ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 11, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

1 ດົນຕີກ່ອມສະຫມອງ:ສະ ​ຖາ​ບັນວິທະຍາສາດ​ແຫ່ງ​ນິວຢອກ ພົບ​ວ່າ:

ການ​ຟັງ​ດົນຕີ​ທີ່​ທ່ານ​ມັກບໍ່​ວ່າ​ຈະ​ເປັນ​ແນວ​ໃດ ລ້ວນ​ແຕ່​ສົ່ງ​ຜົນ​ດ້ານ​

ບວກຕໍ່ການ​ຮັບ​ຮູ້​ ຂະນະ​ທີ່​ ວາລະສານ Nature ລາຍ​ງານ​ວ່າ ຖ້າ​ໃຫ້​

ຜູ້​ທົດ​ລອງ​ຟັງ​ເພງ 10 ນາທີ ກ່ອນ​ຈະ​ຕອບ​ແບບ​ສອບ​ຖາມ ພວກ​ເຂົາ​ຈະ​

ເຮັດ​ຄະ​ແນນ​ໄດ້​ດີ​ຂຶ້ນ ​ເຫັນ​ໄດ້​ວ່າ ດົນຕີ​ມີສ່ວນຫລາຍ​ຕໍ່​ການ​ເພີ່​ມລະດັບໄອ​ຄິວ.

  2 ນັ່ງ​ໃຫ້​ປອດ​ໂປ່​ງ:ຜົນ ​ການ​ສຶກສາ​ເທື່ອ​ຫລ້າ​ສຸດ​ພົບ​ວ່າ: ຕັ່ງ​ທີ່​ນັ່ງ​ແລ້ວ​ບໍ່​

ສະບາຍ ຈະ​ເຮັດ​ໃຫ້​ຄວາມ​ຄິດ​ຂອງ​ທ່ານ​ຖືກ​ປິດ​ກັ້ນ​ໄປ​ນຳ ຄົນ​ສ່ວນ​ຫລາຍ

​ຕ້ອງພົບ​ບັນຫາ​ເລືອດ​ໄປ​ລ້ຽງ​ສະຫມອງ​ບໍ່​ພຽງພໍ ຍ້ອນ​ເກີດ​ຈາກ​ການ​ນັ່ງ​ຜິດ

​ທ່າ ການບີບ​ອັດ​ກະດູກ​ສັນຫລັງ ດ້ວຍ​ການ​ນັ່ງ​ຫລັງ​ກົ່ງ ຂະນະ​ກຳລັງ​ນັ່ງພິມ​

ເອກ​ະສາ​ນຈະ​ເຮັດ​ໃຫ້​ເສັ້ນ​ເລືອດທີ່​ໄປ​ລ້ຽງ​ສະຫມອງ​ ຫົດ​ຕົວ ສົ່ງຜົນ​ໃຫ້​ສະ

ຫມອງ​ຂາດ​ອົກ​ຊີ​​ແຊນ ດັ່ງ​ນັ້ນ​ ການ​ເລືອກຕັ່ງ​ນັ່ງ​ເຮັດ​ວຽກ​ດີໆ ທີ່​ສາມາດ​ເຮັດ​

ໃຫ້​ທ່ານ​ນັ່ງ​ຢຽດ​ຫລັງ​ຊື່​ໄດ້​ຂະ​ນະ​ເຮັດ​ວຽກ ນັ່ງ​ແລ້ວ​ຮູ້ສຶກ​ສະບາຍ​ຕົວ ຈິ່ງ​ເປັນ​

ເລື່ອງ​ທີ່​ສຳຄັນ​ພໍ​ສົມຄວນ.

   ນອນ​ຫລັບ​ເພື່ອ​ຟື້ນ​ຄວາມ​ຈຳ: ການ​ນອນ​ຫລັບ​ພັກຜ່ອນ​​ພຽງ​ແຕ່​ຊ່ວຍ​ປົກ​ປ້ອງ​

ຄວາມ​ຈື່​ຈຳ ​​ແລະ​ ຍັງ​ມີ​ບົດບາດ​ສຳຄັນ​ໃນ​ການ​ເກັບ​ລວບ​ລວມຄວາມ​ຊົງ​ຈຳ​

ເຂົ້າ​ນຳ​ກັນ ​ເວົ້າ​ອີກ​ຢ່າງ​ຫນຶ່ງ​ຄືຄວາມຊົງ​ຈຳ​ໃນ​ສະຫມອງ​ບໍ່​ໃຫ້​ແຕກ​ແຖວ​ນັ້ນ​ເອງ.

   ນັກວິທະຍາສາດ​ຈາກ​ມະຫາວິທະຍາ​ໄລ​ສະ​ແຕນ​ຟອດ ສຶກສາ​ພົບ​ວ່າ:

ຫມອນ​ກໍ່​ມີ​ຜົນຕໍ່​ການ​ນອນ​ເຊັ່ນ​ກັນ ຫມອນ​ທີ່​ຮອງ​ຮັບ​ກັບ​ຮ່າງກາຍ​ໃນ​ຂະ

ນະ​ຫລັບ​ໄດ້​ດີ ຈະ​ຊ່ວຍ​ຫລຸດ​ບັນຫາ​ການ​ຫາຍ​ໃຈ ​ເຊິ່ງ​ເປັນ​ອຸປະສັກ​ຕໍ່​ການ​

ນອນ​ຫລັບທີ່​ຕໍ່ເນື່ອງ​ຍາວ​ນານ​ໃຜ​ທີ່​ຢາກ​ນອນ ຫລັບດີ ​ແລະ ຕື່ນ​ຂຶ້ນ​

ມາ​ຢ່າງ​ສົດ​​ໄສ ຕ້ອງ​ເລືອກ​ຫມອນ​ຫມູນ​ທີ່​ນຸ້ມ ຈະ​ເຮັດ​ໃຫ້​ນອນ​ຫລັບ​ສະບາຍ.

    ນອກຈາກ​ນີ້ ​ຍັງ​ຕ້ອງ​ຮັບ​ປະທານ​ຜັກ ​ແລະ ຊີ້ນ​ສັດ ພ້ອມ​ກັບຮັບ​ປະທານ

​ອາຫານ​ເສີມ ພວກ​ວິຕາມິນ​ທີ່​ຮ່າງກາຍ​ຕ້ອງການເສີມ​ເຂົ້າ​ໄປ​ນຳ ​ແຕ່​ຕ້ອງ​​

ໄດ້ຮັບ​ຄຳ​ແນະນນຳ​ຈາກ​ແພດ​ກ່ອນ ຈິ່ງ​ຈະ​ຮັບ​ປະທານ​ອາຫານ​ເສີມ​​ແບບ​

ຖືກ​ວິທີ​ໄດ້ ​ເພື່ອ​ຄວາມ​ປອດ​ໄພ.   ຈາກເສດຖະກິດ-ສັງຄົມ.

Delicious Digg Fark Twitter