດອັດ....

 

ຮ້ອງໃຫ້....ບໍ່ແມ່ນເລື່ອງໜ້າອາຍ

ຄົນໃດກ້າຮ້ອງໃຫ້ ຄືຄົນທີ່ເຂົ້າໃຈຄວາມຮູ້ສຶກຂອງຕົນເອງ

ຍ້ອມຮັບໃນສິ່ງທີ່ຕົນເອງກໍາລັງເປັນ.....

ເພາະຄົນທີ່ເສຍໃຈແລ້ວບໍ່ຮ້ອງໃຫ້ ບໍ່ລະບາຍອອກມາ

ນານໆໄປ ອາດຈະເຮັດໃຫ້ມີຄວາມເສົ້າຢູ່ລຶກໆ

ໃຫ້ເລືອກທີ່ຈະລະບາຍອອກມາຈະດີກວ່າ

ຢ່າພະຍາຍາມທີ່ຈະອົດກັ້ນ ທີ່ຈະຮ້ອງໃຫ້

ປ່ອຍໃຫ້ນໍ້າຕາມັນໄຫຼອອກມາ ຈົນກວ່າຈະສະບາຍໃຈ

 

ແລະເມື່ອ......ນໍ້າຕາເຫືອດແຫ້ງໄປ

ເຮົາຈະໄດ້ຄວາມເຂັ້ມແຂງ ກັບມາໃຫ້ຕົວເຮົາ

ຫຼາຍກວ່າເກົ່າເຖິງ 100 ເທົ້າ...

 

                 ຂອບໃຈທີ່ອ່ານ

Delicious Digg Fark Twitter