ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 20, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

   ໂຄງ­ການ​ປະ​ກວດ ນາງສາວ​ລາວ ປະ­ຈຳ​ປີ 2011 ເປີດຮັບ​ສະ­ຫມັກ​

ຢ່າງ​ເປັນ​ທາງ​ການແລ້ວ ນັບ​ແຕ່​ວັນ​ທີ 19 ກັນ­ຍາ ຈົນ​ເຖິງ​ວັນ​ທີ 8 ຕຸ­ລາ

2011 ບັນ­ດາ​ສາວ​ງາມ​ກໍ່​ກຽມ​ຈິດກຽມ​ໃຈ​ໄປ​ສະ­ຫມັກ​ໄດ້​ແລ້ວ ເພື່ອ​ສະ­ແດງ​

ຄວາມ​ຮູ້​ຄວາມ​ສາມາດ ແລະ ພ້ອມ​ທີ່​ຈະ​ເປັນ​ຕົວ​ແທນ​ໃຫ້​ແກ່​ແມ່­ຍິງ​ລາວ​ໃນ​ທົ່ວປະ­ເທດ.

   ສຳ­ລັບ​ຢູ່​ທີ່​ນະ­ຄອນ­ຫລວງວຽງ​ຈັນ​ ຈະ​ເລີ່ມ​ເປີດ​ຮັບ​ສະຫມັກ​ນັບ​ແຕ່​ວັນ​ທີ 19-23 ກັນຍາ 2011 ທີ່

ບໍ­ລິ­ສັດ​ເຄ​ແອນ​ຊີ ຈຳ­ກັດ ບໍ­ລິ­ສັດ​ສາ­ມາດ​ອີ​ເວັ້ນ​ອໍແກນ​ນາຍ​ເຊີ້ ຈຳ­ກັດ ສ່ວນ​ທາງ ພາກ​ເຫນືອ​ຂອງ​ລາວ

ທີ່​ແຂວງຫລວງ​ພະ​ບາງ​ທີ່​ໂຮງ­ແຮມ​ວິນດາ​ສັນ­ຕິ​ນັບ​ແຕ່​ ວັນ​ທີ 25-28 ກັນ­ຍາ 2011, 

ແຂວງ​ສະ­ຫວັນນະ​ເຂດ ໃນ​ວັນ​ທີ 3-5 ຕຸ­ລາທີ່ໂຮງ­ແຮມ​ດາວ​ສະ­ຫວັນ,

ແຂວງ ຈຳ­ປາ​ສັກ ນັບ​ແຕ່​ວັນ​ທີ 6-8 ຕຸ­ລາ 2011 ທີ່​ໂຮງ­ແຮມ​ຈຳ­ປາສັກ​ແກຣນ.

   ດັ່ງ­ນັ້ນ ບັນ­ດາ​ສາວ​ງາມ​ທັງ­ຫລາຍ​ກໍ່​ເຖິງ​ເວ­ລາ​ໂອ­ກາດ​ທີ່​ຈະສະ­ແດງ​ຄວາມ​ສາ­ມາດ​

ໄດ້​ແລ້ວ ສ່ວນ ທ່ານ ສີ​ແພງ ວົງ​ປັນ­ຍາ ຫົວ­ຫນ້າ​ກົມ​ວັດ­ທະ­ນະ­ທຳ​ມະ­ຫາຊົນ ກະ­ຊວງ​

ຖະ­ແຫລງ​ຂ່າວ-ວັດທະ­ນະ​ທຳ ແລະ ທ່ອງ​ທ່ຽວ ຫົວຫນ້າ​ຄະ­ນະ​ຮັບ­ຜິດ­ຊອບ​ໂຄງການ​

ປະ​ກວດ​ນາງ​ສາວ​ລາວ ປະ­ຈຳ​ປີ 2011 ກ່າວ ໃນ​ພິ­ທີ​ຖະແຫລງ​ຂ່າວ ກຽມ​ຈັດ​ປະ​ກວດ

ນາງ​ສາວ​ລາວ​ປີ 2011 ທີ່​ຈັດຂຶ້ນ ເມື່ອ​ວັນ​ທີ 12 ກັນ­ຍາ​ຜ່ານມາ  ທີ່​ໂຮງ­ແຮມ​ວຽງ​ຈັນ

​ພຣາຊາ ນະ­ຄອນ­ ຫລວງ​ວຽງ​ຈັນ ໃຫ້ຮູ້​ວ່າ:  ສຳ­ລັບ​ໂຄງ­ການ​ປະກວດ​ນາງ​ສາວ​ລາວ

​ປີ​ນີ້​ເປັນ​ປີທີ 3 ແລ້ວ​ເປັນ​ການ​ຮ່ວມ​ມື​ຈັດ ຂຶ້ນ​ລະ­ຫວ່າງ​ກະ­ຊວງ​ຖະ­ແຫລງຂ່າວ-ວັດ­ ທະ­ນະ­ທຳ

ແລະ ທ່ອງທ່ຽວ ກັບ ບໍ­ລິ­ສັດ ເຄ​ແອນ​ຊີ ຈຳກັດ ແຕ່​ປີ​ນີ້​ຈະ​ເອົາ​ພຽງ​ແຕ່ 20 ນ້ອງ​ນາງ​ສາວ​ເທົ່າ​ນັ້ນ

ຈະ​ຂຶ້ນເວ­ທີ​ປະ​ກວດ​ເພື່ອ​ຊອກ​ຫາ​ສາວງາມ​ແຫ່ງ​ດິນ­ແດນ​ຈຳ­ປາ​ຄົນ​ປີ​ທີ 3 ໃນ​ທ້າຍ​ເດືອນ​ພະ­ຈິກ ທີ່​ຈະມາ​ເຖິງ​ນີ້.

   ທ່ານ​ຫົວ­ຫນ້າ​ຄະ­ນະ​ຮັບ​ຜິດຊອບ​ໂຄ​ການ​ປະ​ກວດ​ນາງ​ສາວລາວ​ປະ­ຈຳ​ປີ 2011 ກ່າວ​ຕື່ມອີ​ກວ່າ:

ເຫດ­ຜົນ​ທີ່​ຈຳ­ເປັນ​ຕ້ອງຄັດ​ເອົາ  20 ຄົນ ຂຶ້ນ​ເວ­ທີ​ປະ​ກວດໃນ​ຮອບ​ສຸດ​ທ້າຍ ເນື່ອງ​ຈາ​ກວ່າ

ເພື່ອ​ເປັນ​ການ​ຮັບ­ປະ­ກັນ​ຄຸນ​ນະພາບ​ຂອງ​ນາງ​ສາວ​ລາວທັງເປັນ​ຄັດ​ເລືອກ​ ເອົາ​ບັນ­ດາ​

ນ້ອງນາງ​ສາວ​ທີ່​ມີ​ຮູບ​ຮ່າງ​ບຸກ​ຄະ​ລິກກະ​ພາບ​ສະ­ຫງ່າ​ງາມ ອີກ​ຢ່າງຫນຶ່ງ​ເພື່ອ​ເປັນ​ການ

​ຫລີກ​ລ່ຽງ​ບັນ­ຫາ​ການ­ເຄື່ອນ­ໄຫວ​ທີ່​ ບໍ­ດີຕ່າງໆ​ມີ​ສຽງ​ຕຳ​ຫນິ​ວິ­ຈານ​ຈາກສັງ­ຄົມ.

   ທ່ານ​ໃດ​ສົນ​ຢາກ​ຈະ​ສອບຖາມ​ລາຍ​ລະ­ອຽດ​ກ່ຽວ​ກັບ​ການສະ­ຫມັກ​ຕິດ­ຕໍ່​ໄດ້​ທີ່​ເບີ: 021 254 114 ຫລື 020 56330000.

Delicious Digg Fark Twitter