ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 20, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ບໍ່ຈໍາເປັນວ່າ...ຕ້ອງເດີນໄປໃນເສັ້ນທາງອັນດຽວກັນ

ບໍ່ຈໍາເປັນວ່າ...ຕ້ອງເຫັນດີເຫັນງາມໄປດ້ວຍກັນທຸກຢ່າງ

ບໍ່ຈໍາເປັນວ່າ...ຕ້ອງມີສ່ວນຮ່ວມໃນຄວາມຝັນຂອງເຮົາ

ບໍ່ຈໍາເປັນວ່າ...ຕ້ອງເສຍສະລະຕົນເອງສົ່ງເຂົາໃຫ້ເຖິງຝັງ

ແລະບໍ່ຈໍາເປັນເລີຍ...ທີ່ເຮົາຕ້ອງເຮັດທຸກຢ່າງເພື່ອເຂົາ

 

ແຕ່ມັນຈໍາເປັນຢ່າງຍິ່ງທີ່ເຮົາຕ້ອງ.....

ຄິດຖຶງເຂົາສະເໝີໃນທຸກໆວັນ

ໂອບກອດເບົ່າໆ ໃຫ້ເຂົາຮູ້ວ່າຍັງມີຄຸນຄ່າຢູ່ຂ້າງໆ

ບອກຮັກແທນຄວາມໝາຍທັງໝົດໃນໃຈທີ່ມີ

ແລະເຕີມເຕັມຊຶ່ງກັນ ແລະກັນ

 

ຮັກແທ້...ມີອິດສະລະດັ່ງນົກໂບຍບິນ

ຮັກແທ້...ບໍ່ຕ້ອງການນິຍາມໃດໆ

ຮັກແທ້...ຈະຄ່ອຍໆ ເຕີບໂຕຢ່າງງົດງາມ

ຮັກແທ້...ສາມາດດູແລຕົວເອງໄດ້

ຮັກແທ້...ບໍ່ມີວັດໝົດໄປ ແມ່ນພຽງແຕ່ປຽນໄປຕາມສະຖານະທີ່ຄວນຈະເປັນ..

 

ຢ່າເວົ້າວ່າ....ຂ້ອຍບໍ່ຮັກອີກແລ້ວ ຖ້າຫາກຍັງທຳໃຈບໍ່ໄດ້

ຢ່າຖອດໃຈ...ຖ້າເຮົາຍັງຮູ້ສຶກທົນໄດ້

ຢ່າບອກວ່າ..ຖ້າເຮົາຍັງມອງເຫັນທາງທີ່ສາມາດເດີນຕໍ່ໄປດ້ວຍກັນ

ຢ່າບອກວ່າຄິດຮອດ...ຖ້າເຮົາບໍ່ຄິດຮອດ

ຢ່າບອກວ່າຮັກ...ຖ້າເຮົາບໍ່ຮູ້ສຶກຮັກ

ຢ່າບອກວ່າຫ່ວງໃຍ...ຖ້າເພາະຕ້ອງບອກໄປເພາະຄວາມເຄີຍຊິນ.

ແລະສຸດທ້າຍ........

ຢ່າເສຍໃຈ....ຖ້າເຮົາໄດ້ຕັດສິນໃຈດີແລ້ວ,

            ທຸກຄົນຄິດວ່າແນວໃດ........???

Delicious Digg Fark Twitter