ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 25, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ຮູ້ບໍ່? ການທໍາທ່າຍິ້ມນັ້ນສ້າງຄວາມທຸກຫລາຍ

 ເວ­ລາ​ເຫັນ​ຄົນ​ກໍາ­ລັງ​ຍິ້ມ ຢ່າ​ຟ້າວ​ຄິດ​ໄປ​ເອງ​ວ່າຄົນໆ​ນັ້ນ ກໍາ­ລັງ​ອາ­ລົມ​ດີ​ເດີ້

ຄົນ​ທີ່​ກໍາ­ລັງຍິ້ມ​ຢ່າງ​ເບີກ​ເບີນ​ມ່ວນ­ຊື່ນຄວາມ​ຈິງ​ແລ້ວ​ໃນ​ໃຈ​ຂອງລາວ​ ອາດ

​ກົງ­ກັນ­ຂ້າມ​ກັບ ສິ່ງ​ທີ່​ສະ­ແດງ​ອອກ​ມາ.

   ເວັບ​ໄຊ​ຫນັງ­ສື­ພິມ​ຂອງອັງ­ກິດ ເດິ ເທ​ເລກ​ຣາ​ຟ ເຜີຍ​ຜົນ​ການ​ວິ­ໄຈ​ຈາກ​ວາລະ​ສານ

​ພາກ​ການ​ບໍ­ລິ­ຫານຈັດ­ການ​ມະ­ຫາ​ ວິ­ທະ­ຍາໄລ​ມິ​ຊິ​ແກນ​ສະ­ບັບ​ເດືອນກຸມ­ພາ ເມື່ອ​ທີມ

​ນັກ​ວິ­ໄຈ​ຄົ້ນ ພົບ​ວ່າ "ການ​ເຮັດ​ທຳ­ທ່າ​ຍິ້ມ ຫລື ຍິ້ມ​ແບບ​ບໍ່​ເຕັມ​ໃຈ​ເຮັດ​ຄືວ່າ​ມີ​ຄວາມ

­ສຸກ​ສິ່ງ​ນັ້ນ​ຜັດ​ໃຫ້​ທຸກຫລາຍ​ ກວ່າ ແລະ ມັນ​ສົ່ງ​ຜົນ​ຕໍ່ແມ່­ຍິງ​ຫລາຍ​ກວ່າ​ຜູ້​ຊາຍ".

   ການ​ທີ່​ຄົນ​ເຮົາ​ເຮັດ​ທໍາທ່າຍິ້ມ​ເພື່ອ​ໃຊ້​ປະ­ໂຫຍດ​ຈາກ​ໃບ​ຫນ້າສົ່ງ​ຜົນ​ ໃຫ້​ເກີດ​

ຄວາມ​ອິດ­ເມື່ອຍ ແລະ ເຄັ່ງ​ຕຶງ​ທາງ​ອາ­ລົມ. ຜົນຈາກ​ການ​ສຳ​ຫລວດ​ພະ­ນັກ­ງານ​ທີ່

​ເຮັດ​ຫນ້າ­ທີ່​ດູ​ແລ​ລູກ​ຄ້າ ເຊິ່ງ​ຕ້ອງເຮັດ​ຫນ້າ​ຍິ້ມ​ຫມົດ​ມື້ ເຊິ່ງ​ຄົນ​ກຸ່ມນີ້​ມັກ​ມີ​ອາ­ລົມ​

ໂມ­ໂຫ​ໄດ້​ງ່າຍ​ກວ່າ ຄົນ​ອາ­ຊີບ​ອື່ນໆ ແລະ ສົ່ງ​ຜົນໃຫ້​ຄຸນ​ນະ​ພາບ​ການ​ເຮັດ​ວຽກຫລຸດ

​ຕ່ຳ​ລົງ​ບັນ­ດາ​ຫົວ­ຫນ້າ​ມັກຄິດ​ ວ່າການ​ຍິ້ມ­ແຍ້ມ​ແຈ່ມ​ໃສ​ຈະສົ່ງ​ຜົນ​ດີ​ຕໍ່​ວຽກ​ແຕ່​ຄວາມ​

ຈິງແລ້ວ ບໍ່​ໄດ້​ເປັນ​ແບບ​ນັ້ນ​ສະ­ເຫມີໄປ.

   ຈາກ​ການ​ສັງ­ເກດ​ກຸ່ມ​ພະ­ນັກງານ​ຂັບ​ລົດ​ປະ­ຈໍາ​ທາງລວມ​ເຖິງ ປຽບ­ທຽບ​ຜົນ​ກະ­ທົບ

​ທີ່​ແຕກ​ຕ່າງກັນ​ລະ­ຫວ່າງ​ແມ່­ຍິງ​ກັບ​ຜູ້​ຊາຍຜົນ​ການ​ ວິ­ໄຈ​ຊີ້​ໃຫ້​ເຫັນ​ວ່າ ການຍິ້ມ​ແບບ​ບໍ່

​ເຕັມ​ໃຈ​ເຮັດ​ໃຫ້​ເກີດຄວາມ​ເຄັ່ງ​ຄຽດ​ດ້ານ​ການ​ສະແດງ​ອອກ​ ທາງ​ອາ­ລົມ ແລະ ຈະດີ​ຂຶ້ນ​

ຫລາຍ ຖ້າ​ບໍ່​ເຮັດ​ທໍາ­ທ່າ​ຍິ້ມ ແຕ່​ເປັນ​ການ​ຍິ້ມ​ໂດຍ​ການ​ພະ­ຍາຍາມ​ຄິດ​ບວກ ຫລື

ຄິດ​ຮອດ​ເລື່ອງດີໆ ເຊິ່ງ​ຈະ​ເຮັດ​ໃຫ້​ອາ­ລົມ ແລະ ຄວາມ​ຄຽດ​ຫນ້ອຍ​ລົງ.

   ແມ່­ຍິງ​ມັກ​ຈະ​ໄດ້​ຮັບ​ຜົນ​ກະທົບ​ຫລາຍ​ກວ່າ​ຜູ້​ຊາຍ​ເພາະ­ວ່າ ແມ່­ຍິງ​ອ່ອນ​ໄຫວ

​ຫລາຍ​ສະກວ່າ, ແມ່­ຍິງ​ສາ­ມາດ​ສະແດງ​ອອກ​ອາຍ​ລົມ​ໄດ້​ຊັດ ເຈນ​ກວ່າ​

ຜູ້​ຊາຍການ​ທີ່ຕ້ອງ​ເຊື່ອງ​ອາ­ລົມ​ທີ່­ ແທ້​ຈິງ ແລະ ເຮັດ​ທໍາ­ທ່າ​ຍິ້ມ​ນັ້ນ ຈິ່ງ​ເຮັດ​ໃຫ້​ແມ່­

ຍິງ​ເກີດຄວາມ​ຄຽດ ແລະ ເປັນ​ທຸກໃຈ​ໄດ້​ຫລາຍ​ກວ່າ​ຜູ້​ຊາຍ.

   ການ​ຍິ້ມ​ໂດຍ​ການ​ພະ ຍາ​ຍາມ​ຄິດ​ບວກ​ກໍ່​ບໍ່​ແມ່ນທາງ​ອອກ​ທີ່​ຖືກ­ຕ້ອງ​ປານໃດ

​ພະ­ນັກ­ງານ​ຄົນ​ ຫນຶ່ງ​ອາດຍິ້ມ​ໄດ້​ຫມົດ​ມື້​ໂດຍ​ການ​ພະຍາ​ຍາມ​ຄິດ​ເຖິງ​ເລື່ອງ​ດີໆ

ແຕ່​ສຸດທ້າຍ​ເມື່ອ​ຫມົດ​ຊົ່ວ ­ໂມງ​ເຮັດ​ວຽກລາວ​ຜັດ​ຮູ້­ສຶກ​ວ່າ​ນີ້​ບໍ່​ແມ່ນ​ຕົວ​ເອງອີກ​ແລ້ວ.

   ດັ່ງ­ນັ້ນ ຈົ່ງ​ຍິ້ມ​ອອກ​ມາ​ຈາກຄວາມ​ຮູ້­ສຶກ​ທີ່­ແທ້​ຈິງ​ຂອງ​ທ່ານແລ້ວ​ຮອຍ​ຍິ້ມ​ນັ້ນ

ຈະ​ເປັນ​ຮອຍຍິ້ມ​ທີ່​ງາມ​ທີ່​ສຸດ​ໃນ​ໂລກ.

Delicious Digg Fark Twitter