ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 21, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

   ໃຜ​ທີ່​ມັກ​ເປີດ​ໄຟ​ປະ​ໄວ້ ຂະ­ນະ​ທີ່​ນອນ​ຫລັບ​ທ່ານ​ຮູ້ ຫລື ບໍ່​ວ່າ

ກໍ່­ໃຫ້­ເກີດ​ຜົນ​ເສຍ​ຕໍ່​ສະ­ຫມອງ ແລະ ເຮັດ​ໃຫ້​ຄວາມ​ງາມ​ຫລຸດ​ລົງ​ນຳ​ອີກ.

   ອາດ​ຟັງ​ເບິ່ງ​ບໍ່​ເປັນ­ຕາ​ເຊື່ອ ແຕ່​ມັນ​ມີ​ຄວາມ​ກ່ຽວ­ຂ້ອງ​ກັນ ເພາະ­ວ່າ ເຣ​ຕິ​ນາ

ໃນ​ດວງ​ຕາ​ທີ່​ມີ​ຄວາມ​ໄວ​ຕໍ່​ແສງ​ຍັງ​ສົ່ງ​ສັນ­ຍານ​ໄປ​ສູ່​ສະ­ຫມອງ​ຢູ່ ຈິ່ງ​ບໍ່​ມີ​ການ

​ຫລັ່ງ​ຮໍ​ໂມນ​ເມ​ລາ​ໂທ​ນິນ (ທີ່ ເຮັດ​ໃຫ້​ຮູ້­ສຶກ​ຢາກ​ນອນ) ດັ່ງ­ນັ້ນ ເຖິງ​ຈະ​ນອນ

​ຫລັບ​ກໍ່​ຫລັບ​ບໍ່​ສະ­ຫນິດ​ດີ ຈະ​ສັງ­ເກດ​ພົບ​ວ່າ​ເມື່ອ​ຕື່ນ​ນອນ​ຂຶ້ນ​ມາ​ຈິ່ງ​

ບໍ່​ຮູ້­ສຶກ​ສົດ­ຊື່ນ, ອາ­ລົມ​ບໍ່​ແຈ່ມ​ໃສ ແລະ ປະ­ສິດ­ທິ­ພາບ ໃນ​ການ​ຈັດ­ການ

​ຄວາມ​ຈຳ​ສະ­ຫມອງ​ກໍ່​ບໍ່​ດີ.

   ຜົນ​ການ​ສຶກ​ສາ​ໃນ​ຕ່າງ­ປະ­ເທດ​ພົບ​ວ່າ ການ​ຫລັ່ງ​ຮໍ​ໂມນ​ເມ​ລາ​ໂທ​ນິນ

ຍັງ​ມີ​ຜົນ​ກ່ຽວ­ຂ້ອງ​ກັບ​ຄວາມ­ດັນ­ເລືອດ​ລວມ​ເຖິງ​ອຸນ­ຫະ­ພູມ​ຂອງ​ຮ່າງ­ກາຍ ​ນຳ.

   ການ​ຄວບ​ຄຸມ​ເລື່ອງ​ແສງ​ສະ­ຫວ່າງ​ບໍ່​ໃຫ້​ມາ​ລົບ​ກວນ​ຍາມ​ນອນ​ຫລັບ

ລວມ​ເຖິງ​ການ​ຈັດ​ຫ້ອງ​ນອນ​ໃຫ້​ປອດ­ໂປ່ງ ຈະ​ເຮັດ​ໃຫ້­ການ​ນອນ​ມີ​ຄຸນ​

ນະ​ພາບ​ສາ­ມາດ​ປ້ອງ​ກັນ ແລະ ຫລຸດ​ພາ­ວະ​ການ​ເຮັດ​ວຽກ​ຂອງ​ສະ­

ຫມອງ​ບໍ່​ໃຫ້​ເສື່ອມ​ໄວ.

Delicious Digg Fark Twitter