ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 21, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ການ​ສຶກ​ສາ​ພົບ​ວ່າ ການ​ດື່ມກາ­ເຟ​ຊ່ວຍ​ເພີ່ມ​ພະ­ລັງ​ສະ­ຫມອງໃນ​ພາ­ວະ

​ເຄັ່ງ​ຄຽດ​ຂອງ​ແມ່­ຍິງ ແຕ່​ສຳ­ລັບ​ຜູ້​ຊາຍ​ຜັດ​ເປັນ​ສິ່ງ​ທີ່​ກົງກັນ​ຂ້າມ​ກັນ.

ການ​ດື່ມ​ກະ​ເຟ​ຈະຊ່ວຍ​ສົ່ງ­ເສີມ​ປະ­ສິດ­ທິ­ ພາບ​ໃນການ​ເຮັດ​ວຽກ ແຕ່​ກັບ​

ຜູ້​ຊາຍ​ຜັດຫລຸດ​ຄວາມ​ຈື່​ຈຳ ແລະ ເຮັດ​ໃຫ້ການ​ຕັດ­ສິນ​ໃຈ​ຊ້າ​ລົງ​ຊາວ​ອັງ­ກິດ

ດື່ມ​ກາ­ເຟ​ໂດຍ​ປະ­ມານ 70 ລ້ານຈອກ​ຕໍ່​ມື້.

   ນັກ​ວິ­ໄຈ​ຈາກ​ມະ­ຫາ​ວິ­ທະ­ຍາໄລບຣີ​ສ​ຕໍ ໄດ້​ກວດ​ສອບ​ສິ່ງ​ທີ່ກາ­ເຟ​ສົ່ງ​ຜົນ​ຕໍ່​ຮ່າງ­ກາຍ

ເມື່ອ​ຢູ່ໃນ​ພາ­ວະ​ການ​ເຄັ່ງ​ຄຽດ​ທີມ​ວິ­ໄຈໄດ້​ຄັດ​ເລືອກ​ຊາຍŒຍິງ ຈຳ­ນວນ 64 ຄົນ ໂດຍ​ຈະ

​ຈັບ​ເປັນ​ຄູ່​ຄື​ຄູ່ຍິງ​ກັບ​ຍິງ ແລະ ຄູ່​ຊາຍ​ກັບ​ຊາຍ.

     ໂດຍ​ໃຫ້​ແຕ່​ລະ​ຄູ່​ອອກ​ໄປ​ເຈລະ​ຈາ​ຕໍ່​ລອງ ແລະ ທົດ​ສອບ​ຄວາມຈຳ​ຕໍ່​ມາ​ໄດ້​ບອກ​

ພາຍ­ຫລັງ​ວ່າ ໃຫ້​ນຳ​ສະ­ເຫນີ​ງານ​ກັບ​ມວນ​ຊົນເຄິ່ງ​ຫນຶ່ງ​ຂອງ​ຈຳ­ນວນ​ຄູ່​ຈະ​ໄດ້ຮັບ​ກາ­ເຟ

​ບໍ່​ມີ​ຄາ​ເຟ​ອິນ ແລະ ຈຳນວນ​ທີ່​ເຫລືອ​ໄດ້​ຮັບ​ກາ­ເຟ​ທີ່​ມີ​ຄາເຟ​ອິນ.

   ຜົນ​ການ​ວິ­ໄຈ​ອອກ​ມາ​ວ່າ ຜູ້ຊາຍ​ທີ່​ໄດ້​ດື່ມ​ກາ­ເຟ​ທີ່​ມີ​ຄາ​ເຟ​ອິນ​ຈະ​ມີ​ຄວາມ​ຈຳ​ຫລຸດ​ລົງ

ແຕ່​ແມ່ຍິງ​ທີ່​ໄດ້​ຮັບ​ກາ​ແຟ​ບໍ່​ມີ​ເຄ​ເຟ​ອິນຈະ​ໃຊ້​ເວ­ລາ​ໃນ​ການ​ແກ້​ໄຂ​ ບັນ­ຫາດົນ​ກວ່າ​

ປະ­ມານ 20 ວິ­ ນາ­ທີ​ເມື່ອທຽບ​ກັບ​ແມ່­ຍິງ​ທີ່​ໄດ້​ຮັບ​ຄາ​ເຟ​ອິນຈະ​ແກ້​ໄຂ​ບັນ­ຫາ​ໄດ້​ໄວ​ ກວ່າ 100 ວິ­ນາ­ທີ.

   ການ​ສຶກ​ສາ­ກ່ອນ​ຫນ້າ​ນີ້ ​ໄດ້ຊີ້​ໃຫ້​ເຫັນ​ວ່າ ກາ­ເຟ​ສາ­ມາດ​ປ້ອງກັນ​ການ​ເກີດ​

ພະ­ຍາດ​ເບົາ­ຫວານ, ສະ­ຫມອງ​ເສື່ອມ ແລະ ຕັບ​ໄດ້ ຖ້າຮັບ​ປະ­ທານ​ໃນ​ປະ­ລິ­ມານ​ທີ່​ຮ່າງກາຍ​ຕ້ອງ­ການ.

   ເຄື່ອງ​ທຸກ​ຊະ­ນິດ ຈະ​ມີ​ປະ­ສິດທິ​ພາບ​ໃນ​ຕົວ​ຢູ່​ແລ້ວ ແຕ່​ຂຶ້ນ​ຢູ່​ກັບວ່າ​ເຮົາ​ຈະ​ດື່ມ​ແບບ​ໃດ /

ຈິ່ງ​ຈະ​ໄດ້ຮັບ​ຄຸນ​ປະ­ໂຫຍດຫລາຍ​ກວ່າ​ໂທດ ເຖິງ​ແມ່ນ​ວ່າ­ການ​ດື່ມ​ກາ­ເຟ​ຈະໃຫ້​ຜົນ​ດີ​ຕໍ່​ແມ່

­ຍິງ​ກໍ່​ບໍ່​ໄດ້​ ຫມາຍຄວາມ​ວ່າ​ໃຫ້​ແມ່­ຍິງ​ດື່ມ​ກາ­ເຟ ຫລາຍການ​ດື່ມ​ໃນ​ທີ່​ນີ້​ເປັນ​ພຽງ

ການ​ດື່ມ​ໃນ​ປະ­ລິ­ມານ​ຫນ້ອຍ​ດຽວເທົ່າ​ນັ້ນ​ໃນ​ແຕ່​ລະ​ມື້ ອາດ​ຈະ​ດື່ມ​ມື້ລະ 1 ຈອກ ຫລື 2 ຈອກ​ກໍ່​ພໍແລ້ວ.

Delicious Digg Fark Twitter