ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 20, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

   ລັດ­ຖະ­ບານ​ລາ­ຊະ​ອາ­ນາຈັກ​ໄທ ມອບ​ເງິນ​ຈຳ­ນວນ 4,5 ລ້ານ​ບາດ​ແກ່​ລັດ­ຖະ­ບານ​ລາວ

ເພື່ອ​ປະ­ກອບ­ສ່ວນ​ຊ່ວຍ­ເຫລືອ​ປະ­ຊາ­ຊົນ​ຜູ້​ປະ­ສົບ​ໄພ​ນ້ຳ​ຖ້ວມ ແລະ ສ້າງ​ອາ­ຄານ​ຮຽນ​ທີ່​ເມືອງ​ວຽງ​ໄຊ​ແຂວງ​ຫົວ­ພັນ.

   ໂດຍ​ຕອບ​ສະ­ຫນອງ​ຕາມ ການ​ເຊື້ອ​ເຊີນ​ຂອງ​ທ່ານ​ນາ­ຍົກ ລັດ­ຖະ­ມົນ­ຕີ​ແຫ່ງ

ສປປ ລາວ  ທ່ານ ນາງ ຍິ່ງ​ລັກ ຊິນ­ນະ​ວັດ ນາ­ຍົກ­ລັດ­ຖະ­ມົນ­ຕີ​ແຫ່ງ​ລາ­ຊະອາ­ນາ

­ຈັກ​ໄທແລະ ຄະ­ນະ​ໄດ້​ເດີນ­ທາງ​ມາ​ຢ້ຽມຢາມ ສປປ ລາວ ຢ່າງ​ເປັນ​ທາງ

ການ​ໃນ​ວັນ​ທີ 16 ກັນ­ຍາ​ຜ່ານມາ ໂດຍ​ໄດ້​ຮັບ​ການ​ຕ້ອນ­ຮັບຢ່າງ​ສົມ​ກຽດ

​ທີ່​ຫ້ອງ​ວ່າ­ການ ລັດ­ຖະ­ບານ ໂດຍ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາ­ຍົກ­ລັດ­ຖະ

­ມົນ­ຕີແຫ່ງ ສປປ ລາວ.

   ໃນ​ໂອ­ກາດ​ດັ່ງ­ກ່າວ​ໄດ້​ມີ ການ​ພົບ​ປະ​ສອງ​ຝ່າຍ​ຢ່າງ​ເປັນທາງ​ການ

ເຊິ່ງ​ນາ­ຍົກ​ທັງ​ສອງປະ­ເທດ​ໄດ້​ປຶກ­ສາ​ຫາ­ລື​ກັນ​ໃນດ້ານ​ບັນ­ຫາ​ການ​

ຄົມ­ມະ­ນາ­ຄົມ, ພະ­ລັງ­ງານ​ໄຟ­ຟ້າ, ການ​ຄ້າ, ລົງ ທຶນ, ແຮງ​ງານ,

ຊາຍ​ແດນ ແລະ ບັນ­ຫາ​ອື່ນໆ​ຮ່ວມ​ກັນ​ຂະ­ນະ​ທີ່​ນາຍົກ​ໄທ​ຢືນ­ຢັນ

​ຈະ​ຊຸກ­ຍູ້​ສົ່ງ­ເສີມການ ​ພົວ­ພັນ​ດ້ານ​ການ​ຄ້າ, ລົງທຶນ ແລະ ການ­ທ່ອງ­ທ່ຽວ

​ກັບລາວ​ໃຫ້​ນັບ​ມື້​ຫລາຍ​ຂຶ້ນສະ ເພາະ​ການ​ຮ່ວມ​ມື​ດ້ານ​ພະ­ລັງງານ​ແມ່ນ

​ຈະ​ຮັບ​ຊື້​ກະ­ແສ​ໄຟ­ຟ້າຈາກ​ລາວ​ຕາມ​ ທີ່​ສອງ​ລັດ​ຖະບານ​ໄດ້​ຕົກ­ລົງ​ກັນ​ແລ້ວ

ພ້ອມໃຫ້­ການ​ຊ່ວຍ­ເຫລືອ​ລາວ​ຕໍ່​ໄປ​ໃນ​ອະ­ນາ­ຄົດ.

   ຫລັງ​ຈາກ​ສຳ­ເລັດ​ການ​ພົບປະ​ສອງ​ຝ່າຍ​ທ່ານ​ ນາງ ຍິ່ງ​ລັກ ຊິນ­ນະ​ວັດ

ນາ­ຍົກ­ລັດ­ຖະ­ມົນ­ຕີແຫ່ງ​ລາ­ຊະ​ອາ­ນາ­ຈັກ​ໄທ ກໍ່​ໄດ້ມອບ​ເງິນ​ຊ່ວຍ­ເຫລືອ​ຕາມ

​ໂຄງການ​ໂຮງ­ຮຽນ​ເພື່ອນ​ມິດ​ຈຳ ນວນ 2 ລ້ານ​ບາດ ເພື່ອ​ນຳ­ໄປ​ປັບປຸງ​ກໍ່­ສ້າງ

​ໂຮງ­ຮຽນ​ມັດ­ທະ­ຍົມ ເມືອງ​ວຽງ​ໄຊ​ແຂວງ​ຫົວ­ພັນ ແລະ ມອບ​ເງິນ​ຊ່ວຍ­ເຫລືອ​

ບັນເທົາ​ທຸກ​ຜູ້​ປະ­ສົບ​ໄພ​ນ້ຳ​ຖ້ວມຈາກ​ພາ­ຍຸ​ຮາຍ​ມາ ແລະນົກ​ເຕັນ ໃນ​ທ້າຍ

​ເດືອນ​ກໍ­ລະ­ກົດ ແລະ ຕົ້ນເດືອນ​ສິງ­ຫາ​ຜ່ານ​ມາ​ຈຳ­ນວນ 2,5 ລ້ານ​ບາດ

ໃຫ້​ກຽດ​ຮັບ ໂດຍ ທ່ານ ທອງ​ສິງ ທຳ​ມະ​ວົງ ນາ­ຍົກລັດ­ຖະ­ມົນ­ຕີ​ແຫ່ງ ສປປ ລາວ.

   ນອກ­ຈາກ​ນັ້ນ​ໃນ​ວັນ​ດຽວກັນ​ທ່ານ ​ນາງ ຍິ່ງ​ລັກ ຊິນ­ນະ​ວັດ ນາ­ຍົກ­ລັດ­ຖະ

­ມົນ­ຕີ​ແຫ່ງ​ລາ­ຊະອາ­ນາ­ຈັກ​ໄທ ພ້ອມ​ຄະ­ນະ​ຍັງ​ໄດ້ເຂົ້າ​ຢ້ຽມ​ຂ່ຳ­ນັບ​ທ່ານ

ຈູມ​ມາ­ລີ ໄຊ​ຍະ​ສອນ ປະ­ທານ​ປະ­ ເທດແຫ່ງ ສປປ ລາວ​ທີ່​ຫໍ­ຄຳ ແລະ

ຢ້ຽມ​ຂ່ຳ­ນັບ​ທ່ານ​ນາງ ປາ­ນີ ຢາທໍ່​ຕູ້ ປະ­ທານ​ສະ­ພາ​ແຫ່ງ​ຊາດ ເຊິ່ງ​ລັດ­ຖະ­ບານ​ລາວ

​ກໍ່​ໄດ້​ສະແດງ​ຄວາມ​ຍິນ​ດີ​ຕໍ່​ນາ­ຍົກ​ລັດ​ຖະມົນ­ຕີ​ ຍິງ​ຄົນ​ທຳ​ອິດ​ຂອງ​ໄທ ແລະ

ຊົມ­ເຊີຍ​ຕໍ່​ການ​ຢ້ຽມ­ຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການ​ໃນ​ຄັ້ງນີ້.

Delicious Digg Fark Twitter